ເອເຊກຽນ 35:1-15

  • ຄຳ​ພະຍາກອນ​ກ່ຽວ​ກັບ​ພູ​ຢູ່​ເສອີ (1-​15)

35  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ​ເອີ້ຍ ໃຫ້​ເຈົ້າ​ປິ່ນ​ໜ້າ​ໄປ​ທາງ​ເຂດ​ພູ​ໃນ​ເສອີ+ ແລ້ວ​ພະຍາກອນ​ກ່ຽວກັບ​ເຂດ​ນັ້ນ.+  ໃຫ້​ເຈົ້າ​ເວົ້າ​ກັບ​ເຂດ​ນັ້ນ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຂດ​ພູ​ໃນ​ເສອີ​ເອີ້ຍ ເຮົາ​ຈະ​ເປັນ​ສັດຕູ​ກັບ​ເຈົ້າ. ເຮົາ​ຈະ​ລົງໂທດ​ເຈົ້າ​ແລະ​ຈະ​ເຮັດ​ໃຫ້​ເຈົ້າ​ຮ້າງ​ເປົ່າ.+  ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຕ່າງ​ໆ​ຂອງ​ເຈົ້າ​ເປັນ​ຊາກ​ຫັກພັງ ແລະ​ເຈົ້າ​ຈະ​ກາຍ​ເປັນ​ບ່ອນ​ທີ່​ຮ້າງ​ເປົ່າ+ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.  ພວກເຈົ້າ​ເຮັດ​ບໍ່​ດີ​ໃຫ້​ພວກ​ອິດສະຣາເອນ​ບໍ່ຢຸດ​ບໍ່ເຊົາ+ ແລະ​ເຮັດ​ໃຫ້​ເຂົາເຈົ້າ​ຖືກ​ຂ້າ​ດ້ວຍ​ດາບ​ໃນ​ມື້​ທີ່​ເຂົາເຈົ້າ​ເຈິ​ຄວາມ​ຈິບຫາຍ ເຊິ່ງ​ເປັນ​ມື້​ທີ່​ເຂົາເຈົ້າ​ຖືກ​ລົງໂທດ​ຂັ້ນ​ສຸດທ້າຍ.”’+  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ດັ່ງນັ້ນ ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຮົາ​ຈະ​ໃຫ້​ເຈົ້າ​ຖືກ​ຂ້າ ແລະ​ເຈົ້າ​ຈະ​ບໍ່​ມີ​ທາງ​ໜີ​ລອດ​ໄດ້.+ ຍ້ອນ​ເຈົ້າ​ເຮັດ​ໃຫ້​ຄົນ​ທີ່​ເຈົ້າ​ຊັງ​ຕ້ອງ​ຕາຍ ບັດນີ້​ເຈົ້າ​ເອງ​ກໍ​ຕ້ອງ​ຕາຍ​ຄື​ກັນ.+  ເຮົາ​ຈະ​ເຮັດ​ໃຫ້​ເຂດ​ພູ​ໃນ​ເສອີ​ຮ້າງ​ເປົ່າ.+ ເຮົາ​ຈະ​ທຳລາຍ​ຄົນ​ທີ່​ຍ່າງ​ຜ່ານ​ແລະ​ຄົນ​ທີ່​ກັບຄືນມາ​ເຂດ​ນີ້.  ເຮົາ​ຈະ​ໃຫ້​ພູ​ໃນ​ເຂດ​ນີ້​ມີ​ແຕ່​ສົບຄົນຕາຍ. ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ​ຈະ​ນອນ​ຕາຍ​ຢູ່​ໂນນ​ພູ ຮ່ອມພູ ແລະ​ແມ່​ນ້ຳ​ທຸກ​ສາຍ​ຂອງ​ເຈົ້າ.  ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຮ້າງ​ເປົ່າ​ຕະຫຼອດ​ໄປ ແລະ​ເມືອງ​ຕ່າງ​ໆ​ຂອງ​ເຈົ້າ​ກໍ​ຈະ​ບໍ່​ມີ​ຄົນ​ອາໄສ​ຢູ່+ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’ 10  ທັງ​ໆ​ທີ່​ເຮົາ​ເຢໂຫວາ​ຢູ່​ກັບ​ຊາດ​ອິດສະຣາເອນ​ແລະ​ຢູດາ ແຕ່​ເຈົ້າ​ກໍ​ຍັງ​ເວົ້າ​ວ່າ ‘ສອງ​ຊາດ​ແລະ​ສອງ​ແຜ່ນດິນ​ນີ້​ຈະ​ເປັນ​ຂອງ​ຂ້ອຍ ແລະ​ຂ້ອຍ​ຈະ​ຄອບຄອງ​ມັນ.’+ 11  ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ໃຈຮ້າຍ ອິດສາ ແລະ​ຊັງ​ປະຊາຊົນ​ຂອງ​ເຮົາ​ແນວໃດ+ ເຮົາ​ກໍ​ຈະ​ເຮັດ​ກັບ​ເຈົ້າ​ແບບນັ້ນ. 12  ເຮົາ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ຈັກ​ເຮົາ​ເມື່ອ​ເຮົາ​ຕັດສິນ​ເຈົ້າ. ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ເຢໂຫວາ​ໄດ້​ຍິນ​ຄຳເວົ້າ​ດູຖູກ​ທຸກ​ຄຳ​ທີ່​ເຈົ້າ​ເວົ້າ​ໃຫ້​ພູ​ຂອງ​ອິດສະຣາເອນ. ເຈົ້າ​ເວົ້າ​ວ່າ “ພູ​ເຫຼົ່າ​ນັ້ນ​ຖືກ​ປະຖິ້ມ​ໃຫ້​ຮ້າງ​ເປົ່າ ແລະ​ພວກ​ເຮົາ​ໄດ້​ໂອກາດ​ທີ່​ຈະ​ທຳລາຍ​ມັນ​ແລ້ວ.” 13  ເຈົ້າ​ເວົ້າ​ແບບ​ຈອງຫອງ​ໃສ່​ເຮົາ. ເຈົ້າ​ເວົ້າ​ແບບ​ນັ້ນ​ຫຼາຍ​ເທື່ອ+ ແລະ​ເຮົາ​ກໍ​ໄດ້​ຍິນ​ທຸກ​ເທື່ອ.’ 14  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ທົ່ວ​ໂລກ​ຈະ​ດີໃຈ​ເມື່ອ​ເຮົາ​ເຮັດ​ໃຫ້​ເຈົ້າ​ຮ້າງ​ເປົ່າ. 15  ຍ້ອນ​ເຈົ້າ​ດີໃຈ​ຕອນ​ທີ່​ແຜ່ນດິນ​ອິດສະຣາເອນ​ຮ້າງ​ເປົ່າ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຮ້າງ​ເປົ່າ​ຄື​ກັນ.+ ເຂດ​ພູ​ໃນ​ເສອີ​ແລະ​ແຜ່ນດິນ​ເອໂດມ​ທັງ​ໝົດ​ເອີ້ຍ ພວກ​ເຈົ້າ​ຈະ​ເປັນ​ບ່ອນ​ທີ່​ຮ້າງ​ເປົ່າ+ ແລ້ວ​ທຸກ​ຄົນ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’”

ຂໍຄວາມໄຂເງື່ອນ