ເອເຊກຽນ 32:1-32

  • ເພງ​ໄວ້ອາໄລ​ເຖິງ​ຟາໂຣ​ແລະ​ເອຢິບ (1-​16)

  • ເອຢິບ​ຖືກ​ຝັງ​ນຳ​ກັນ​ກັບ​ຄົນ​ທີ່​ບໍ່​ໄດ້​ຮັບ​ສິນຕັດ (17-​32)

32  ໃນ​ວັນ​ທີ 1 ເດືອນ​ທີ 12 ຂອງ​ປີ​ທີ 12* ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ ໃຫ້​ເຈົ້າ​ຮ້ອງ​ເພງ​ໄວ້ອາໄລ​ໃຫ້​ກະສັດ​ຂອງ​ເອຢິບ​ວ່າ‘ເຈົ້າ​ເຄີຍ​ເປັນ​ຄື​ກັບ​ໂຕ​ສິງ​ທີ່​ແຂງແຮງ​ໃນ​ທ່າມກາງ​ຊາດ​ຕ່າງ​ໆ​ແຕ່​ເຈົ້າ​ຖືກ​ທຳລາຍ​ແລ້ວ. ເຈົ້າ​ເຄີຍ​ເປັນ​ຄື​ກັບ​ສັດ​ໃຫຍ່​ໃນ​ທະເລ+​ທີ່​ຟາດ​ນ້ຳ​ໃນ​ແມ່​ນ້ຳ​ຂອງ​ເຈົ້າ​ໃຫ້​ຟົ້ງ​ຂຶ້ນ.ເຈົ້າ​ເອົາ​ຕີນ​ກວນ​ນ້ຳ​ໃຫ້​ຂຸ່ນ​ແລະ​ເຮັດ​ໃຫ້​ແມ່​ນ້ຳ​ເປື້ອນ.’   ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ໃຫ້​ຊາດ​ຕ່າງ​ໆ​ມາ​ລວມ​ກັນ​ເພື່ອ​ໂຍນ​ຕານ່າງ​ລ່າ​ສັດ​ຂອງ​ເຮົາ​ງວມ​ເຈົ້າແລະ​ເຂົາເຈົ້າ​ຈະ​ໃຊ້​ດາງ​ກວາດ​ຂອງ​ເຮົາ​ລາກ​ເຈົ້າ​ຂຶ້ນ​ມາ.   ເຮົາ​ຈະ​ໂຍນ​ເຈົ້າ​ຖິ້ມ​ຢູ່​ເທິງ​ດິນແລະ​ຈະ​ປະ​ເຈົ້າ​ໄວ້​ຢູ່​ທົ່ງ​ຫຍ້າ. ເຮົາ​ຈະ​ໃຫ້​ນົກ​ທຸກ​ໂຕ​ມາ​ຈັບ​ຢູ່​ເທິງ​ເຈົ້າແລະ​ເຮົາ​ຈະ​ໃຫ້​ສັດປ່າ​ທຸກ​ໂຕ​ໃນ​ໂລກ​ກິນ​ເຈົ້າ​ຈົນ​ອີ່ມ.+   ເຮົາ​ຈະ​ໂຍນ​ຊີ້ນ​ຂອງ​ເຈົ້າ​ຖິ້ມ​ຢູ່​ຕາມ​ພູແລະ​ຈະ​ເຮັດ​ໃຫ້​ເສດ​ຊາກສົບ​ຂອງ​ເຈົ້າ​ຢາຍ​ຢູ່​ຕາມ​ຮ່ອມພູ.+   ເຮົາ​ຈະ​ເຮັດ​ໃຫ້​ພູ​ປຽກ​ດ້ວຍ​ເລືອດ​ຂອງ​ເຈົ້າແລະ​ເລືອດ​ຂອງ​ເຈົ້າ​ຈະ​ເຕັມ​ແມ່​ນ້ຳ.’   ‘ເມື່ອ​ເຈົ້າ​ຖືກ​ທຳລາຍ ເຮົາ​ຈະ​ປົກ​ທ້ອງຟ້າ​ໄວ້​ແລະ​ເຮັດ​ໃຫ້​ດາວ​ມືດ. ເຮົາ​ຈະ​ໃຫ້​ຂີ້ເຝື້ອ​ບັງ​ຕາເວັນ​ໄວ້ແລະ​ເດືອນ​ຈະ​ບໍ່​ສ່ອງ​ແສງ.+   ເຮົາ​ຈະ​ເຮັດ​ໃຫ້​ໜ່ວຍ​ທີ່​ສ່ອງ​ແສງ​ຢູ່​ເທິງ​ຟ້າ​ທຸກ​ໜ່ວຍ​ມືດ​ຍ້ອນ​ເຈົ້າແລະ​ຈະ​ເອົາ​ຄວາມ​ມືດ​ປົກ​ແຜ່ນດິນ​ຂອງ​ເຈົ້າ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້.   ‘ເຮົາ​ຈະ​ເຮັດ​ໃຫ້​ຄົນ​ໃນ​ຫຼາຍ​ຊາດ​ທຸກໃຈ​ເມື່ອ​ເຮົາ​ພາ​ຄົນ​ຂອງ​ເຈົ້າ​ໄປ​ເປັນ​ຊະເລີຍ​ຢູ່​ຊາດ​ອື່ນໄປ​ຢູ່​ແຜ່ນດິນ​ທີ່​ເຈົ້າ​ບໍ່​ຮູ້ຈັກ.+ 10  ເຮົາ​ຈະ​ເຮັດ​ໃຫ້​ຫຼາຍ​ຊາດ​ຕົກໃຈແລະ​ກະສັດ​ຂອງ​ເຂົາເຈົ້າ​ຈະ​ຢ້ານ​ຈົນ​ໂຕ​ສັ່ນ​ຕອນ​ທີ່​ເຮົາ​ແກວ່ງ​ດາບ​ຈະ​ຟັນ​ເຈົ້າ​ຕໍ່​ໜ້າ​ເຂົາເຈົ້າ. ເຂົາເຈົ້າ​ຈະ​ໂຕ​ສັ່ນ​ບໍ່​ເຊົາ​ຍ້ອນ​ຢ້ານ​ຕາຍໃນ​ມື້​ທີ່​ເຈົ້າ​ຖືກ​ທຳລາຍ.’ 11  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ດາບ​ຂອງ​ກະສັດ​ບາບີໂລນ​ຈະ​ມາ​ໂຈມຕີ​ເຈົ້າ.+ 12  ເຮົາ​ຈະ​ໃຫ້​ພວກ​ທະຫານ​ທີ່​ເກັ່ງ​ໆ​ເອົາ​ດາບ​ຂ້າ​ປະຊາຊົນ​ຂອງ​ເຈົ້າ.ເຂົາເຈົ້າ​ເປັນ​ຊາດ​ທີ່​ໂຫດຫ້ຽມ​ທີ່ສຸດ.+ ເຂົາເຈົ້າ​ຈະ​ເຮັດ​ໃຫ້​ເອຢິບ​ເຊົາ​ຈອງຫອງ ແລະ​ທຸກຄົນ​ທີ່​ຢູ່​ຫັ້ນ​ຈະ​ຖືກ​ກຳຈັດ.+ 13  ເຮົາ​ຈະ​ທຳລາຍ​ຝູງ​ສັດ​ທັງໝົດ​ຂອງ​ເຈົ້າ​ທີ່​ຢູ່​ແຄມ​ແມ່​ນ້ຳ+ແລະ​ຢູ່​ຫັ້ນ​ຈະ​ບໍ່​ມີ​ຄົນ​ຫຼື​ສັດ​ຢຽບ​ນ້ຳ​ໃຫ້​ຂຸ່ນ​ອີກ​ເລີຍ.’+ 14  ‘ເຮົາ​ຈະ​ເຮັດ​ໃຫ້​ນ້ຳ​ໃສແລະ​ເຮົາ​ຈະ​ເຮັດ​ໃຫ້​ນ້ຳ​ໃນ​ແມ່​ນ້ຳ​ໄຫຼ​ຄື​ກັບ​ນ້ຳມັນ​ໄຫຼ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບນີ້. 15  ‘ເມື່ອ​ເຮົາ​ເຮັດ​ໃຫ້​ເອຢິບ​ຮ້າງ​ເປົ່າ ແຜ່ນດິນ​ນັ້ນ​ກໍ​ຈະ​ບໍ່​ເຫຼືອ​ຫຍັງ+ແລະ​ເມື່ອ​ເຮົາ​ລົງໂທດ​ທຸກຄົນ​ທີ່​ຢູ່​ຫັ້ນເຂົາເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.+ 16  ນີ້​ແມ່ນ​ເພງ​ໄວ້ອາໄລ ແລະ​ຄົນ​ຈະ​ໄດ້​ຮ້ອງ​ເພງ​ນີ້​ແທ້​ໆ​.ພວກ​ຜູ້ຍິງ​ຂອງ​ຊາດ​ຕ່າງ​ໆ​ຈະ​ຮ້ອງ​ເພງ​ນີ້. ເຂົາເຈົ້າ​ຈະ​ຮ້ອງ​ເພງ​ນີ້​ໃຫ້​ເອຢິບ​ແລະ​ທຸກຄົນ​ທີ່​ຢູ່​ຫັ້ນ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້.” 17  ຫຼັງ​ຈາກ​ນັ້ນ ໃນ​ວັນ​ທີ 15 ຂອງ​ເດືອນ​ດຽວ​ກັນ​ໃນ​ປີ​ທີ 12 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 18  “ລູກ​ມະນຸດ ໃຫ້​ເຈົ້າ​ຮ້ອງໄຫ້​ເພື່ອ​ປະຊາຊົນ​ໃນ​ເອຢິບ ແລະ​ເວົ້າ​ວ່າ​ເຂົາເຈົ້າ​ກັບ​ຄົນ​ໃນ​ຊາດ​ທີ່​ເຂັ້ມແຂງ​ຈະ​ຖືກ​ທຳລາຍ​ຄື​ກັບ​ທຸກຄົນ​ທີ່​ຕາຍ*​ແລ້ວ. 19  ‘ເຈົ້າ​ຄິດ​ວ່າ​ເຈົ້າ​ງາມ​ກວ່າ​ຄົນອື່ນ​ບໍ? ເຈົ້າ​ຈະ​ຕາຍ​ແລະ​ນອນ​ຢູ່​ກັບ​ພວກ​ທີ່​ບໍ່​ໄດ້​ຮັບ​ສິນຕັດ.’* 20  ‘ພວກ​ເອຢິບ​ຈະ​ນອນ​ຕາຍ​ຢູ່​ກັບ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ.+ ປະເທດ​ຂອງ​ເຂົາເຈົ້າ​ຖືກ​ທຳລາຍ​ດ້ວຍ​ດາບ​ແລ້ວ. ໃຫ້​ລາກ​ເອຢິບ​ກັບ​ປະຊາຊົນ​ທຸກຄົນ​ໃນ​ແຜ່ນດິນ​ນັ້ນ​ໄປ​ຖິ້ມ. 21  ພວກ​ທະຫານ​ທີ່​ເກັ່ງ​ໆ​ທີ່​ຢູ່​ໃນ​ບ່ອນ​ຝັງ​ສົບ*​ຈະ​ເວົ້າ​ກັບ​ລາວ*​ແລະ​ຜູ້​ຊ່ວຍ​ຂອງ​ລາວ. ພວກ​ເອຢິບ​ຈະ​ຖືກ​ຂ້າ​ດ້ວຍ​ດາບ​ແທ້​ໆ​ ແລະ​ເຂົາເຈົ້າ​ຈະ​ນອນ​ຕາຍ​ຄື​ກັບ​ຄົນ​ທີ່​ບໍ່​ໄດ້​ຮັບ​ສິນຕັດ. 22  ອັດຊີເຣຍ​ກັບ​ປະຊາຊົນ​ທັງໝົດ​ຂອງ​ຊາດ​ນັ້ນ​ຢູ່​ຫັ້ນ. ບ່ອນ​ຝັງ​ສົບ​ຂອງ​ເຂົາເຈົ້າ​ຢູ່​ອ້ອມ​ກະສັດ​ຂອງ​ເຂົາເຈົ້າ. ທຸກຄົນ​ຖືກ​ຂ້າ​ດ້ວຍ​ດາບ.+ 23  ບ່ອນ​ຝັງ​ສົບ​ຂອງ​ອັດຊີເຣຍ​ຢູ່​ບ່ອນ​ທີ່​ເລິກ​ໆ​ຂອງ​ຂຸມ ແລະ​ປະຊາຊົນ​ທຸກຄົນ​ກໍ​ຢູ່​ອ້ອມ​ບ່ອນ​ຝັງ​ສົບ​ນັ້ນ. ທຸກຄົນ​ຖືກ​ຂ້າ​ດ້ວຍ​ດາບ ຍ້ອນ​ຕອນ​ທີ່​ເຂົາເຈົ້າ​ມີ​ຊີວິດ​ຢູ່ ເຂົາເຈົ້າ​ເຮັດ​ໃຫ້​ຄົນ​ຢ້ານ​ຫຼາຍ. 24  ເອລາມ+​ກໍ​ຢູ່​ຫັ້ນ​ຄື​ກັນ ແລະ​ປະຊາຊົນ​ຂອງ​ເອລາມ​ກໍ​ຢືນ​ຢູ່​ອ້ອມ​ບ່ອນ​ຝັງ​ສົບ​ຂອງ​ແຜ່ນດິນ​ນັ້ນ. ເຂົາເຈົ້າ​ຖືກ​ຂ້າ​ດ້ວຍ​ດາບ. ເຂົາເຈົ້າ​ລົງ​ໄປ​ລຸ່ມ​ພື້ນ​ດິນ​ໂດຍ​ບໍ່​ໄດ້​ຮັບ​ສິນຕັດ. ຕອນ​ທີ່​ເຂົາເຈົ້າ​ມີ​ຊີວິດ​ຢູ່ ເຂົາເຈົ້າ​ເຮັດ​ໃຫ້​ຄົນ​ຢ້ານ​ຫຼາຍ. ຕອນນີ້ ເຂົາເຈົ້າ​ຈະ​ອັບອາຍ​ຂາຍໜ້າ​ພ້ອມ​ກັບ​ຄົນ​ທີ່​ກຳລັງ​ຈະ​ລົງ​ໄປ​ໃນ​ຂຸມ. 25  ບ່ອນ​ຝັງ​ສົບ​ຖືກ​ກຽມ​ໄວ້​ໃຫ້​ເອລາມ​ກັບ​ຄົນ​ທີ່​ຖືກ​ຂ້າ​ແລ້ວ ແລະ​ປະຊາຊົນ​ທຸກຄົນ​ຢູ່​ອ້ອມ​ບ່ອນ​ຝັງ​ສົບ​ນັ້ນ. ເຂົາເຈົ້າ​ບໍ່​ໄດ້​ຮັບ​ສິນຕັດ​ແລະ​ຖືກ​ຂ້າ​ດ້ວຍ​ດາບ ຍ້ອນ​ຕອນ​ທີ່​ເຂົາເຈົ້າ​ມີ​ຊີວິດ​ຢູ່ ເຂົາເຈົ້າ​ເຮັດ​ໃຫ້​ຄົນ​ຢ້ານ​ຫຼາຍ. ເຂົາເຈົ້າ​ຈະ​ອັບອາຍ​ຂາຍໜ້າ​ພ້ອມ​ກັບ​ຄົນ​ທີ່​ກຳລັງ​ຈະ​ລົງ​ໄປ​ໃນ​ຂຸມ. ເອລາມ​ຖືກ​ຝັງ​ໄວ້​ກັບ​ຄົນ​ທີ່​ຖືກ​ຂ້າ. 26  ເມເຊກ​ກັບ​ຕູບານ+ ແລະ​ກອງທັບ​ທັງໝົດ​ຂອງ​ເຂົາເຈົ້າ​ກໍ​ຢູ່​ຫັ້ນ. ບ່ອນ​ຝັງ​ສົບ​ຂອງ​ທຸກຄົນ​ຢູ່​ອ້ອມ​ກະສັດ​ຂອງ​ເຂົາເຈົ້າ. ທຸກຄົນ​ບໍ່​ໄດ້​ຮັບ​ສິນຕັດ​ແລະ​ຖືກ​ດາບ​ແທງ​ຈົນ​ຊອດ ຍ້ອນ​ວ່າ​ຕອນ​ທີ່​ເຂົາເຈົ້າ​ມີ​ຊີວິດ​ຢູ່ ເຂົາເຈົ້າ​ເຮັດ​ໃຫ້​ຄົນ​ຢ້ານ​ຫຼາຍ. 27  ເຂົາເຈົ້າ​ຈະ​ໄປ​ຢູ່​ກັບ​ພວກ​ທະຫານ​ທີ່​ເກັ່ງ​ໆ​ທີ່​ບໍ່​ໄດ້​ຮັບ​ສິນຕັດ ແລະ​ນອນ​ຢູ່​ບ່ອນ​ຝັງ​ສົບ*​ພ້ອມ​ກັບ​ອາວຸດ​ຂອງ​ໂຕເອງ. ເຂົາເຈົ້າ​ຈະ​ເອົາ​ດາບ​ໄວ້​ຢູ່​ກ້ອງ​ຫົວ* ແລະ​ກະດູກ​ຂອງ​ເຂົາເຈົ້າ​ຈະ​ຕ້ອງ​ຮັບ​ໂທດ​ສຳລັບ​ຄວາມ​ຜິດ​ທີ່​ເຂົາເຈົ້າ​ເຮັດ ຍ້ອນ​ວ່າ​ຕອນ​ທີ່​ທະຫານ​ທີ່​ເກັ່ງ​ໆ​ເຫຼົ່າ​ນີ້​ມີ​ຊີວິດ​ຢູ່ ເຂົາເຈົ້າ​ເຮັດ​ໃຫ້​ຄົນ​ຢ້ານ​ຫຼາຍ. 28  ສ່ວນ​ເຈົ້າ* ເຈົ້າ​ຈະ​ຖືກ​ທຳລາຍ​ນຳ​ພວກ​ທີ່​ບໍ່​ໄດ້​ຮັບ​ສິນຕັດ ແລະ​ເຈົ້າ​ຈະ​ນອນ​ຕາຍ​ຢູ່​ກັບ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ. 29  ເອໂດມ+​ກໍ​ຢູ່​ຫັ້ນ ພວກ​ກະສັດ​ກັບ​ຫົວໜ້າ​ທຸກຄົນ​ຂອງ​ເອໂດມ​ກໍ​ນອນ​ຢູ່​ກັບ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ ເຖິງ​ວ່າ​ເຂົາເຈົ້າ​ມີ​ອຳນາດ​ຫຼາຍ. ພວກ​ນີ້​ກໍ​ຄື​ກັນ​ຈະ​ນອນ​ຢູ່​ກັບ​ຄົນ​ທີ່​ບໍ່​ໄດ້​ຮັບ​ສິນຕັດ+​ແລະ​ຄົນ​ທີ່​ກຳລັງ​ຈະ​ລົງ​ໄປ​ໃນ​ຂຸມ. 30  ຢູ່​ຫັ້ນ ພວກ​ຜູ້​ປົກຄອງ*​ທຸກຄົນ​ຈາກ​ທິດເໜືອ​ກັບ​ຄົນ​ຊີໂດນ​ທັງໝົດ+​ຈະ​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ​ດ້ວຍ​ຄວາມ​ອັບອາຍ​ພ້ອມ​ກັບ​ຄົນ​ທີ່​ຖືກ​ຂ້າ ທັງ​ໆ​ທີ່​ເຂົາເຈົ້າ​ເຄີຍ​ເຮັດ​ໃຫ້​ຄົນອື່ນ​ຢ້ານ​ຍ້ອນ​ມີ​ອຳນາດ​ຫຼາຍ. ເຂົາເຈົ້າ​ບໍ່​ໄດ້​ຮັບ​ສິນຕັດ​ແລະ​ຈະ​ນອນ​ຕາຍ​ຢູ່​ກັບ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ. ເຂົາເຈົ້າ​ຈະ​ອັບອາຍ​ຂາຍໜ້າ​ພ້ອມ​ກັບ​ຄົນ​ທີ່​ກຳລັງ​ຈະ​ລົງ​ໄປ​ໃນ​ຂຸມ. 31  ຟາໂຣ*​ຈະ​ເຫັນ​ເລື່ອງ​ທັງໝົດ​ນີ້ ແລະ​ລາວ​ຈະ​ສະບາຍ​ໃຈ​ຂຶ້ນ​ໃນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ກອງທັບ​ຂອງ​ລາວ.+ ຟາໂຣ​ແລະ​ກອງທັບ​ຂອງ​ລາວ​ຈະ​ຖືກ​ຂ້າ​ດ້ວຍ​ດາບ. ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້. 32  ຕອນ​ທີ່​ຟາໂຣ​ມີ​ຊີວິດ​ຢູ່ ລາວ​ເຮັດ​ໃຫ້​ຄົນ​ຢ້ານ​ຫຼາຍ. ຍ້ອນ​ແນວ​ນີ້ ຟາໂຣ​ກັບ​ກອງທັບ​ທັງໝົດ​ຂອງ​ລາວ​ຈະ​ຕາຍ​ກັບ​ຄົນ​ທີ່​ບໍ່​ໄດ້​ຮັບ​ສິນຕັດ​ແລະ​ກັບ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້.”

ຂໍຄວາມໄຂເງື່ອນ

ໝາຍເຖິງ​ປີ​ທີ 12 ທີ່​ກະສັດ​ເຢໂຮຢາກິນ ເອເຊກຽນ ແລະ​ຄົນ​ຢິວ​ຄົນ​ອື່ນ​ໆ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ເບິ່ງ ອຊກ 1:2.
ແປ​ຕາມ​ໂຕ​ວ່າ “ລົງ​ໄປ​ໃນ​ຂຸມ”
ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ
ອາດ​ໝາຍເຖິງ​ກະສັດ​ຂອງ​ເອຢິບ
ອາດ​ໝາຍ​ຄວາມ​ວ່າ​ພວກ​ທະຫານ​ຖືກ​ຝັງ​ໄວ້​ກັບ​ດາບ​ຂອງ​ເຂົາເຈົ້າ​ເພື່ອ​ເປັນ​ການ​ໃຫ້​ກຽດ
ອາດ​ໝາຍເຖິງ​ເອຢິບ​ຫຼື​ກະສັດ​ຂອງ​ເອຢິບ
ຫຼື “ຜູ້​ນຳ”
ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ