ເອເຊກຽນ 31:1-18

  • ເອຢິບ​ທີ່​ເປັນ​ຄື​ກັບ​ຕົ້ນ​ຊີດ້າ​ທີ່​ໃຫຍ່​ໆ​ສູງ​ໆ​ຖືກ​ຈັດການ (1-​18)

31  ໃນ​ວັນ​ທີ 1 ເດືອນ​ທີ 3 ຂອງ​ປີ​ທີ 11* ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ​ເອີ້ຍ ໃຫ້​ເຈົ້າ​ເວົ້າ​ກັບ​ກະສັດ​ເອຢິບ​ແລະ​ກອງທັບ​ຂອງ​ລາວ​ວ່າ+‘ໃຜ​ຈະ​ຍິ່ງໃຫຍ່​ທຽບ​ກັບ​ເຈົ້າ​ໄດ້?   ມີ​ຄົນ​ອັດຊີເຣຍ​ຜູ້​ໜຶ່ງ​ເປັນ​ຄື​ກັບ​ຕົ້ນ​ຊີດ້າ*​ຢູ່​ເລບານອນ.ມັນ​ສູງ ງ່າ​ງາມ ແລະ​ໃບ​ດົກ.ປາຍ​ຂອງ​ມັນ​ສູງ​ຮອດ​ຂີ້ເຝື້ອ.   ມັນ​ໃຫຍ່​ຍ້ອນ​ໄດ້​ນ້ຳ​ຫຼາຍ​ແລະ​ມັນ​ສູງ​ຍ້ອນ​ໄດ້​ນ້ຳ​ຈາກ​ພື້ນ​ດິນ. ມີ​ຫ້ວຍ​ໄຫຼ​ອ້ອມ​ມັນແລະ​ມີ​ຄອງ​ລະບາຍ​ນ້ຳ​ໃສ່​ຕົ້ນໄມ້​ທຸກ​ຕົ້ນ​ຢູ່​ຫັ້ນ   ມັນ​ຈຶ່ງ​ສູງ​ກວ່າ​ຕົ້ນໄມ້​ທຸກ​ຕົ້ນ​ທີ່​ຢູ່​ໃນ​ທົ່ງ. ມັນ​ແຕກ​ງ່າ​ຫຼາຍ​ແລະ​ງ່າ​ຂອງ​ມັນ​ກໍ​ແຜ່​ອອກ​ໄປຍ້ອນ​ມັນ​ໄດ້​ນ້ຳ​ຫຼາຍ.   ນົກ​ທຸກ​ໂຕ​ມາ​ເຮັດ​ຮັງ​ຢູ່​ງ່າ​ຂອງ​ມັນສັດປ່າ​ທຸກ​ໂຕ​ກໍ​ອອກ​ລູກ​ຢູ່​ກ້ອງ​ງ່າ​ຂອງ​ມັນແລະ​ທຸກ​ຊາດ​ທີ່​ຍິ່ງໃຫຍ່​ກໍ​ມາ​ອາໄສ​ຢູ່​ກ້ອງ​ຮົ່ມ​ຂອງ​ມັນ.   ມັນ​ໃຫຍ່​ແລະ​ງາມ. ງ່າ​ຂອງ​ມັນ​ແຜ່​ອອກ​ໄປແລະ​ຮາກ​ຂອງ​ມັນ​ກໍ​ຢັ່ງ​ລົງ​ໄປ​ຮອດ​ບ່ອນ​ທີ່​ມີ​ນ້ຳ​ຫຼາຍ.   ບໍ່​ມີ​ຕົ້ນ​ຊີດ້າ​ຕົ້ນ​ໃດ​ໃນ​ສວນ​ຂອງ​ພະເຈົ້າ+​ທຽບ​ກັບ​ມັນ​ໄດ້. ບໍ່​ມີ​ຕົ້ນ​ຈູນິເປີ້*​ຕົ້ນ​ໃດ​ມີ​ງ່າ​ຄື​ກັບ​ງ່າ​ຂອງ​ມັນແລະ​ບໍ່​ມີ​ຕົ້ນ​ແພນ*​ຕົ້ນ​ໃດ​ທີ່​ມີ​ງ່າ​ຄື​ກັບ​ງ່າ​ຂອງ​ມັນ​ຄື​ກັນ. ບໍ່​ມີ​ຕົ້ນໄມ້​ຕົ້ນ​ໃດ​ໃນ​ສວນ​ຂອງ​ພະເຈົ້າ​ງາມ​ສ່ຳ​ກັບ​ມັນ.   ເຮົາ​ເຮັດ​ໃຫ້​ມັນ​ງາມ ມີ​ໃບ​ດົກແລະ​ຕົ້ນ​ໄມ້​ຕົ້ນ​ອື່ນ​ໆ​ໃນ​ສວນ​ເອເດັນ​ຂອງ​ພະເຈົ້າ​ທ່ຽງແທ້​ກໍ​ອິດສາ​ມັນ.’ 10  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ: ‘ມັນ*​ສູງ​ຫຼາຍ​ແລະ​ປາຍ​ຂອງ​ມັນ​ສູງ​ຈົນ​ຮອດ​ຂີ້ເຝື້ອ ຍ້ອນ​ມັນ​ສູງ​ແບບ​ນີ້​ມັນ​ຈຶ່ງ​ຈອງຫອງ. 11  ເຮົາ​ຈະ​ເຮັດ​ໃຫ້​ມັນ​ຕົກ​ຢູ່​ໃນ​ມື​ຂອງ​ຜູ້​ປົກຄອງ​ທີ່​ມີ​ອຳນາດ​ປົກຄອງ​ຊາດ​ຕ່າງ​ໆ​.+ ລາວ​ຈະ​ຈັດການ​ມັນ ແລະ​ເຮົາ​ຈະ​ບໍ່​ຍອມຮັບ​ມັນ​ຍ້ອນ​ມັນ​ຊົ່ວ​ຫຼາຍ. 12  ຄົນ​ຕ່າງ​ຊາດ​ຈາກ​ຊາດ​ທີ່​ໂຫດຫ້ຽມ​ທີ່ສຸດ​ຈະ​ບັກ​ມັນ​ລົງ​ແລະ​ຈະ​ປະ​ມັນ​ໄວ້​ຢູ່​ເທິງ​ພູ. ໃບ​ຂອງ​ມັນ​ຈະ​ຫຼົ່ນ​ລົງ​ໃສ່​ຮ່ອມພູ​ທຸກ​ບ່ອນ ແລະ​ງ່າ​ຂອງ​ມັນ​ຈະ​ຟູ​ຢູ່​ຕາມ​ຫ້ວຍ​ທຸກ​ສາຍ.+ ທຸກ​ຊາດ​ໃນ​ໂລກ​ຈະ​ໜີ​ຈາກ​ຮົ່ມ​ຂອງ​ມັນ​ແລະ​ປະຖິ້ມ​ມັນ. 13  ນົກ​ທຸກ​ໂຕ​ຈະ​ຈັບ​ຢູ່​ເທິງ​ຕົ້ນ​ຂອງ​ມັນ​ທີ່​ລົ້ມ​ລົງ​ແລ້ວ ແລະ​ສັດປ່າ​ທຸກ​ໂຕ​ໃນ​ທົ່ງ​ຈະ​ຢຽບ​ຢູ່​ງ່າ​ຂອງ​ມັນ.+ 14  ຕັ້ງແຕ່​ຕອນ​ນັ້ນ ຈະ​ບໍ່​ມີ​ຕົ້ນ​ໄມ້​ທີ່​ຢູ່​ໃກ້​ນ້ຳ​ສູງ​ຈົນ​ຮອດ​ຂີ້ເຝື້ອ​ອີກ​ຕໍ່ໄປ ຍ້ອນ​ຕົ້ນ​ໄມ້​ທຸກ​ຕົ້ນ​ຈະ​ຕາຍ​ໝົດ. ພວກ​ມັນ​ຈະ​ຖືກ​ຝັງ​ຢູ່​ດິນ​ຄື​ກັບ​ຄົນ​ຕາຍ.’* 15  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ: ‘ໃນ​ມື້​ທີ່​ມັນ​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ* ເຮົາ​ຈະ​ເຮັດ​ໃຫ້​ມີ​ຄວາມ​ໂສກເສົ້າ. ເຮົາ​ຈະ​ຕັນ​ນ້ຳ​ທີ່​ຢູ່​ພື້ນ​ດິນ​ແລະ​ກັ້ນ​ແມ່​ນ້ຳ​ໄວ້​ເພື່ອ​ບໍ່​ໃຫ້​ນ້ຳ​ທີ່​ຫຼາຍ​ໆ​ນັ້ນ​ໄຫຼ​ອອກ​ມາ. ເຮົາ​ຈະ​ເຮັດ​ໃຫ້​ເລບານອນ​ມືດ​ຍ້ອນ​ມັນ ແລະ​ຕົ້ນໄມ້​ທຸກ​ຕົ້ນ​ໃນ​ທົ່ງ​ຈະ​ຫ່ຽວ​ແຫ້ງ. 16  ຕອນ​ທີ່​ເຮົາ​ເອົາ​ມັນ​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ*​ນຳ​ກັນ​ກັບ​ຄົນ​ທີ່​ຕາຍ* ມັນ​ຈະ​ລົ້ມ​ລົງ​ສຽງ​ດັງ​ໆ​ ເຊິ່ງ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ຢ້ານ​ຈົນ​ໂຕ​ສັ່ນ. ຢູ່​ພື້ນ​ດິນ​ນັ້ນ ຕົ້ນໄມ້​ທຸກ​ຕົ້ນ​ໃນ​ສວນ​ເອເດັນ+ ຕົ້ນໄມ້​ທີ່​ງາມ​ແລະ​ດີ​ທີ່ສຸດ​ໃນ​ເລບານອນ ແລະ​ຕົ້ນໄມ້​ທີ່​ໄດ້​ນ້ຳ​ຫຼາຍ​ຈະ​ໄດ້​ຮັບ​ການ​ປອບ​ໂຍນ. 17  ຕົ້ນໄມ້​ເຫຼົ່ານີ້​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ*​ກັບ​ລາວ*​ແລ້ວ. ມັນ​ໄປ​ຢູ່​ກັບ​ພວກ​ທີ່​ຖືກ​ຂ້າ​ດ້ວຍ​ດາບ+ ແລະ​ໄປ​ຢູ່​ກັບ​ພວກ​ທີ່​ສະໜັບ​ສະໜູນ​ລາວ​ທີ່​ເຄີຍ​ຢູ່​ກ້ອງ​ຮົ່ມ​ຂອງ​ລາວ​ໃນ​ທ່າມກາງ​ຊາດ​ຕ່າງ​ໆ​.’+ 18  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ: ‘ໃນ​ສວນ​ເອເດັນ​ບໍ່​ມີ​ຕົ້ນໄມ້​ຕົ້ນ​ໃດ​ທີ່​ໃຫຍ່​ແລະ​ງາມ​ຄື​ກັບ​ເຈົ້າ.+ ແຕ່​ເຈົ້າ​ຈະ​ຕາຍ*​ແທ້​ໆ​ນຳ​ກັນ​ກັບ​ຕົ້ນໄມ້​ທຸກ​ຕົ້ນ​ໃນ​ສວນ​ເອເດັນ. ເຈົ້າ​ຈະ​ນອນ​ຢູ່​ກັບ​ພວກ​ທີ່​ບໍ່​ໄດ້​ຮັບ​ສິນຕັດ*​ແລະ​ພວກ​ທີ່​ຖືກ​ຂ້າ​ດ້ວຍ​ດາບ. ນີ້​ແມ່ນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຟາໂຣ*​ແລະ​ກອງທັບ​ທັງໝົດ​ຂອງ​ລາວ.’”

ຂໍຄວາມໄຂເງື່ອນ

ໝາຍເຖິງ​ປີ​ທີ 11 ທີ່​ກະສັດ​ເຢໂຮຢາກິນ ເອເຊກຽນ ແລະ​ຄົນ​ຢິວ​ຄົນ​ອື່ນ​ໆ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ເບິ່ງ ອຊກ 1:2.
ຕົ້ນ​ແປກ​ຊະນິດ​ໜຶ່ງ
ຕົ້ນ​ແປກ​ຊະນິດ​ໜຶ່ງ
ຕົ້ນໄມ້​ທີ່​ມີ​ງ່າ​ແຜ່​ອອກ​ໄປ ແລະ​ເປືອກ​ຂອງ​ມັນ​ລອກ​ອອກ​ໄດ້
ແປ​ຕາມ​ໂຕ​ວ່າ “ເຈົ້າ”
ຫຼື “ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ”
ຫຼື “ທຸກ​ຄົນ​ທີ່​ຢູ່​ໃນ​ຂຸມ”
ໝາຍເຖິງ​ຕົ້ນ​ຊີດ້າ​ໃນ​ເລບານອນ
ຫຼື “ຈະ​ຖືກ​ພາ​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ”
ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ
ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ