ເອເຊກຽນ 24:1-27

  • ເມືອງ​ເຢຣູຊາເລັມ​ເປັນ​ຄື​ກັບ​ໝໍ້​ແກງ​ທີ່​ເຂົ້າ​ຂີ້ໝ້ຽງ (1-​14)

  • ການ​ຕາຍ​ຂອງ​ເມຍ​ຂອງ​ເອເຊກຽນ​ເປັນ​ແນວ​ເຕືອນ (15-​27)

24  ໃນ​ວັນ​ທີ 10 ເດືອນ​ທີ 10 ຂອງ​ປີ​ທີ 9* ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ ໃຫ້​ເຈົ້າ​ຂຽນ​ວັນ​ທີ​ເດືອນ​ປີ​ນີ້​ໄວ້. ມື້​ນີ້​ແຫຼະ​ທີ່​ກະສັດ​ບາບີໂລນ​ເລີ່ມ​ໂຈມຕີ​ເມືອງ​ເຢຣູຊາເລັມ.+  ໃຫ້​ເຈົ້າ​ເວົ້າ​ກັບ​ຊາດ​ທີ່​ມັກ​ກະບົດ​ໂດຍ​ຍົກ​ຕົວຢ່າງ​ປຽບທຽບ​ແລະ​ເວົ້າ​ເຖິງ​ເຂົາເຈົ້າ​ຈັ່ງ​ຊີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ໃຫ້​ເອົາ​ໝໍ້​ແກງ​ຄ້າງ​ໃສ່​ໄຟ ແລ້ວ​ເທ​ນ້ຳ​ໃສ່​ໝໍ້​ນັ້ນ.+   ໃຫ້​ເອົາ​ຊີ້ນ​ຕ່ອນ​ດີ​ໆ​ໃສ່​ໝໍ້+ເຊິ່ງ​ແມ່ນ​ຊີ້ນ​ກົກຂາ​ກັບ​ຊີ້ນ​ບ່າໄຫຼ່ ແລະ​ເອົາ​ກະດູກ​ທີ່​ດີ​ທີ່ສຸດ​ໃສ່​ຈົນ​ເຕັມ​ໝໍ້.   ໃຫ້​ເອົາ​ແກະ​ໂຕ​ທີ່​ດີ​ທີ່ສຸດ​ມາ+ ແລະ​ເອົາ​ຟືນ​ຢອງ​ຊ້ອນ​ກັນ​ຢູ່​ອ້ອມ​ກົ້ນ​ໝໍ້ ແລ້ວ​ຕົ້ມ​ຊີ້ນ​ກັບ​ກະດູກ​ທີ່​ຢູ່​ໃນ​ໝໍ້​ນັ້ນ.”’  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ: ‘ເມືອງ​ທີ່​ມີ​ແຕ່​ເລືອດ​ຂອງ​ຄົນ​ທີ່​ຖືກ​ຂ້າ​ຈະ​ຕ້ອງ​ຈິບຫາຍ.+ ເມືອງ​ນີ້​ເປັນ​ຄື​ກັບ​ໝໍ້​ແກງ​ທີ່​ເຂົ້າ​ຂີ້ໝ້ຽງ​ຫຼາຍ. ໃຫ້​ເອົາ​ຊີ້ນ​ອອກ​ຈາກ​ໝໍ້​ນີ້​ເທື່ອ​ລະ​ຕ່ອນ​ຈົນ​ໝົດ+ ແຕ່​ບໍ່​ຕ້ອງ​ຈົກ​ສະຫຼາກ​ມັນ.   ມີ​ຫຼາຍ​ຄົນ​ຖືກ​ຂ້າ​ໃນ​ເມືອງ​ນີ້+​ແລະ​ເລືອດ​ຂອງ​ເຂົາ​ເຈົ້າ​ຖືກ​ເທ​ໃສ່​ຫີນ​ກ້ຽງ​ໆ​ເພື່ອ​ທຸກ​ຄົນ​ຈະ​ແນມ​ເຫັນ ແຕ່​ບໍ່​ໄດ້​ຖືກ​ເທ​ໃຫ້​ຊຶມ​ລົງ​ດິນ.+   ເຮົາ​ກໍ​ເອົາ​ເລືອດ​ຂອງ​ເມືອງ​ນີ້​ເທ​ໃສ່​ຫີນ​ທີ່​ກ້ຽງ​ໆ​ຄື​ກັນເພື່ອ​ທຸກ​ຄົນ​ຈະ​ແນມ​ເຫັນ.ເຮົາ​ເຮັດ​ແນວ​ນີ້​ເພື່ອ​ເຮົາ​ຈະ​ໃຈຮ້າຍ​ຫຼາຍ​ຂຶ້ນ​ແລະ​ຢາກ​ແກ້ແຄ້ນ.’+  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເມືອງ​ທີ່​ມີ​ແຕ່​ເລືອດ​ຂອງ​ຄົນ​ທີ່​ຖືກ​ຂ້າ​ຈະ​ຕ້ອງ​ຈິບຫາຍ.+ ເຮົາ​ຈະ​ເອົາ​ຟືນ​ມາ​ກອງ​ໄວ້​ສູງ​ໆ​. 10  ໃຫ້​ເອົາ​ຟືນ​ມາ​ກອງ​ໄວ້ ແລ້ວ​ດັງ​ໄຟ.ຕົ້ມ​ຊີ້ນ​ຢູ່​ໝໍ້​ໃຫ້​ສຸກ​ໆ​ ແລ້ວ​ເທ​ນ້ຳ​ອອກ ແລະ​ປ່ອຍ​ໃຫ້​ກະດູກ​ໄໝ້. 11  ຈາກ​ນັ້ນ ໃຫ້​ເທ​ກະດູກ​ອອກ ແລ້ວ​ເອົາ​ໝໍ້*​ໜ່ວຍ​ນັ້ນ​ວາງ​ເທິງ​ຖ່ານ​ທີ່​ຮ້ອນ​ໆ​ເພື່ອ​ໃຫ້​ໝໍ້​ຮ້ອນ.ໝໍ້​ນັ້ນ​ຈະ​ຮ້ອນ​ຈົນ​ແດງ ແລ້ວ​ແນວ​ເປື້ອນ​ທີ່​ຕິດ​ຢູ່​ໝໍ້​ຈະ​ເປື່ອຍ​ອອກ+ ແລະ​ຂີ້ໝ້ຽງ​ທີ່​ຕິດ​ຢູ່​ກໍ​ຈະ​ໄໝ້​ຈົນ​ໝົດ. 12  ແຕ່​ການ​ເຮັດ​ແບບ​ນັ້ນ​ເຮັດ​ໃຫ້​ຮູ້ສຶກ​ໃຈຮ້າຍ​ແລະ​ໝົດ​ແຮງຍ້ອນ​ໝໍ້​ເຂົ້າ​ຂີ້ໝ້ຽງ​ຫຼາຍ ເຮັດ​ຈັ່ງ​ໃດ​ກໍ​ບໍ່​ອອກ.+ ໃຫ້​ໂຍນ​ມັນ​ຖິ້ມ​ໃສ່​ໄຟ​ສະ.’ 13  ‘ເຈົ້າ​ເປື້ອນ​ຍ້ອນ​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ.+ ເຮົາ​ພະຍາຍາມ​ເຮັດ​ໃຫ້​ເຈົ້າ​ສະອາດ ແຕ່​ຄວາມ​ເປື້ອນ​ຂອງ​ເຈົ້າ​ກໍ​ຍັງ​ຢູ່​ຄື​ເກົ່າ. ເຈົ້າ​ຈະ​ບໍ່​ສະອາດ​ຕໍ່ໄປ​ຈົນ​ກວ່າ​ເຮົາ​ຈະ​ເຊົາ​ໃຈຮ້າຍ​ໃຫ້​ເຈົ້າ.+ 14  ເຮົາ​ເຢໂຫວາ​ໄດ້​ເວົ້າ​ໄວ້​ແລ້ວ ແລະ​ມັນ​ຈະ​ເປັນ​ແບບນັ້ນ. ເຮົາ​ຈະ​ບໍ່​ຢັ້ງ​ມື ບໍ່​ປ່ຽນ​ໃຈ ແລະ​ບໍ່​ເສຍໃຈ.+ ເຂົາເຈົ້າ​ຈະ​ຕັດສິນ​ເຈົ້າ​ຕາມ​ການ​ກະທຳ​ຂອງ​ເຈົ້າ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້.” 15  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 16  “ລູກ​ມະນຸດ​ເອີ້ຍ ເຮົາ​ຈະ​ເຮັດ​ໃຫ້​ເມຍ​ທີ່​ເຈົ້າ​ຮັກ​ຕາຍ​ແບບ​ກະທັນຫັນ.+ ເຈົ້າ​ຢ່າ​ໄວ້ທຸກ​ແລະ​ຢ່າ​ຮ້ອງ​ໄຫ້. 17  ໃຫ້​ເຈົ້າ​ໂສກເສົ້າ​ຢູ່​ໃນ​ໃຈ ແລະ​ຢ່າ​ເຮັດ​ພິທີ​ໄວ້ອາໄລ​ໃຫ້​ລາວ.+ ໃຫ້​ເຈົ້າ​ໃສ່​ເກີບ+​ແລະ​ເອົາ​ຜ້າ​ຄຽນ​ຫົວ​ໄວ້.+ ຢ່າ​ເອົາ​ຜ້າ​ນັ້ນ​ອັດ​ປາກ*+ ແລະ​ຢ່າ​ກິນ​ຂອງກິນ​ທີ່​ຄົນອື່ນ​ເອົາ​ມາ​ໃຫ້.”+ 18  ຂ້ອຍ​ເວົ້າ​ກັບ​ປະຊາຊົນ​ຕອນເຊົ້າ ແລ້ວ​ເມຍ​ຂ້ອຍ​ກໍ​ຕາຍ​ຕອນແລງ. ຕອນເຊົ້າ​ມື້​ຕໍ່ມາ ຂ້ອຍ​ກໍ​ເຮັດ​ຕາມ​ທີ່​ພະເຈົ້າ​ສັ່ງ. 19  ປະຊາຊົນ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ຊິ​ບໍ່​ບອກ​ພວກ​ເຮົາ​ບໍ​ວ່າ​ສິ່ງ​ທີ່​ເຈົ້າ​ເຮັດ​ກ່ຽວຂ້ອງ​ກັບ​ພວກ​ເຮົາ​ແນວໃດ?” 20  ຂ້ອຍ​ຕອບ​ເຂົາເຈົ້າ​ຈັ່ງ​ຊີ້ “ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ 21  ‘ໃຫ້​ບອກ​ຊາດ​ອິດສະຣາເອນ​ແບບ​ນີ້ “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ກຳລັງ​ຈະ​ເຮັດ​ໃຫ້​ວິຫານ​ຂອງ​ເຮົາ​ທີ່​ພວກ​ເຈົ້າ​ພູມໃຈ ທີ່​ພວກ​ເຈົ້າ​ຮັກ​ແລະ​ຫວງແຫນ​ຫຼາຍ​ນັ້ນ​ບໍ່​ສະອາດ.+ ລູກຊາຍ​ກັບ​ລູກສາວ​ທີ່​ພວກ​ເຈົ້າ​ປະ​ໄວ້​ໃນ​ເມືອງ​ຈະ​ຖືກ​ຂ້າ​ດ້ວຍ​ດາບ.+ 22  ແລ້ວ​ພວກ​ເຈົ້າ​ຈະ​ເຮັດ​ຄື​ກັບ​ທີ່​ເອເຊກຽນ​ເຮັດ. ພວກ​ເຈົ້າ​ຈະ​ບໍ່​ເອົາ​ຜ້າ​ມາ​ອັດ​ປາກ​ໄວ້ ແລະ​ຈະ​ບໍ່​ກິນ​ຂອງ​ກິນ​ທີ່​ຄົນອື່ນ​ເອົາ​ມາ​ໃຫ້.+ 23  ພວກ​ເຈົ້າ​ຈະ​ເອົາ​ຜ້າ​ມາ​ຄຽນ​ຫົວ​ແລະ​ໃສ່​ເກີບ. ພວກ​ເຈົ້າ​ຈະ​ບໍ່​ຮ້ອງ​ໄຫ້​ແລະ​ໂສກເສົ້າ​ໃຫ້​ຄົນອື່ນ​ເຫັນ ແຕ່​ພວກ​ເຈົ້າ​ຈະ​ທໍລະມານ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ+​ແລະ​ຈະ​ໂສກເສົ້າ​ໃນ​ໃຈ. 24  ສິ່ງ​ທີ່​ເອເຊກຽນ​ເຮັດ​ຈະ​ເປັນ​ແນວ​ທີ່​ເຕືອນ​ພວກ​ເຈົ້າ.+ ພວກ​ເຈົ້າ​ຈະ​ເຮັດ​ຄື​ກັບ​ທີ່​ລາວ​ເຮັດ. ເມື່ອ​ທຸກ​ສິ່ງ​ເກີດ​ຂຶ້ນ ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ.’”’” 25  “ລູກ​ມະນຸດ​ເອີ້ຍ ໃນ​ມື້​ທີ່​ເຮົາ​ຍຶດ​ເອົາ​ປ້ອມ​ທີ່​ງາມ​ໆ​ທີ່​ເຂົາເຈົ້າ​ຮັກ​ແລະ​ຫວງແຫນ​ຫຼາຍ ພ້ອມ​ກັບ​ລູກຊາຍ​ແລະ​ລູກສາວ​ຂອງ​ເຂົາເຈົ້າ+ 26  ຈະ​ມີ​ຜູ້​ໜຶ່ງ​ທີ່​ໜີ​ລອດ​ມາ​ໄດ້​ມາ​ລາຍງານ​ເຈົ້າ.+ 27  ໃນ​ມື້​ນັ້ນ ເຈົ້າ​ຈະ​ເວົ້າ​ໄດ້​ອີກ+​ແລະ​ເຈົ້າ​ຈະ​ເວົ້າ​ກັບ​ຜູ້​ທີ່​ໜີ​ລອດ​ມາ​ໄດ້. ເຈົ້າ​ຈະ​ເປັນ​ແນວ​ທີ່​ເຕືອນ​ເຂົາ​ເຈົ້າ ແລ້ວ​ເຂົາ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.”

ຂໍຄວາມໄຂເງື່ອນ

ໝາຍເຖິງ​ປີ​ທີ 9 ທີ່​ກະສັດ​ເຢໂຮຢາກິນ ເອເຊກຽນ ແລະ​ຄົນ​ຢິວ​ຄົນ​ອື່ນ​ໆ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ເບິ່ງ ອຊກ 1:2.
ຫຼື “ໝໍ້​ທອງແດງ”
ຫຼື “ປົກ​ໜວດ”