ເອເຊກຽນ 34:1-31

  • ຄຳ​ພະຍາກອນ​ກ່ຽວ​ກັບ​ຄົນ​ລ້ຽງ​ແກະ​ຂອງ​ອິດສະຣາເອນ (1-​10)

  • ພະ​ເຢໂຫວາ​ເບິ່ງແຍງ​ແກະ​ຂອງ​ເພິ່ນ (11-​31)

    • “ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ” ຈະ​ລ້ຽງ​ພວກ​ມັນ (23)

    • ‘ສັນຍາ​ວ່າ​ຈະ​ໃຫ້​ມີ​ຄວາມ​ສະຫງົບສຸກ’ (25)

34  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ ໃຫ້​ເຈົ້າ​ພະຍາກອນ​ກ່ຽວກັບ​ພວກ​ຄົນ​ລ້ຽງ​ແກະ​ຂອງ​ອິດສະຣາເອນ. ເຈົ້າ​ຕ້ອງ​ພະຍາກອນ​ແລະ​ບອກ​ເຂົາເຈົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ພວກ​ຄົນ​ລ້ຽງ​ແກະ​ຂອງ​ອິດສະຣາເອນ​ທີ່​ລ້ຽງ​ແຕ່​ໂຕເອງ ພວກເຈົ້າ​ຈະ​ຕ້ອງ​ຈິບຫາຍ!+ ຄົນ​ລ້ຽງ​ແກະ​ຕ້ອງ​ເບິ່ງແຍງ​ຝູງ​ແກະ​ບໍ່​ແມ່ນ​ບໍ?+  ພວກເຈົ້າ​ກິນ​ຊີ້ນ​ສັດ​ສ່ວນ​ທີ່​ດີ​ທີ່ສຸດ* ນຸ່ງ​ເຄື່ອງ​ທີ່​ເຮັດ​ຈາກ​ຂົນແກະ ແລະ​ຂ້າ​ສັດ​ໂຕ​ທີ່​ຕຸ້ຍ​ໆ​+ ແຕ່​ພວກ​ເຈົ້າ​ພັດ​ບໍ່​ໄດ້​ລ້ຽງ​ຝູງ​ແກະ.+  ໂຕ​ທີ່​ອ່ອນແອ​ພວກ​ເຈົ້າ​ບໍ່​ໄດ້​ຊ່ວຍ​ໃຫ້​ແຂງແຮງ ໂຕ​ທີ່​ບໍ່​ສະບາຍ​ພວກເຈົ້າ​ບໍ່​ໄດ້​ປົວ ໂຕ​ທີ່​ບາດເຈັບ​ພວກ​ເຈົ້າ​ບໍ່​ໄດ້​ເອົາ​ຜ້າ​ພັນ​ໃຫ້ ໂຕ​ທີ່​ຫຼົງ​ທາງ​ພວກ​ເຈົ້າ​ບໍ່​ໄດ້​ພາ​ກັບ​ມາ+ ແລະ​ໂຕ​ທີ່​ເສຍ​ພວກ​ເຈົ້າ​ກໍ​ບໍ່​ໄດ້​ໄປ​ຊອກຫາ ແຕ່​ພວກເຈົ້າ​ກົດຂີ່​ແລະ​ຂົ່ມເຫງ​ພວກ​ມັນ.+  ພວກ​ມັນ​ຈຶ່ງ​ກະຈັດ​ກະຈາຍ​ກັນ​ໄປ​ຍ້ອນ​ບໍ່​ມີ​ຜູ້​ລ້ຽງ.+ ພວກ​ມັນ​ກະຈັດ​ກະຈາຍ​ກັນ​ໄປ​ແລະ​ຖືກ​ສັດ​ປ່າ​ກິນ.  ແກະ​ຂອງ​ເຮົາ​ຫຼົງ​ຢູ່​ຕາມ​ພູ​ທຸກ​ໜ່ວຍ. ແກະ​ຂອງ​ເຮົາ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ທົ່ວ​ໂລກ ແລະ​ບໍ່​ມີ​ໃຜ​ຊອກຫາ​ພວກ​ມັນ.  ພວກເຈົ້າ​ທີ່​ເປັນ​ຄົນ​ລ້ຽງ​ແກະ​ເອີ້ຍ ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ.  ‘“ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ເຮົາ​ສາບານ​ວ່າ​ຕາບ​ໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຮົາ​ຈະ​ຈັດການ​ກັບ​ເລື່ອງ​ນີ້. ແກະ​ຂອງ​ເຮົາ​ຖືກ​ສັດປ່າ​ກິນ​ຍ້ອນ​ບໍ່​ມີ​ຜູ້​ລ້ຽງ. ຜູ້​ລ້ຽງ​ແກະ​ຂອງ​ເຮົາ​ບໍ່​ໄດ້​ໄປ​ຊອກຫາ​ແກະ​ຂອງ​ເຮົາ. ເຂົາເຈົ້າ​ລ້ຽງ​ແຕ່​ໂຕເອງ ແຕ່​ບໍ່​ໄດ້​ລ້ຽງ​ແກະ​ຂອງ​ເຮົາ.”’  ພວກ​ເຈົ້າ​ທີ່​ເປັນ​ຄົນ​ລ້ຽງ​ແກະ​ເອີ້ຍ ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ. 10  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ລົງໂທດ​ພວກ​ຄົນ​ລ້ຽງ​ແກະ. ເຮົາ​ຈະ​ໃຫ້​ເຂົາເຈົ້າ​ຮັບຜິດຊອບ​ຕໍ່​ແກະ​ຂອງ​ເຮົາ.* ເຮົາ​ຈະ​ບໍ່​ໃຫ້​ເຂົາເຈົ້າ​ລ້ຽງ​ແກະ​ຂອງ​ເຮົາ​ອີກ+ ແລະ​ເຂົາເຈົ້າ​ຈະ​ບໍ່​ໄດ້​ລ້ຽງ​ໂຕເອງ​ອີກ​ຕໍ່ໄປ. ເຮົາ​ຈະ​ຊ່ວຍ​ແກະ​ຂອງ​ເຮົາ ແລະ​ເຂົາເຈົ້າ​ຈະ​ບໍ່​ໄດ້​ກິນ​ແກະ​ຂອງ​ເຮົາ​ອີກ​ຕໍ່ໄປ.’” 11  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຮົາ​ຈະ​ໄປ​ຊອກຫາ​ແກະ​ຂອງ​ເຮົາ​ເອງ ແລະ​ເຮົາ​ຈະ​ເບິ່ງແຍງ​ພວກ​ມັນ.+ 12  ເຮົາ​ຈະ​ເບິ່ງແຍງ​ແກະ​ຂອງ​ເຮົາ​ຄື​ກັບ​ຄົນ​ລ້ຽງ​ແກະ​ທີ່​ຊອກ​ແລະ​ເບິ່ງແຍງ​ແກະ​ຂອງ​ລາວ+​ທີ່​ກະຈັດ​ກະຈາຍ​ກັນ​ໄປ​ໃນ​ມື້​ທີ່​ມືດ​ຄຶ້ມ​ແລະ​ມີ​ຂີ້ເຝື້ອ​ຕຶບໜາ.+ 13  ເຮົາ​ຈະ​ພາ​ພວກ​ມັນ​ອອກ​ມາ​ຈາກ​ຊາດ​ຕ່າງ​ໆ​ແລະ​ລວບລວມ​ພວກ​ມັນ​ຈາກ​ແຜ່ນດິນ​ຕ່າງ​ໆ​. ເຮົາ​ຈະ​ພາ​ພວກ​ມັນ​ກັບ​ມາ​ແຜ່ນດິນ​ຂອງ​ໂຕເອງ​ແລະ​ລ້ຽງ​ພວກ​ມັນ​ຢູ່​ຕາມ​ພູ​ຂອງ​ອິດສະຣາເອນ+ ຕາມ​ແຄມ​ແມ່​ນ້ຳ ແລະ​ຕາມ​ບ່ອນ​ທີ່​ຄົນ​ອາໄສ​ຢູ່. 14  ເຮົາ​ຈະ​ລ້ຽງ​ພວກ​ມັນ​ຢູ່​ທົ່ງ​ຫຍ້າ​ທີ່​ງາມ​ໆ​ ແລະ​ພວກ​ມັນ​ຈະ​ກິນ​ຫຍ້າ​ຢູ່​ຕາມ​ພູ​ຂອງ​ອິດສະຣາເອນ.+ ພວກ​ມັນ​ຈະ​ນອນ​ຢູ່​ຫັ້ນ​ແລະ​ກິນ​ຫຍ້າ​ທີ່​ຂຽວ​ໆ​+​ຢູ່​ເທິງ​ພູ​ຂອງ​ອິດສະຣາເອນ.” 15  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຮົາ​ຈະ​ເບິ່ງແຍງ​ແກະ​ຂອງ​ເຮົາ+ ແລະ​ເຮົາ​ຈະ​ໃຫ້​ພວກ​ມັນ​ມີ​ບ່ອນ​ນອນ.+ 16  ໂຕ​ທີ່​ເສຍ​ເຮົາ​ຈະ​ຊອກຫາ+ ໂຕ​ທີ່​ຫຼົງ​ເຮົາ​ຈະ​ພາ​ກັບຄືນມາ ໂຕ​ທີ່​ບາດເຈັບ​ເຮົາ​ຈະ​ພັນ​ບາດ​ໃຫ້ ແລະ​ໂຕ​ທີ່​ອ່ອນແອ​ເຮົາ​ຈະ​ຊ່ວຍ​ໃຫ້​ແຂງແຮງ ແຕ່​ໂຕ​ທີ່​ຕຸ້ຍ​ແລະ​ແຂງແຮງ​ເຮົາ​ຈະ​ຈັດການ​ພວກ​ມັນ. ເຮົາ​ຈະ​ຕັດສິນ​ແລະ​ລົງໂທດ​ພວກ​ມັນ.” 17  ພວກເຈົ້າ​ທີ່​ເປັນ​ແກະ​ຂອງ​ເຮົາ ເຮົາ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຮົາ​ຈະ​ຕັດສິນ​ແກະ​ຂອງ​ເຮົາ ແລະ​ເຮົາ​ຈະ​ຕັດສິນ​ແກະ​ໂຕ​ຜູ້​ກັບ​ແບ້​ໂຕ​ຜູ້.+ 18  ພວກເຈົ້າ​ໄດ້​ກິນ​ຫຍ້າ​ໃນ​ທົ່ງ​ຫຍ້າ​ທີ່​ດີ​ທີ່ສຸດ​ແລ້ວ ແຕ່​ກໍ​ຍັງ​ບໍ່​ພໍ​ບໍ? ພວກເຈົ້າ​ຕ້ອງ​ຢຽບ​ຫຍ້າ​ທີ່​ເຫຼືອ​ຢູ່​ໃນ​ທົ່ງ​ໃຫ້​ມຸ່ນ​ນຳ​ບໍ? ຫຼັງ​ຈາກ​ໄດ້​ກິນ​ນ້ຳ​ທີ່​ສະອາດ​ແລ້ວ ພວກເຈົ້າ​ຕ້ອງ​ຢຽບ​ນ້ຳ​ໃຫ້​ເປື້ອນ​ອີກ​ບໍ? 19  ແກະ​ຂອງ​ເຮົາ​ຄວນ​ໄດ້​ກິນ​ຫຍ້າ​ທີ່​ຖືກ​ຢຽບ​ຈົນ​ມຸ່ນ ແລະ​ກິນ​ນ້ຳ​ທີ່​ຖືກ​ຢຽບ​ຈົນ​ເປື້ອນ​ບໍ?” 20  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ຈຶ່ງ​ເວົ້າ​ກັບ​ພວກ​ແກະ​ວ່າ “ເຮົາ​ຈະ​ຕັດສິນ​ແກະ​ຕຸ້ຍ​ກັບ​ແກະ​ຈ່ອຍ. 21  ພວກເຈົ້າ​ເອົາ​ໂຕ​ດັນ​ແລະ​ເອົາ​ເຂົາ​ຍູ້​ແກະ​ໂຕ​ທີ່​ບໍ່​ສະບາຍ​ໃຫ້​ພວກ​ມັນ​ກະຈັດ​ກະຈາຍ​ກັນ​ໄປ. 22  ເຮົາ​ຈະ​ຊ່ວຍ​ແກະ​ຂອງ​ເຮົາ ແລະ​ພວກ​ມັນ​ຈະ​ບໍ່​ເປັນ​ເຫຍື່ອ​ຂອງ​ສັດ​ອີກ​ຕໍ່ໄປ.+ ເຮົາ​ຈະ​ຕັດສິນ​ພວກ​ມັນ. 23  ເຮົາ​ຈະ​ກຽມ​ຜູ້​ລ້ຽງ​ແກະ​ຜູ້​ໜຶ່ງ​ໃຫ້​ພວກ​ມັນ.+ ຜູ້​ນັ້ນ​ແມ່ນ​ດາວິດ*​ຜູ້​ຮັບໃຊ້​ຂອງ​ເຮົາ.+ ລາວ​ຈະ​ລ້ຽງ​ແລະ​ເບິ່ງແຍງ​ພວກ​ມັນ.+ 24  ເຮົາ​ເຢໂຫວາ​ຈະ​ເປັນ​ພະເຈົ້າ​ຂອງ​ພວກ​ມັນ+ ແລະ​ດາວິດ​ຜູ້​ຮັບໃຊ້​ຂອງ​ເຮົາ​ຈະ​ເປັນ​ຫົວໜ້າ​ພວກ​ມັນ.+ ເຮົາ​ເຢໂຫວາ​ເວົ້າ​ໄວ້​ແບບ​ນີ້. 25  ເຮົາ​ຈະ​ເຮັດ​ສັນຍາ​ກັບ​ພວກ​ມັນ​ເພື່ອ​ພວກ​ມັນ​ຈະ​ມີ​ຄວາມ​ສະຫງົບສຸກ.+ ເຮົາ​ຈະ​ບໍ່​ໃຫ້​ມີ​ສັດ​ປ່າ​ທີ່​ດຸ​ຮ້າຍ​ໃນ​ແຜ່ນດິນ+ ເພື່ອ​ພວກ​ມັນ​ຈະ​ຢູ່​ຢ່າງ​ປອດໄພ​ໃນ​ບ່ອນ​ກັນດານ​ແລະ​ນອນ​ຢູ່​ໃນ​ປ່າ​ໄດ້.+ 26  ເຮົາ​ຈະ​ອວຍພອນ​ໃຫ້​ພວກ​ມັນ​ແລະ​ອວຍພອນ​ໃຫ້​ເຂດ​ທີ່​ຢູ່​ອ້ອມແອ້ມ​ໂນນ​ພູ​ຂອງ​ເຮົາ+ ແລະ​ເຮົາ​ຈະ​ໃຫ້​ຝົນ​ຕົກ​ຖືກ​ຍາມ. ພອນ​ນັ້ນ​ຈະ​ຫຼາຍ​ຄື​ກັບ​ຝົນ​ຕົກ​ລົງ​ມາ.+ 27  ຕົ້ນໄມ້​ຢູ່​ທົ່ງ​ຈະ​ເປັນ​ໝາກ ແລະ​ຈະ​ມີ​ພືດ​ຜັກ​ປົ່ງ​ຂຶ້ນ​ຫຼາຍ​ຢູ່​ຕາມ​ດິນ+ ແລະ​ພວກ​ມັນ​ຈະ​ໄດ້​ຢູ່​ໃນ​ແຜ່ນດິນ​ນັ້ນ​ຢ່າງ​ປອດໄພ. ພວກ​ມັນ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ ເມື່ອ​ເຮົາ​ຫັກ​ແອກ​ຂອງ​ພວກ​ມັນ+​ແລະ​ຊ່ວຍ​ພວກ​ມັນ​ບໍ່​ໃຫ້​ເປັນ​ທາດ. 28  ພວກ​ມັນ​ຈະ​ບໍ່​ເປັນ​ເຫຍື່ອ​ຂອງ​ຊາດ​ຕ່າງ​ໆ​ອີກ​ຕໍ່ໄປ​ແລະ​ສັດ​ປ່າ​ຈະ​ບໍ່​ກິນ​ພວກ​ມັນ. ພວກ​ມັນ​ຈະ​ຢູ່​ຢ່າງ​ປອດໄພ​ແລະ​ຈະ​ບໍ່​ມີ​ໃຜ​ເຮັດ​ໃຫ້​ພວກ​ມັນ​ຢ້ານ.+ 29  ເຮົາ​ຈະ​ເອົາ​ແຜ່ນດິນ​ໜຶ່ງ​ໃຫ້​ເຂົາເຈົ້າ. ແຜ່ນດິນ​ນັ້ນ​ຈະ​ມີ​ຊື່ສຽງ​ຍ້ອນ​ສິ່ງ​ທີ່​ເຂົາເຈົ້າ​ປູກ. ໃນ​ແຜ່ນດິນ​ນັ້ນ ເຂົາເຈົ້າ​ຈະ​ບໍ່​ຕາຍ​ຍ້ອນ​ຄວາມ​ອຶດຢາກ+ ແລະ​ຊາດ​ຕ່າງ​ໆ​ຈະ​ບໍ່​ເຮັດ​ໃຫ້​ເຂົາເຈົ້າ​ອັບອາຍ​ອີກ​ຕໍ່ໄປ.+ 30  ‘ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ ເຮົາ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາເຈົ້າ​ຢູ່​ນຳ​ເຂົາເຈົ້າ ແລະ​ເຂົາເຈົ້າ​ແມ່ນ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້.”’ 31  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ພວກ​ເຈົ້າ​ທີ່​ເປັນ​ແກະ​ຂອງ​ເຮົາ​ທີ່​ເຮົາ​ເບິ່ງແຍງ+ ພວກເຈົ້າ​ເປັນ​ພຽງ​ມະນຸດ ແຕ່​ເຮົາ​ເປັນ​ພະເຈົ້າ​ຂອງ​ພວກເຈົ້າ.’”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ນ້ຳມັນ​ສັດ”
ຫຼື “ເຮົາ​ຈະ​ຂໍ​ແກະ​ຂອງ​ເຮົາ​ຄືນ​ມາ​ຈາກ​ມື​ເຂົາເຈົ້າ”
ໝາຍເຖິງ​ລູກ​ຫຼານ​ຄົນ​ໜຶ່ງ​ຂອງ​ດາວິດ