ເອເຊກຽນ 26:1-21

  • ຄຳ​ພະຍາກອນ​ກ່ຽວ​ກັບ​ຕີເຣ (1-​21)

    • “ເດີ່ນ​ຕາກ​ດາງກວາດ” (5, 14)

    • ເອົາ​ຫີນ​ແລະ​ດິນ​ໄປ​ຖິ້ມ​ລົງ​ນ້ຳ (12)

26  ໃນ​ວັນ​ທີ 1 ຂອງ​ເດືອນ* ໃນ​ປີ​ທີ 11* ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ:  “ລູກ​ມະນຸດ​ເອີ້ຍ ເມືອງ​ຕີເຣ​ໄດ້​ເວົ້າ​ໃຫ້​ເມືອງ​ເຢຣູຊາເລັມ​ວ່າ+ ‘ປະຕູ​ເມືອງ​ທີ່​ຊາດ​ຕ່າງ​ໆ​ມັກ​ໃຊ້​ເຂົ້າ​ອອກ​ນັ້ນ​ເພ​ແລ້ວ.+ ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ມາ​ຫາ​ຂ້ອຍ ແລະ​ຕອນ​ນີ້​ຂ້ອຍ​ຈະ​ລວຍ​ຂຶ້ນ​ຍ້ອນ​ວ່າ​ເມືອງ​ນັ້ນ​ຖືກ​ທຳລາຍ​ແລ້ວ.’  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ຈຶ່ງ​ເວົ້າ​ວ່າ ‘ເມືອງ​ຕີເຣ​ເອີ້ຍ ເຮົາ​ຈະ​ເປັນ​ສັດຕູ​ກັບ​ເຈົ້າ ແລະ​ເຮົາ​ຈະ​ໃຫ້​ຊາດ​ຕ່າງ​ໆ​ມາ​ຕໍ່ສູ້​ເຈົ້າ​ຄື​ກັບ​ທີ່​ທະເລ​ຊັດ​ຄື້ນ​ຂຶ້ນ​ມາ.  ເຂົາ​ເຈົ້າ​ຈະ​ທຳລາຍ​ກຳແພງ​ເມືອງ​ແລະ​ມ້າງ​ປ້ອມ​ທີ່​ສູງ​ໆ​ຂອງ​ເຈົ້າ.+ ເຮົາ​ຈະ​ຂູດ​ດິນ​ອອກ​ຈາກ​ເຈົ້າ​ແລະ​ເຮັດ​ໃຫ້​ເຈົ້າ​ເປັນ​ຫີນ​ທີ່​ແປນ​ເອີດເຕີດ.  ເຈົ້າ​ຈະ​ກາຍ​ເປັນ​ເດີ່ນ​ຕາກ​ດາງ​ກວາດ​ທີ່​ຢູ່​ກາງ​ທະເລ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ໄດ້​ເວົ້າ​ໄວ້​ແລ້ວ. ເຈົ້າ​ຈະ​ຖືກ​ຊາດ​ຕ່າງ​ໆ​ປຸ້ນ  ແລະ​ປະຊາຊົນ​ທີ່​ຢູ່​ຕາມ​ບ້ານ​ຕ່າງ​ໆ​ອ້ອມແອ້ມ​ເຈົ້າ*​ຈະ​ຖືກ​ຂ້າ​ດ້ວຍ​ດາບ ແລ້ວ​ທຸກ​ຄົນ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ພາ​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ​ມາ​ຈາກ​ທິດ​ເໜືອ​ເພື່ອ​ໂຈມຕີ​ເຈົ້າ.+ ລາວ​ເປັນ​ກະສັດ​ເໜືອ​ກະສັດ​ອື່ນ​ໆ​.+ ລາວ​ຈະ​ມາ​ພ້ອມ​ກັບ​ມ້າ+ ລົດຮົບ+ ທະຫານ​ມ້າ ແລະ​ກອງທັບ​ໃຫຍ່.  ລາວ​ຈະ​ເອົາ​ດາບ​ຂ້າ​ຄົນ​ທີ່​ຢູ່​ຕາມ​ບ້ານ​ຕ່າງ​ໆ​ອ້ອມແອ້ມ​ເຈົ້າ. ລາວ​ຈະ​ຈັບ​ໂລ້​ໃຫຍ່​ມາ​ຕໍ່ສູ້​ເຈົ້າ. ລາວ​ຈະ​ເຮັດ​ກຳແພງ​ອ້ອມ​ເມືອງ​ແລະ​ເຮັດ​ໂນນ​ຈຸ​ກຳແພງ​ເພື່ອ​ໂຈມຕີ​ເຈົ້າ.  ລາວ​ຈະ​ໃຊ້​ເຄື່ອງຈັກ​ທຳລາຍ​ກຳແພງ​ຂອງ​ເຈົ້າ​ແລະ​ຈະ​ໃຊ້​ຂວານ​ທຳລາຍ​ປ້ອມ​ທີ່​ສູງ​ໆ​ຂອງ​ເຈົ້າ. 10  ມ້າ​ຂອງ​ລາວ​ຈະ​ມີ​ຫຼາຍ​ຈົນ​ເຮັດ​ໃຫ້​ຂີ້ຝຸ່ນ​ກຸ້ມ​ເຈົ້າ​ຢູ່. ຕອນ​ທີ່​ລາວ​ເຂົ້າ​ມາ​ປະຕູ​ເມືອງ​ຂອງ​ເຈົ້າ ສຽງ​ທະຫານ​ມ້າ ລົດມ້າ ແລະ​ລົດຮົບ​ຈະ​ເຮັດ​ໃຫ້​ກຳແພງ​ຂອງ​ເຈົ້າ​ສັ່ນ​ສະເທືອນ. ມັນ​ຈະ​ເປັນ​ຄື​ກັບ​ຄົນ​ບຸກ​ເຂົ້າ​ໄປ​ໃນ​ເມືອງ​ທີ່​ກຳແພງ​ເພ​ແລ້ວ. 11  ມ້າ​ຂອງ​ກອງທັບ​ລາວ​ຈະ​ຢຽບ​ຫົນ​ທາງ​ຂອງ​ເຈົ້າ​ທຸກ​ເສັ້ນ​ຈົນ​ເພ.+ ລາວ​ຈະ​ເອົາ​ດາບ​ຂ້າ​ປະຊາຊົນ​ຂອງ​ເຈົ້າ​ແລະ​ຈະ​ທຸບ​ເສົາ​ທີ່​ແຂງແຮງ​ຂອງ​ເຈົ້າ​ໃຫ້​ກອງ​ຢູ່​ພື້ນ. 12  ພວກ​ສັດຕູ​ຈະ​ປຸ້ນ​ເອົາ​ຊັບ​ສົມບັດ​ແລະ​ເຄື່ອງ​ຂອງ​ຂອງ​ເຈົ້າ.+ ເຂົາ​ເຈົ້າ​ຈະ​ທຳລາຍ​ກຳແພງ​ແລະ​ມ້າງ​ເຮືອນ​ທີ່​ງາມ​ໆ​ຂອງ​ເຈົ້າ ແລ້ວ​ເຂົາ​ເຈົ້າ​ຈະ​ເອົາ​ຫີນ ໄມ້ ແລະ​ດິນ​ຂອງ​ເຈົ້າ​ໄປ​ຖິ້ມ​ລົງ​ນ້ຳ.’ 13  ‘ເຮົາ​ຈະ​ເຮັດ​ໃຫ້​ສຽງ​ເພງ​ຂອງ​ເຈົ້າ​ຢຸດ ແລະ​ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ສຽງ​ພິນ​ຂອງ​ເຈົ້າ​ອີກ​ຕໍ່ໄປ.+ 14  ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຫີນ​ທີ່​ແປນ​ເອີດເຕີດ ແລະ​ເຈົ້າ​ຈະ​ກາຍ​ເປັນ​ເດີ່ນ​ຕາກ​ດາງ​ກວາດ+​. ເຈົ້າ​ຈະ​ບໍ່​ຖືກ​ສ້າງ​ຂຶ້ນ​ອີກ ຍ້ອນ​ເຮົາ​ເຢໂຫວາ​ໄດ້​ເວົ້າ​ໄວ້​ແລ້ວ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບນີ້. 15  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ກັບ​ເມືອງ​ຕີເຣ​ວ່າ ‘ຕອນ​ທີ່​ເຈົ້າ​ຖືກ​ທຳລາຍ​ຈະ​ມີ​ສຽງ​ດັງ ມີ​ສຽງ​ຮ້ອງ​ຄາງ​ຂອງ​ຄົນ​ໃກ້​ຊິ​ຕາຍ* ແລະ​ມີ​ສຽງ​ຂ້າ​ກັນ​ຢູ່​ໃນ​ເຈົ້າ. ເມື່ອ​ເປັນ​ແບບນີ້​ເກາະ​ຕ່າງ​ໆ​ຈະ​ບໍ່​ຢ້ານ​ຈົນ​ສັ່ນ​ບໍ?+ 16  ເຈົ້າ​ນາຍ*​ແຫ່ງ​ທະເລ​ທຸກ​ຄົນ​ຈະ​ລົງ​ມາ​ຈາກ​ບັນລັງ​ຂອງ​ໂຕ​ເອງ. ເຂົາເຈົ້າ​ຈະ​ແກ້​ເສື້ອ​ແຂນກິ້ນ​ກັບ​ເຄື່ອງ​ນຸ່ງ​ທີ່​ມີ​ລາຍ​ຖັກ​ແສ່ວ​ອອກ ແລະ​ເຂົາເຈົ້າ​ຈະ​ຢ້ານ​ຈົນ​ໂຕ​ສັ່ນ. ເຂົາເຈົ້າ​ຈະ​ນັ່ງ​ຢູ່​ພື້ນ​ແລະ​ສັ່ນ​ຢູ່​ບໍ່​ເຊົາ ແລ້ວ​ຈະ​ແນມ​ເບິ່ງ​ເຈົ້າ​ດ້ວຍ​ຄວາມ​ຕົກໃຈ.+ 17  ເຂົາ​ເຈົ້າ​ຈະ​ຮ້ອງ​ເພງ​ໄວ້ອາໄລ​ໃຫ້​ເຈົ້າ+​ແລະ​ເວົ້າ​ກັບ​ເຈົ້າ​ວ່າ: “ເຈົ້າ​ທີ່​ເປັນ​ເມືອງ​ທີ່​ມີ​ຊື່ສຽງ​ທີ່​ຄົນ​ຈາກ​ທະເລ​ມາ​ອາໄສ​ຢູ່ ເຈົ້າ​ຈິບຫາຍ​ໄດ້​ຈັ່ງໃດ?+ເຈົ້າ​ກັບ​ປະຊາຊົນ​ຂອງ​ເຈົ້າ​ເຄີຍ​ເປັນ​ໃຫຍ່​ທາງ​ທະເລ+ແລະ​ຄົນ​ທົ່ວ​ໂລກ​ກໍ​ຢ້ານ​ເຈົ້າ​ຫຼາຍ. 18  ເກາະ​ຕ່າງ​ໆ​ຈະ​ຢ້ານ​ຈົນ​ໂຕ​ສັ່ນ​ໃນ​ມື້​ທີ່​ເຈົ້າ​ຖືກ​ທຳລາຍ.ເກາະ​ຕ່າງ​ໆ​ໃນ​ທະເລ​ຈະ​ເສຍໃຈ​ເມື່ອ​ເຈົ້າ​ດັບ​ສູນ​ໄປ.”’+ 19  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເມື່ອ​ເຮົາ​ທຳລາຍ​ເຈົ້າ​ໃຫ້​ເປັນ​ຄື​ກັບ​ເມືອງ​ຮ້າງ ເມື່ອ​ເຮົາ​ໃຫ້​ນ້ຳ​ທີ່​ໄຫຼ​ແຮງ​ໆ​ຊັດ​ໃສ່​ເຈົ້າ ແລະ​ໃຫ້​ນ້ຳ​ທະເລ​ຖ້ວມ​ເຈົ້າ+ 20  ເຮົາ​ຈະ​ເອົາ​ເຈົ້າ​ກັບ​ປະຊາຊົນ​ຂອງ​ເຈົ້າ​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ​ເຊິ່ງ​ເປັນ​ບ່ອນ​ທີ່​ຄົນ​ຕາຍ​ແຕ່​ດົນ​ແລ້ວ. ເຮົາ​ຈະ​ໃຫ້​ເຈົ້າ​ໄປ​ຢູ່​ບ່ອນ​ທີ່​ເລິກ​ທີ່ສຸດ​ນຳ​ກັນ​ກັບ​ເມືອງ​ຕ່າງ​ໆ​ທີ່​ຖືກ​ທຳລາຍ​ດົນ​ແລ້ວ​ຄື​ກັບ​ທຸກ​ຄົນ​ທີ່​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ+ ເພື່ອ​ຈະ​ບໍ່​ມີ​ໃຜ​ອາໄສ​ຢູ່​ໃນ​ເຈົ້າ​ອີກ​ຕໍ່ໄປ. ແລ້ວ​ເຮົາ​ຈະ​ຍົກຍ້ອງ*​ແຜ່ນດິນ​ຂອງ​ຄົນ​ທີ່​ມີ​ຊີວິດ​ຢູ່. 21  ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຈິ​ເລື່ອງ​ທັງໝົດ​ນີ້​ແບບ​ກະທັນຫັນ ແລະ​ເຈົ້າ​ຈະ​ດັບ​ສູນ​ໄປ.+ ຄົນ​ຈະ​ຊອກຫາ​ເຈົ້າ ແຕ່​ເຂົາ​ເຈົ້າ​ຈະ​ບໍ່​ເຫັນ​ເຈົ້າ​ອີກ​ເລີຍ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບນີ້.”

ຂໍຄວາມໄຂເງື່ອນ

ບໍ່​ຮູ້​ແນ່ນອນ​ວ່າ​ແມ່ນ​ເດືອນ​ໃດ
ໝາຍເຖິງ​ປີ​ທີ 11 ທີ່​ກະສັດ​ເຢໂຮຢາກິນ ເອເຊກຽນ ແລະ​ຄົນ​ຢິວ​ຄົນ​ອື່ນ​ໆ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ເບິ່ງ ອຊກ 1:2.
ແປ​ຕາມ​ໂຕ​ວ່າ “ພວກ​ລູກ​ສາວ”
ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ
ແປ​ຕາມ​ໂຕ​ວ່າ “ຄົນ​ທີ່​ຖືກ​ຂ້າ”
ຫຼື “ຫົວໜ້າ”
ຫຼື “ຕົກ​ແຕ່ງ”