ເອເຊກຽນ 28:1-26

  • ຄຳ​ພະຍາກອນ​ກ່ຽວ​ກັບ​ກະສັດ​ຂອງ​ເມືອງ​ຕີເຣ (1-​10)

    • “ຂ້ອຍ​ເປັນ​ພະເຈົ້າ” (2, 9)

  • ເພງ​ໄວ້ອາໄລ​ເຖິງ​ກະສັດ​ຂອງ​ຕີເຣ (11-​19)

    • “ເຈົ້າ​ເຄີຍ​ຢູ່​ສວນ​ເອເດັນ” (13)

    • ‘ເລືອກ​ໃຫ້​ເປັນ​ເຄຣູບ​ທີ່​ເຝົ້າ​ຍາມ’ (14)

    • “ເລີ່ມ​ເຮັດ​ສິ່ງ​ທີ່​ຊົ່ວ” (15)

  • ຄຳ​ພະຍາກອນ​ກ່ຽວ​ກັບ​ຊີໂດນ (20-​24)

  • ອິດສະຣາເອນ​ຖືກ​ລວບລວມ (25, 26)

28  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ​ເອີ້ຍ ໃຫ້​ເຈົ້າ​ບອກ​ຜູ້​ປົກຄອງ​ຂອງ​ເມືອງ​ຕີເຣ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຈົ້າ​ຈອງຫອງ+​ແລະ​ເວົ້າ​ຕະຫຼອດ​ວ່າ​ເຈົ້າ​ເປັນ​ພະເຈົ້າ ແລະ​ເຈົ້າ​ນັ່ງ​ຢູ່​ບັນລັງ​ຂອງ​ພະເຈົ້າ​ຢູ່​ກາງ​ທະເລ.+ ແຕ່​ເຈົ້າ​ກໍ​ເປັນ​ພຽງ​ມະນຸດ​ບໍ່​ແມ່ນ​ພະເຈົ້າເຖິງ​ເຈົ້າ​ຈະ​ຄິດ​ໃນ​ໃຈ​ວ່າ​ເຈົ້າ​ເປັນ​ພະເຈົ້າ.   ເຈົ້າ​ສະຫຼາດ​ກວ່າ​ດານີເອນ​ບໍ?+ ແລະ​ເຈົ້າ​ຮູ້​ເລື່ອງ​ທຸກ​ຢ່າງ​ທີ່​ເປັນ​ຄວາມລັບ​ບໍ?   ເຈົ້າ​ເຮັດ​ໃຫ້​ໂຕເອງ​ລວຍ​ດ້ວຍ​ສະຕິ​ປັນຍາ​ແລະ​ຄວາມ​ເຂົ້າໃຈ​ຂອງ​ເຈົ້າ.ເຈົ້າ​ມັກ​ສະສົມ​ເງິນ​ຄຳ​ໄວ້​ໃນ​ຄັງ​ຊັບສິນ​ຂອງ​ເຈົ້າ.+   ເຈົ້າ​ລວຍ​ຫຼາຍ​ຍ້ອນ​ຄ້າຂາຍ​ເກັ່ງ+ແລະ​ເຈົ້າ​ກໍ​ຈອງຫອງ​ຍ້ອນ​ເຈົ້າ​ລວຍ.”’  ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ຈຶ່ງ​ເວົ້າ​ວ່າ: “ຍ້ອນ​ເຈົ້າ​ຄິດ​ໃນ​ໃຈ​ວ່າ​ເຈົ້າ​ເປັນ​ພະເຈົ້າ   ເຮົາ​ຈະ​ພາ​ຊາດ​ໜຶ່ງ​ທີ່​ໂຫດຫ້ຽມ​ທີ່ສຸດ​ມາ​ຕໍ່ສູ້​ເຈົ້າ.+ເຂົາ​ເຈົ້າ​ຈະ​ເອົາ​ດາບ​ທຳລາຍ​ທຸກ​ສິ່ງ​ທີ່​ງາມ​ໆ​ທີ່​ເຈົ້າຫາ​ມາ​ໄດ້​ດ້ວຍ​ສະຕິ​ປັນຍາ​ຂອງ​ເຈົ້າແລະ​ຈະ​ເຮັດ​ໃຫ້​ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ເຈົ້າ​ໝົດ​ໄປ.+   ເຂົາເຈົ້າ​ຈະ​ເອົາ​ເຈົ້າ​ລົງ​ໄປ​ໃນ​ຂຸມແລະ​ຈະ​ຂ້າ​ເຈົ້າ​ຢ່າງ​ໂຫດຫ້ຽມ​ຢູ່​ກາງ​ທະເລ.+   ໃນ​ຕອນ​ນັ້ນ ເຈົ້າ​ຍັງ​ຊິ​ເວົ້າ​ກັບ​ຜູ້​ທີ່​ຂ້າເຈົ້າ​ບໍ​ວ່າ ‘ຂ້ອຍ​ເປັນ​ພະເຈົ້າ’? ເມື່ອ​ຕົກ​ຢູ່​ໃນ​ມື​ຂອງ​ຄົນ​ທີ່​ດູຖູກ​ເຈົ້າ ເຈົ້າ​ກໍ​ເປັນ​ພຽງ​ມະນຸດ ບໍ່​ແມ່ນ​ພະເຈົ້າ.”’ 10  ‘ເຈົ້າ​ຈະ​ຖືກ​ຄົນ​ຕ່າງ​ຊາດ​ຂ້າ ແລະ​ຈະ​ຕາຍ​ແບບ​ດຽວ​ກັບ​ຄົນ​ທີ່​ບໍ່​ໄດ້​ຮັບ​ສິນຕັດຍ້ອນ​ເຮົາ​ໄດ້​ເວົ້າ​ໄວ້​ແລ້ວ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ໄວ້​ແບບ​ນີ້.” 11  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 12  “ລູກ​ມະນຸດ ໃຫ້​ເຈົ້າ​ຮ້ອງ​ເພງ​ໄວ້ອາໄລ​ເຖິງ​ກະສັດ​ຂອງ​ຕີເຣ. ໃຫ້​ບອກ​ລາວ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຈົ້າ​ດີ​ໝົດ​ທຸກ​ຢ່າງ​ແລະ​ບໍ່​ມີ​ບ່ອນ​ຕິ.ເຈົ້າ​ສະຫຼາດ​ຫຼາຍ+​ແລະ​ງາມ​ທີ່ສຸດ.+ 13  ເຈົ້າ​ເຄີຍ​ຢູ່​ສວນ​ເອເດັນ​ຂອງ​ພະເຈົ້າ. ເຈົ້າ​ໃສ່​ເຄື່ອງ​ປະດັບ​ທີ່​ເປັນ​ເພັດ​ນິນ​ຈິນດາ​ທຸກ​ຊະນິດ​ເຊິ່ງ​ມີແກ້ວ​ພິລາ ແກ້ວ​ໂທພັດສ໌ ຫີນ​ແຈສະເປີ ແກ້ວ​ຄຣິດໂຊໄລທ໌ ຫີນ​ໂອນິກ ຢົກ ແກ້ວ​ໄພລິນ ຫີນ​ເທີຄອຍສ໌+ ແລະ​ມໍລະກົດ.ເຮືອນ​ແລະ​ເບົ້າ​ຂອງ​ເພັດ​ນິນ​ຈິນດາ​ເຫຼົ່ານີ້​ເປັນ​ຄຳ. ສິ່ງ​ເຫຼົ່ານີ້​ຖືກ​ກຽມ​ໄວ້​ໃນ​ມື້​ທີ່​ເຈົ້າ​ຖືກ​ສ້າງ. 14  ເຮົາ​ເຄີຍ​ເລືອກ​ເຈົ້າ​ໃຫ້​ເປັນ​ຄື​ກັບ​ເຄຣູບ​ທີ່​ເຝົ້າ​ຍາມ. ເຈົ້າ​ເຄີຍ​ຢູ່​ເທິງ​ພູ​ບໍລິສຸດ​ຂອງ​ພະເຈົ້າ+​ແລະ​ຍ່າງ​ຢູ່​ກອງ​ຫີນ​ທີ່​ມີ​ໄຟ​ລຸກ​ຢູ່. 15  ຕັ້ງແຕ່​ມື້​ທີ່​ເຈົ້າ​ຖືກ​ສ້າງ ເຈົ້າ​ເຮັດ​ດີ​ຕະຫຼອດຈົນ​ຮອດ​ມື້​ທີ່​ເຈົ້າ​ເລີ່ມ​ເຮັດ​ສິ່ງ​ທີ່​ຊົ່ວ.+ 16  ຍ້ອນ​ການ​ຄ້າຂາຍ​ຂອງ​ເຈົ້າ​ຈະເລີນ​ຮຸ່ງເຮືອງ+ເຈົ້າ​ກໍ​ເລີຍ​ໂຫດຫ້ຽມ​ແລະ​ເລີ່ມ​ເຮັດ​ຜິດ.+ ດັ່ງ​ນັ້ນ ເຮົາ​ຈະ​ໂຍນ​ເຈົ້າ​ຖິ້ມ​ຄື​ກັບ​ໂຍນ​ແນວ​ທີ່​ເປື້ອນ​ອອກ​ຈາກ​ພູ​ຂອງ​ພະເຈົ້າ ແລະ​ໄລ່​ເຈົ້າ​ອອກ​ຈາກ​ກອງ​ຫີນ​ທີ່​ມີ​ໄຟ​ລຸກ​ຢູ່.ເຄຣູບ​ທີ່​ເຝົ້າ​ຍາມ​ເອີ້ຍ ເຮົາ​ຈະ​ທຳລາຍ​ເຈົ້າ.+ 17  ເຈົ້າ​ຈອງຫອງ​ຍ້ອນ​ເຈົ້າ​ງາມ.+ ເຈົ້າ​ທຳລາຍ​ຄວາມ​ສະຫຼາດ​ຂອງ​ໂຕເອງ​ຍ້ອນ​ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ເຈົ້າ.+ ເຮົາ​ຈະ​ຖິ້ມ​ເຈົ້າ​ລົງ​ພື້ນ.+ ເຮົາ​ຈະ​ໃຫ້​ພວກ​ກະສັດ​ແນມ​ເບິ່ງ​ຄວາມ​ຈິບຫາຍ​ຂອງ​ເຈົ້າ. 18  ຍ້ອນ​ເຈົ້າ​ເຮັດ​ຜິດ​ຮ້າຍແຮງ​ແລະ​ຄ້າຂາຍ​ແບບ​ບໍ່​ສັດຊື່ ເຈົ້າ​ຈຶ່ງ​ເຮັດ​ໃຫ້​ບ່ອນ​ນະມັດສະການ​ຂອງ​ເຈົ້າ​ບໍ່​ສະອາດ. ເຮົາ​ຈະ​ເຮັດ​ໃຫ້​ໄຟ​ໄໝ້​ເຈົ້າ​ຈົນ​ໝົດ.+ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກາຍ​ເປັນ​ຂີ້ເທົ່າ​ຕໍ່​ໜ້າ​ທຸກ​ຄົນ​ທີ່​ແນມ​ເບິ່ງ​ເຈົ້າ. 19  ທຸກ​ຄົນ​ຈາກ​ຊາດ​ຕ່າງ​ໆ​ທີ່​ຮູ້ຈັກ​ເຈົ້າ​ຈະ​ແນມ​ເບິ່ງ​ເຈົ້າ​ດ້ວຍ​ຄວາມ​ຕົກໃຈ.+ ຈຸດຈົບ​ຂອງ​ເຈົ້າ​ຈະ​ເກີດ​ຂຶ້ນ​ແບບ​ກະທັນຫັນ​ແລະ​ເປັນ​ຕາ​ຢ້ານແລະ​ເຈົ້າ​ຈະ​ດັບ​ສູນ​ຕະຫຼອດໄປ.”’”+ 20  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 21  “ລູກ​ມະນຸດ​ເອີ້ຍ ໃຫ້​ເຈົ້າ​ປິ່ນ​ໜ້າ​ໄປ​ທາງ​ເມືອງ​ຊີໂດນ+​ແລະ​ພະຍາກອນ​ກ່ຽວກັບ​ເມືອງ​ນັ້ນ. 22  ໃຫ້​ເຈົ້າ​ເວົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ຊີໂດນ​ເອີ້ຍ ເຮົາ​ຈະ​ເປັນ​ສັດຕູ​ກັບ​ເຈົ້າ ແລະ​ເມື່ອ​ຄົນ​ເຫັນ​ສິ່ງ​ທີ່​ເຮົາ​ເຮັດ​ກັບ​ເຈົ້າ ເຂົາ​ເຈົ້າ​ກໍ​ຈະ​ຍົກຍ້ອງ​ເຮົາ. ເມື່ອ​ເຮົາ​ລົງໂທດ​ເຈົ້າ​ແລະ​ພິສູດ​ວ່າ​ເຮົາ​ເປັນ​ພະເຈົ້າ​ທີ່​ບໍລິສຸດທຸກ​ຄົນ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ. 23  ເຮົາ​ຈະ​ເຮັດ​ໃຫ້​ເກີດ​ໂລກລະບາດ​ໃນ​ເມືອງ​ນັ້ນ ແລະ​ເລືອດ​ຈະ​ໄຫຼ​ເຕັມ​ຫົນທາງ. ເມື່ອ​ດາບ​ມາ​ຕໍ່ສູ້​ເມືອງ​ນັ້ນ​ຈາກ​ທຸກ​ທາງ ຫຼາຍ​ຄົນ​ຈະ​ຖືກ​ຂ້າແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.+ 24  ຈາກ​ນັ້ນ ຢູ່​ອ້ອມ​ຂ້າງ​ພວກ​ອິດສະຣາເອນ​ກໍ​ຈະ​ບໍ່​ມີ​ຄົນ​ທີ່​ເວົ້າ​ເຍາະເຍີ້ຍ​ເຂົາເຈົ້າ ເຊິ່ງ​ເຄີຍ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈັບ​ຄື​ກັບ​ຖືກ​ໜາມ​ແທງ+ ແລ້ວ​ທຸກ​ຄົນ​ຈະ​ຮູ້​ວ່າ​ເຮົາ​ເຢໂຫວາ​ແມ່ນ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ.”’ 25  ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເມື່ອ​ເຮົາ​ລວບລວມ​ພວກ​ອິດສະຣາເອນ​ທີ່​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ນຳ​ຊາດ​ຕ່າງ​ໆ​ໃຫ້​ຄືນ​ມາ​ອີກ+ ທຸກ​ຊາດ​ກໍ​ຈະ​ຍົກຍ້ອງ​ເຮົາ.+ ພວກ​ອິດສະຣາເອນ​ຈະ​ໄດ້​ຢູ່​ແຜ່ນ​ດິນ​ຂອງ​ໂຕເອງ+​ທີ່​ເຮົາ​ເອົາ​ໃຫ້​ຢາໂຄບ​ຜູ້​ຮັບໃຊ້​ຂອງ​ເຮົາ.+ 26  ເຂົາເຈົ້າ​ຈະ​ຢູ່​ຫັ້ນ​ຢ່າງ​ປອດໄພ.+ ເຂົາເຈົ້າ​ຈະ​ປຸກ​ເຮືອນ​ແລະ​ເຮັດ​ສວນ​ໝາກ​ລະແຊັງ.+ ເຂົາເຈົ້າ​ຈະ​ຢູ່​ຢ່າງ​ສະຫງົບສຸກ​ເມື່ອ​ເຮົາ​ລົງໂທດ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຊິ່ງ​ເຍາະເຍີ້ຍ​ເຂົາເຈົ້າ+ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາເຈົ້າ.”’”

ຂໍຄວາມໄຂເງື່ອນ