ເອເຊກຽນ 30:1-26
30 ພະເຢໂຫວາເວົ້າກັບຂ້ອຍອີກວ່າ:
2 “ລູກມະນຸດເອີ້ຍ ໃຫ້ເຈົ້າພະຍາກອນແລະເວົ້າແບບນີ້ ‘ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ
“ໃຫ້ພວກເຈົ້າຮ້ອງອອກມາວ່າ ‘ຕາຍຄັກໆ ມື້ນັ້ນໃກ້ຊິມາຮອດແລ້ວ.’
3 ມື້ນັ້ນຫຍັບໃກ້ເຂົ້າມາຫຼາຍແລ້ວ. ວັນຂອງພະເຢໂຫວາໃກ້ຈະມາຮອດແລ້ວ.+
ມື້ນັ້ນຈະເປັນມື້ທີ່ມີຂີ້ເຝື້ອຕຶບໜາ+ ແລະຈະເປັນເວລາທີ່ຊາດຕ່າງໆຖືກຕັດສິນ.+
4 ຈະມີດາບມາຕໍ່ສູ້ເອຢິບ ແລະເມື່ອເຫັນຄົນຕາຍຫຼາຍຢູ່ເອຢິບ ເອທິໂອເປຍກໍຈະຢ້ານຫຼາຍ.ຊັບສົມບັດຂອງເອຢິບຈະຖືກເອົາໄປ ແລະເອຢິບຈະຖືກທຳລາຍພ້ອມກັບຮາກຖານຂອງມັນ.+
5 ຄົນເອທິໂອເປຍ+ ຄົນພຸດ+ ຄົນລູດ ຄົນຈາກຊາດອື່ນໆແລະຄົນກຸບກັບຄົນໃນແຜ່ນດິນທີ່ຢູ່ໃນສັນຍາ*ຈະຖືກຂ້າດ້ວຍດາບ.”’
6 ພະເຢໂຫວາເວົ້າວ່າ
‘ພວກທີ່ສະໜັບສະໜູນເອຢິບກໍຈະຖືກຂ້າຄືກັນແລະອຳນາດຍິ່ງໃຫຍ່ທີ່ເອຢິບເຄີຍມີກໍຈະໝົດໄປ.’+
ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ພວກເອຢິບຈະຖືກຂ້າຢູ່ທົ່ວແຜ່ນດິນຂອງໂຕເອງຕັ້ງແຕ່ມິກໂດນ+ຈົນຮອດສີເອເນ.’+
7 ແຜ່ນດິນຂອງເຂົາເຈົ້າຈະເປັນແຜ່ນດິນທີ່ຮ້າງເປົ່າທີ່ສຸດ ແລະເມືອງຕ່າງໆຈະກາຍເປັນຊາກຫັກພັງ.+
8 ເຂົາເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ ເມື່ອເຮົາຈູດເອຢິບຖິ້ມແລະທຳລາຍພວກພັນທະມິດທັງໝົດຂອງເຂົາເຈົ້າ.
9 ໃນມື້ນັ້ນ ເຮົາຈະໃຫ້ຜູ້ສົ່ງຂ່າວຂີ່ເຮືອໄປເອທິໂອເປຍ ເຖິງວ່າເຂົາເຈົ້າຈະໝັ້ນໃຈໃນໂຕເອງຫຼາຍ ແຕ່ກໍຈະຢ້ານຈົນໂຕສັ່ນ. ເຂົາເຈົ້າຈະຢ້ານຫຼາຍໃນມື້ທີ່ເອຢິບເຈິຄວາມຈິບຫາຍ ຍ້ອນມື້ນັ້ນຈະມາຮອດແທ້ໆ.’
10 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເຮົາຈະໃຫ້ເນບູກາດເນັດຊາ*ກະສັດຂອງບາບີໂລນທຳລາຍຄົນໃນເອຢິບ.”+
11 ລາວກັບກອງທັບຂອງລາວເຊິ່ງເປັນຊາດທີ່ໂຫດຫ້ຽມທີ່ສຸດ+ຈະທຳລາຍແຜ່ນດິນນັ້ນ. ເຂົາເຈົ້າຈະໃຊ້ດາບຕໍ່ສູ້ເອຢິບ ແລະໃນແຜ່ນດິນນັ້ນຈະເຕັມແຕ່ສົບຄົນຕາຍ.+
12 ເຮົາຈະເຮັດໃຫ້ຄອງຕ່າງໆຂອງແມ່ນ້ຳນິນ+ແຫ້ງແລະຈະຂາຍແຜ່ນດິນນັ້ນໃຫ້ພວກຄົນຊົ່ວ. ເຮົາຈະໃຫ້ຄົນຕ່າງຊາດເຮັດໃຫ້ແຜ່ນດິນນັ້ນແລະທຸກສິ່ງທີ່ຢູ່ຫັ້ນຮ້າງເປົ່າ.+ ເຮົາເຢໂຫວາໄດ້ເວົ້າໄວ້ແລ້ວ.’
13 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເຮົາຈະທຳລາຍຮູບບູຊາທີ່ເປັນຕາຂີ້ດຽດ*ແລະທຳລາຍຮູບພະຕ່າງໆທີ່ບໍ່ມີຄ່າຫຍັງຂອງເມືອງໂໜບ.*+ ເອຢິບຈະບໍ່ມີເຈົ້ານາຍ*ຂອງໂຕເອງປົກຄອງອີກຕໍ່ໄປ ແລະເຮົາຈະເຮັດໃຫ້ຄົນຢູ່ຫັ້ນຢ້ານຫຼາຍ.+
14 ເຮົາຈະເຮັດໃຫ້ປັດໂຣດຮ້າງເປົ່າ+ ໃຫ້ໄຟມາຈູດໂຊອານ ແລະຕັດສິນເມືອງໂນ.*+
15 ເຮົາຈະປ່ອຍຄວາມໃຈຮ້າຍຂອງເຮົາໃສ່ເມືອງຊິນເຊິ່ງເປັນເມືອງທີ່ເຂັ້ມແຂງຂອງເອຢິບ ແລະເຮົາຈະທຳລາຍຄົນໃນເມືອງໂນ.
16 ເຮົາຈະຈູດເອຢິບຖິ້ມ ແລະເມືອງຊິນຈະມີແຕ່ຄວາມຢ້ານ. ເມືອງໂນຈະຖືກພວກສັດຕູໂຈມຕີ ແລະເມືອງໂໜບຈະຖືກໂຈມຕີໃນຕອນກາງເວັນ.
17 ພວກຜູ້ຊາຍໜຸ່ມໃນເມືອງໂອນ*ແລະໃນເມືອງປີເບເສດຈະຖືກຂ້າດ້ວຍດາບ ແລະຄົນໃນເມືອງຈະຖືກຈັບໄປເປັນຊະເລີຍ.
18 ໃນເມືອງຕະປັນເຂດ ກາງເວັນຈະມືດເມື່ອເຮົາຫັກແອກຂອງເອຢິບຢູ່ຫັ້ນ.+ ອຳນາດຍິ່ງໃຫຍ່ທີ່ເອຢິບເຄີຍມີຈະບໍ່ມີອີກຕໍ່ໄປ+ ຈະມີຂີ້ເຝື້ອປົກຄຸມແຜ່ນດິນຂອງເຂົາເຈົ້າ ແລະຄົນໃນເມືອງຈະຖືກຈັບໄປເປັນຊະເລີຍ.+
19 ເຮົາຈະຕັດສິນເອຢິບ ແລ້ວເຂົາເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ.’”
20 ໃນວັນທີ 7 ເດືອນທີ 1 ຂອງປີທີ 11* ພະເຢໂຫວາເວົ້າກັບຂ້ອຍອີກວ່າ:
21 “ລູກມະນຸດເອີ້ຍ ເຮົາໄດ້ຫັກແຂນຂອງກະສັດເອຢິບແລ້ວ ຈະບໍ່ມີໃຜປົວຫຼືເອົາຜ້າພັນແຂນນັ້ນເພື່ອໃຫ້ມັນແຂງແຮງພໍທີ່ຈະຈັບດາບໄດ້.”
22 “ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເຮົາຈະຈັດການກະສັດຂອງເອຢິບ.+ ເຮົາຈະຫັກແຂນຂອງລາວເບື້ອງທີ່ດີກັບເບື້ອງທີ່ຫັກແລ້ວ+ແລະຈະເຮັດໃຫ້ດາບຫຼຸດຈາກມືລາວ.+
23 ແລ້ວເຮົາຈະເຮັດໃຫ້ພວກເອຢິບກະຈັດກະຈາຍກັນໄປຢູ່ນຳຫຼາຍຊາດ ແລະເຮົາຈະໄລ່ເຂົາເຈົ້າໄປຢູ່ແຜ່ນດິນຕ່າງໆ.+
24 ເຮົາຈະເຮັດໃຫ້ແຂນຂອງກະສັດບາບີໂລນມີກຳລັງຫຼາຍຂຶ້ນ+ ແລະຈະເອົາດາບຂອງເຮົາໃສ່ໃນມືລາວ.+ ເຮົາຈະຫັກແຂນຂອງກະສັດເອຢິບແລະລາວຈະຮ້ອງບັກແຮງໆຄືຊິຕາຍຕໍ່ໜ້າລາວ.*
25 ເຮົາຈະເຮັດໃຫ້ແຂນຂອງກະສັດບາບີໂລນມີກຳລັງຫຼາຍຂຶ້ນ ແຕ່ແຂນຂອງກະສັດເອຢິບຈະລ່ອຍ. ພວກເອຢິບຈະຮູ້ວ່າເຮົາແມ່ນເຢໂຫວາເມື່ອເຮົາເອົາດາບຂອງເຮົາໃສ່ໃນມືກະສັດບາບີໂລນ ແລະລາວຈະໃຊ້ດາບນັ້ນຈັດການກັບເອຢິບ.+
26 ເຮົາຈະເຮັດໃຫ້ເຂົາເຈົ້າກະຈັດກະຈາຍກັນໄປຢູ່ນຳຊາດຕ່າງໆ. ເຮົາຈະໄລ່ເຂົາເຈົ້າໄປຢູ່ແຜ່ນດິນຕ່າງໆ+ ແລ້ວເຂົາເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ.’”
ຂໍ ຄວາມ ໄຂ ເງື່ອນ
^ ອາດໝາຍເຖິງພວກອິດສະຣາເອນທີ່ເປັນພັນທະມິດກັບເອຢິບ
^ ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
^ ຫຼື “ຫົວໜ້າ”
^ ຫຼື “ເມມຟິດ”
^ ຄຳນີ້ໃນພາສາເຮັບເຣີອາດກ່ຽວຂ້ອງກັບຄຳວ່າ “ຂີ້ສັດ” ແລະໃຊ້ໃນລັກສະນະດູຖູກ
^ ໝາຍເຖິງເມືອງທີບ
^ ໝາຍເຖິງເມືອງເຮລີໂອໂປລິດ
^ ໝາຍເຖິງປີທີ 11 ທີ່ກະສັດເຢໂຮຢາກິນ ເອເຊກຽນ ແລະຄົນຢິວຄົນອື່ນໆຖືກຈັບໄປເປັນຊະເລີຍ. ເບິ່ງ ອຊກ 1:2.
^ ໝາຍເຖິງຕໍ່ໜ້າກະສັດບາບີໂລນ