ເອເຊກຽນ 42:1-20

  • ຕຶກ​ຫ້ອງ​ກິນ​ເຂົ້າ (1-​14)

  • ແທກ​ທັງ​ສີ່​ເບື້ອງ​ຂອງ​ວິຫານ (15-​20)

42  ຈາກ​ນັ້ນ ລາວ​ກໍ​ພາ​ຂ້ອຍ​ໄປ​ເດີ່ນ​ທາງ​ນອກ​ທີ່​ຢູ່​ທາງ​ທິດ​ເໜືອ.+ ແລ້ວ​ລາວ​ກໍ​ພາ​ຂ້ອຍ​ໄປ​ບ່ອນ​ທີ່​ມີ​ຫ້ອງ​ກິນ​ເຂົ້າ​ຢູ່​ທາງ​ຂ້າງ​ບ່ອນ​ທີ່​ໂລ່ງ+ ເຊິ່ງ​ຢູ່​ທາງ​ເໜືອ​ຂອງ​ຕຶກ​ທີ່​ຢູ່​ທາງ​ຫຼັງ​ຂອງ​ວິຫານ.*+  ຕັ້ງແຕ່​ບ່ອນ​ທີ່​ມີ​ຫ້ອງ​ກິນ​ເຂົ້າ​ຈົນ​ຮອດ​ທາງເຂົ້າ​ທີ່​ຢູ່​ທາງ​ທິດ​ເໜືອ​ຍາວ 100 ສອກ* ແລະ​ກວ້າງ 50 ສອກ.*  ບ່ອນ​ນີ້​ຢູ່​ລະຫວ່າງ​ເດີ່ນ​ທາງ​ໃນ​ທີ່​ກວ້າງ 20 ສອກ*+​ກັບ​ທາງ​ຍ່າງ​ຂອງ​ເດີ່ນ​ທາງ​ນອກ. ບ່ອນ​ນີ້​ມີ​ຕຶກ 3 ຊັ້ນ 2 ຕຶກ ແລະ​ແຕ່​ລະ​ຕຶກ​ມີ​ລະບຽງ​ປິ່ນ​ໜ້າ​ໃສ່​ກັນ.  ຢູ່​ລະຫວ່າງ 2 ຕຶກ​ມີ​ທາງ​ຍ່າງ+​ກວ້າງ 10 ສອກ* ແລະ​ຍາວ 100 ສອກ.* ທາງ​ເຂົ້າ​ບ່ອນ​ນີ້​ຢູ່​ທາງ​ທິດ​ເໜືອ.  ຫ້ອງ​ກິນ​ເຂົ້າ​ທີ່​ຢູ່​ຊັ້ນ 3 ນ້ອຍ​ກວ່າ​ຫ້ອງ​ກິນ​ເຂົ້າ​ທີ່​ຢູ່​ຊັ້ນ 1 ກັບ​ຊັ້ນ 2 ຍ້ອນ​ວ່າ​ຊັ້ນ​ນີ້​ມີ​ລະບຽງ​ກວ້າງ.  ບ່ອນ​ນີ້​ມີ​ຫ້ອງ​ກິນ​ເຂົ້າ​ກໍ່​ລຽນ​ກັນ​ຂຶ້ນ 3 ຊັ້ນ ແຕ່​ບໍ່​ມີ​ເສົາ​ຄື​ກັບ​ເສົາ​ທີ່​ຢູ່​ເດີ່ນ​ວິຫານ. ຍ້ອນ​ແນວ​ນີ້ ພື້ນ​ຂອງ​ຫ້ອງ​ທີ່​ຢູ່​ຊັ້ນ 3 ຈຶ່ງ​ນ້ອຍ​ກວ່າ​ພື້ນ​ຂອງ​ຫ້ອງ​ທີ່​ຢູ່​ຊັ້ນ 1 ແລະ​ຊັ້ນ 2.  ມີ​ກຳແພງ​ຫີນ​ທີ່​ຂັ້ນ​ລະຫວ່າງ​ເດີ່ນ​ທາງ​ນອກ​ກັບ​ບ່ອນ​ທີ່​ມີ​ຫ້ອງ​ກິນ​ເຂົ້າ. ກຳແພງ​ຫີນ​ນີ້​ຍາວ 50 ສອກ* ແລະ​ຢູ່​ກົງ​ກັນ​ຂ້າມ​ກັບ​ຫ້ອງ​ກິນ​ເຂົ້າ​ທີ່​ຢູ່​ອີກ​ຟາກ​ໜຶ່ງ.  ຕຶກ​ທີ່​ມີ​ຫ້ອງ​ກິນ​ເຂົ້າ​ທີ່​ຢູ່​ເບື້ອງ​ເດີ່ນ​ທາງ​ນອກ ຍາວ 50 ສອກ* ແຕ່​ຕຶກ​ທີ່​ຢູ່​ເບື້ອງ​ວິຫານ​ຍາວ 100 ສອກ.*  ຕຶກ​ທີ່​ມີ​ຫ້ອງ​ກິນ​ເຂົ້າ​ມີ​ທາງ​ເຂົ້າ​ຢູ່​ທາງ​ທິດ​ຕາເວັນ​ອອກ ແລະ​ສາມາດ​ເຂົ້າ​ໄດ້​ຈາກ​ເດີ່ນ​ທາງ​ນອກ. 10  ຢູ່​ທາງ​ທິດໃຕ້​ກໍ​ມີ​ບ່ອນ​ທີ່​ມີ​ຫ້ອງ​ກິນ​ເຂົ້າ​ຄື​ກັນ. ມີ​ກຳແພງ​ຫີນ​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ຫ້ອງ​ກິນ​ເຂົ້າ​ເຫຼົ່າ​ນີ້. ບ່ອນ​ນີ້​ຢູ່​ໃກ້​ບ່ອນ​ທີ່​ໂລ່ງ​ກັບ​ຕຶກ​ທີ່​ຢູ່​ທາງ​ຫຼັງ​ວິຫານ.+ 11  ບ່ອນ​ນີ້​ມີ​ທາງ​ຍ່າງ​ຄື​ກັບ​ບ່ອນ​ທີ່​ມີ​ຫ້ອງ​ກິນ​ເຂົ້າ​ຢູ່​ທິດ​ເໜືອ.+ ຄວາມ​ຍາວ ຄວາມ​ກວ້າງ ທາງ​ເຂົ້າ ແລະ​ຮູບ​ຊົງ​ຂອງ​ບ່ອນ​ນີ້​ຄື​ກັບ​ບ່ອນ​ທີ່​ມີ​ຫ້ອງ​ກິນ​ເຂົ້າ​ທີ່​ຢູ່​ທິດ​ເໜືອ. 12  ທາງ​ເຂົ້າ​ຂອງ​ບ່ອນ​ທີ່​ຢູ່​ທິດເໜືອ​ຄື​ກັບ​ທາງ​ເຂົ້າ​ຂອງ​ບ່ອນ​ທີ່​ຢູ່​ທິດ​ໃຕ້. ບ່ອນ​ທີ່​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ທາງ​ຍ່າງ​ມີ​ທາງ​ເຂົ້າ​ເຊິ່ງ​ຢູ່​ຕິດ​ກັບ​ກຳແພງ​ຫີນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ.+ 13  ແລ້ວ​ລາວ​ກໍ​ບອກ​ຂ້ອຍ​ວ່າ “ຫ້ອງ​ກິນ​ເຂົ້າ​ທາງ​ທິດ​ເໜືອ​ແລະ​ທິດ​ໃຕ້​ທີ່​ຢູ່​ໃກ້​ບ່ອນ​ທີ່​ໂລ່ງ+​ເປັນ​ຫ້ອງ​ກິນ​ເຂົ້າ​ທີ່​ບໍລິສຸດ​ສຳລັບ​ພວກ​ປະໂລຫິດ​ທີ່​ເຮັດ​ວຽກ​ຮັບໃຊ້​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ. ເຂົາເຈົ້າ​ຈະ​ກິນ​ເຄື່ອງ​ບູຊາ​ທີ່​ບໍລິສຸດ​ຢູ່​ຫັ້ນ.+ ເຂົາເຈົ້າ​ຈະ​ວາງ​ເຄື່ອງ​ບູຊາ​ທີ່​ບໍລິສຸດ​ທີ່ສຸດ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ເຄື່ອງ​ບູຊາ​ໄຖ່​ບາບ ແລະ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ໄວ້​ຢູ່​ຫັ້ນ ຍ້ອນ​ວ່າ​ບ່ອນ​ນັ້ນ​ບໍລິສຸດ.+ 14  ເມື່ອ​ພວກ​ປະໂລຫິດ​ເຂົ້າ​ໄປ​ໃນ​ບ່ອນ​ບໍລິສຸດ ກ່ອນ​ທີ່​ຈະ​ອອກ​ໄປ​ເດີ່ນ​ທາງ​ນອກ ເຂົາເຈົ້າ​ຕ້ອງ​ແກ້​ເຄື່ອງນຸ່ງ​ທີ່​ນຸ່ງ​ຕອນ​ຮັບໃຊ້​ພະເຈົ້າ​ອອກ​ກ່ອນ+ ຍ້ອນ​ວ່າ​ເຄື່ອງນຸ່ງ​ເຫຼົ່າ​ນັ້ນ​ບໍລິສຸດ. ເຂົາເຈົ້າ​ຈະ​ໃສ່​ເຄື່ອງນຸ່ງ​ໂຕ​ອື່ນ​ແທນ​ເມື່ອ​ເຂົ້າ​ໄປ​ບ່ອນ​ສຳລັບ​ຄົນ​ທົ່ວ​ໄປ.” 15  ເມື່ອ​ລາວ​ແທກ​ວິຫານ​ທັງໝົດ​ແລ້ວ​ໆ​ ລາວ​ກໍ​ພາ​ຂ້ອຍ​ອອກ​ໄປ​ປະຕູ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ+ ແລະ​ແທກ​ບໍລິເວນ​ນັ້ນ​ທັງໝົດ. 16  ລາວ​ໃຊ້​ໄມ້​ແທກ​ແທກ​ທາງ​ທິດ​ຕາເວັນ​ອອກ. ຈາກ​ເບື້ອງ​ໜຶ່ງ​ໄປ​ຫາ​ອີກ​ເບື້ອງ​ໜຶ່ງ ຍາວ 500 ໄມ້​ແທກ.* 17  ລາວ​ໃຊ້​ໄມ້​ແທກ​ແທກ​ທາງ​ທິດ​ເໜືອ. ມັນ​ຍາວ 500 ໄມ້​ແທກ.* 18  ລາວ​ໃຊ້​ໄມ້​ແທກ​ແທກ​ທາງ​ທິດ​ໃຕ້. ມັນ​ຍາວ 500 ໄມ້​ແທກ.* 19  ລາວ​ໃຊ້​ໄມ້​ແທກ​ແທກ​ທາງ​ທິດ​ຕາເວັນ​ຕົກ. ມັນ​ຍາວ 500 ໄມ້​ແທກ.* 20  ລາວ​ແທກ​ທຸກ​ດ້ານ​ຂອງ​ວິຫານ. ທັງ​ສີ່​ດ້ານ​ມີ​ກຳແພງ​ອ້ອມ.+ ແຕ່​ລະ​ດ້ານ​ຍາວ 500 ໄມ້​ແທກ.*+ ກຳແພງ​ນີ້​ຂັ້ນ​ລະຫວ່າງ​ບ່ອນ​ບໍລິສຸດ​ກັບ​ບ່ອນ​ທົ່ວ​ໄປ.+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ຕຶກ​ທີ່​ຢູ່​ທາງ​ທິດ​ຕາເວັນ​ຕົກ
51,8 ແມັດ. ໝາຍເຖິງ​ສອກ​ຍາວ. ເບິ່ງ​ພາກ​ຜະໜວກ ຂ14.
25,9 ແມັດ
10,4 ແມັດ
5,1 ແມັດ
51,8 ແມັດ
25,9 ແມັດ
25,9 ແມັດ
51,8 ແມັດ
1.555 ແມັດ
1.555 ແມັດ
1.555 ແມັດ
1.555 ແມັດ
1.555 ແມັດ