ເອເຊກຽນ 2:1-10

  • ເອເຊກຽນ​ຖືກ​ມອບໝາຍ​ໃຫ້​ເປັນ​ຜູ້​ພະຍາກອນ (1-​10)

    • “ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຟັງ​ຫຼື​ບໍ່​ຟັງ” (5)

    • ມ້ວນ​ໜັງສື​ທີ່​ມີ​ເພງ​ຮ້ອງ​ທຸກ (9, 10)

2  ພະເຈົ້າ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ* ຢືນ​ຂຶ້ນ​ແມ້. ເຮົາ​ຈະ​ເວົ້າ​ກັບ​ເຈົ້າ.”+  ເມື່ອ​ພະເຈົ້າ​ເວົ້າ​ກັບ​ຂ້ອຍ ຂ້ອຍ​ກໍ​ໄດ້​ຮັບ​ພະລັງ​ຈາກ​ເພິ່ນ ແລະ​ພະລັງ​ນີ້​ເຮັດ​ໃຫ້​ຂ້ອຍ​ຢືນ​ໄດ້+​ເພື່ອ​ຈະ​ຟັງ​ສິ່ງ​ທີ່​ເພິ່ນ​ເວົ້າ​ກັບ​ຂ້ອຍ.  ເພິ່ນ​ເວົ້າ​ຕໍ່​ອີກ​ວ່າ: “ລູກ​ມະນຸດ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຫາ​ພວກ​ອິດສະຣາເອນ+ ໄປ​ຫາ​ຊາດ​ຕ່າງ​ໆ​*​ທີ່​ກະບົດ​ເຮົາ.+ ເຂົາເຈົ້າ​ກັບ​ປູ່ຍ່າ​ຕານາຍ​ໄດ້​ເຮັດ​ຜິດ​ຕໍ່​ເຮົາ​ຈົນ​ຮອດ​ທຸກ​ມື້​ນີ້.+  ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຫາ​ຊາດ​ທີ່​ດື້ດ້ານ​ແລະ​ຫົວແຂງ.+ ເຈົ້າ​ຕ້ອງ​ບອກ​ເຂົາເຈົ້າ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້’  ບໍ່​ວ່າ​ເຂົາເຈົ້າ​ຈະ​ຟັງ​ຫຼື​ບໍ່​ຟັງ​ເຈົ້າ ຍ້ອນ​ເຂົາເຈົ້າ​ເປັນ​ຊາດ​ທີ່​ມັກ​ກະບົດ.+ ແລ້ວ​ເຂົາເຈົ້າ​ກໍ​ຈະ​ຮູ້​ແທ້​ໆ​ວ່າ​ມີ​ຜູ້ພະຍາກອນ​ຢູ່​ນຳ​ເຂົາເຈົ້າ.+  ແຕ່​ລູກ​ມະນຸດ​ເອີ້ຍ ເຈົ້າ​ບໍ່​ຕ້ອງ​ຢ້ານ​ເຂົາເຈົ້າ+​ແລະ​ບໍ່​ຕ້ອງ​ຢ້ານ​ຄຳເວົ້າ​ຂອງ​ເຂົາເຈົ້າ. ເຖິງ​ວ່າ​ຈະ​ມີ​ຕົ້ນ​ໜາມ​ກັບ​ເຄືອ​ໜາມ*+​ແລະ​ແມງງອດ​ຢູ່​ອ້ອມ​ຂ້າງ​ອ້ອມ​ແອວ​ເຈົ້າ ແລະ​ເຖິງ​ວ່າ​ເຂົາເຈົ້າ​ເປັນ​ຊາດ​ທີ່​ມັກ​ກະບົດ ແຕ່​ເຈົ້າ​ບໍ່​ຕ້ອງ​ຢ້ານ​ສິ່ງ​ທີ່​ເຂົາເຈົ້າ​ເວົ້າ+​ແລະ​ບໍ່​ຕ້ອງ​ຢ້ານ​ສີ​ໜ້າ​ຂອງ​ເຂົາເຈົ້າ.+  ບໍ່​ວ່າ​ເຂົາເຈົ້າ​ຈະ​ຟັງ​ຫຼື​ບໍ່​ຟັງ​ເຈົ້າ ຍ້ອນ​ເຂົາເຈົ້າ​ເປັນ​ຊາດ​ທີ່​ມັກ​ກະບົດ ເຈົ້າ​ກໍ​ຕ້ອງ​ບອກ​ເຂົາເຈົ້າ​ຕາມ​ທີ່​ເຮົາ​ບອກ.+  ລູກ​ມະນຸດ ໃຫ້​ຟັງ​ສິ່ງ​ທີ່​ເຮົາ​ຈະ​ບອກ​ເຈົ້າ. ຢ່າ​ກະບົດ​ຄື​ກັບ​ຊາດ​ທີ່​ມັກ​ກະບົດ​ນີ້. ໃຫ້​ເຈົ້າ​ອ້າ​ປາກ​ແລະ​ກິນ​ສິ່ງ​ທີ່​ເຮົາ​ຈະ​ເອົາ​ໃຫ້​ເຈົ້າ.”+  ເມື່ອ​ແນມ​ເບິ່ງ ຂ້ອຍ​ກໍ​ເຫັນ​ມີ​ມື​ເດ່​ອອກ​ມາ​ຫາ​ຂ້ອຍ.+ ໃນ​ມື​ນັ້ນ​ມີ​ມ້ວນ​ໜັງສື.+ 10  ເພິ່ນ​ມາຍ​ມ້ວນ​ໜັງສື​ອອກ. ໃນ​ມ້ວນ​ໜັງສື​ມີ​ໂຕ​ໜັງສື​ທັງ​ທາງ​ໜ້າ​ແລະ​ທາງ​ຫຼັງ+​ເຊິ່ງ​ມີ​ເພງ​ໂສກເສົ້າ​ທີ່​ເຮັດ​ໃຫ້​ຄົນ​ຮ້ອງໄຫ້​ເສຍໃຈ.+

ຂໍຄວາມໄຂເງື່ອນ

ໃນ​ປຶ້ມ​ເອເຊກຽນ ຄຳ​ວ່າ “ລູກ​ມະນຸດ” ມີ​ທັງໝົດ 93 ເທື່ອ​ແລະ​ຢູ່​ນີ້​ແມ່ນ​ເທື່ອ​ທຳອິດ. ເບິ່ງ​ຄຳ​ວ່າ “ລູກ​ມະນຸດ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ອາດ​ໝາຍເຖິງ​ພວກ​ອິດສະຣາເອນ​ແລະ​ພວກ​ຢູດາ
ຫຼື​ອາດ​ແປ​ວ່າ “ເຖິງ​ວ່າ​ປະຊາຊົນ​ຈະ​ຫົວ​ແຂງ​ແລະ​ເປັນ​ຄື​ກັບ​ແນວ​ແຫຼມ​ໆ​ທີ່​ປັກ​ເຈົ້າ”