ເອເຊກຽນ 20:1-49

  • ເລື່ອງ​ການ​ກະບົດ​ຂອງ​ພວກ​ອິດສະຣາເອນ (1-​32)

  • ຄຳ​ສັນຍາ​ທີ່​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ຟື້ນຟູ (33-​44)

  • ຄຳ​ພະຍາກອນ​ຕໍ່​ທິດ​ໃຕ້ (45-​49)

20  ໃນ​ວັນ​ທີ 10 ເດືອນ​ທີ 5 ຂອງ​ປີ​ທີ 7* ພວກ​ຜູ້ນຳ​ບາງຄົນ​ຂອງ​ອິດສະຣາເອນ​ມາ​ຫາ​ຂ້ອຍ​ເພື່ອ​ຖາມ​ພະ​ເຢໂຫວາ. ເຂົາເຈົ້າ​ນັ່ງ​ຢູ່​ຕໍ່​ໜ້າ​ຂ້ອຍ.  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ:  “ລູກ​ມະນຸດ ໃຫ້​ເຈົ້າ​ບອກ​ພວກ​ຜູ້ນຳ​ຂອງ​ອິດສະຣາເອນ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ “ພວກ​ເຈົ້າ​ມາ​ຖາມ​ເຮົາ​ບໍ? ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຮົາ​ຈະ​ບໍ່​ຕອບ​ພວກ​ເຈົ້າ.’”’+  ເຈົ້າ​ພ້ອມ​ບໍ​ທີ່​ຈະ​ຕັດສິນ*​ເຂົາເຈົ້າ? ລູກ​ມະນຸດ ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຕັດສິນ​ເຂົາເຈົ້າ? ເຈົ້າ​ຕ້ອງ​ບອກ​ໃຫ້​ເຂົາເຈົ້າ​ຮູ້​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ປູ່ຍ່າ​ຕານາຍ​ຂອງ​ເຂົາເຈົ້າ​ໄດ້​ເຮັດ.+  ໃຫ້​ບອກ​ເຂົາເຈົ້າ​ຈັ່ງ​ຊີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ “ໃນ​ມື້​ທີ່​ເຮົາ​ເລືອກ​ອິດສະຣາເອນ+ ເຮົາ​ຍັງ​ໄດ້​ສາບານ​ກັບ​ລູກ​ຫຼານ​ຂອງ​ຢາໂຄບ ແລະ​ເຮົາ​ໄດ້​ໃຫ້​ເຂົາເຈົ້າ​ຮູ້ຈັກ​ເຮົາ​ໃນ​ແຜ່ນດິນ​ເອຢິບ.+ ເຮົາ​ໄດ້​ສາບານ​ກັບ​ເຂົາເຈົ້າ​ແລະ​ບອກ​ວ່າ ‘ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.’  ໃນ​ມື້​ນັ້ນ ເຮົາ​ສາບານ​ວ່າ​ເຮົາ​ຈະ​ພາ​ເຂົາເຈົ້າ​ອອກ​ຈາກ​ແຜ່ນດິນ​ເອຢິບ​ໄປ​ແຜ່ນດິນ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ສຳລັບ​ເຂົາເຈົ້າ. ແຜ່ນດິນ​ນັ້ນ​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ+​ແລະ​ເປັນ​ແຜ່ນດິນ​ທີ່​ງາມ​ທີ່ສຸດ.  ແລ້ວ​ເຮົາ​ບອກ​ເຂົາເຈົ້າ​ວ່າ ‘ພວກ​ເຈົ້າ​ທຸກ​ຄົນ​ຕ້ອງ​ເອົາ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ພວກ​ເຈົ້າ​ຂາບໄຫວ້​ຢູ່​ໄປ​ຖິ້ມ ແລະ​ຢ່າ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ຍ້ອນ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ*​ຂອງ​ເອຢິບ.+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.’+  ແຕ່​ເຂົາເຈົ້າ​ພັດ​ກະບົດ​ເຮົາ​ແລະ​ບໍ່​ຍອມ​ຟັງ​ເຮົາ. ເຂົາເຈົ້າ​ບໍ່​ຖິ້ມ​ສິ່ງ​ທີ່​ເປັນ​ຕາ​ຂີ້​ດຽດ​ທີ່​ເຂົາເຈົ້າ​ຂາບໄຫວ້​ແລະ​ບໍ່​ຖິ້ມ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເອຢິບ.+ ເຮົາ​ຈຶ່ງ​ບອກ​ວ່າ​ເຮົາ​ຈະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ເຂົາເຈົ້າ​ສຸດຂີດ​ໃນ​ແຜ່ນດິນ​ເອຢິບ.  ແຕ່​ເຮົາ​ອົດ​ໄວ້​ຍ້ອນ​ເຫັນ​ແກ່​ຊື່​ຂອງ​ເຮົາ. ເຮົາ​ບໍ່​ຢາກ​ໃຫ້​ຊື່​ນີ້​ຖືກ​ດູຖູກ​ຕໍ່​ໜ້າ​ຄົນ​ຊາດ​ຕ່າງ​ໆ​ທີ່​ເຂົາເຈົ້າ​ອາໄສ​ຢູ່​ນຳ.+ ຕອນ​ທີ່​ເຮົາ​ພາ​ເຂົາເຈົ້າ*​ອອກ​ມາ​ຈາກ​ເອຢິບ ເຮົາ​ເຮັດ​ໃຫ້​ເຂົາເຈົ້າຮູ້ຈັກ​ເຮົາ​ຕໍ່​ໜ້າ​ຊາດ​ຕ່າງ​ໆ​.+ 10  ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ພາ​ເຂົາເຈົ້າ​ອອກ​ມາ​ຈາກ​ເອຢິບ ແລະ​ພາ​ເຂົາເຈົ້າ​ເຂົ້າໄປ​ໃນ​ບ່ອນ​ກັນດານ.+ 11  ແລ້ວ​ເຮົາ​ກໍ​ໃຫ້​ເຂົາເຈົ້າ​ຮູ້ຈັກ​ກົດໝາຍ​ແລະ​ຄຳສັ່ງ​ຂອງ​ເຮົາ+ ເພື່ອ​ຄົນ​ທີ່​ເຮັດ​ຕາມ​ສິ່ງ​ເຫຼົ່າ​ນັ້ນ​ຈະ​ມີ​ຊີວິດ​ຢູ່.+ 12  ເຮົາ​ຍັງ​ໃຫ້​ເຂົາເຈົ້າ​ຖື​ວັນ​ຊະບາໂຕ+​ເຊິ່ງ​ເປັນ​ສັນຍະລັກ​ລະຫວ່າງ​ເຮົາ​ກັບ​ເຂົາເຈົ້າ+ ເພື່ອ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ເຢໂຫວາ​ໄດ້​ເລືອກ​ເຂົາເຈົ້າ​ໃຫ້​ເປັນ​ຊາດ​ພິເສດ​ຂອງ​ເຮົາ. 13  ແຕ່​ພວກ​ອິດສະຣາເອນ​ກະບົດ​ຕໍ່​ເຮົາ​ຢູ່​ບ່ອນ​ກັນດານ.+ ເຂົາເຈົ້າ​ບໍ່​ເຊື່ອຟັງ​ກົດໝາຍ​ແລະ​ຄຳສັ່ງ​ຂອງ​ເຮົາ. ທີ່​ຈິງ ຖ້າ​ເຂົາເຈົ້າ​ເຮັດ​ຕາມ​ສິ່ງ​ເຫຼົ່າ​ນັ້ນ ເຂົາເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່. ແຕ່​ເຂົາເຈົ້າ​ດູຖູກ​ວັນ​ຊະບາໂຕ​ຂອງ​ເຮົາ. ເຮົາ​ຈຶ່ງ​ບອກ​ວ່າ​ເຮົາ​ຈະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ເຂົາເຈົ້າ​ຢູ່​ບ່ອນ​ກັນດານ ເພື່ອ​ທຳລາຍ​ເຂົາເຈົ້າ.+ 14  ແຕ່​ເຮົາ​ອົດ​ໄວ້ ຍ້ອນ​ເຫັນ​ແກ່​ຊື່​ຂອງ​ເຮົາ. ເຮົາ​ບໍ່​ຢາກ​ໃຫ້​ຊື່​ນີ້​ຖືກ​ດູຖູກ​ຕໍ່​ໜ້າ​ຄົນ​ຊາດ​ຕ່າງ​ໆ​ທີ່​ເຫັນ​ເຮົາ​ພາ​ເຂົາເຈົ້າ​ອອກ​ມາ.+ 15  ເຮົາ​ຍັງ​ສາບານ​ກັບ​ເຂົາເຈົ້າ​ຢູ່​ບ່ອນ​ກັນດານ​ວ່າ ເຮົາ​ຈະ​ບໍ່​ພາ​ເຂົາເຈົ້າ​ເຂົ້າໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ຈະ​ເອົາ​ໃຫ້​ເຂົາເຈົ້າ.+ ແຜ່ນດິນ​ນັ້ນ​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ+​ແລະ​ເປັນ​ແຜ່ນດິນ​ທີ່​ງາມ​ທີ່ສຸດ. 16  ເຮົາ​ເຮັດ​ແບບ​ນັ້ນ​ຍ້ອນ​ເຂົາເຈົ້າ​ບໍ່​ເຊື່ອຟັງ​ກົດໝາຍ​ແລະ​ຄຳສັ່ງ​ຂອງ​ເຮົາ ແລະ​ດູຖູກ​ວັນ​ຊະບາໂຕ​ຂອງ​ເຮົາ. ເຂົາເຈົ້າ​ເລືອກ​ນະມັດສະການ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເຂົາເຈົ້າ.+ 17  ແຕ່​ເຮົາ​ອີ່ຕົນ​ເຂົາເຈົ້າ ເຮົາ​ຈຶ່ງ​ບໍ່​ໄດ້​ທຳລາຍ​ຫຼື​ກຳຈັດ​ເຂົາເຈົ້າ​ຢູ່​ບ່ອນ​ກັນດານ. 18  ເຮົາ​ບອກ​ລູກ​ຫຼານ​ຂອງ​ເຂົາເຈົ້າ​ທີ່​ຢູ່​ບ່ອນ​ກັນດານ​ວ່າ+ ‘ຢ່າ​ເຮັດ​ຕາມ​ກົດໝາຍ​ແລະ​ຄຳສັ່ງ​ຂອງ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຈົ້າ+ ແລະ​ຢ່າ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ຍ້ອນ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເຂົາເຈົ້າ. 19  ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ. ໃຫ້​ພວກ​ເຈົ້າ​ເຊື່ອຟັງ​ກົດໝາຍ​ແລະ​ເຮັດ​ຕາມ​ຄຳສັ່ງ​ຂອງ​ເຮົາ.+ 20  ໃຫ້​ຖື​ວັນ​ຊະບາໂຕ​ຂອງ​ເຮົາ+​ເຊິ່ງ​ເປັນ​ສັນຍະລັກ​ລະຫວ່າງ​ເຮົາ​ກັບ​ພວກ​ເຈົ້າ ເພື່ອ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.’+ 21  ແຕ່​ລູກ​ຫຼານ​ຂອງ​ເຂົາເຈົ້າ​ກໍ​ກະບົດ​ຕໍ່​ເຮົາ+ ບໍ່​ເຊື່ອຟັງ​ກົດໝາຍ​ແລະ​ຄຳສັ່ງ​ຂອງ​ເຮົາ. ທີ່​ຈິງ ຖ້າ​ເຂົາເຈົ້າ​ເຮັດ​ຕາມ​ສິ່ງ​ເຫຼົ່າ​ນັ້ນ​ເຂົາເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່. ແຕ່​ເຂົາເຈົ້າ​ດູຖູກ​ວັນ​ຊະບາໂຕ​ຂອງ​ເຮົາ. ຍ້ອນ​ແນວ​ນີ້​ເຮົາ​ຈຶ່ງ​ເວົ້າ​ວ່າ ເຮົາ​ຈະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ເຂົາເຈົ້າ​ສຸດຂີດ​ຢູ່​ບ່ອນ​ກັນດານ.+ 22  ແຕ່​ເຮົາ​ອົດ​ໄວ້+​ຍ້ອນ​ເຫັນ​ແກ່​ຊື່​ຂອງ​ເຮົາ.+ ເຮົາ​ບໍ່​ຢາກ​ໃຫ້​ຊື່​ນີ້​ຖືກ​ດູຖູກ​ຕໍ່​ໜ້າ​ຄົນ​ຊາດ​ຕ່າງ​ໆ​ທີ່​ເຫັນ​ເຮົາ​ພາ​ເຂົາເຈົ້າ​ອອກ​ມາ. 23  ເຮົາ​ຍັງ​ສາບານ​ກັບ​ເຂົາເຈົ້າ​ຢູ່​ບ່ອນ​ກັນດານ​ວ່າ​ເຮົາ​ຈະ​ໄລ່​ເຂົາເຈົ້າ​ໃຫ້​ໄປ​ຢູ່​ແຜ່ນດິນ​ຕ່າງ​ໆ​ ແລະ​ເຮັດ​ໃຫ້​ເຂົາເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ນຳ​ຊາດ​ອື່ນ​ໆ​+ 24  ຍ້ອນ​ເຂົາເຈົ້າ​ບໍ່​ເຮັດ​ຕາມ​ກົດໝາຍ​ແລະ​ຄຳສັ່ງ​ຂອງ​ເຮົາ.+ ເຂົາເຈົ້າ​ດູຖູກ​ວັນ​ຊະບາໂຕ​ຂອງ​ເຮົາ ແລະ​ຂາບໄຫວ້​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ປູ່ຍ່າ​ຕານາຍ​ຂອງ​ເຂົາເຈົ້າ.+ 25  ເຮົາ​ຍັງ​ຍອມ​ໃຫ້​ເຂົາເຈົ້າ​ເຮັດ​ຕາມ​ກົດໝາຍ​ທີ່​ບໍ່​ດີ ແລະ​ເຮັດ​ຕາມ​ຄຳສັ່ງ​ທີ່​ບໍ່​ໄດ້​ຊ່ວຍ​ໃຫ້​ເຂົາເຈົ້າ​ມີ​ຊີວິດ​ຢູ່.+ 26  ເຮົາ​ປ່ອຍ​ໃຫ້​ເຂົາເຈົ້າ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ ໂດຍ​ຍອມ​ໃຫ້​ເຂົາເຈົ້າ​ເອົາ​ລູກກົກ​ຂອງ​ໂຕເອງ​ໄປ​ເຜົາ​ເປັນ​ເຄື່ອງ​ບູຊາ.*+ ເຮົາ​ຍອມ​ໃຫ້​ເຂົາເຈົ້າ​ເຮັດ​ແບບ​ນັ້ນ​ກໍ​ເພື່ອ​ຈະ​ທຳລາຍ​ເຂົາເຈົ້າ. ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.”’ 27  ລູກ​ມະນຸດ ໃຫ້​ເຈົ້າ​ບອກ​ຊາດ​ອິດສະຣາເອນ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ປູ່ຍ່າ​ຕານາຍ​ຂອງ​ພວກ​ເຈົ້າ​ດູຖູກ​ເຮົາ​ໂດຍ​ບໍ່​ສັດຊື່​ຕໍ່​ເຮົາ. 28  ເຮົາ​ພາ​ເຂົາເຈົ້າ​ເຂົ້າໄປ​ແຜ່ນດິນ​ທີ່​ເຮົາ​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ເຂົາເຈົ້າ+ ແຕ່​ເມື່ອ​ເຫັນ​ໂນນ​ພູ​ສູງ​ໆ​ແລະ​ຕົ້ນໄມ້​ຂຽວ​ໆ​ຢູ່​ບ່ອນ​ໃດ+ ເຂົາເຈົ້າ​ກໍ​ພາກັນ​ເຜົາ​ເຄື່ອງ​ບູຊາ​ຢູ່​ບ່ອນ​ນັ້ນ​ໂລດ ເຊິ່ງ​ເຮັດ​ໃຫ້​ເຮົາ​ໃຈຮ້າຍ​ຫຼາຍ. ເຂົາເຈົ້າ​ເຜົາ​ເຄື່ອງ​ບູຊາ​ທີ່​ມີ​ກິ່ນ​ຫອມ*​ແລະ​ຖອກ​ເຄື່ອງ​ບູຊາ​ດື່ມ​ຢູ່​ຫັ້ນ. 29  ເຮົາ​ຈຶ່ງ​ຖາມ​ເຂົາເຈົ້າ​ວ່າ ‘ພວກ​ເຈົ້າ​ໄປ​ບ່ອນ​ນະມັດສະການ​ນັ້ນ​ເຮັດ​ຫຍັງ? (ບ່ອນ​ນັ້ນ​ຍັງ​ຖືກ​ເອີ້ນ​ວ່າ​ບ່ອນ​ນະມັດສະການ​ຈົນ​ຮອດ​ທຸກມື້​ນີ້.)’”’+ 30  ໃຫ້​ເຈົ້າ​ໄປ​ບອກ​ພວກ​ອິດສະຣາເອນ​ຈັ່ງ​ຊີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ “ພວກ​ເຈົ້າ​ຍັງ​ຊິ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ຄື​ກັບ​ທີ່​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຈົ້າ​ເຄີຍ​ເຮັດ​ບໍ? ພວກ​ເຈົ້າ​ຍັງ​ຊິ​ບໍ່​ສັດຊື່​ຕໍ່​ເຮົາ*​ໂດຍ​ໄປ​ຂາບໄຫວ້​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້​ດຽດ​ບໍ?+ 31  ພວກ​ເຈົ້າ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ຈົນ​ຮອດ​ທຸກມື້​ນີ້​ໂດຍ​ເຜົາ​ເຄື່ອງ​ບູຊາ​ໃຫ້​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ ແລະ​ເອົາ​ລູກ​ຂອງ​ພວກ​ເຈົ້າ​ໄປ​ເຜົາ​ເປັນ​ເຄື່ອງ​ບູຊາແມ່ນ​ບໍ?+ ພວກ​ອິດສະຣາເອນ​ເອີ້ຍ ຄັນ​ເປັນ​ແນວ​ນີ້ ເຮົາ​ຄວນ​ຕອບ​ພວກ​ເຈົ້າ​ບໍ?”’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຮົາ​ຈະ​ບໍ່​ຕອບ​ພວກ​ເຈົ້າ.+ 32  ພວກ​ເຈົ້າ​ເວົ້າ​ວ່າ “ໃຫ້​ເຮົາ​ນະມັດສະການ​ໄມ້​ແລະ​ຫີນ​ຄື​ກັບ​ຊາດ​ອື່ນ​ໆ​.”+ ພວກ​ເຈົ້າ​ຢາກ​ເຮັດ​ແນວ​ນັ້ນ* ແຕ່​ມັນ​ຊິ​ບໍ່​ເກີດ​ຂຶ້ນ​ດອກ.’” 33  “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຮົາ​ຈະ​ປົກຄອງ​ເປັນ​ກະສັດ​ຂອງ​ພວກ​ເຈົ້າ. ເຮົາ​ຈະ​ໃຊ້​ລິດເດດ*​ຂອງ​ເຮົາ​ເພື່ອ​ລົງໂທດ​ພວກ​ເຈົ້າ ແລະ​ເຮົາ​ຈະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ພວກ​ເຈົ້າ​ສຸດຂີດ.+ 34  ເຮົາ​ຈະ​ພາ​ພວກ​ເຈົ້າ​ອອກ​ມາ​ຈາກ​ຊາດ​ຕ່າງ​ໆ​ ແລະ​ເຮົາ​ຈະ​ລວບລວມ​ພວກ​ເຈົ້າ​ອອກ​ມາ​ຈາກ​ແຜ່ນດິນ​ທີ່​ພວກ​ເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່. ເຮົາ​ຈະ​ໃຊ້​ລິດເດດ​ຂອງ​ເຮົາ​ເພື່ອ​ລົງໂທດ​ພວກ​ເຈົ້າ ແລະ​ເຮົາ​ຈະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ພວກ​ເຈົ້າ​ສຸດຂີດ.+ 35  ເຮົາ​ຈະ​ພາ​ພວກ​ເຈົ້າ​ເຂົ້າໄປ​ບ່ອນ​ກັນດານ​ຂອງ​ຊາດ​ຕ່າງ​ໆ​ ແລະ​ເຮົາ​ຈະ​ຕັດສິນ​ພວກ​ເຈົ້າ​ໜ້າ​ຕໍ່​ໜ້າ​ຢູ່​ຫັ້ນ.’”+ 36  “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ຕັດສິນ​ພວກ​ເຈົ້າ​ຄື​ກັບ​ທີ່​ຕັດສິນ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຈົ້າ​ຢູ່​ບ່ອນ​ກັນດານ​ໃນ​ແຜ່ນດິນ​ເອຢິບ. 37  ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ຍ່າງ​ລອດ​ກ້ອງ​ໄມ້ແສ້​ຂອງ​ຄົນ​ລ້ຽງ​ແກະ+​ແລະ​ຈະ​ໃຫ້​ພວກ​ເຈົ້າ​ເຮັດ​ສັນຍາ. 38  ແຕ່​ເຮົາ​ຈະ​ກຳຈັດ​ພວກ​ທີ່​ກະບົດ​ແລະ​ເຮັດ​ຜິດ​ຕໍ່​ເຮົາ​ໃຫ້​ໝົດ​ໄປ​ຈາກ​ພວກ​ເຈົ້າ.+ ເຮົາ​ຈະ​ພາ​ເຂົາເຈົ້າ​ອອກ​ໄປ​ຈາກ​ແຜ່ນດິນ​ທີ່​ເຂົາເຈົ້າ​ເຂົ້າໄປ​ຢູ່​ແບບ​ຄົນ​ຕ່າງ​ຊາດ ແຕ່​ເຂົາເຈົ້າ​ຈະ​ບໍ່​ໄດ້​ເຂົ້າໄປ​ແຜ່ນດິນ​ອິດສະຣາເອນ+ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’ 39  ພວກ​ອິດສະຣາເອນ​ເອີ້ຍ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ ‘ໃຫ້​ພວກ​ເຈົ້າ​ຂາບໄຫວ້​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ໂຕເອງ​ໂລດ.+ ແຕ່​ໃຫ້​ຮູ້​ວ່າ ຖ້າ​ພວກ​ເຈົ້າ​ບໍ່​ເຊື່ອຟັງ​ເຮົາ ເຮົາ​ຈະ​ປະຖິ້ມ​ພວກ​ເຈົ້າ. ພວກ​ເຈົ້າ​ຈະ​ບໍ່​ໄດ້​ດູຖູກ​ຊື່​ທີ່​ບໍລິສຸດ​ຂອງ​ເຮົາ​ດ້ວຍ​ເຄື່ອງ​ບູຊາ​ແລະ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ພວກ​ເຈົ້າ​ອີກ​ຕໍ່​ໄປ.’+ 40  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ ‘ຢູ່​ເທິງ​ພູ​ສູງ​ຂອງ​ອິດສະຣາເອນ​ທີ່​ເປັນ​ພູ​ບໍລິສຸດ​ຂອງ​ເຮົາ+ ພວກ​ອິດສະຣາເອນ​ທຸກ​ຄົນ​ຈະ​ຮັບໃຊ້​ເຮົາ.+ ຢູ່​ຫັ້ນ ເຮົາ​ຈະ​ພໍໃຈ​ພວກ​ເຈົ້າ ແລະ​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ບໍລິຈາກ​ເຄື່ອງ​ທີ່​ບໍລິສຸດ​ໃຫ້​ເຮົາ ເຊິ່ງ​ລວມ​ເຖິງ​ຜົນລະປູກ​ຊຸດ​ທຳອິດ​ຂອງ​ພວກ​ເຈົ້າ​ນຳ.+ 41  ຍ້ອນ​ພວກ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ທີ່​ມີ​ກິ່ນ​ຫອມ​ມາ​ໃຫ້​ເຮົາ ເຮົາ​ຈະ​ພໍໃຈ​ພວກ​ເຈົ້າ​ເມື່ອ​ເຮົາ​ພາ​ພວກ​ເຈົ້າ​ອອກ​ມາ​ຈາກ​ຊາດ​ຕ່າງ​ໆ​ ແລະ​ລວບລວມ​ພວກ​ເຈົ້າ​ອອກ​ມາ​ຈາກ​ແຜ່ນດິນ​ຕ່າງ​ໆ​ທີ່​ພວກ​ເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່.+ ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຫັນ​ວ່າ​ເຮົາ​ບໍລິສຸດ ແລະ​ຊາດ​ອື່ນ​ໆ​ກໍ​ຈະ​ເຫັນ​ຄື​ກັນ.’+ 42  ‘ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ+ ເມື່ອ​ເຮົາ​ພາ​ພວກ​ເຈົ້າ​ເຂົ້າໄປ​ໃນ​ແຜ່ນດິນ​ອິດສະຣາເອນ+​ທີ່​ເຮົາ​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຈົ້າ. 43  ຢູ່​ຫັ້ນ ພວກ​ເຈົ້າ​ຈະ​ຈື່​ໄດ້​ວ່າ​ເຄີຍ​ເຮັດ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ+ ແລ້ວ​ພວກ​ເຈົ້າ​ຈະ​ຊັງ​ໂຕເອງ​ຍ້ອນ​ສິ່ງ​ບໍ່​ດີ​ທີ່​ພວກ​ເຈົ້າ​ໄດ້​ເຮັດ.+ 44  ພວກ​ອິດສະຣາເອນ​ເອີ້ຍ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ ເມື່ອ​ເຮົາ​ເຮັດ​ໃຫ້​ຊື່​ຂອງ​ເຮົາ​ໄດ້​ຮັບ​ຄຳ​ສັນລະເສີນ.+ ເຮົາ​ຈະ​ບໍ່​ລົງໂທດ​ພວກ​ເຈົ້າ​ຕາມ​ຄວາມ​ຊົ່ວ​ແລະ​ຕາມ​ສິ່ງ​ບໍ່​ດີ​ທີ່​ພວກ​ເຈົ້າ​ໄດ້​ເຮັດ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້.” 45  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 46  “ລູກ​ມະນຸດ ໃຫ້​ເຈົ້າ​ປິ່ນ​ໜ້າ​ໄປ​ທາງ​ທິດໃຕ້​ແລະ​ປະກາດ​ຕໍ່​ທິດ​ນັ້ນ. ໃຫ້​ເຈົ້າ​ພະຍາກອນ​ກ່ຽວ​ກັບ​ປ່າ​ໄມ້​ທີ່​ຢູ່​ແຜ່ນດິນ​ທາງ​ໃຕ້. 47  ໃຫ້​ເຈົ້າ​ບອກ​ປ່າ​ໄມ້​ນັ້ນ​ວ່າ ‘ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ. ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ “ເຮົາ​ຈະ​ຈູດ​ເຈົ້າ​ຖິ້ມ.+ ໄຟ​ນັ້ນ​ຈະ​ໄໝ້​ທັງ​ຕົ້ນໄມ້​ທີ່​ຂຽວ​ໆ​ແລະ​ຕົ້ນໄມ້​ທີ່​ແຫ້ງ​ໆ​ທຸກ​ຕົ້ນ​ຂອງ​ເຈົ້າ. ໄຟ​ນັ້ນ​ຈະ​ບໍ່​ມອດ+ ແລະ​ມັນ​ຈະ​ໄໝ້​ໜ້າ​ທຸກ​ຄົນ​ຈົນ​ແຫ້ມ​ຕັ້ງ​ແຕ່​ເໜືອ​ຮອດ​ໃຕ້. 48  ແລ້ວ​ທຸກ​ຄົນ​ຈະ​ເຫັນ​ວ່າ​ເຮົາ​ເຢໂຫວາ​ເປັນ​ຜູ້​ຈູດ​ປ່າ​ນັ້ນ ແລະ​ໄຟ​ນັ້ນ​ຈະ​ບໍ່​ມອດ​ຈັກ​ເທື່ອ.”’”+ 49  ຈາກ​ນັ້ນ ຂ້ອຍ​ກໍ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເອີ້ຍ ເຂົາເຈົ້າ​ເວົ້າ​ໃຫ້​ລູກ​ວ່າ ‘ລາວ​ແຕ່ງ​ເລື່ອງ​ຂຶ້ນ​ມາ​ຊື່​ໆ​.’”*

ຂໍຄວາມໄຂເງື່ອນ

ໝາຍເຖິງ​ປີ​ທີ່ 7 ທີ່​ກະສັດ​ເຢໂຮຢາກິນ ເອເຊກຽນ ແລະ​ຄົນ​ຢິວ​ຄົນ​ອື່ນ​ໆ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ເບິ່ງ ອຊກ 1:2.
ຫຼື “ປະກາດ​ຄຳ​ຕັດສິນ​ຕໍ່​ເຂົາເຈົ້າ”
ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ
ໝາຍເຖິງ​ອິດສະຣາເອນ
ແປ​ຕາມ​ໂຕ​ວ່າ “ໃຫ້​ລູກກົກ​ຜ່ານ​ໄຟ”
ຫຼື “ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພໍໃຈ.” ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ.”
ແປ​ຕາມ​ໂຕ​ວ່າ “ເປັນ​ຄື​ກັບ​ແມ່ຈ້າງ”
ແປ​ຕາມ​ໂຕ​ວ່າ “ສິ່ງ​ທີ່​ພວກ​ເຈົ້າ​ຄິດ​ໄວ້”
ແປ​ຕາມ​ໂຕ​ວ່າ “ມື​ທີ່​ແຂງແຮງ​ແລະ​ແຂນ​ທີ່​ຢຽດ​ອອກ”
ຫຼື “ລາ​ວ​ມັກ​ເວົ້າ​ເປັນ​ຄຳ​ສຸພາສິດ”