ເອເຊກຽນ 25:1-17

  • ຄຳ​ພະຍາກອນ​ກ່ຽວ​ກັບ​ອຳໂມນ (1-​7)

  • ຄຳ​ພະຍາກອນ​ກ່ຽວ​ກັບ​ໂມອາບ (8-​11)

  • ຄຳ​ພະຍາກອນ​ກ່ຽວ​ກັບ​ເອໂດມ (12-​14)

  • ຄຳ​ພະຍາກອນ​ກ່ຽວ​ກັບ​ຟີລິດສະຕີນ (15-​17)

25  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ​ເອີ້ຍ ໃຫ້​ເຈົ້າ​ປິ່ນ​ໜ້າ​ໄປ​ທາງ​ພວກ​ອຳໂມນ+​ແລ້ວ​ພະຍາກອນ​ກ່ຽວກັບ​ເຂົາເຈົ້າ.+  ເຈົ້າ​ຕ້ອງ​ເວົ້າ​ກັບ​ພວກ​ອຳໂມນ​ວ່າ ‘ໃຫ້​ຟັງ​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ. ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ພວກ​ເຈົ້າ​ເຍາະເຍີ້ຍ​ວິຫານ​ຂອງ​ເຮົາ​ຕອນ​ທີ່​ວິຫານ​ຖືກ​ເຮັດ​ໃຫ້​ບໍ່​ສະອາດ. ພວກ​ເຈົ້າ​ເຍາະເຍີ້ຍ​ແຜ່ນດິນ​ອິດສະຣາເອນ​ຕອນ​ທີ່​ມັນ​ຮ້າງ​ເປົ່າ ແລະ​ເຍາະເຍີ້ຍ​ພວກ​ຢູດາ​ຕອນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.  ຍ້ອນ​ແນວ​ນີ້ ເຮົາ​ຈະ​ໃຫ້​ຄົນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ປົກຄອງ​ພວກ​ເຈົ້າ. ເຂົາເຈົ້າ​ຈະ​ຕັ້ງ​ຄ້າຍ​ແລະ​ຕັ້ງ​ເຕັ້ນ​ຢູ່​ນຳ​ພວກ​ເຈົ້າ. ເຂົາເຈົ້າ​ຈະ​ກິນ​ຜົນລະປູກ​ໃນ​ແຜ່ນດິນ​ຂອງ​ພວກ​ເຈົ້າ​ແລະ​ກິນ​ນົມ​ຈາກ​ຝູງ​ສັດ​ຂອງ​ພວກ​ເຈົ້າ.  ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຣັບບາ+​ເປັນ​ທົ່ງ​ຫຍ້າ​ສຳລັບ​ຝູງ​ອູດ ແລະ​ເຮັດ​ໃຫ້​ແຜ່ນດິນ​ຂອງ​ພວກ​ອຳໂມນ​ເປັນ​ບ່ອນ​ຢູ່​ຂອງ​ຝູງ​ແກະ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.”’”  “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ພວກ​ເຈົ້າ​ຕົບມື*+ ທືບຕີນ ແລະ​ເຍາະເຍີ້ຍ​ແຜ່ນດິນ​ອິດສະຣາເອນ​ດ້ວຍ​ຄວາມ​ດີໃຈ.+  ຍ້ອນ​ແນວ​ນີ້ ເຮົາ​ຈະ​ລົງໂທດ​ພວກ​ເຈົ້າ​ແລະ​ໃຫ້​ຊາດ​ຕ່າງ​ໆ​ມາ​ປຸ້ນ​ພວກ​ເຈົ້າ. ເຮົາ​ຈະ​ຂ້າ​ແລະ​ທຳລາຍ​ພວກ​ເຈົ້າ​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ+ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ໂມອາບ+​ກັບ​ເສອີ+​ໄດ້​ເວົ້າ​ວ່າ “ພວກ​ຢູດາ​ກໍ​ຄື​ກັບ​ຊາດ​ອື່ນ​ໆ​ຫັ້ນ​ແຫຼະ.”  ຍ້ອນ​ແນວ​ນີ້ ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ທີ່​ງາມ​ໆ​ຂອງ​ໂມອາບ​ທີ່​ຢູ່​ຕາມ​ຊາຍ​ແດນ​ຕັ້ງແຕ່​ເບັດເຢຊີໂມດ ຮອດ​ບາອານເມໂອນ ແລະ​ຈົນ​ຮອດ​ກີຣິອາດທາຢິມ+​ຖືກ​ທຳລາຍ. 10  ເຮົາ​ຈະ​ໃຫ້​ພວກ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ປົກຄອງ​ພວກ​ອຳໂມນ.+ ຊາດ​ຕ່າງ​ໆ​ຈະ​ບໍ່​ຈື່​ພວກ​ອຳໂມນ​ອີກ​ຕໍ່ໄປ.+ 11  ເຮົາ​ຈະ​ລົງໂທດ​ໂມອາບ+ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’ 12  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເອໂດມ​ໄດ້​ແກ້ແຄ້ນ​ພວກ​ຢູດາ ເຂົາເຈົ້າ​ຈຶ່ງ​ມີ​ຄວາມ​ຜິດ​ຫຼາຍ​ທີ່​ເຮັດ​ແບບ​ນັ້ນ.+ 13  ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ຈຶ່ງ​ເວົ້າ​ວ່າ “ເຮົາ​ຈະ​ລົງໂທດ​ເອໂດມ ແລະ​ຂ້າ​ທັງ​ຄົນ​ແລະ​ສັດ. ເຮົາ​ຈະ​ເຮັດ​ໃຫ້​ເອໂດມ​ຮ້າງ​ເປົ່າ.+ ພວກ​ເອໂດມ​ທີ່​ຢູ່​ຕັ້ງແຕ່​ເຕມານ​ຈົນ​ຮອດ​ເດດານ​ຈະ​ຖືກ​ຂ້າ​ດ້ວຍ​ດາບ.+ 14  ‘ເຮົາ​ຈະ​ໃຫ້​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ແກ້ແຄ້ນ​ພວກ​ເອໂດມ.+ ເຂົາເຈົ້າ​ຈະ​ເຮັດ​ໃຫ້​ພວກ​ເອໂດມ​ຮູ້​ວ່າ​ເຮົາ​ໃຈຮ້າຍ​ຫຼາຍ​ສ່ຳ​ໃດ. ເຮົາ​ຈະ​ແກ້ແຄ້ນ​ພວກ​ເອໂດມ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້.”’ 15  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ພວກ​ຟີລິດສະຕີນ​ເຮັດ​ບໍ່​ດີ​ໃຫ້​ພວກ​ອິດສະຣາເອນ​ບໍ່ຢຸດ​ບໍ່ເຊົາ. ເຂົາເຈົ້າ​ຊອກຫາ​ວິທີ​ແກ້ແຄ້ນ​ແລະ​ທຳລາຍ​ພວກ​ອິດສະຣາເອນ.+ 16  ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ຈຶ່ງ​ເວົ້າ​ວ່າ “ເຮົາ​ຈະ​ລົງໂທດ​ພວກ​ຟີລິດສະຕີນ.+ ເຮົາ​ຈະ​ກຳຈັດ​ພວກ​ເກເຣັດ+​ແລະ​ຈະ​ທຳລາຍ​ພວກ​ທີ່​ເຫຼືອ​ຢູ່​ຕາມ​ແຄມ​ທະເລ.+ 17  ເຮົາ​ຈະ​ແກ້ແຄ້ນ​ເຂົາເຈົ້າ​ຄັ້ງ​ໃຫຍ່​ໂດຍ​ການ​ລົງໂທດ​ແຮງ​ໆ​. ເມື່ອ​ເຮົາ​ແກ້ແຄ້ນ​ເຂົາເຈົ້າ ເຂົາເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.”’”

ຂໍຄວາມໄຂເງື່ອນ

ສະແດງ​ເຖິງ​ຄວາມ​ໃຈ​ຮ້າຍ