ເອເຊກຽນ 22:1-31

  • ເມືອງ​ເຢຣູຊາເລັມ​ມີ​ຄວາມ​ຜິດ​ຂໍ້ຫາ​ຂ້າ​ຄົນ (1-​16)

  • ອິດສະຣາເອນ​ເປັນ​ຄື​ກັບ​ຂີ້ແຮ່​ທີ່​ບໍ່​ມີ​ຄ່າ​ຫຍັງ (17-​22)

  • ພວກ​ເຈົ້າ​ນາຍ​ແລະ​ປະຊາຊົນ​ຄົນ​ອິດສະຣາເອນ​ຖືກ​ຕຳໜິ (23-​31)

22  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ປະກາດ​ຄຳ​ຕັດສິນ​ຕໍ່​ເມືອງ​ທີ່​ມີ​ຄວາມ​ຜິດ​ຂໍ້​ຫາ​ຂ້າ​ຄົນ+ ແລະ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ບອກ​ເມືອງ​ນີ້​ໃຫ້​ຮູ້​ວ່າ​ມັນ​ໄດ້​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຫຍັງ​ແດ່?+  ເຈົ້າ​ຕ້ອງ​ເວົ້າ​ຈັ່ງ​ຊີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຈົ້າ​ເປັນ​ເມືອງ​ທີ່​ຂ້າ​ປະຊາຊົນ​ຂອງ​ໂຕເອງ+ ແລະ​ເຈົ້າ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ດ້ວຍ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ.*+ ເວລາ​ຂອງ​ເຈົ້າ​ໃກ້​ຈະ​ມາ​ຮອດ​ແລ້ວ.+  ການ​ຂ້າ​ຄົນ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ຜິດ+ ແລະ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ເຮັດ​ໃຫ້​ເຈົ້າ​ບໍ່​ສະອາດ.+ ເຈົ້າ​ຈະ​ຖືກ​ລົງໂທດ​ໄວ​ກວ່າ​ເກົ່າ. ມັນ​ຈະ​ເກີດ​ຂຶ້ນ​ໄວ​ໆ​ນີ້. ເຮົາ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ເຍາະເຍີ້ຍ​ເຈົ້າ​ແລະ​ເຮັດ​ໃຫ້​ແຜ່ນດິນ​ຕ່າງ​ໆ​ເວົ້າ​ໃສ່​ເຈົ້າ.+  ແຜ່ນດິນ​ທີ່​ຢູ່​ໃກ້​ແລະ​ໄກ​ຈະ​ເວົ້າ​ເຍາະເຍີ້ຍ​ເຈົ້າ.+ ເຈົ້າ​ເປັນ​ເມືອງ​ທີ່​ມີ​ຊື່ສຽງ​ບໍ່​ດີ​ແລະ​ມີ​ແຕ່​ຄວາມ​ວຸ່ນວາຍ.  ພວກ​ຫົວໜ້າ​ທຸກ​ຄົນ​ຂອງ​ອິດສະຣາເອນ​ທີ່​ເປັນ​ຄົນ​ຂອງ​ເຈົ້າ​ໃຊ້​ອຳນາດ​ເພື່ອ​ຂ້າ​ຄົນ.+  ປະຊາຊົນ​ຂອງ​ເຈົ້າ​ດູຖູກ​ພໍ່​ແມ່​ຂອງ​ໂຕເອງ+ ສໍ້ໂກງ​ຄົນ​ຕ່າງ​ຊາດ ແລະ​ຂົ່ມເຫງ​ແມ່ໝ້າຍ​ກັບ​ລູກ​ກຳພ້າ.”’”+  “‘ເຈົ້າ​ໝິ່ນ​ປະໝາດ​ບ່ອນ​ບໍລິສຸດ​ຂອງ​ເຮົາ​ແລະ​ດູຖູກ​ວັນ​ຊະບາໂຕ​ຂອງ​ເຮົາ.+  ປະຊາຊົນ​ຂອງ​ເຈົ້າ​ມັກ​ໃສ່​ຮ້າຍ​ແລະ​ຕັ້ງໃຈ​ຂ້າ​ຄົນ.+ ເຂົາ​ເຈົ້າ​ກິນ​ເຄື່ອງ​ບູຊາ​ຢູ່​ເທິງ​ພູ​ແລະ​ບໍ່​ເຊົາ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ.+ 10  ເຂົາ​ເຈົ້າ​ນອນ​ກັບ​ເມຍ​ຂອງ​ພໍ່+​ແລະ​ນອນ​ກັບ​ຜູ້ຍິງ​ທີ່​ບໍ່​ສະອາດ​ຍ້ອນ​ເປັນ​ປະຈຳເດືອນ.+ 11  ປະຊາຊົນ​ຂອງ​ເຈົ້າ​ບາງຄົນ​ນອນ​ກັບ​ເມຍ​ຂອງ​ຄົນອື່ນ.+ ບາງຄົນ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ຕໍ່​ລູກໃພ້​ຂອງ​ໂຕເອງ+ ແລະ​ບາງ​ຄົນ​ບັງຄັບ​ລູກສາວ​ຂອງ​ພໍ່​ໂຕເອງ​ໃຫ້​ນອນ​ນຳ.+ 12  ປະຊາຊົນ​ຂອງ​ເຈົ້າ​ຮັບ​ສິນບົນ​ເພື່ອ​ຂ້າ​ຄົນ.+ ເຂົາ​ເຈົ້າ​ເອົາ​ເງິນ​ໃຫ້​ຄົນ​ອື່ນ​ຢືມ​ແລ້ວ​ເອົາ​ດອກເບ້ຍ​ນຳ+ ແລະ​ຊອກຫາ​ກຳໄລ​ຈາກ*​ຜູ້​ທີ່​ເຂົາ​ເຈົ້າ​ໃຫ້​ຢືມ. ເຂົາ​ເຈົ້າ​ຂູດຮີດ​ເອົາ​ເງິນ​ຈາກ​ຄົນອື່ນ.+ ເຈົ້າ​ລືມ​ເຮົາ​ອີ່ຫຼີ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບນີ້. 13  ‘ເຮົາ​ຂີ້ດຽດ​ທີ່​ເຈົ້າ​ຊອກຫາ​ກຳໄລ​ແບບ​ບໍ່​ສັດຊື່​ແລະ​ຂ້າ​ປະຊາຊົນ​ຂອງ​ໂຕເອງ. 14  ໃນ​ມື້​ທີ່​ເຮົາ​ລົງໂທດ​ເຈົ້າ ເຈົ້າ​ຍັງ​ຈະ​ກ້າຫານ​ແລະ​ເຂັ້ມແຂງ​ບໍ?+ ເຮົາ​ເຢໂຫວາ​ເວົ້າ​ໄວ້​ແນວໃດ ເຮົາ​ກໍ​ຈະ​ເຮັດ​ຕາມ​ນັ້ນ. 15  ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຂອງ​ເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ນຳ​ຫຼາຍ​ຊາດ ແລະ​ເຮົາ​ຈະ​ໄລ່​ເຂົາ​ເຈົ້າ​ໜີ​ໄປ​ຢູ່​ແຜ່ນດິນ​ຕ່າງ​ໆ​.+ ເຮົາ​ຈະ​ກຳຈັດ​ການ​ກະທຳ​ທີ່​ບໍ່​ສະອາດ​ຂອງ​ເຈົ້າ.+ 16  ທຸກ​ຊາດ​ຈະ​ດູຖູກ​ເຈົ້າ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’”+ 17  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 18  “ລູກ​ມະນຸດ ພວກ​ອິດສະຣາເອນ​ເປັນ​ຄື​ກັບ​ຂີ້ແຮ່​ທີ່​ບໍ່​ມີ​ຄ່າ​ຫຍັງ​ສຳລັບ​ເຮົາ. ເຂົາ​ເຈົ້າ​ເປັນ​ຄື​ກັບ​ທອງແດງ ຊືນ ເຫຼັກ ແລະ​ກົ່ວ​ໃນ​ເຕົາຫຼອມ. ເຂົາ​ເຈົ້າ​ເປັນ​ຄື​ກັບ​ຂີ້ແຮ່​ຂອງ​ເງິນ.+ 19  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ຍ້ອນ​ພວກ​ເຈົ້າ​ເປັນ​ຄື​ກັບ​ຂີ້​ແຮ່​ທີ່​ບໍ່​ມີຄ່າ​ຫຍັງ+ ເຮົາ​ຈະ​ລວບລວມ​ພວກ​ເຈົ້າ​ໄວ້​ນຳ​ກັນ​ຢູ່​ເມືອງ​ເຢຣູຊາເລັມ. 20  ຄື​ກັບ​ທີ່​ເງິນ ທອງແດງ ເຫຼັກ ກົ່ວ ແລະ​ຊືນ​ຖືກ​ລວບລວມ​ໄວ້​ໃນ​ເຕົາຫຼອມ​ເພື່ອ​ໃຫ້​ໄຟ​ຫຼອມ​ຈົນ​ເປື່ອຍ ເຮົາ​ກໍ​ຈະ​ລວບລວມ​ພວກ​ເຈົ້າ​ໄວ້​ນຳ​ກັນ​ຍ້ອນ​ວ່າ​ເຮົາ​ໃຈຮ້າຍ​ຫຼາຍ ແລ້ວ​ເຮົາ​ຈະ​ເປົ່າ​ພວກ​ເຈົ້າ​ໃຫ້​ເປື່ອຍ​ຄື​ກັບ​ແຮ່ທາດ​ເຫຼົ່າ​ນັ້ນ.+ 21  ເຮົາ​ຈະ​ລວບລວມ​ພວກ​ເຈົ້າ​ໄວ້​ນຳ​ກັນ ແລະ​ເຮົາ​ຈະ​ເປົ່າ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ທີ່​ເປັນ​ຄື​ກັບ​ໄຟ​ໃສ່​ພວກ​ເຈົ້າ+ ແລ້ວ​ພວກ​ເຈົ້າ​ຈະ​ເປື່ອຍ​ຢູ່​ໃນ​ເມືອງ​ນີ້.+ 22  ພວກ​ເຈົ້າ​ຈະ​ເປື່ອຍ​ຢູ່​ໃນ​ເມືອງ​ນີ້​ຄື​ກັບ​ທີ່​ເງິນ​ເປື່ອຍ​ຢູ່​ໃນ​ເຕົາຫຼອມ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ເຢໂຫວາ​ໄດ້​ປ່ອຍ​ຄວາມ​ໃຈຮ້າຍ​ໃສ່​ພວກ​ເຈົ້າ.’” 23  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 24  “ລູກ​ມະນຸດ ໃຫ້​ເຈົ້າ​ບອກ​ເມືອງ​ນີ້​ວ່າ ‘ໃນ​ມື້​ທີ່​ເຮົາ​ໃຈຮ້າຍ ເຈົ້າ​ຈະ​ເປັນ​ແຜ່ນດິນ​ທີ່​ບໍ່​ສະອາດ​ແລະ​ຈະ​ບໍ່​ມີ​ຝົນ​ຕົກ​ໃສ່. 25  ພວກ​ຜູ້ພະຍາກອນ​ຂອງ​ເຈົ້າ​ໄດ້​ວາງ​ແຜນ​ຮ້າຍ.+ ເຂົາ​ເຈົ້າ​ເປັນ​ຄື​ກັບ​ໂຕ​ສິງ​ທີ່​ແຜດ​ສຽງ​ຮ້ອງ​ຕອນ​ຈີກ​ເຫຍື່ອ.+ ເຂົາ​ເຈົ້າ​ກັດ​ກິນ​ປະຊາຊົນ ຍຶດ​ເອົາ​ຊັບ​ສົມບັດ​ກັບ​ເຄື່ອງ​ຂອງ​ທີ່​ມີຄ່າ ແລະ​ເຮັດ​ໃຫ້​ຫຼາຍ​ຄົນ​ເປັນ​ແມ່ໝ້າຍ. 26  ພວກ​ປະໂລຫິດ​ຂອງ​ເຈົ້າ​ບໍ່​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ+​ແລະ​ໝິ່ນ​ປະໝາດ​ບ່ອນ​ບໍລິສຸດ​ຂອງ​ເຮົາ​ຕະຫຼອດ.+ ເຂົາ​ເຈົ້າ​ບໍ່​ຍອມ​ແຍກ​ລະຫວ່າງ​ສິ່ງ​ບໍລິສຸດ​ກັບ​ສິ່ງ​ທີ່​ບໍ່​ບໍລິສຸດ.+ ເຂົາ​ເຈົ້າ​ບໍ່​ໄດ້​ສອນ​ວ່າ​ສິ່ງ​ໃດ​ສະອາດ​ແລະ​ສິ່ງ​ໃດ​ບໍ່​ສະອາດ.+ ເຂົາ​ເຈົ້າ​ບໍ່​ຖື​ວັນ​ຊະບາໂຕ​ຂອງ​ເຮົາ​ແລະ​ເຂົາ​ເຈົ້າ​ດູຖູກ​ເຮົາ. 27  ພວກ​ເຈົ້າ​ນາຍ​ຂອງ​ເຈົ້າ​ເປັນ​ຄື​ກັບ​ໝາປ່າ​ທີ່​ຈີກ​ເຫຍື່ອ. ເຂົາ​ເຈົ້າ​ທຳຮ້າຍ​ແລະ​ຂ້າ​ປະຊາຊົນ​ເພື່ອ​ຈະ​ໄດ້​ເງິນ.+ 28  ພວກ​ຜູ້ພະຍາກອນ​ຂອງ​ເຈົ້າ​ປົກປິດ​ຄວາມ​ຊົ່ວ​ຂອງ​ໂຕເອງ​ຄື​ກັບ​ເອົາ​ປູນ​ຂາວ​ມາ​ໂບກ​ຝາ​ທີ່​ແຫງ. ເຂົາ​ເຈົ້າ​ເຫັນ​ນິມິດ​ທີ່​ຫຼອກລວງ​ແລະ​ເວົ້າ​ຄຳ​ທຳນາຍ​ຕົວະ.+ ເຂົາເຈົ້າ​ເວົ້າ​ວ່າ “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ຈັ່ງ​ຊີ້” ທັງ​ໆ​ທີ່​ເຮົາ​ເຢໂຫວາ​ບໍ່​ໄດ້​ເວົ້າ​ແບບ​ນັ້ນ. 29  ຄົນ​ໃນ​ແຜ່ນ​ດິນ​ນີ້​ມັກ​ສໍ້ໂກງ​ແລະ​ປຸ້ນ​ຄົນອື່ນ.+ ເຂົາ​ເຈົ້າ​ຂົ່ມເຫງ​ຄົນ​ທຸກຍາກ. ເຂົາ​ເຈົ້າ​ສໍ້ໂກງ​ຄົນ​ຕ່າງ​ຊາດ​ແລະ​ຕັດສິນ​ຄະດີ​ຂອງ​ຄົນ​ເຫຼົ່າ​ນັ້ນ​ແບບ​ບໍ່​ຍຸຕິທຳ.’ 30  ‘ເຮົາ​ໄດ້​ຊອກຫາ​ຄົນ​ໜຶ່ງ​ໃນ​ເຂົາ​ເຈົ້າ​ທີ່​ຈະ​ແປງ​ກຳແພງ​ຫີນ ຫຼື​ຢືນ​ຢູ່​ຮອຍ​ແຕກ​ຂອງ​ກຳແພງ​ນັ້ນ​ຕໍ່​ໜ້າ​ເຮົາ​ເພື່ອ​ປົກປ້ອງ​ແຜ່ນ​ດິນ​ນີ້​ບໍ່​ໃຫ້​ຖືກ​ທຳລາຍ+ ແຕ່​ເຮົາ​ກໍ​ບໍ່​ເຫັນ​ມີ​ຈັກ​ຄົນ. 31  ຍ້ອນ​ແນວ​ນີ້ ເຮົາ​ຈະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ເຂົາ​ເຈົ້າ ແລະ​ຈະ​ໃຊ້​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ທີ່​ເປັນ​ຄື​ກັບ​ໄຟ​ທຳລາຍ​ເຂົາ​ເຈົ້າ. ເຮົາ​ຈະ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ໂຕເອງ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ແບບນີ້.”

ຂໍຄວາມໄຂເງື່ອນ

ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ
ຫຼື “ຂູດ​ຮີດ”