ເອເຊກຽນ 27:1-36

  • ເພງ​ໄວ້ອາໄລ​ໃຫ້​ເຮືອ​ຂອງ​ເມືອງ​ຕີເຣ​ທີ່​ຈົມ (1-​36)

27  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ​ເອີ້ຍ ໃຫ້​ເຈົ້າ​ຮ້ອງ​ເພງ​ໄວ້ອາໄລ​ໃຫ້​ເມືອງ​ຕີເຣ.+  ໃຫ້​ຮ້ອງ​ວ່າ‘ເຈົ້າ​ອາໄສ​ຢູ່​ທາງເຂົ້າ​ທະເລ.ເຈົ້າ​ຄ້າຂາຍ​ກັບ​ຄົນ​ທີ່​ຢູ່​ຕາມ​ເກາະ​ຕ່າງ​ໆ​.ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ຕີເຣ​ເອີ້ຍ ເຈົ້າ​ເວົ້າ​ວ່າ​ເຈົ້າ​ງາມ​ທີ່ສຸດ.+   ເຂດ​ຂອງ​ເຈົ້າ​ຢູ່​ກາງ​ທະເລແລະ​ຜູ້​ທີ່​ສ້າງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ງາມ​ທີ່ສຸດ.   ເຂົາ​ເຈົ້າ​ເອົາ​ໄມ້​ຈູນິເປີ້*​ຈາກ​ເສນີ​ມາ​ເຮັດ​ໄມ້ແປ້ນ​ຂອງ​ເຈົ້າ​ທັງ​ໝົດ+ແລະ​ເອົາ​ໄມ້​ຊີດ້າ*​ຈາກ​ເລບານອນ​ມາ​ເຮັດ​ເສົາ​ຂອງ​ເຈົ້າ.   ເຂົາ​ເຈົ້າ​ເອົາ​ໄມ້​ໂອກ​ຈາກ​ບາຊານ​ມາ​ເຮັດ​ໄມ້ພາຍ​ຂອງ​ເຈົ້າແລະ​ເອົາ​ໄມ້​ແປກ​ທີ່​ຕົກ​ແຕ່ງ​ດ້ວຍ​ງາຊ້າງ​ຈາກ​ເກາະ​ກິດຕີມ+​ມາ​ເຮັດ​ຫົວ​ເຮືອ​ຂອງ​ເຈົ້າ.   ເຂົາ​ເຈົ້າ​ເອົາ​ຜ້າ​ລີນິນ​ຫຼາຍ​ໆ​ສີ​ຈາກ​ເອຢິບ​ມາ​ເຮັດ​ໃບເຮືອ​ຂອງ​ເຈົ້າແລະ​ເອົາ​ດ້າຍ​ສີ​ຟ້າ​ກັບ​ດ້າຍ​ຂົນແກະ​ທີ່​ຍ້ອມ​ສີ​ມ່ວງ​ຈາກ​ເກາະ​ເອລິຊາ+​ມາ​ເຮັດ​ກັນສາດ​ຂອງ​ເຈົ້າ.   ພວກ​ຊີໂດນ​ກັບ​ພວກ​ອາວາດ+​ມາ​ເປັນ​ຄົນ​ພາຍ​ເຮືອ​ຂອງ​ເຈົ້າ. ຕີເຣ​ເອີ້ຍ ຄົນ​ທີ່​ເກັ່ງ​ໆ​ກໍ​ມາ​ເປັນ​ລູກເຮືອ​ຂອງ​ເຈົ້າ.+   ຄົນ​ເກບານ​ທີ່​ເກັ່ງ​ໆ​ແລະ​ມີ​ປະສົບການ+​ມາ​ເປັນ​ຄົນ​ຢາ​ຮອຍ​ຕໍ່​ເຮືອ​ຂອງ​ເຈົ້າ.+ ເຮືອ​ທຸກ​ລຳ​ໃນ​ທະເລ​ກັບ​ພວກ​ລູກເຮືອ​ຂອງ​ເຂົາເຈົ້າ​ກໍ​ມາ​ຄ້າຂາຍ​ນຳ​ເຈົ້າ. 10  ຄົນ​ເປີເຊຍ ຄົນ​ລູດີມ ຄົນ​ພຸດ+​ກໍ​ຢູ່​ໃນ​ກອງທັບ​ຂອງ​ເຈົ້າ. ເຂົາເຈົ້າ​ເອົາ​ໂລ້​ກັບ​ໝວກ​ເກາະ​ຫ້ອຍ​ໃສ່​ເຈົ້າ​ແລະ​ເຮັດ​ໃຫ້​ເຈົ້າ​ງາມ. 11  ຄົນ​ອາວາດ​ທີ່​ຢູ່​ໃນ​ກອງທັບ​ຂອງ​ເຈົ້າ​ຢືນ​ອ້ອມ​ກຳແພງ​ຂອງ​ເຈົ້າແລະ​ພວກ​ຄົນ​ທີ່​ກ້າຫານ​ເຝົ້າ​ຢູ່​ເທິງ​ປ້ອມ​ສູງ​ໆ​ຂອງ​ເຈົ້າ. ເຂົາ​ເຈົ້າ​ເອົາ​ໂລ້​ມົນ​ໆ​ຫ້ອຍ​ອ້ອມ​ກຳແພງ​ຂອງ​ເຈົ້າແລະ​ເຮັດ​ໃຫ້​ເຈົ້າ​ງາມ​ຫຼາຍ. 12  ຕາຊິດ+​ຄ້າຂາຍ​ກັບ​ເຈົ້າ​ຍ້ອນ​ເຈົ້າ​ຮັ່ງ​ຫຼາຍ.+ ເຂົາ​ເຈົ້າ​ເອົາ​ເງິນ ເຫຼັກ ຊືນ ແລະ​ກົ່ວ​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.+ 13  ຢາວານ ຕູບານ+ ແລະ​ເມເຊກ+​ກໍ​ຄ້າຂາຍ​ກັບ​ເຈົ້າ. ເຂົາ​ເຈົ້າ​ເອົາ​ທາດ+​ກັບ​ເຄື່ອງ​ໃຊ້​ທີ່​ເຮັດ​ຈາກ​ທອງແດງ​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ. 14  ຄົນ​ໂຕກາມາ+​ເອົາ​ມ້າ​ແລະ​ລໍ*​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ. 15  ພວກ​ເດດານ+​ຄ້າຂາຍ​ກັບ​ເຈົ້າ. ເຈົ້າ​ຈ້າງ​ພວກ​ພໍ່​ຄ້າ​ທີ່​ຢູ່​ຕາມ​ເກາະ​ຕ່າງ​ໆ​ໃຫ້​ຄ້າຂາຍ​ໃຫ້​ເຈົ້າ. ເຂົາ​ເຈົ້າ​ເອົາ​ງາຊ້າງ+​ແລະ​ໄມ້​ເນື້ອດີ*​ເສຍສ່ວຍ​ໃຫ້​ເຈົ້າ. 16  ເອໂດມ​ຄ້າຂາຍ​ກັບ​ເຈົ້າ​ຍ້ອນ​ເຈົ້າ​ມີ​ສິນຄ້າ​ຫຼາຍ. ເຂົາ​ເຈົ້າ​ເອົາ​ຫີນ​ເທີຄອຍສ໌ ດ້າຍ​ຂົນແກະ​ທີ່​ຍ້ອມ​ສີ​ມ່ວງ ຜ້າ​ແສ່ວ​ສີ​ສົດ​ໃສ ຜ້າ​ເນື້ອດີ ປະກາລັງ ແລະ​ແກ້ວ​ພິລາ​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ. 17  ຢູດາ​ກັບ​ແຜ່ນດິນ​ອິດສະຣາເອນ​ກໍ​ຄ້າຂາຍ​ກັບ​ເຈົ້າ. ເຂົາເຈົ້າ​ເອົາ​ເຂົ້າວີດ*​ຈາກ​ເມືອງ​ມິນນິດ+ ຂອງກິນ​ທີ່​ດີ​ໆ​ ນ້ຳເຜີ້ງ+ ນ້ຳມັນ​ໝາກກອກ ແລະ​ນ້ຳມັນ​ຫອມ+​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.+ 18  ເມືອງ​ດາມາເຊ+​ຄ້າຂາຍ​ກັບ​ເຈົ້າ​ຍ້ອນ​ເຈົ້າ​ມີ​ສິນຄ້າ​ຫຼາຍ​ແລະ​ຮັ່ງ​ຫຼາຍ. ເມືອງ​ນີ້​ເອົາ​ເຫຼົ້າແວງ​ຈາກ​ເຮນໂບນ​ແລະ​ຂົນແກະ​ຈາກ​ຊາຮາ*​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ. 19  ເວດານ​ແລະ​ຢາວານ​ທີ່​ຢູ່​ໃກ້​ກັບ​ອູຊານ​ເອົາ​ເຄື່ອງ​ໃຊ້​ທີ່​ເຮັດ​ຈາກ​ເຫຼັກ ແຄັດເຊຍ*​ແລະ​ໄມ້ອໍ້​ຫອມ​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ. 20  ເດດານ+​ຄ້າຂາຍ​ກັບ​ເຈົ້າ​ໂດຍ​ເອົາ​ອານມ້າ​ທີ່​ເປັນ​ຜ້າ​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ. 21  ເຈົ້າ​ຈ້າງ​ພວກ​ອາຣັບ​ແລະ​ພວກ​ຫົວໜ້າ​ທຸກ​ຄົນ​ຂອງ​ເກດາ+​ໃຫ້​ຄ້າຂາຍ​ໃຫ້​ເຈົ້າ. ເຂົາ​ເຈົ້າ​ຂາຍ​ແກະ​ນ້ອຍ ແກະ​ໂຕ​ຜູ້ ແລະ​ແບ້.+ 22  ພວກ​ພໍ່​ຄ້າ​ຂອງ​ເຊບາ​ແລະ​ຣາອາມາ+​ກໍ​ຄ້າຂາຍ​ກັບ​ເຈົ້າ. ເຂົາ​ເຈົ້າ​ເອົາ​ເຄື່ອງເທດ​ທີ່​ດີ​ທີ່ສຸດ​ທຸກ​ປະເພດ ເພັດ​ນິນ​ຈິນດາ ແລະ​ຄຳ​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.+ 23  ຮາຣານ+ ການເນ້ ເອເດັນ+ ພວກ​ພໍ່​ຄ້າ​ຂອງ​ເຊບາ+ ເມືອງ​ອັດຊູເລ+ ແລະ​ກິນມາດ​ກໍ​ຄ້າຂາຍ​ກັບ​ເຈົ້າ. 24  ເຂົາ​ເຈົ້າ​ເອົາ​ເຄື່ອງນຸ່ງ​ທີ່​ງາມ​ໆ​ ເສື້ອຄຸມ​ສີ​ຟ້າ​ທີ່​ແສ່ວ​ດ້ວຍ​ສີ​ແຈ້ງ​ໆ​ ແລະ​ພົມ​ທີ່​ມີ​ຫຼາຍ​ສີ​ມາ​ຂາຍ​ເປັນ​ມັດ​ໃຫຍ່​ໆ​ຢູ່​ຕະຫຼາດ​ຂອງ​ເຈົ້າ. 25  ເຮືອ​ຫຼາຍ​ລຳ​ຈາກ​ຕາຊິດ+​ຂົນ​ສິນຄ້າ​ໃຫ້​ເຈົ້າ.ເຈົ້າ​ຈຶ່ງ​ລວຍ​ແລະ​ມີ​ເຄື່ອງ​ຂອງ​ຫຼາຍ*​ຢູ່​ກາງ​ທະເລ. 26  ຄົນ​ທີ່​ພາຍ​ເຮືອ​ໃຫ້​ເຈົ້າ​ພາ​ເຈົ້າ​ອອກ​ໄປ​ທະເລ​ທີ່​ມີ​ຄື້ນ​ໃຫຍ່​ໆ​.ລົມ​ຈາກ​ທິດ​ຕາເວັນ​ອອກ​ເຮັດ​ໃຫ້​ເຈົ້າ​ຫຼົ້ມ​ຢູ່​ກາງ​ທະເລ. 27  ທຸກ​ຄົນ​ທີ່​ຢູ່​ນຳ​ເຈົ້າຈະ​ຈົມ​ຢູ່​ກາງ​ທະເລ​ໃນ​ມື້​ທີ່​ເຈົ້າ​ຖືກ​ທຳລາຍ.+ຊັບ​ສົມບັດ ສິນຄ້າ ຄົນ​ທີ່​ເຮັດ​ວຽກ​ໃນ​ເຮືອ​ຂອງ​ເຈົ້າຄົນ​ທີ່​ຢາ​ຮອຍ​ຕໍ່​ເຮືອ​ຂອງ​ເຈົ້າ ຄົນ​ທີ່​ຄ້າຂາຍ​ກັບ​ເຈົ້າ+ ແລະ​ທຸກ​ຄົນ​ທີ່​ຢູ່​ໃນ​ກອງທັບ​ຂອງ​ເຈົ້າ​ຈະ​ຈົມ​ໝົດ.+ 28  ເມື່ອ​ພວກ​ລູກເຮືອ​ຂອງ​ເຈົ້າ​ຮ້ອງ​ສຽງ​ດັງ​ໆ​ ແຄມ​ທະເລ​ຈະ​ສັ່ນ​ສະເທືອນ. 29  ຄົນ​ພາຍ​ເຮືອ​ກັບ​ລູກເຮືອ​ທັງໝົດ ແລະ​ທຸກ​ຄົນ​ທີ່​ເຮັດ​ວຽກ​ໃນ​ເຮືອຈະ​ອອກ​ຈາກ​ເຮືອ​ແລະ​ໄປ​ຢືນ​ຢູ່​ເທິງ​ຝັ່ງ. 30  ເຂົາ​ເຈົ້າ​ຈະ​ຮ້ອງ​ສຽງ​ດັງ​ດ້ວຍ​ຄວາມ​ເສຍໃຈ​ຫຼາຍ​ໃຫ້​ເຈົ້າ.+ເຂົາ​ເຈົ້າ​ຈະ​ເອົາ​ຂີ້ດິນ​ໂຮຍ​ໃສ່​ຫົວ​ແລະ​ນອນ​ເກືອກ​ຂີ້ເທົ່າ. 31  ເຂົາ​ເຈົ້າ​ຈະ​ແຖ​ຫົວ​ແລະ​ນຸ່ງ​ຜ້າ​ເນື້ອ​ຫຍາບ.ເຂົາ​ເຈົ້າ​ຈະ​ຮ້ອງ​ໄຫ້​ເສຍໃຈ​ດ້ວຍ​ຄວາມ​ທຸກ​ໂສກ​ໃຫ້​ເຈົ້າ. 32  ໃນ​ຕອນ​ທີ່​ເຂົາ​ເຈົ້າ​ກຳລັງ​ໂສກເສົ້າ ເຂົາ​ເຈົ້າ​ຈະ​ຮ້ອງ​ເພງ​ໄວ້ອາໄລ​ໃຫ້​ເຈົ້າ​ວ່າ ‘ມີ​ເມືອງ​ໃດ​ບໍ​ທີ່​ເປັນ​ຄື​ກັບ​ຕີເຣ​ທີ່​ຕອນ​ນີ້​ຖືກ​ທຳລາຍ​ແລ້ວ*​ຢູ່​ກາງ​ທະເລ?+ 33  ເມື່ອ​ສິນຄ້າ​ຕ່າງ​ໆ​ຂອງ​ເຈົ້າ​ເຂົ້າ​ມາ​ຈາກ​ທະເລ ເຈົ້າ​ເຮັດ​ໃຫ້​ຫຼາຍ​ຊາດ​ມີ​ຄວາມສຸກ.+ ຊັບ​ສົມບັດ​ກັບ​ສິນຄ້າ​ຂອງ​ເຈົ້າ​ເຮັດ​ໃຫ້​ພວກ​ກະສັດ​ໃນ​ໂລກ​ລ່ຳລວຍ.+ 34  ຕອນນີ້ ເຈົ້າ​ຈົມ​ຢູ່​ທະເລ​ເລິກ+ແລະ​ສິນຄ້າ​ກັບ​ຄົນ​ຂອງ​ເຈົ້າ​ທັງ​ໝົດ​ກໍ​ຈົມ​ໄປ​ພ້ອມ​ກັບ​ເຈົ້າ.+ 35  ຄົນ​ທີ່​ຢູ່​ຕາມ​ເກາະ​ຕ່າງ​ໆ​ຈະ​ແນມ​ເບິ່ງ​ເຈົ້າ​ດ້ວຍ​ຄວາມ​ຕົກໃຈ.+ພວກ​ກະສັດ​ຂອງ​ເຂົາ​ເຈົ້າ​ຈະ​ຢ້ານ​ຈົນ​ໂຕ​ສັ່ນ+​ແລະ​ໜ້າ​ຂອງ​ເຂົາ​ເຈົ້າ​ຈະ​ໂສກເສົ້າ. 36  ພວກ​ພໍ່​ຄ້າ​ໃນ​ຊາດ​ຕ່າງ​ໆ​ຈະ​ພາກັນ​ຜິວປາກ*​ຍ້ອນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຈົ້າ. ຈຸດ​ຈົບ​ຂອງ​ເຈົ້າ​ຈະ​ເກີດ​ຂຶ້ນ​ແບບ​ກະທັນຫັນ​ແລະ​ເປັນ​ຕາ​ຢ້ານແລະ​ເຈົ້າ​ຈະ​ດັບສູນ​ຕະຫຼອດ​ໄປ.’”’”+

ຂໍຄວາມໄຂເງື່ອນ

ໄມ້​ແປກ​ຊະນິດ​ໜຶ່ງ
ໄມ້​ແປກ​ຊະນິດ​ໜຶ່ງ
ລໍ​ມີ​ພໍ່​ເປັນ​ລາ​ແລະ​ມີ​ແມ່​ເປັນ​ມ້າ
ໄມ້​ທີ່​ເນື້ອ​ເປັນ​ສີ​ດຳ​ແລະ​ລາຄາ​ແພງ
ເຂົ້າ​ຊະນິດ​ໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້
ຫຼື​ອາດ​ແປ​ວ່າ “ຂົນ​ແກະ​ສີ​ຂີ້ເທົ່າ​ອົມ​ສີ​ແດງ”
ອົບເຊີຍ​ອີກ​ຊະນິດ​ໜຶ່ງ
ແປ​ຕາມ​ໂຕ​ວ່າ “ຈະເລີນ​ຮຸ່ງ​ເຮືອງ”
ແປ​ຕາມ​ໂຕ​ວ່າ “ມິດ”
ການ​ເຮັດ​ແບບ​ນີ້​ໝາຍເຖິງ​ອາການ​ຕົກໃຈ​ຫຼື​ເປັນ​ການ​ດູຖູກ