ເອເຊກຽນ 41:1-26

  • ຫ້ອງ​ບໍລິສຸດ​ຂອງ​ວິຫານ (1-​4)

  • ຝາ​ແລະ​ຫ້ອງ​ອ້ອມ​ວິຫານ (5-​11)

  • ຕຶກ​ຢູ່​ທາງ​ທິດ​ຕາເວັນ​ຕົກ (12)

  • ການ​ແທກ​ຕຶກ​ຕ່າງ​ໆ​ (13-​15ກ)

  • ທາງ​ໃນ​ຂອງ​ຫ້ອງ​ບໍລິສຸດ (15ຂ-​26)

41  ຈາກ​ນັ້ນ ລາວ​ກໍ​ພາ​ຂ້ອຍ​ເຂົ້າ​ໄປ​ຫ້ອງ​ບໍລິສຸດ*​ຂອງ​ວິຫານ. ລາວ​ແທກ​ເສົາ​ຢູ່​ທາງ​ເຂົ້າ. ເສົາ​ຕົ້ນ​ໜຶ່ງ​ຢູ່​ເບື້ອງ​ຊ້າຍ ແລະ​ອີກ​ຕົ້ນ​ໜຶ່ງ​ຢູ່​ເບື້ອງ​ຂວາ. ເສົາ​ແຕ່​ລະ​ຕົ້ນ​ນັ້ນ​ມີ​ເບື້ອງ​ໜຶ່ງ​ກວ້າງ 6 ສອກ*  ແລະ​ອີກ​ເບື້ອງ​ໜຶ່ງ​ກວ້າງ 5 ສອກ.* ທາງ​ເຂົ້າ​ຂອງ​ຫ້ອງ​ກວ້າງ 10 ສອກ.* ລາວ​ແທກ​ຂະໜາດ​ຂອງ​ຫ້ອງ. ມັນ​ຍາວ 40 ສອກ* ແລະ​ກວ້າງ 20 ສອກ.*  ແລ້ວ​ລາວ​ກໍ​ເຂົ້າ​ໄປ​ຫ້ອງ​ທາງ​ໃນ ແລະ​ແທກ​ເສົາ​ທີ່​ຢູ່​ທາງ​ເຂົ້າ. ເສົາ​ແຕ່​ລະ​ຕົ້ນ​ນັ້ນ​ມີ​ເບື້ອງ​ໜຶ່ງ​ກວ້າງ 2 ສອກ* ແລະ​ອີກ​ເບື້ອງ​ໜຶ່ງ​ກວ້າງ 7 ສອກ.* ທາງເຂົ້າ​ຫ້ອງ​ກວ້າງ 6 ສອກ.*  ຈາກ​ນັ້ນ ລາວ​ກໍ​ແທກ​ຫ້ອງ​ທີ່​ຢູ່​ທາງ​ຂ້າງ​ຫ້ອງ​ບໍລິສຸດ. ຫ້ອງ​ນີ້​ຍາວ 20 ສອກ* ແລະ​ກວ້າງ 20 ສອກ.+ ລາວ​ບອກ​ຂ້ອຍ​ວ່າ “ຫ້ອງ​ນີ້​ແມ່ນ​ຫ້ອງ​ບໍລິສຸດ​ທີ່ສຸດ.”+  ແລ້ວ​ລາວ​ກໍ​ແທກ​ຝາ​ຂອງ​ວິຫານ. ມັນ​ໜາ 6 ສອກ.* ຫ້ອງ​ທີ່​ຢູ່​ອ້ອມ​ວິຫານ​ກວ້າງ 4 ສອກ.*+  ຫ້ອງ​ເຫຼົ່ານີ້​ມີ 3 ຊັ້ນ ແລະ​ແຕ່​ລະ​ຊັ້ນ​ມີ 30 ຫ້ອງ. ຢູ່​ຝາ​ຂອງ​ວິຫານ​ມີ​ພັກ​ເຮັດ​ໄວ້​ເພື່ອ​ຢອງ​ໄມ້​ຕົງ​ຂອງ​ຫ້ອງ​ເຫຼົ່ານີ້​ໂດຍ​ບໍ່​ຕ້ອງ​ເຈາະ​ຝາ​ຂອງ​ວິຫານ.+  ຫ້ອງ​ອ້ອມ​ວິຫານ​ຈະ​ກວ້າງ​ອອກ​ໆ​ ຕັ້ງແຕ່​ຊັ້ນ​ລຸ່ມ​ສຸດ​ຈົນ​ຮອດ​ຊັ້ນ​ເທິງ​ສຸດ.+ ທັງ​ສອງ​ເບື້ອງ​ຂອງ​ວິຫານ​ມີ​ຂັ້ນໄດ​ຂຶ້ນ​ໄປ.  ຂ້ອຍ​ເຫັນ​ວ່າ​ພື້ນ​ຢູ່​ອ້ອມ​ວິຫານ​ຖືກ​ຍົກ​ໃຫ້​ສູງ​ຂຶ້ນ. ຖານ​ຂອງ​ຫ້ອງ​ອ້ອມ​ວິຫານ​ສູງ 1 ໄມ້​ແທກ* ຫຼື​ເທົ່າ​ກັບ 6 ສອກ*​ພໍ​ດີ.  ຝາ​ທາງ​ນອກ​ຂອງ​ຫ້ອງ​ອ້ອມ​ວິຫານ​ໜາ 5 ສອກ.* ຫ້ອງ​ອ້ອມ​ວິຫານ​ກໍ​ເປັນ​ສ່ວນ​ໜຶ່ງ​ຂອງ​ວິຫານ. ຢູ່​ທາງ​ນອກ​ຂອງ​ຫ້ອງ​ອ້ອມ​ວິຫານ​ມີ​ບ່ອນ​ທີ່​ຍ່າງ​ໄດ້. 10  ຢູ່​ລະຫວ່າງ​ວິຫານ​ກັບ​ຫ້ອງ​ກິນ​ເຂົ້າ*+​ມີ​ບ່ອນ​ໂລ່ງ​ທີ່​ກວ້າງ 20 ສອກ.* 11  ຢູ່​ເບື້ອງ​ຊ້າຍ​ແລະ​ເບື້ອງ​ຂວາ​ຂອງ​ວິຫານ​ມີ​ທາງເຂົ້າ​ຫ້ອງ​ອ້ອມ​ວິຫານ​ຈາກ​ບ່ອນ​ທີ່​ຍ່າງ​ໄດ້. ບ່ອນ​ທີ່​ຍ່າງ​ໄດ້​ນັ້ນ​ກວ້າງ 5 ສອກ.* 12  ຢູ່​ທາງທິດ​ຕາ​ເວັນ​ຕົກ​ມີ​ຕຶກ​ຫຼັງ​ໜຶ່ງ​ທີ່​ປິ່ນ​ໜ້າ​ໄປ​ບ່ອນ​ທີ່​ໂລ່ງ. ຕຶກ​ນີ້​ກວ້າງ 70 ສອກ* ແລະ​ຍາວ 90 ສອກ.* ຝາ​ອ້ອມ​ຕຶກ​ນີ້​ໜາ 5 ສອກ.* 13  ຈາກ​ນັ້ນ ລາວ​ກໍ​ແທກ​ວິຫານ. ມັນ​ຍາວ 100 ສອກ.* ບ່ອນ​ທີ່​ໂລ່ງ​ແລະ​ຕຶກ*​ກັບ​ຝາ​ຂອງ​ຕຶກ​ລວມ​ກັນ​ຍາວ 100 ສອກ. 14  ທາງ​ໜ້າ​ຂອງ​ວິຫານ​ທີ່​ປິ່ນ​ໄປ​ທາງ​ທິດ​ຕາເວັນ​ອອກ​ລວມ​ກັບ​ບ່ອນ​ທີ່​ໂລ່ງ​ທັງ​ສອງ​ຂ້າງ ກວ້າງ 100 ສອກ.* 15  ລາວ​ແທກ​ລວງ​ຍາວ​ຂອງ​ຕຶກ​ທີ່​ປິ່ນ​ໜ້າ​ໃສ່​ທາງ​ຫຼັງ​ຂອງ​ວິຫານ​ກັບ​ທາງ​ຍ່າງ​ທີ່​ຢູ່​ທັງ​ສອງ​ຂ້າງ​ຂອງ​ຕຶກ. ມັນ​ຍາວ 100 ສອກ.* ລາວ​ຍັງ​ໄດ້​ແທກ​ຫ້ອງ​ບໍລິສຸດ ຫ້ອງ​ບໍລິສຸດ​ທີ່ສຸດ+ ຫ້ອງ​ທາງ​ເຂົ້າ​ຂອງ​ວິຫານ 16  ຕີນ​ປະຕູ ປ່ອງຢ້ຽມ​ທີ່​ມີ​ຂອບ​ນ້ອຍ​ລົງ​ໆ​*+ ແລະ​ທາງ​ຍ່າງ​ຂອງ 3 ຫ້ອງ​ນີ້. ຢູ່​ໃກ້​ກັບ​ຕີນ​ປະຕູ​ມີ​ໄມ້​ແປ້ນ​ຕິດ​ຢູ່​ຝາ+ ຕັ້ງແຕ່​ພື້ນ​ຈົນ​ຮອດ​ປ່ອງຢ້ຽມ ແລະ​ປ່ອງຢ້ຽມ​ເຫຼົ່າ​ນີ້​ກໍ​ມີ​ແນວ​ອັດ​ໄວ້. 17  ລາວ​ແທກ​ທາງ​ເທິງ​ຂອງ​ທາງ​ເຂົ້າ ວິຫານ​ທາງ​ໃນ​ກັບ​ທາງ​ນອກ ແລະ​ຝາ​ທີ່​ຢູ່​ອ້ອມ​ວິຫານ​ທັງໝົດ. 18  ຢູ່​ໄມ້​ແປ້ນ​ມີ​ຮູບ​ແກະ​ສະຫຼັກ​ຂອງ​ເຄຣູບ+​ກັບ​ຕົ້ນປາມ.+ ຢູ່ 2 ຂ້າງ​ຂອງ​ຕົ້ນປາມ​ມີ​ຮູບ​ເຄຣູບ. ເຄຣູບ​ແຕ່​ລະ​ອົງ​ມີ 2 ໜ້າ. 19  ໜ້າ​ຄົນ​ປິ່ນ​ໄປ​ຫາ​ຕົ້ນປາມ​ທີ່​ຢູ່​ເບື້ອງ​ໜຶ່ງ ແລະ​ໜ້າ​ສິງ​ປິ່ນ​ໄປ​ຫາ​ຕົ້ນປາມ​ທີ່​ຢູ່​ອີກ​ເບື້ອງ​ໜຶ່ງ.+ ມີ​ຮູບ​ແກະ​ສະຫຼັກ​ແບບ​ນີ້​ຢູ່​ອ້ອມ​ວິຫານ. 20  ມີ​ຮູບ​ເຄຣູບ​ກັບ​ຮູບ​ຕົ້ນປາມ​ແກະ​ສະຫຼັກ​ໃສ່​ແບບ​ນີ້​ຕັ້ງແຕ່​ພື້ນ​ຈົນ​ຮອດ​ທາງ​ເທິງ​ທາງ​ເຂົ້າ​ຂອງ​ວິຫານ. 21  ເສົາ*​ປະຕູ​ຂອງ​ວິຫານ​ເປັນ​ສີ່​ລ່ຽມ.+ ຢູ່​ທາງ​ໜ້າ​ຂອງ​ບ່ອນ​ບໍລິສຸດ​ມີ​ແທ່ນ​ບູຊາ​ທີ່​ເປັນ​ໄມ້​ສູງ 3 ສອກ* ແລະ​ຍາວ 2 ສອກ.* 22  ແທ່ນ​ບູຊາ​ນີ້+​ມີ​ເສົາ​ຢູ່​ແຈ. ຕີນ​ກັບ​ທາງ​ຂ້າງ​ຂອງ​ແທ່ນ​ບູຊາ​ເປັນ​ໄມ້. ລາວ​ບອກ​ຂ້ອຍ​ວ່າ “ນີ້​ແມ່ນ​ໂຕະ​ທີ່​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ.”+ 23  ຫ້ອງ​ບໍລິສຸດ​ແລະ​ຫ້ອງ​ບໍລິສຸດ​ທີ່ສຸດ​ຂອງ​ວິຫານ​ມີ​ປະຕູ​ຫ້ອງ​ລະ 2 ບານ.+ 24  ປະຕູ​ແຕ່​ລະ​ບານ​ພັບ​ເຄິ່ງ​ໄດ້. 25  ຢູ່​ບານ​ປະຕູ​ຂອງ​ວິຫານ​ມີ​ຮູບ​ແກະ​ສະຫຼັກ​ຂອງ​ເຄຣູບ​ກັບ​ຕົ້ນປາມ​ຄື​ກັບ​ຢູ່​ຝາ.+ 26  ຢູ່​ທາງ​ນອກ​ຂອງ​ຫ້ອງ​ທາງ​ເຂົ້າ​ມີ​ເທີບ​ທີ່​ເປັນ​ໄມ້. ຢູ່​ທັງ​ສອງ​ເບື້ອງ​ຂອງ​ຫ້ອງ​ທີ່​ຢູ່​ທາງ​ເຂົ້າ ຫ້ອງ​ອ້ອມ​ວິຫານ ແລະ​ເທີບ​ມີ​ປ່ອງຢ້ຽມ​ທີ່​ມີ​ຂອບ​ນ້ອຍ​ລົງ​ໆ​+​ແລະ​ມີ​ຮູບ​ຕົ້ນປາມ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ວິຫານ.” ໃນ​ບົດ 41 ແລະ 42 ຄຳ​ນີ້​ໝາຍເຖິງ​ຫ້ອງ​ບໍລິສຸດ ຫຼື​ໝາຍເຖິງ​ວິຫານ​ທັງ​ສ່ວນ​ທີ່​ເປັນ​ຫ້ອງ​ບໍລິສຸດ​ແລະ​ຫ້ອງ​ບໍລິສຸດ​ທີ່​ສຸດ.
3,1 ແມັດ. ໝາຍເຖິງ​ສອກ​ຍາວ. ເບິ່ງ​ພາກ​ຜະໜວກ ຂ14.
2,6 ແມັດ
5,1 ແມັດ
20,7 ແມັດ
10,4 ແມັດ
1 ແມັດ
3,6 ແມັດ
3,1 ແມັດ
10,4 ແມັດ
2 ແມັດ
3,1 ແມັດ
3,1 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.
3,1 ແມັດ
2,6 ແມັດ
ຫຼື “ຫ້ອງ”
10,3 ແມັດ
2,6 ແມັດ
46,6 ແມັດ
2,6 ແມັດ
36,2 ແມັດ
51,8 ແມັດ
ໝາຍເຖິງ​ຕຶກ​ທີ່​ຢູ່​ທາງ​ທິດ​ຕາເວັນ​ຕົກ
51,8 ແມັດ
51,8 ແມັດ
ຫຼື “ຂອບ​ປ່ອງ​ຢ້ຽມ​ທີ່​ເປັນ​ຊັ້ນ​ໆ​”
ເບິ່ງ​ຄື​ວ່າ​ໝາຍເຖິງ​ທາງເຂົ້າ​ຫ້ອງ​ບໍລິສຸດ​ທີ່​ສຸດ
1,6 ແມັດ
1 ແມັດ