ເອເຊກຽນ 29:1-21
29 ໃນວັນທີ 12 ເດືອນທີ 10 ຂອງປີທີ 10* ພະເຢໂຫວາເວົ້າກັບຂ້ອຍວ່າ:
2 “ລູກມະນຸດເອີ້ຍ ໃຫ້ເຈົ້າປິ່ນໜ້າໄປທາງກະສັດຂອງເອຢິບ ແລ້ວເວົ້າຄຳພະຍາກອນນີ້ໃຫ້ລາວແລະຄົນເອຢິບທຸກຄົນຟັງ.+
3 ໃຫ້ເຈົ້າເວົ້າແບບນີ້ ‘ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ
“ກະສັດຂອງເອຢິບເອີ້ຍ ເຮົາຈະເປັນສັດຕູກັບເຈົ້າ.+ເຈົ້າເປັນສັດໂຕໃຫຍ່ໃນແມ່ນ້ຳທີ່ນອນຢູ່ຄອງນ້ຳຕ່າງໆຂອງແມ່ນ້ຳນິນ.*+ເຈົ້າເວົ້າວ່າ ‘ແມ່ນ້ຳນິນເປັນຂອງຂ້ອຍ.
ຂ້ອຍສ້າງມັນສຳລັບໂຕຂ້ອຍເອງ.’+
4 ແຕ່ເຮົາຈະເອົາຂໍເກາະເກາະຄາງກະໄຕເຈົ້າ ແລະເຮັດໃຫ້ປາໃນແມ່ນ້ຳນິນຄາຢູ່ເກັດຂອງເຈົ້າ.
ເຮົາຈະດຶງເຈົ້າຂຶ້ນມາຈາກແມ່ນ້ຳນິນພ້ອມກັບປາທຸກໂຕທີ່ຄາຢູ່ເກັດຂອງເຈົ້າ.
5 ເຮົາຈະຖິ້ມເຈົ້າກັບປາທຸກໂຕໃນແມ່ນ້ຳນິນຂອງເຈົ້າຢູ່ທະເລຊາຍ.
ເຈົ້າຈະລົ້ມລົງຢູ່ທົ່ງຫຍ້າ ແລະຈະບໍ່ມີໃຜມ້ຽນສົບແລະຝັງເຈົ້າ.+
ສົບຂອງເຈົ້າຈະເປັນອາຫານຂອງນົກທີ່ຢູ່ເທິງຟ້າກັບສັດປ່າທີ່ຢູ່ແຜ່ນດິນ.+
6 ແລ້ວທຸກຄົນໃນເອຢິບຈະຮູ້ວ່າເຮົາແມ່ນເຢໂຫວາ.ເຂົາເຈົ້າເປັນຄືກັບເຟືອງ*ເສັ້ນໜຶ່ງທີ່ອ່ອນໆແລະຊ່ວຍຫຍັງພວກອິດສະຣາເອນບໍ່ໄດ້.+
7 ເມື່ອພວກອິດສະຣາເອນຈັບມືເຈົ້າ ເຈົ້າກໍມຸ່ນແລະເຈົ້າກໍເຮັດໃຫ້ບ່າຂອງເຂົາເຈົ້າຈີກ.
ເມື່ອເຂົາເຈົ້າອີງເຈົ້າ ເຈົ້າກໍຫັກແລະເຈົ້າກໍເຮັດໃຫ້ຂາຂອງເຂົາເຈົ້າຢືນບໍ່ຢູ່.”+
8 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ “ເຮົາຈະໃຫ້ຄົນເອົາດາບໄປໂຈມຕີເຈົ້າ+ ແລະເຮົາຈະຂ້າທັງຄົນແລະສັດໃຫ້ໝົດໄປຈາກເຈົ້າ.
9 ແຜ່ນດິນເອຢິບຈະເປັນຊາກຫັກພັງແລະຮ້າງເປົ່າ.+ ແລ້ວເຂົາເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ ຍ້ອນເຈົ້າໄດ້ເວົ້າວ່າ ‘ແມ່ນ້ຳນິນເປັນຂອງຂ້ອຍ. ຂ້ອຍເປັນຜູ້ສ້າງມັນຂຶ້ນມາ.’+
10 ຍ້ອນແນວນີ້ ເຮົາຈະເປັນສັດຕູກັບເຈົ້າແລະກັບແມ່ນ້ຳນິນຂອງເຈົ້າ. ເຮົາຈະເຮັດໃຫ້ແຜ່ນດິນເອຢິບເປັນຊາກຫັກພັງແລະແຫ້ງແລ້ງ. ມັນຈະຮ້າງເປົ່າ+ຕັ້ງແຕ່ມິກໂດນ+ ຮອດສີເອເນ+ ແລະຈົນຮອດເຂດແດນເອທິໂອເປຍ.
11 ຄົນແລະສັດຈະບໍ່ຍ່າງຜ່ານແຜ່ນດິນນັ້ນ+ ແລະຈະບໍ່ມີໃຜຢູ່ຫັ້ນ 40 ປີ.
12 ເຮົາຈະເຮັດໃຫ້ແຜ່ນດິນເອຢິບຮ້າງເປົ່າທີ່ສຸດ ແລະເມືອງໃນແຜ່ນດິນນັ້ນຈະຮ້າງເປົ່າທີ່ສຸດ 40 ປີ.+ ເຮົາຈະເຮັດໃຫ້ພວກເອຢິບກະຈັດກະຈາຍໄປຢູ່ນຳຫຼາຍຊາດ ແລະຈະໄລ່ເຂົາເຈົ້າໃຫ້ໄປຢູ່ແຜ່ນດິນຕ່າງໆ.”+
13 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ “ເມື່ອຮອດ 40 ປີແລ້ວ ເຮົາຈະລວບລວມພວກເອຢິບທີ່ກະຈັດກະຈາຍໄປຢູ່ນຳຫຼາຍຊາດໃຫ້ກັບມາ.+
14 ເຮົາຈະພາພວກເອຢິບທີ່ເປັນຊະເລີຍໃຫ້ກັບມາແຜ່ນດິນປັດໂຣດ+ທີ່ເປັນບ້ານເກີດເມືອງນອນຂອງເຂົາເຈົ້າ. ເອຢິບຈະເປັນປະເທດທີ່ບໍ່ມີຄວາມສຳຄັນຫຍັງເລີຍ.
15 ເອຢິບຈະຕ່ຳຕ້ອຍກວ່າຊາດອື່ນແລະຈະບໍ່ໄດ້ປົກຄອງປະເທດອື່ນອີກຕໍ່ໄປ.+ ເຮົາຈະເຮັດໃຫ້ປະເທດນີ້ອ່ອນແອຫຼາຍຈົນປົກຄອງຊາດອື່ນບໍ່ໄດ້.+
16 ພວກອິດສະຣາເອນຈະບໍ່ວາງໃຈເອຢິບອີກເລີຍ.+ ສິ່ງທີ່ເກີດຂຶ້ນກັບເອຢິບຈະເຮັດໃຫ້ພວກອິດສະຣາເອນຈື່ຄວາມຜິດທີ່ເຂົາເຈົ້າໄດ້ເຮັດທີ່ໄປຂໍໃຫ້ເອຢິບຊ່ວຍ ແລ້ວເຂົາເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດ.”’”
17 ໃນວັນທີ 1 ເດືອນທີ 1 ຂອງປີທີ 27* ພະເຢໂຫວາເວົ້າກັບຂ້ອຍວ່າ:
18 “ລູກມະນຸດເອີ້ຍ ເນບູກາດເນັດຊາ*ກະສັດ+ຂອງບາບີໂລນໄດ້ໃຫ້ກອງທັບຂອງລາວມາໂຈມຕີເມືອງຕີເຣຢ່າງໜັກ+ ຈົນທະຫານທຸກຄົນຂອງລາວຫົວລ້ານແລະບ່າເຫຼີ້ນ ແຕ່ລາວກັບພວກທະຫານກໍບໍ່ໄດ້ຄ່າຈ້າງຫຍັງເລີຍ.
19 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເຮົາຈະເອົາແຜ່ນດິນເອຢິບໃຫ້ເນບູກາດເນັດຊາກະສັດຂອງບາບີໂລນ.+ ລາວຈະຂົນເອົາຊັບສົມບັດຂອງເອຢິບໄປ ແລະຈະຂົນເອົາເຄື່ອງຂອງທີ່ພວກເອຢິບປຸ້ນແລະຍຶດມາໄດ້ໄປບັກຫຼາຍໆ. ເຄື່ອງຂອງເຫຼົ່ານີ້ຈະເປັນຄ່າຈ້າງສຳລັບພວກທະຫານຂອງລາວ.’
20 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເຮົາຈະເອົາແຜ່ນດິນເອຢິບໃຫ້ລາວເພື່ອເປັນຄ່າຈ້າງທີ່ລາວໂຈມຕີເມືອງນັ້ນ.* ເຮົາເຮັດຈັ່ງຊີ້ຍ້ອນເຂົາເຈົ້າເຮັດວຽກໃຫ້ເຮົາ.’+
21 ໃນມື້ນັ້ນ ເຮົາຈະເຮັດໃຫ້ຊາດອິດສະຣາເອນມີເຂົາ*ປົ່ງອອກມາ+ ແລະເຮົາຈະໃຫ້ເຈົ້າມີໂອກາດໄດ້ເວົ້າກັບເຂົາເຈົ້າ ແລ້ວເຂົາເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ.”
ຂໍ ຄວາມ ໄຂ ເງື່ອນ
^ ໝາຍເຖິງປີທີ 10 ທີ່ກະສັດເຢໂຮຢາກິນ ເອເຊກຽນ ແລະຄົນຢິວຄົນອື່ນໆຖືກຈັບໄປເປັນຊະເລີຍ. ເບິ່ງ ອຊກ 1:2.
^ ຄຳວ່າ “ແມ່ນ້ຳນິນ” ໃນບົດນີ້ໝາຍເຖິງແມ່ນ້ຳນິນແລະຄອງຕ່າງໆທີ່ແຍກອອກມາຈາກມັນ
^ ແປຕາມໂຕວ່າ “ຕົ້ນອໍ້”
^ ໝາຍເຖິງປີທີ 27 ທີ່ກະສັດເຢໂຮຢາກິນ ເອເຊກຽນ ແລະຄົນຢິວຄົນອື່ນໆຖືກຈັບໄປເປັນຊະເລີຍ. ເບິ່ງ ອຊກ 1:2.
^ ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
^ ໝາຍເຖິງເມືອງຕີເຣ
^ ໃນຄຳພີໄບເບິນມັກໃຊ້ເຂົາເພື່ອໝາຍເຖິງກຳລັງຫຼືອຳນາດ