ເອເຊກຽນ 38:1-23

  • ໂຄກ​ໂຈມຕີ​ອິດສະຣາເອນ (1-​16)

  • ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ໂຄກ (17-​23)

    • ‘ທຸກ​ຊາດ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ’ (23)

38  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ ໃຫ້​ເຈົ້າ​ປິ່ນ​ໜ້າ​ໄປ​ທາງ​ໂຄກ​ຂອງ​ແຜ່ນດິນ​ມາໂຄກ.+ ລາວ​ເປັນ​ຫົວໜ້າ​ຂອງ​ພວກ​ຫົວໜ້າ​ເມເຊກ​ກັບ​ຕູບານ.+ ໃຫ້​ເຈົ້າ​ພະຍາກອນ​ກ່ຽວກັບ​ລາວ.+  ໃຫ້​ເຈົ້າ​ເວົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ໂຄກ ເຈົ້າ​ທີ່​ເປັນ​ຫົວໜ້າ​ຂອງ​ຫົວໜ້າ​ເມເຊກ​ກັບ​ຕູບານ ເຮົາ​ຈະ​ເປັນ​ສັດຕູ​ກັບ​ເຈົ້າ.  ເຮົາ​ຈະ​ເອົາ​ຂໍ​ເກາະ​ເກາະ​ຄາງກະໄຕ​ເຈົ້າ​ແລະ​ພາ​ເຈົ້າ​ໄປ​ອີກ​ທາງ​ໜຶ່ງ+​. ເຮົາ​ຈະ​ລາກ​ເຈົ້າ​ອອກ​ໄປ​ພ້ອມ​ກັບ​ກອງທັບ​ທັງໝົດ​ຂອງ​ເຈົ້າ+ ພ້ອມ​ກັບ​ມ້າ​ແລະ​ທະຫານ​ມ້າ​ຂອງ​ເຈົ້າ. ເຂົາເຈົ້າ​ທຸກ​ຄົນ​ນຸ່ງ​ເຄື່ອງ​ທີ່​ງາມ​ໆ​. ເຂົາເຈົ້າ​ເປັນ​ກອງທັບ​ໃຫຍ່​ທີ່​ມີ​ໂລ້​ໃຫຍ່​ກັບ​ໂລ້​ນ້ອຍ* ແລະ​ທຸກ​ຄົນ​ຖື​ດາບ.  ກອງທັບ​ຂອງ​ເປີເຊຍ ເອທິໂອເປຍ ແລະ​ພຸດ+​ກໍ​ຈະ​ຢູ່​ນຳ​ກອງທັບ​ຂອງ​ເຈົ້າ. ທຸກ​ຄົນ​ຖື​ໂລ້​ນ້ອຍ​ແລະ​ໃສ່​ໝວກ​ເກາະ.  ຄົນ​ໂກເມ​ກັບ​ທະຫານ​ທັງໝົດ ແລະ​ຄົນ​ໂຕກາມາ+​ທີ່​ມາ​ແຕ່​ທາງ​ເໜືອ​ສຸດ​ກັບ​ທະຫານ​ທັງໝົດ​ກໍ​ຢູ່​ຫັ້ນ ຈະ​ມີ​ຫຼາຍ​ຊາດ​ຢູ່​ນຳ​ເຈົ້າ.+  ໃຫ້​ເຈົ້າ​ກັບ​ກອງທັບ​ທັງໝົດ​ທີ່​ຢູ່​ນຳ​ເຈົ້າ​ກຽມ​ໂຕ​ໃຫ້​ພ້ອມ​ທີ່​ຈະ​ຕໍ່ສູ້ ແລະ​ເຈົ້າ​ຈະ​ເປັນ​ຫົວໜ້າ​ຂອງ​ເຂົາເຈົ້າ.  ເມື່ອ​ເວລາ​ຜ່ານ​ໄປ​ດົນ​ແລ້ວ ເຮົາ​ຈະ​ສົນໃຈ​ເຈົ້າ. ຫຼັງ​ຈາກ​ຫຼາຍ​ປີ​ຜ່ານ​ໄປ ເຈົ້າ​ຈະ​ບຸກ​ໂຈມຕີ​ແຜ່ນດິນ​ຂອງ​ຊາດ​ໜຶ່ງ​ທີ່​ເຄີຍ​ຖືກ​ທຳລາຍ​ດ້ວຍ​ດາບ​ແຕ່​ຟື້ນ​ໂຕ​ໄດ້​ແລ້ວ. ເຂົາເຈົ້າ​ຖືກ​ລວບລວມ​ອອກ​ມາ​ຈາກ​ຊາດ​ຕ່າງ​ໆ​ ແລະ​ເຂົາເຈົ້າ​ຂຶ້ນ​ໄປ​ເທິງ​ພູ​ໃນ​ອິດສະຣາເອນ​ທີ່​ຖືກ​ປະຖິ້ມ​ໃຫ້​ຮ້າງ​ເປົ່າ​ແຕ່​ດົນ​ແລ້ວ. ຄົນ​ທີ່​ອາໄສ​ຢູ່​ແຜ່ນດິນ​ນັ້ນ​ຖືກ​ພາ​ມາ​ຈາກ​ຊາດ​ຕ່າງ​ໆ​ ແລະ​ເຂົາເຈົ້າ​ກໍ​ຢູ່​ຫັ້ນ​ຢ່າງ​ປອດ​ໄພ.+  ເຈົ້າ​ຈະ​ໄປ​ໂຈມຕີ​ເຂົາເຈົ້າ​ຄື​ກັບ​ພາຍຸ. ເຈົ້າ​ກັບ​ກອງ​ທະຫານ​ທັງໝົດ​ຂອງ​ເຈົ້າ​ແລະ​ຫຼາຍ​ໆ​ຊາດ​ທີ່​ຢູ່​ນຳ​ເຈົ້າ​ຈະ​ປົກ​ຄຸມ​ແຜ່ນດິນ​ນີ້​ຄື​ກັບ​ຂີ້ເຝື້ອ.”’ 10  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ໃນ​ມື້​ນັ້ນ ເຈົ້າ​ຈະ​ມີ​ຄວາມຄິດ​ບາງ​ຢ່າງ​ເກີດ​ຂຶ້ນ​ໃນ​ໃຈ ແລະ​ເຈົ້າ​ຈະ​ວາງ​ແຜນ​ຊົ່ວ. 11  ເຈົ້າ​ຈະ​ເວົ້າ​ວ່າ “ຂ້ອຍ​ຈະ​ໂຈມຕີ​ແຜ່ນດິນ​ທີ່​ບໍ່​ມີ​ຫຍັງ​ປົກປ້ອງ​ເລີຍ.+ ຂ້ອຍ​ຈະ​ໂຈມຕີ​ຄົນ​ຢູ່​ຫັ້ນ​ທີ່​ຢູ່​ຢ່າງ​ປອດ​ໄພ​ແລະ​ບໍ່​ມີ​ຫຍັງ​ລົບກວນ. ຄົນ​ທີ່​ບ້ານ​ບໍ່​ມີ​ກຳແພງ​ອ້ອມ ບໍ່​ມີ​ປະຕູ ແລະ​ບໍ່​ມີ​ລ໋ອກ​ບໍ່​ມີ​ກອນ ຂ້ອຍ​ຈະ​ໂຈມຕີ​ເຂົາເຈົ້າ.” 12  ເຈົ້າ​ຈະ​ເຮັດ​ແນວ​ນີ້​ກໍ​ເພື່ອ​ຍຶດ​ແລະ​ປຸ້ນ​ເອົາ​ເຄື່ອງ​ຂອງ​ຫຼາຍ​ໆ​. ເຈົ້າ​ຈະ​ໂຈມຕີ​ບ່ອນ​ທີ່​ເຄີຍ​ຮ້າງ​ເປົ່າ​ທີ່​ຕອນນີ້​ມີ​ຄົນ​ອາໄສ​ຢູ່.+ ຄົນ​ເຫຼົ່າ​ນັ້ນ​ຖືກ​ລວບລວມ​ມາ​ຈາກ​ຊາດ​ຕ່າງ​ໆ​.+ ເຂົາເຈົ້າ​ລວຍ​ແລະ​ມີ​ຊັບ​ສົມບັດ​ຫຼາຍ​ຂຶ້ນ+ ແລະ​ອາໄສ​ຢູ່​ໃຈ​ກາງ​ຂອງ​ໂລກ. 13  ເຊບາ+​ກັບ​ເດດານ+​ທີ່​ເປັນ​ພໍ່​ຄ້າ​ຈາກ​ຕາຊິດ+ ແລະ​ພວກ​ທະຫານ​ທີ່​ເກັ່ງ​ໆ​ຈະ​ເວົ້າ​ກັບ​ເຈົ້າ​ວ່າ “ເຈົ້າ​ໄປ​ໂຈມຕີ​ແຜ່ນດິນ​ນັ້ນ​ເພື່ອ​ຍຶດ​ເອົາ​ເຄື່ອງ​ຂອງ​ໃຫ້​ໄດ້​ຫຼາຍ​ໆ​ຫັ້ນ​ບໍ? ເຈົ້າ​ໄດ້​ລວບລວມ​ພວກ​ທະຫານ​ເພື່ອ​ປຸ້ນ​ແລະ​ຂົນ​ເອົາ​ເງິນ​ເອົາ​ຄຳ​ກັບ​ຊັບ​ສົມບັດ​ທີ່​ຫຼາຍ​ໆ​ຂອງ​ເຂົາເຈົ້າ​ຫັ້ນ​ບໍ?”’ 14  ລູກ​ມະນຸດ ເຈົ້າ​ຕ້ອງ​ພະຍາກອນ​ແລະ​ບອກ​ໂຄກ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ໃນ​ມື້​ນັ້ນ ເຈົ້າ​ຈະ​ຮູ້​ແນ່ນອນ​ວ່າ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ໄດ້​ຢູ່​ຢ່າງ​ປອດ​ໄພ.+ 15  ເຈົ້າ​ຈະ​ມາ​ຈາກ​ບ່ອນ​ຂອງ​ເຈົ້າ​ທີ່​ຢູ່​ທາງ​ເໜືອ​ສຸດ+ ແລະ​ຈະ​ມີ​ຫຼາຍ​ຊາດ​ມາ​ນຳ​ເຈົ້າ. ເຂົາເຈົ້າ​ຈະ​ເປັນ​ກອງທັບ​ໃຫຍ່​ແລະ​ຂີ່​ມ້າ​ມາ.+ 16  ໂຄກ​ເອີ້ຍ ເຈົ້າ​ຈະ​ໄປ​ໂຈມຕີ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ຄື​ກັບ​ຂີ້ເຝື້ອ​ປົກ​ຄຸມ​ແຜ່ນດິນ. ໃນ​ສະໄໝ​ສຸດທ້າຍ ເຮົາ​ຈະ​ພາ​ເຈົ້າ​ໄປ​ໂຈມຕີ​ແຜ່ນດິນ​ຂອງ​ເຮົາ.+ ແລ້ວ​ຊາດ​ຕ່າງ​ໆ​ຈະ​ຮູ້​ວ່າ​ເຮົາ​ເປັນ​ພະເຈົ້າ​ອົງ​ບໍລິສຸດ ເມື່ອ​ເຂົາເຈົ້າ​ເຫັນ​ສິ່ງ​ທີ່​ເຮົາ​ເຮັດ​ກັບ​ເຈົ້າ.”’+ 17  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຕັ້ງແຕ່​ດົນ​ແລ້ວ ເຮົາ​ໄດ້​ໃຊ້​ພວກ​ຜູ້ພະຍາກອນ​ຂອງ​ອິດສະຣາເອນ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ເຮົາ​ໃຫ້​ພະຍາກອນ​ວ່າ​ຈະ​ມີ​ຜູ້​ໜຶ່ງ​ທີ່​ຖືກ​ພາ​ມາ​ໂຈມຕີ​ພວກ​ອິດສະຣາເອນ. ຜູ້​ນັ້ນ​ກໍ​ແມ່ນ​ເຈົ້າ​ນິ​ແຫຼະ.’ 18  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ໃນ​ມື້​ທີ່​ໂຄກ​ມາ​ໂຈມຕີ​ແຜ່ນດິນ​ອິດສະຣາເອນ ເຮົາ​ຈະ​ໃຈຮ້າຍ​ຫຼາຍ.+ 19  ເມື່ອ​ເຮົາ​ເວົ້າ ຄວາມ​ໃຈຮ້າຍ​ຂອງ​ເຮົາ​ຈະ​ເປັນ​ຄື​ກັບ​ໄຟ​ທີ່​ລຸກ​ໄໝ້. ໃນ​ມື້​ນັ້ນ​ຈະ​ມີ​ແຜ່ນດິນ​ໄຫວ​ໃຫຍ່​ຢູ່​ອິດສະຣາເອນ. 20  ເຮົາ​ຈະ​ເຮັດ​ໃຫ້​ປາ​ໃນ​ທະເລ ນົກ​ໃນ​ທ້ອງຟ້າ ສັດ​ປ່າ​ທີ່​ຢູ່​ທົ່ງ​ຫຍ້າ ສັດ​ເລືອຄານ​ທຸກ​ໂຕ ແລະ​ມະນຸດ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ຢ້ານ​ຈົນ​ໂຕ​ສັ່ນ. ພູ​ກັບ​ໜ້າ​ຜາ​ຈະ​ພັງ​ລົງ​ມາ+ ແລະ​ກຳແພງ​ທຸກ​ບ່ອນ​ກໍ​ຈະ​ພັງ​ລົງ​ມາ​ຄື​ກັນ.’ 21  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ສັ່ງ​ໃຫ້​ເຮັດ​ສົງຄາມ*​ກັບ​ໂຄກ​ຢູ່​ພູ​ທຸກ​ໜ່ວຍ​ຂອງ​ເຮົາ. ເຂົາເຈົ້າ​ຈະ​ຂ້າ​ກັນ​ເອງ.+ 22  ເຮົາ​ຈະ​ລົງໂທດ​ລາວ. ເຮົາ​ຈະ​ເຮັດ​ໃຫ້​ມີ​ໂລກລະບາດ+​ແລະ​ມີ​ຄົນ​ຕາຍ​ຫຼາຍ. ເຮົາ​ຈະ​ເຮັດ​ໃຫ້​ຝົນ ໝາກເຫັບ+ ໄຟ+ ແລະ​ມາດ+​ຕົກ​ໃສ່​ກອງທັບ​ຂອງ​ລາວ​ແລະ​ຊາດ​ຕ່າງ​ໆ​ທີ່​ຢູ່​ນຳ​ລາວ.+ 23  ເຮົາ​ຈະ​ເຮັດ​ໃຫ້​ທຸກ​ຊາດ​ຮູ້​ວ່າ ເຮົາ​ເປັນ​ພະເຈົ້າ​ທີ່​ຍິ່ງໃຫຍ່​ແລະ​ເປັນ​ອົງ​ບໍລິສຸດ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’”

ຂໍຄວາມໄຂເງື່ອນ

ສ່ວນ​ຫຼາຍ​ແລ້ວ​ແມ່ນ​ທະຫານ​ຍິງ​ທະນູ​ມັກ​ໃຊ້
ແປ​ຕາມ​ໂຕ​ວ່າ “ດາບ”