ເອເຊກຽນ 3:1-27

  • ເອເຊກຽນ​ກິນ​ມ້ວນ​ໜັງສື​ທີ່​ພະເຈົ້າ​ເອົາ​ໃຫ້ (1-​15)

  • ເອເຊກຽນ​ເຮັດ​ໜ້າທີ່​ເປັນ​ຄົນ​ຍາມ (16-​27)

    • ການ​ບໍ່​ເຕືອນ​ຈະ​ມີ​ຄວາມ​ຜິດ​ຄື​ກັບ​ຂ້າ​ຄົນ (18-​21)

3  ຈາກ​ນັ້ນ ເພິ່ນ​ບອກ​ຂ້ອຍ​ວ່າ: “ລູກ​ມະນຸດ ໃຫ້​ກິນ​ສິ່ງ​ທີ່​ຢູ່​ຕໍ່​ໜ້າ​ເຈົ້າ. ກິນ​ມ້ວນ​ໜັງສື​ນີ້ ແລ້ວ​ໄປ​ບອກ​ຊາດ​ອິດສະຣາເອນ+  ຂ້ອຍ​ຈຶ່ງ​ອ້າ​ປາກ​ແລະ​ເພິ່ນ​ກໍ​ໃຫ້​ຂ້ອຍ​ກິນ​ມ້ວນ​ໜັງສື​ນັ້ນ.  ເພິ່ນ​ເວົ້າ​ຕໍ່​ອີກ​ວ່າ: “ລູກ​ມະນຸດ ໃຫ້​ເຈົ້າ​ກິນ​ມ້ວນ​ໜັງສື​ທີ່​ເຮົາ​ເອົາ​ໃຫ້​ເຈົ້າ. ໃຫ້​ເຈົ້າ​ກິນ​ຈົນ​ອີ່ມ.” ເມື່ອ​ຂ້ອຍ​ກິນ ມັນ​ກໍ​ຫວານ​ຄື​ກັບ​ນ້ຳ​ເຜີ້ງ.+  ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ໃຫ້​ເຈົ້າ​ໄປ​ຫາ​ຊາດ​ອິດສະຣາເອນ​ແລະ​ບອກ​ເຂົາເຈົ້າ​ຕາມ​ທີ່​ເຮົາ​ເວົ້າ.  ເຮົາ​ບໍ່​ໄດ້​ສົ່ງ​ເຈົ້າ​ໄປ​ຫາ​ຊາດ​ທີ່​ເວົ້າ​ພາສາ​ທີ່​ເຂົ້າໃຈ​ຍາກ​ຫຼື​ພາສາ​ທີ່​ເຈົ້າ​ເວົ້າ​ບໍ່​ໄດ້ ແຕ່​ເຮົາ​ສົ່ງ​ເຈົ້າ​ໄປ​ຫາ​ຊາດ​ອິດສະຣາເອນ.  ເຮົາ​ບໍ່​ໄດ້​ສົ່ງ​ເຈົ້າ​ໄປ​ຫາ​ຊາດ​ຕ່າງ​ໆ​ທີ່​ເວົ້າ​ພາສາ​ທີ່​ເຂົ້າໃຈ​ຍາກ​ຫຼື​ພາສາ​ທີ່​ເຈົ້າ​ເວົ້າ​ບໍ່​ໄດ້ ຖ້າ​ເຮົາ​ສົ່ງ​ເຈົ້າ​ໄປ​ຫາ​ຊາດ​ເຫຼົ່າ​ນັ້ນ ເຂົາເຈົ້າ​ຈະ​ຟັງ​ເຈົ້າ.+  ແຕ່​ຊາດ​ອິດສະຣາເອນ​ຈະ​ບໍ່​ຟັງ​ເຈົ້າ ຍ້ອນ​ເຂົາເຈົ້າ​ບໍ່​ຢາກ​ຟັງ​ເຮົາ.+ ທຸກ​ຄົນ​ໃນ​ຊາດ​ນີ້​ຫົວແຂງ​ແລະ​ດື້ດ້ານ.+  ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ​ດື້ດ້ານ​ແລະ​ບໍ່​ຍອມ​ໃຜ​ຄື​ກັບ​ທີ່​ເຂົາເຈົ້າ​ເປັນ.*+  ເຮົາ​ໄດ້​ເຮັດ​ໃຫ້​ຫົວ​ເຈົ້າ​ແຂງ​ກວ່າ​ຫີນ​ທີ່​ແຂງ​ໆ​*+​ແລະ​ແຂງ​ກວ່າ​ເພັດ​ອີກ. ບໍ່​ຕ້ອງ​ຢ້ານ​ເຂົາເຈົ້າ​ແລະ​ບໍ່​ຕ້ອງ​ຢ້ານ​ສີ​ໜ້າ​ຂອງ​ເຂົາເຈົ້າ+ ຍ້ອນ​ເຂົາເຈົ້າ​ເປັນ​ຊາດ​ທີ່​ມັກ​ກະບົດ.” 10  ເພິ່ນ​ເວົ້າ​ກັບ​ຂ້ອຍ​ຕໍ່​ວ່າ: “ລູກ​ມະນຸດ ໃຫ້​ຕັ້ງໃຈ​ຟັງ​ແລະ​ຈື່​ທຸກ​ສິ່ງ​ທີ່​ເຮົາ​ເວົ້າ​ກັບ​ເຈົ້າ. 11  ໃຫ້​ເຈົ້າ​ໄປ​ເວົ້າ​ກັບ​ຄົນ​ຊາດດຽວກັນ​ກັບ​ເຈົ້າ​ທີ່​ເປັນ​ຊະເລີຍ+ ບໍ່​ວ່າ​ເຂົາເຈົ້າ​ຈະ​ຟັງ​ຫຼື​ບໍ່​ຟັງ​ເຈົ້າ.+ ໃຫ້​ບອກ​ເຂົາເຈົ້າ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.’” 12  ຈາກ​ນັ້ນ ພະລັງ​ຂອງ​ພະເຈົ້າ*​ກໍ​ພາ​ຂ້ອຍ​ໄປ+ ແລະ​ຂ້ອຍ​ໄດ້​ຍິນ​ສຽງ​ດັງ​ໆ​ຢູ່​ທາງ​ຫຼັງ​ຂ້ອຍ​ເວົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ການ​ສັນລະເສີນ​ຈາກ​ບ່ອນ​ທີ່​ເພິ່ນ​ຢູ່ ຍ້ອນ​ສະຫງ່າ​ລາສີ​ຂອງ​ເພິ່ນ.” 13  ຂ້ອຍ​ໄດ້​ຍິນ​ສຽງ​ສິ່ງ​ທີ່​ມີ​ຊີວິດ​ຕົບ​ປີກ+ ສຽງ​ກົງ​ລໍ້​ທີ່​ຢູ່​ທາງ​ຂ້າງ​ເຂົາເຈົ້າ+ ແລະ​ສຽງ​ດັງ​ໆ​ອີກ​ເທື່ອ​ໜຶ່ງ. 14  ພະລັງ​ຂອງ​ພະເຈົ້າ*​ໄດ້​ພາ​ຂ້ອຍ​ໄປ. ຂ້ອຍ​ຄຽດ​ແລະ​ໃຈຮ້າຍ​ຫຼາຍ ແຕ່​ພະລັງ​ຂອງ​ພະ​ເຢໂຫວາ​ກໍ​ມາ​ຢູ່​ນຳ​ຂ້ອຍ.* 15  ຂ້ອຍ​ໄປ​ຫາ​ປະຊາຊົນ​ທີ່​ເປັນ​ຊະເລີຍ​ຢູ່​ເຕນອາບີບ​ທີ່​ອາໄສ​ຢູ່​ແຄມ​ແມ່​ນ້ຳ​ເກບາ.+ ຂ້ອຍ​ຢູ່​ຫັ້ນ​ກັບ​ເຂົາເຈົ້າ​ແບບ​ມຶນ​ໆ​ງົງ​ໆ​+​ທັງ​ໝົດ 7 ມື້. 16  ຫຼັງ​ຈາກ 7 ມື້ ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ: 17  “ລູກ​ມະນຸດ ເຮົາ​ແຕ່ງ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຄົນ​ຍາມ​ຂອງ​ຊາດ​ອິດສະຣາເອນ.+ ເຈົ້າ​ໄດ້​ຍິນ​ເຮົາ​ບອກ​ແນວໃດ ເຈົ້າ​ກໍ​ຕ້ອງ​ເຕືອນ​ເຂົາເຈົ້າ​ຕາມ​ນັ້ນ.+ 18  ຖ້າ​ເຮົາ​ບອກ​ຄົນ​ຊົ່ວ​ວ່າ ‘ເຈົ້າ​ຈະ​ຕາຍ’ ແຕ່​ເຈົ້າ​ບໍ່​ບອກ​ລາວ ແລະ​ບໍ່​ໄດ້​ເຕືອນ​ລາວ​ໃຫ້​ປ່ຽນ​ແນວ​ທາງ​ຊີວິດ​ຂອງ​ໂຕ​ເອງ ລາວ​ກໍ​ຈະ​ຕາຍ.+ ລາວ​ຈະ​ຕາຍ​ຍ້ອນ​ລາວ​ເປັນ​ຄົນ​ຊົ່ວ+ ແລະ​ເຈົ້າ​ເອງ​ກໍ​ຕ້ອງ​ຮັບຜິດຊອບ​ທີ່​ລາວ​ຕາຍ.*+ 19  ແຕ່​ຖ້າ​ເຈົ້າ​ເຕືອນ​ຄົນ​ຊົ່ວ​ຜູ້​ນັ້ນ​ແລ້ວ ແລະ​ລາວ​ບໍ່​ໄດ້​ປ່ຽນ​ແນວ​ທາງ​ຊີວິດ​ຂອງ​ໂຕ​ເອງ ລາວ​ຈະ​ຕາຍ​ຍ້ອນ​ລາວ​ເປັນ​ຄົນ​ຊົ່ວ ແຕ່​ເຈົ້າ​ຈະ​ລອດ.+ 20  ຖ້າ​ຄົນ​ດີ​ເຊົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລ້ວ​ໄປ​ເຮັດ​ຊົ່ວ* ເຮົາ​ຈະ​ໃຫ້​ມີ​ແນວ​ຂວາງ​ທາງ​ລາວ ລາວ​ຈະ​ສະດຸດ​ແລະ​ຕາຍ.+ ຖ້າ​ເຈົ້າ​ບໍ່​ເຕືອນ​ລາວ ລາວ​ຈະ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕ​ເອງ ແລະ​ເຮົາ​ກໍ​ຈະ​ລືມ​ສິ່ງ​ດີ​ໆ​ທີ່​ລາວ​ໄດ້​ເຮັດ ແຕ່​ເຮົາ​ຈະ​ໃຫ້​ເຈົ້າຮັບຜິດຊອບ​ທີ່​ລາວ​ຕາຍ.+ 21  ແຕ່​ຖ້າ​ເຈົ້າ​ເຕືອນ​ຄົນ​ດີ​ຜູ້​ນັ້ນ ແລະ​ລາວ​ກໍ​ບໍ່​ໄດ້​ເຮັດ​ຜິດ ລາວ​ຈະ​ບໍ່​ຕາຍ​ຍ້ອນ​ວ່າ​ເຈົ້າ​ໄດ້​ເຕືອນ​ລາວ+ ແລະ​ເຈົ້າ​ກໍ​ຈະ​ລອດ​ຄື​ກັນ.” 22  ແລ້ວ​ພະລັງ*​ຂອງ​ພະ​ເຢໂຫວາ​ກໍ​ມາ​ຢູ່​ນຳ​ຂ້ອຍ. ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ໃຫ້​ເຈົ້າ​ໄປ​ທົ່ງພຽງ ແລ້ວ​ເຮົາ​ຈະ​ເວົ້າ​ກັບ​ເຈົ້າ​ຢູ່​ຫັ້ນ.” 23  ຂ້ອຍ​ຈຶ່ງ​ລຸກ​ຂຶ້ນ​ແລະ​ໄປ​ທົ່ງພຽງ. ຂ້ອຍ​ເຫັນ​ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ​ຢູ່​ຫັ້ນ.+ ແສງ​ນັ້ນ​ຄື​ກັບ​ແສງ​ລັດສະໝີ​ທີ່​ຢູ່​ແຄມ​ແມ່​ນ້ຳ​ເກບາ.+ ຂ້ອຍ​ຈຶ່ງ​ໝູບ​ໜ້າ​ລົງ​ພື້ນ. 24  ຈາກ​ນັ້ນ ຂ້ອຍ​ກໍ​ໄດ້​ຮັບ​ພະລັງ​ຂອງ​ພະເຈົ້າ ຂ້ອຍ​ຈຶ່ງ​ຢືນ​ຂຶ້ນ+ ແລ້ວ​ເພິ່ນ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ: “ໃຫ້​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ແລະ​ຂັງ​ໂຕ​ເອງ​ຢູ່​ຫັ້ນ. 25  ລູກ​ມະນຸດ​ເອີ້ຍ ຈະ​ມີ​ຄົນ​ເອົາ​ເຊືອກ​ມາ​ມັດ​ເຈົ້າ​ໄວ້ ແລະ​ເຈົ້າ​ຈະ​ອອກ​ໄປ​ທາງ​ນອກ​ບໍ່​ໄດ້. 26  ເຮົາ​ຈະ​ເຮັດ​ໃຫ້​ລີ້ນ​ຂອງ​ເຈົ້າ​ຕິດ​ຢູ່​ເພດານ​ປາກ. ເຈົ້າ​ຈະ​ເວົ້າ​ກັບ​ເຂົາເຈົ້າ​ບໍ່​ໄດ້​ແລະ​ເຕືອນ​ເຂົາເຈົ້າ​ບໍ່​ໄດ້ ຍ້ອນ​ເຂົາເຈົ້າ​ເປັນ​ຊາດ​ທີ່​ມັກ​ກະບົດ. 27  ແຕ່​ເມື່ອ​ເຮົາ​ເວົ້າ​ກັບ​ເຈົ້າ ເຮົາ​ຈະ​ໃຫ້​ເຈົ້າ​ເວົ້າ​ໄດ້ ແລ້ວ​ເຈົ້າ​ຈະ​ບອກ​ເຂົາເຈົ້າ​ວ່າ+ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.’ ຖ້າ​ຜູ້​ໃດ​ຟັງ​ເຈົ້າ​ກໍ​ໃຫ້​ເຂົາເຈົ້າ​ຟັງ+ ແຕ່​ຖ້າ​ຜູ້​ໃດ​ບໍ່​ຢາກ​ຟັງ​ກໍ​ບໍ່​ຕ້ອງ​ຟັງ ຍ້ອນ​ເຂົາເຈົ້າ​ເປັນ​ຊາດ​ທີ່​ມັກ​ກະບົດ.”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເຮົາ​ໄດ້​ເຮັດ​ໃຫ້​ໜ້າ​ເຈົ້າ​ແຂງ​ຄື​ກັບ​ໜ້າ​ເຂົາເຈົ້າ ແລະ​ເຮັດ​ໃຫ້​ໜ້າ​ຜາກ​ເຈົ້າ​ແຂງ​ຄື​ກັບ​ໜ້າ​ຜາກ​ເຂົາເຈົ້າ”
ຫີນ​ຊະນິດ​ນີ້​ແຂງ​ກວ່າ​ເຫຼັກ
ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ອາດ​ໝາຍເຖິງ​ພະລັງ​ຂອງ​ພະເຈົ້າ​ຫຼື​ທູດສະຫວັນ
ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ອາດ​ໝາຍເຖິງ​ພະລັງ​ຂອງ​ພະເຈົ້າ​ຫຼື​ທູດສະຫວັນ
ແປ​ຕາມ​ໂຕ​ວ່າ “ມື​ຂອງ​ພະ​ເຢໂຫວາ​ກໍ​ວາງ​ເທິງ​ຂ້ອຍ​ແຮງ​ໆ​”
ຫຼື “ເຮົາ​ຈະ​ເອົາ​ເລືອດ​ຂອງ​ລາ​ວ​ຈາກ​ເຈົ້າ”
ຫຼື “ເຮັດ​ສິ່ງ​ທີ່​ບໍ່​ຍຸຕິທຳ”
ແປ​ຕາມ​ໂຕ​ວ່າ “ມື”