ເອເຊກຽນ 23:1-49

  • ສອງ​ເອື້ອຍ​ນ້ອງ​ທີ່​ບໍ່​ສັດຊື່ (1-​49)

    • ໂອໂຮລາ​ຫຼິ້ນ​ຊູ້​ກັບ​ອັດຊີເຣຍ (5-​10)

    • ໂອໂຮລີບາ​ຫຼິ້ນ​ຊູ້​ກັບ​ບາບີໂລນ​ແລະ​ເອຢິບ (11-​35)

    • ສອງ​ເອື້ອຍ​ນ້ອງ​ຖືກ​ລົງໂທດ (36-​49)

23  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ​ເອີ້ຍ ມີ​ຜູ້ຍິງ 2 ຄົນ​ເປັນ​ລູກ​ແມ່​ດຽວ​ກັນ.+  ເຂົາເຈົ້າ​ຂາຍໂຕ​ຢູ່​ເອຢິບ+​ຕັ້ງ​ແຕ່​ຕອນ​ເປັນ​ສາວ. ໜ້າເອິກ​ຂອງ​ເຂົາເຈົ້າ​ຖືກ​ບີບ​ຖືກ​ຄັ້ນ​ຕັ້ງ​ແຕ່​ຕອນ​ເປັນ​ສາວ​ບໍລິສຸດ.  ຜູ້​ເອື້ອຍ​ຊື່​ໂອໂຮລາ* ແລະ​ຜູ້​ນ້ອງ​ຊື່​ໂອໂຮລີບາ.* ເຂົາເຈົ້າ​ໄດ້​ມາ​ເປັນ​ເມຍ​ຂອງ​ເຮົາ​ແລະ​ເກີດ​ລູກຊາຍ​ລູກສາວ​ໃຫ້​ເຮົາ. ໂອໂຮລາ​ແມ່ນ​ຊາມາເຣຍ+ ແລະ​ໂອໂຮລີບາ​ແມ່ນ​ເຢຣູຊາເລັມ.  ໂອໂຮລາ​ເລີ່ມ​ເປັນ​ແມ່ຈ້າງ+​ຕອນ​ທີ່​ລາວ​ຍັງ​ເປັນ​ຂອງ​ເຮົາ​ຢູ່. ລາວ​ຫຼົງໄຫຼ​ຊູ້​ຂອງ​ລາວ+ ເຊິ່ງ​ແມ່ນ​ພວກ​ພວກ​ອັດຊີເຣຍ​ທີ່​ເປັນ​ເພື່ອນ​ບ້ານ​ຂອງ​ລາວ.+  ພວກ​ນີ້​ເປັນ​ເຈົ້າແຂວງ​ທີ່​ໃສ່​ຊຸດ​ສີ​ຟ້າ​ແລະ​ເປັນ​ຜູ້​ປົກຄອງ. ທຸກ​ຄົນ​ເປັນ​ຊາຍໜຸ່ມ​ທີ່​ຫຼໍ່​ແລະ​ຂີ່​ມ້າ​ເກັ່ງ.  ລາວ​ບໍ່ເຊົາ​ຂາຍໂຕ​ໃຫ້​ພວກ​ຄົນ​ສຳຄັນ​ຂອງ​ອັດຊີເຣຍ ແລະ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ+​ດ້ວຍ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ*​ຂອງ​ຄົນ​ທີ່​ລາວ​ຫຼົງໄຫຼ.  ລາວ​ຍັງ​ຂາຍໂຕ​ຄື​ກັບ​ທີ່​ເຄີຍ​ເຮັດ​ຢູ່​ເອຢິບ. ຢູ່​ຫັ້ນ ເຂົາເຈົ້າ​ນອນ​ນຳ​ລາວ​ຕັ້ງ​ແຕ່​ຕອນ​ລາວ​ເປັນ​ສາວ. ເຂົາເຈົ້າ​ຈັບ​ບາຍ​ໜ້າເອິກ​ຂອງ​ລາວ​ຕັ້ງ​ແຕ່​ລາວ​ເປັນ​ສາວ​ບໍລິສຸດ​ແລະ​ລະບາຍ​ຕັນຫາ​ກັບ​ລາວ.+  ເຮົາ​ຈຶ່ງ​ປ່ອຍ​ໃຫ້​ລາວ​ຕົກ​ຢູ່​ໃນ​ມື​ຊູ້​ທີ່​ລາວ​ຫຼົງໄຫຼ ເຊິ່ງ​ແມ່ນ​ພວກ​ອັດຊີເຣຍ.+ 10  ເຂົາເຈົ້າ​ເຮັດ​ໃຫ້​ລາວ​ປະໂປ້+ ຈັບ​ລູກຊາຍ​ກັບ​ລູກສາວ​ຂອງ​ລາວ​ໄປ+ ແລະ​ເອົາ​ດາບ​ຂ້າ​ລາວ. ລາວ​ກາຍ​ເປັນ​ຜູ້ຍິງ​ທີ່​ມີ​ຊື່ສຽງ​ໃນ​ທາງ​ທີ່​ບໍ່​ດີ ແລະ​ເຂົາເຈົ້າ​ກໍ​ຕັດສິນ​ລົງໂທດ​ລາວ. 11  ເມື່ອ​ໂອໂຮລີບາ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເອື້ອຍ​ຂອງ​ລາວ ລາວ​ແຮ່ງ​ບ້າ​ຕັນຫາ​ຫຼາຍ​ກວ່າ​ເອື້ອຍ​ແລະຂາຍໂຕ​ຫຼາຍ​ກວ່າ​ເອື້ອຍ​ອີກ.+ 12  ລາວ​ຫຼົງໄຫຼ​ພວກ​ອັດຊີເຣຍ​ທີ່​ເປັນ​ເພື່ອນ​ບ້ານ​ຂອງ​ລາວ.+ ພວກ​ນີ້​ເປັນ​ເຈົ້າແຂວງ​ແລະ​ຜູ້​ປົກຄອງ​ທີ່​ນຸ່ງ​ເຄື່ອງ​ງາມ​ໆ​ແລະ​ຂີ່​ມ້າ​ເກັ່ງ. ທຸກ​ຄົນ​ເປັນ​ຊາຍໜຸ່ມ​ທີ່​ຫຼໍ່. 13  ເມື່ອ​ລາວ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ ເຮົາ​ກໍ​ເຫັນ​ວ່າ​ສອງ​ເອື້ອຍ​ນ້ອງ​ນີ້​ເຮັດ​ແບບ​ດຽວ​ກັນ​ເລີຍ.+ 14  ແຕ່​ໂອໂຮລີບາ​ຂາຍໂຕ​ຫຼາຍ​ກວ່າ​ເກົ່າ. ລາວ​ແກະ​ສະຫຼັກ​ຮູບ​ຜູ້ຊາຍ​ຢູ່​ຝາ ເຊິ່ງ​ເປັນ​ຮູບ​ພວກ​ການເດອາ​ທີ່​ທາ​ດ້ວຍ​ສີ​ແດງ​ສົດ.* 15  ເຂົາເຈົ້າ​ໃສ່​ສາຍ​ແອວ ໃສ່​ຜ້າ​ຄຽນ​ຫົວ​ງາມ​ໆ​ທີ່​ປ່ອຍ​ສົ້ນ​ລົງ​ມາ​ທາງ​ຫຼັງ ແລະ​ທ່າທາງ​ຂອງ​ເຂົາເຈົ້າ​ຄື​ກັບ​ທະຫານ​ທີ່​ເກັ່ງ​ໆ​. ຮູບ​ແກະ​ສະຫຼັກ​ເຫຼົ່າ​ນັ້ນ​ເປັນ​ຮູບ​ຄົນ​ບາບີໂລນ​ທີ່​ເກີດ​ຢູ່​ແຜ່ນດິນ​ຂອງ​ພວກ​ການເດອາ. 16  ເມື່ອ​ເຫັນ​ຮູບ​ເຂົາເຈົ້າ ລາວ​ກໍ​ຫຼົງໄຫຼ​ແຮງ ແລະ​ໃຫ້​ຄົນ​ໄປ​ເອີ້ນ​ເຂົາເຈົ້າ​ຢູ່​ການເດອາ​ໃຫ້​ມາ​ຫາ.+ 17  ພວກ​ບາບີໂລນ​ຈຶ່ງ​ມາ​ຫາ​ລາວ​ຮອດ​ຕຽງ​ບໍ່​ຂາດ​ແລະ​ເຮັດ​ໃຫ້​ລາວ​ບໍ່​ສະອາດ​ດ້ວຍ​ຕັນຫາ​ຂອງ​ເຂົາເຈົ້າ.* ຫຼັງ​ຈາກ​ທີ່​ເຂົາເຈົ້າ​ເຮັດ​ໃຫ້​ລາວ​ບໍ່​ສະອາດ​ແລ້ວ ລາວ​ກໍ​ຖິ້ມ​ເຂົາເຈົ້າ​ຍ້ອນ​ຂີ້ດຽດ​ເຂົາເຈົ້າ. 18  ລາວ​ຍັງ​ຂາຍໂຕ​ຕໍ່ໄປ​ແບບ​ບໍ່​ຮູ້ຈັກ​ອາຍ​ແລະ​ຍັງ​ປະໂປ້​ຢູ່+ ເຮົາ​ຈຶ່ງ​ຖິ້ມ​ລາວ​ຍ້ອນ​ເຮົາ​ຂີ້ດຽດ​ລາວ​ຫຼາຍ. ເຮົາ​ໄດ້​ຖິ້ມ​ເອື້ອຍ​ຂອງ​ລາວ​ແບບນີ້​ຄື​ກັນ​ຍ້ອນ​ວ່າ​ເຮົາ​ຂີ້​ດຽດ​ຫຼາຍ.+ 19  ລາວ​ຂາຍໂຕ​ໜັກ​ຂຶ້ນ​ເລື້ອຍ​ໆ​+ ແລະ​ລາວ​ຄິດ​ຮອດ​ສະໄໝ​ເປັນ​ສາວ​ຕອນ​ຂາຍໂຕ​ຢູ່​ເອຢິບ.+ 20  ລາວ​ຫຼົງໄຫຼ​ຊູ້​ຂອງ​ໂຕເອງ. ລາວ​ເຮັດ​ຄື​ກັບ​ເມຍ​ນ້ອຍ​ຂອງ​ຜູ້ຊາຍ​ທີ່​ບ້າ​ຕັນຫາ​ຄື​ກັບ​ມ້າ​ແລະ​ລາ​ທີ່​ຕິດເຊີງ. 21  ໂອໂຮລີບາ​ເອີ້ຍ ເຈົ້າ​ຄິດ​ຮອດ​ສະໄໝ​ເປັນ​ສາວ​ຕອນ​ທີ່​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ຢູ່​ເອຢິບ+ ເມື່ອ​ພວກ​ເອຢິບ​ຈັບ​ບາຍ​ໜ້າເອິກ​ຂອງ​ເຈົ້າ​ຕອນ​ທີ່​ເຈົ້າ​ຍັງ​ເປັນ​ສາວ.+ 22  ໂອໂຮລີບາ​ເອີ້ຍ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ກະຕຸ້ນ​ພວກ​ຊູ້​ຂອງ​ເຈົ້າ+​ທີ່​ເຈົ້າ​ເຄີຍ​ຖິ້ມ​ເຂົາເຈົ້າ​ຍ້ອນ​ວ່າ​ຂີ້ດຽດ. ເຮົາ​ຈະ​ໃຫ້​ເຂົາເຈົ້າ​ມາ​ຕໍ່ສູ້​ເຈົ້າ​ຈາກ​ທຸກທິດ​ທຸກທາງ.+ 23  ພວກ​ນີ້​ແມ່ນ​ຄົນ​ບາບີໂລນ+ ຄົນ​ການເດອາ​ທັງໝົດ+ ຄົນ​ເປ​ໂກດ+ ຄົນ​ໂຊອາ ຄົນ​ໂກ​ອາ ແລະ​ຄົນ​ອັດຊີເຣຍ​ທັງ​ໝົດ. ພວກ​ນີ້​ເປັນ​ຊາຍໜຸ່ມ​ທີ່​ຫຼໍ່ ເປັນ​ເຈົ້າ​ແຂວງ ເປັນ​ຜູ້​ປົກຄອງ ເປັນ​ທະຫານ​ທີ່​ເກັ່ງ​ໆ​ ແລະ​ເປັນ​ທີ່​ປຶກສາ​ທີ່​ສຳຄັນ. ທຸກ​ຄົນ​ຂີ່​ມ້າ​ເກັ່ງ. 24  ເຂົາເຈົ້າ​ຈະ​ໂຈມຕີ​ເຈົ້າ​ດ້ວຍ​ລົດ​ຮົບ​ແລະ​ລົດ​ມ້າ​ທີ່​ມີ​ສຽງ​ດັງ​ໆ​ ພ້ອມ​ກັບ​ກອງທັບ​ໃຫຍ່​ທີ່​ມີ​ໂລ້​ໃຫຍ່ ໂລ້​ນ້ອຍ* ແລະ​ໝວກເກາະ. ເຂົາເຈົ້າ​ຈະ​ລ້ອມ​ເຈົ້າ​ໄວ້ ແລະ​ເຮົາ​ຈະ​ເອົາ​ອຳນາດ​ໃຫ້​ເຂົາເຈົ້າ​ເພື່ອ​ຕັດສິນ ແລ້ວ​ເຂົາເຈົ້າ​ຈະ​ຕັດສິນ​ເຈົ້າ​ຕາມ​ທີ່​ເຫັນ​ວ່າ​ເໝາະ​ສົມ.+ 25  ເຮົາ​ຈະ​ໃຫ້​ເຈົ້າ​ເຫັນ​ວ່າ​ເຮົາ​ໃຈຮ້າຍ​ຫຼາຍ​ແທ້​ໆ​ ແລະ​ເຂົາເຈົ້າ​ຈະ​ຈັດການ​ເຈົ້າ​ດ້ວຍ​ຄວາມ​ໃຈຮ້າຍ. ເຂົາເຈົ້າ​ຈະ​ຕັດ​ຫູ ຕັດ​ດັງ​ຂອງ​ເຈົ້າ ສ່ວນ​ຄົນ​ທີ່​ເຫຼືອ​ເຂົາເຈົ້າ​ຈະ​ເອົາ​ດາບ​ຂ້າ. ເຂົາເຈົ້າ​ຈະ​ເອົາ​ລູກຊາຍ​ກັບ​ລູກສາວ​ຂອງ​ເຈົ້າ​ໄປ ສ່ວນ​ຄົນ​ທີ່​ເຫຼືອ​ເຂົາເຈົ້າ​ຈະ​ເອົາ​ໄຟ​ຈູດ.+ 26  ເຂົາເຈົ້າ​ຈະ​ແກ້​ເຄື່ອງນຸ່ງ​ຂອງ​ເຈົ້າ​ອອກ+ ແລະ​ເອົາ​ເຄື່ອງ​ປະດັບ​ທີ່​ງາມ​ໆ​ຂອງ​ເຈົ້າ​ໄປ.+ 27  ເຮົາ​ຈະ​ຈັດການ​ບໍ່​ໃຫ້​ເຈົ້າ​ໄດ້​ຂາຍໂຕ+ ແລະ​ຈະ​ບໍ່​ໃຫ້​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ອີກ​ຕໍ່​ໄປ​ເຊິ່ງ​ເຈົ້າ​ເລີ່ມ​ເຮັດ​ຕອນ​ທີ່​ຢູ່​ເອຢິບ.+ ເຈົ້າ​ຈະ​ເຊົາ​ແນມ​ເບິ່ງ​ເຂົາເຈົ້າ* ແລະ​ເຈົ້າ​ຈະ​ບໍ່​ຄິດ​ຮອດ​ເອຢິບ​ອີກ​ຕໍ່​ໄປ.’ 28  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ກຳລັງ​ຈະ​ມອບ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ທີ່​ເຈົ້າ​ຊັງ ເຊິ່ງ​ແມ່ນ​ຄົນ​ທີ່​ເຈົ້າ​ຖິ້ມ​ຍ້ອນ​ຂີ້ດຽດ.+ 29  ເຂົາເຈົ້າ​ຈະ​ຈັດການ​ເຈົ້າ​ດ້ວຍ​ຄວາມ​ກຽດ​ຊັງ ແລະ​ຈະ​ຍຶດ​ເອົາ​ທຸກ​ສິ່ງ​ທີ່​ເຈົ້າ​ຫາ​ມາ​ດ້ວຍ​ຄວາມ​ຍາກ​ລຳບາກ+ ແລ້ວ​ຈະ​ປ່ອຍ​ໃຫ້​ເຈົ້າ​ປະໂປ້. ທຸກ​ຄົນ​ຈະ​ເຫັນ​ວ່າ​ເຈົ້າ​ເຮັດ​ຜິດ​ສິນລະທຳ​ແບບ​ບໍ່​ອາຍ ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ ແລະ​ເປັນ​ໂສເພນີ.+ 30  ເຂົາເຈົ້າ​ຈະ​ເຮັດ​ແບບນີ້​ກັບ​ເຈົ້າ ຍ້ອນ​ເຈົ້າ​ແລ່ນ​ນຳ​ຊາດ​ຕ່າງ​ໆ​ຄື​ກັບ​ໂສເພນີ​ເຮັດ+ ແລະ​ຍ້ອນ​ເຈົ້າ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ດ້ວຍ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເຂົາເຈົ້າ.+ 31  ເຈົ້າ​ເຮັດ​ຄື​ກັບ​ເອື້ອຍ​ຂອງ​ເຈົ້າ+ ແລະ​ເຮົາ​ຈະ​ເອົາ​ຈອກ​ຂອງ​ລາວ​ໃສ່​ໃນ​ມື​ເຈົ້າ.’+ 32  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຈົ້າ​ຈະ​ກິນ​ຈາກ​ຈອກ​ທີ່​ໃຫຍ່​ໆ​ຂອງ​ເອື້ອຍ​ເຈົ້າ.+ເຈົ້າ​ຈະ​ຖືກ​ຄົນ​ເຍາະເຍີ້ຍ​ແລະ​ຫົວຂວັນ​ໃສ່. ຈອກ​ນັ້ນ​ເຕັມ​ແຕ່​ການ​ເຍາະເຍີ້ຍ.+ 33  ເຈົ້າ​ຈະ​ກິນ​ຈາກ​ຈອກ​ຂອງ​ຊາມາເຣຍ​ທີ່​ເປັນ​ເອື້ອຍ​ຂອງ​ເຈົ້າແລະ​ເຈົ້າ​ຈະ​ກິນ​ຈົນ​ເມົາ​ແລະ​ໂສກເສົ້າ.ເຈົ້າ​ຈະ​ຮ້າງ​ເປົ່າ​ແລະ​ຈະ​ເປັນ​ບ່ອນ​ທີ່​ເປັນ​ຕາ​ຢ້ານ​ຫຼາຍ. 34  ເຈົ້າ​ຈະ​ກິນ​ຈາກ​ຈອກ​ນັ້ນ​ຈົນ​ໝົດ+​ແລະ​ຍັງ​ຈະ​ແຫ້ນ​ຈອກ​ນັ້ນ​ຕໍ່ແລ້ວ​ເຈົ້າ​ຈະ​ຈີກ​ເອິກ​ຂອງ​ໂຕເອງ​ດ້ວຍ​ຄວາມ​ໂສກເສົ້າ “ຍ້ອນ​ເຮົາ​ໄດ້​ເວົ້າ​ໄວ້​ແລ້ວ.” ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບນີ້.’ 35  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ຍ້ອນ​ເຈົ້າ​ລືມ​ເຮົາ​ແລະ​ບໍ່​ນັບຖື​ເຮົາ​ແລ້ວ+ ເຈົ້າ​ຈະ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ຂອງ​ເຈົ້າ​ແລະ​ຈາກ​ການ​ທີ່​ເຈົ້າ​ເຮັດ​ໂຕ​ເປັນ​ໂສເພນີ.’” 36  ຈາກ​ນັ້ນ ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ​ເອີ້ຍ ເຈົ້າ​ຈະ​ປະກາດ​ຄຳ​ຕັດສິນ​ຕໍ່​ໂອໂຮລາ​ກັບ​ໂອໂຮລີບາ+ ແລະ​ບອກ​ເຂົາເຈົ້າ​ບໍ​ກ່ຽວກັບ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຕ່າງ​ໆ​ທີ່​ເຂົາເຈົ້າ​ໄດ້​ເຮັດ? 37  ເຂົາເຈົ້າ​ຫຼິ້ນຊູ້*+​ແລະ​ຂ້າ​ຄົນ. ເຂົາເຈົ້າ​ບໍ່​ພຽງ​ແຕ່​ຫຼິ້ນຊູ້​ກັບ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເຂົາເຈົ້າ​ເທົ່າ​ນັ້ນ ແຕ່​ເຂົາເຈົ້າ​ຍັງ​ເອົາ​ລູກຊາຍ​ທີ່​ໄດ້​ກັບ​ເຮົາ​ໄປ​ເຜົາ​ບູຊາ*​ເພື່ອ​ເປັນ​ຂອງກິນ​ໃຫ້​ຮູບ​ບູຊາ​ນຳ​ອີກ.+ 38  ນອກ​ຈາກ​ນັ້ນ ເຂົາເຈົ້າ​ຍັງ​ໄດ້​ເຮັດ​ສິ່ງ​ເຫຼົ່າ​ນີ້​ກັບ​ເຮົາ. ໃນ​ມື້​ນັ້ນ ເຂົາເຈົ້າ​ເຮັດ​ໃຫ້​ວິຫານ​ຂອງ​ເຮົາ​ບໍ່​ສະອາດ​ແລະ​ໝິ່ນ​ປະໝາດ​ວັນ​ຊະບາໂຕ​ຂອງ​ເຮົາ. 39  ຫຼັງ​ຈາກ​ທີ່​ເຂົາເຈົ້າ​ຂ້າ​ພວກ​ລູກຊາຍ​ຂອງ​ໂຕເອງ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໃຫ້​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ແລ້ວ+ ໃນ​ມື້​ນັ້ນ ເຂົາເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ເຮົາ​ແລະ​ເຮັດ​ໃຫ້​ບ່ອນ​ນັ້ນ​ບໍ່​ສະອາດ.+ ເຂົາເຈົ້າ​ໄດ້​ເຮັດ​ແນວ​ນີ້​ຢູ່​ໃນ​ວິຫານ​ຂອງ​ເຮົາ. 40  ເຂົາເຈົ້າ​ເຖິງ​ຂັ້ນ​ສົ່ງ​ຄົນ​ໄປ​ເອີ້ນ​ພວກ​ຜູ້ຊາຍ​ທີ່​ຢູ່​ໄກ​ໆ​ໃຫ້​ມາ​ຫາ.+ ຕອນ​ທີ່​ພວກ​ນັ້ນ​ກຳລັງ​ມາ ເຈົ້າ*​ກໍ​ອາບ​ນ້ຳ ທາ​ຕາ ແລະ​ເອົາ​ເຄື່ອງ​ປະດັບ​ທີ່​ງາມ​ໆ​ມາ​ໃສ່.+ 41  ແລ້ວ​ເຈົ້າ​ກໍ​ນັ່ງ​ຢູ່​ຕັ່ງ​ທີ່​ຫຼູຫຼາ+​ທີ່​ມີ​ໂຕະ​ໜ່ວຍ​ໜຶ່ງ​ຕັ້ງ​ຢູ່​ທາງ​ໜ້າ.+ ເຈົ້າ​ເອົາ​ເຄື່ອງຫອມ+​ກັບ​ນ້ຳມັນ​ຂອງ​ເຮົາ​ໄປ​ວາງ​ໄວ້​ຢູ່​ເທິງ​ໂຕະ​ໜ່ວຍ​ນັ້ນ.+ 42  ມີ​ສຽງ​ມ່ວນ​ຊື່ນ​ຂອງ​ພວກ​ຜູ້ຊາຍ​ດັງ​ມາ​ຈາກ​ຫັ້ນ. ໃນ​ກຸ່ມ​ນັ້ນ ມີ​ພວກ​ຂີ້ເຫຼົ້າ​ທີ່​ຖືກ​ພາ​ມາ​ຈາກ​ບ່ອນ​ກັນດານ​ນຳ. ເຂົາເຈົ້າ​ເອົາ​ປະຫຼັກ​ແຂນ​ມາ​ໃສ່​ໃຫ້​ສອງ​ເອື້ອຍ​ນ້ອງ​ນີ້​ແລະ​ເອົາ​ມົງກຸດ​ທີ່​ງາມ​ໆ​ມາ​ໃສ່​ໃຫ້​ຄື​ກັນ. 43  ແລ້ວ​ເຮົາ​ກໍ​ເວົ້າ​ເຖິງ​ຜູ້ຍິງ​ທີ່​ໝົດ​ແຮງ​ຍ້ອນ​ຫຼິ້ນຊູ້​ບໍ່ຢຸດ​ບໍ່ເຊົາ​ວ່າ ‘ລາວ​ຈະ​ເປັນ​ໂສເພນີ​ຕໍ່​ໄປ.’ 44  ເຂົາເຈົ້າ​ຈຶ່ງ​ໄປ​ນອນ​ນຳ​ລາວ​ຕະຫຼອດ​ຄື​ກັບ​ໄປ​ນອນ​ນຳ​ໂສເພນີ. ເຂົາເຈົ້າ​ນອນ​ນຳ​ໂອໂຮລາ​ກັບ​ໂອໂຮລີບາ​ແບບນີ້​ແຫຼະ. ທັງ​ສອງ​ເປັນ​ຜູ້ຍິງ​ທີ່​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ. 45  ແຕ່​ພວກ​ຜູ້ຊາຍ​ທີ່​ເປັນ​ຄົນ​ດີ​ຈະ​ຕັດສິນ​ລາວ​ໃຫ້​ສົມ​ກັບ​ທີ່​ລາວ​ຫຼິ້ນຊູ້+​ແລະ​ຂ້າ​ຄົນ.+ ສອງ​ເອື້ອຍ​ນ້ອງ​ນີ້​ຫຼິ້ນຊູ້​ແລະ​ມື​ເຂົາເຈົ້າ​ກໍ​ເປື້ອນ​ເລືອດ.+ 46  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ຈະ​ມີ​ກອງທັບ​ໜຶ່ງ​ມາ​ຕໍ່ສູ້​ສອງ​ເອື້ອຍ​ນ້ອງ​ນີ້ ເພື່ອ​ເຂົາເຈົ້າ​ຈະ​ເປັນ​ສິ່ງ​ທີ່​ຄົນ​ຢ້ານ​ຫຼາຍ​ແລະ​ເຂົາເຈົ້າ​ຈະ​ຖືກ​ປຸ້ນ.+ 47  ກອງທັບ​ນັ້ນ​ຈະ​ດຶກ​ກ້ອນ​ຫີນ​ໃສ່​ເຂົາເຈົ້າ+​ແລະ​ເອົາ​ດາບ​ຂ້າ​ເຂົາເຈົ້າ. ພວກ​ນັ້ນ​ຈະ​ຂ້າ​ລູກຊາຍ​ກັບ​ລູກສາວ​ຂອງ​ສອງ​ເອື້ອຍ​ນ້ອງ​ນີ້+ ແລະ​ເອົາ​ໄຟ​ຈູດ​ເຮືອນ​ເຂົາເຈົ້າ.+ 48  ເຮົາ​ຈະ​ກຳຈັດ​ການ​ກະທຳ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ ແລ້ວ​ພວກ​ຜູ້ຍິງ​ຈະ​ໄດ້​ບົດຮຽນ​ແລະ​ຈະ​ບໍ່​ເຮັດ​ຕາມ​ການ​ກະທຳ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ຂອງ​ເຂົາເຈົ້າ.+ 49  ກອງທັບ​ນັ້ນ​ຈະ​ລົງໂທດ​ເຂົາເຈົ້າ​ຍ້ອນ​ການ​ກະທຳ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ຂອງ​ເຂົາເຈົ້າ ແລະ​ຍ້ອນ​ຄວາມ​ຜິດ​ທີ່​ເຂົາເຈົ້າ​ເຮັດ​ກັບ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເຂົາເຈົ້າ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ.’”+

ຂໍຄວາມໄຂເງື່ອນ

ແປ​ວ່າ “ເຕັ້ນ​ຂອງ​ລາ​ວ”
ແປ​ວ່າ “ເຕັ້ນ​ຂອງ​ເຮົາ​ຢູ່​ໃນ​ລາ​ວ”
ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ
ຫຼື “ສີ​ແດງ”
ຫຼື “ການ​ມີ​ເພດ​ສຳພັນ​ແບບ​ຜິດ​ສິນລະທຳ”
ສ່ວນ​ຫຼາຍ​ແລ້ວ​ແມ່ນ​ທະຫານ​ຍິງ​ທະນູ​ມັກ​ໃຊ້
ໝາຍເຖິງ​ພວກ​ເອຢິບ
ຫຼື “ບໍ່​ສັດຊື່​ຕໍ່​ພະເຈົ້າ”
ແປ​ຕາມ​ໂຕ​ວ່າ “ໃຫ້​ລູກ​ຊາຍ​ຜ່ານ​ໄຟ”
ໝາຍເຖິງ​ໂອໂຮລີບາ