ເອເຊກຽນ 45:1-25

  • ດິນ​ທີ່​ເປັນ​ສ່ວນ​ແບ່ງ​ທີ່​ບໍລິສຸດ​ແລະ​ເມືອງ (1-​6)

  • ສ່ວນ​ແບ່ງ​ດິນ​ທີ່​ເປັນ​ຂອງ​ຫົວໜ້າ (7, 8)

  • ພວກ​ຫົວໜ້າ​ຕ້ອງ​ສັດຊື່ (9-​12)

  • ເຄື່ອງ​ທີ່​ປະຊາຊົນ​ຕ້ອງ​ເອົາ​ມາ​ໃຫ້​ແລະ​ຫົວໜ້າ (13-​25)

45  “‘ເມື່ອ​ພວກ​ເຈົ້າ​ແບ່ງ​ດິນ​ເປັນ​ມໍລະດົກ+ ພວກ​ເຈົ້າ​ຕ້ອງ​ເອົາ​ສ່ວນ​ໜຶ່ງ​ໃຫ້​ພະ​ເຢໂຫວາ​ເພື່ອ​ຈະ​ຖື​ວ່າ​ເປັນ​ບ່ອນ​ບໍລິສຸດ.+ ດິນ​ນັ້ນ​ຕ້ອງ​ຍາວ 25.000 ສອກ* ແລະ​ກວ້າງ 10.000 ສອກ.*+ ດິນ​ຕອນ​ນັ້ນ​ທັງໝົດ​ຈະ​ເປັນ​ດິນ​ທີ່​ບໍລິສຸດ.  ໃນ​ດິນ​ຕອນ​ນັ້ນ​ຈະ​ມີ​ດິນ​ສ່ວນ​ໜຶ່ງ​ເປັນ​ຮູບ​ສີ່​ລ່ຽມ ຍາວ 500 ສອກ* ແລະ​ກວ້າງ 500 ສອກ.+ ແຕ່​ລະ​ດ້ານ​ຂອງ​ດິນ​ນັ້ນ​ຈະ​ມີ​ທົ່ງຫຍ້າ​ອ້ອມ 50 ສອກ.*+  ພວກ​ເຈົ້າ​ຕ້ອງ​ແທກ​ດິນ​ຍາວ 25.000 ສອກ* ແລະ​ກວ້າງ 10.00​0 ສອກ.* ໃນ​ດິນ​ນັ້ນ​ຈະ​ມີ​ວິຫານ​ຕັ້ງ​ຢູ່​ເຊິ່ງ​ເປັນ​ສິ່ງ​ທີ່​ບໍລິສຸດ​ທີ່ສຸດ.  ດິນ​ຕອນ​ນັ້ນ​ຈະ​ເປັນ​ສ່ວນ​ແບ່ງ​ທີ່​ບໍລິສຸດ​ທີ່ສຸດ​ສຳລັບ​ພວກ​ປະໂລຫິດ+​ທີ່​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຢູ່​ວິຫານ.+ ດິນ​ນັ້ນ​ຈະ​ເປັນ​ບ່ອນ​ທີ່​ບໍລິສຸດ​ສຳລັບ​ວິຫານ ແລະ​ຈະ​ມີ​ເຮືອນ​ຂອງ​ພວກ​ປະໂລຫິດ​ຕັ້ງ​ຢູ່.  ສຳລັບ​ພວກ​ເລວີ​ທີ່​ຮັບໃຊ້​ຢູ່​ວິຫານ ເຂົາເຈົ້າ​ຈະ​ໄດ້​ດິນ​ທີ່​ຍາວ 25.000 ສອກ* ແລະ​ກວ້າງ 10.000 ສອກ*+ ແລະ​ໄດ້​ຫ້ອງ​ກິນ​ເຂົ້າ 20 ຫ້ອງ.*+  ພວກ​ເຈົ້າ​ຕ້ອງ​ເອົາ​ດິນ​ທີ່​ຍາວ 25.000 ສອກ* (ເຊິ່ງ​ຍາວ​ສ່ຳ​ກັບ​ດິນ​ທີ່​ເປັນ​ສ່ວນ​ແບ່ງ​ບໍລິສຸດ) ແລະ​ກວ້າງ 5.000 ສອກ*+​ໃຫ້​ເປັນ​ສ່ວນ​ຂອງ​ເມືອງ. ດິນ​ຕອນ​ນັ້ນ​ຈະ​ເປັນ​ຂອງ​ພວກ​ອິດສະຣາເອນ​ທຸກ​ຄົນ.  ສຳລັບ​ຫົວໜ້າ ລາວ​ຈະ​ໄດ້​ດິນ​ທີ່​ຢູ່​ທັງ​ສອງ​ເບື້ອງ​ຂອງ​ດິນ​ຕອນ​ທີ່​ຖື​ວ່າ​ບໍລິສຸດ​ກັບ​ຕອນ​ທີ່​ເປັນ​ຂອງ​ເມືອງ. ມັນ​ຈະ​ຢູ່​ທາງ​ທິດ​ຕາເວັນ​ອອກ​ແລະ​ທາງ​ທິດ​ຕາເວັນ​ຕົກ​ຂອງ​ດິນ​ຕອນ​ທີ່​ຖື​ວ່າ​ບໍລິສຸດ​ກັບ​ຕອນ​ທີ່​ເປັນ​ຂອງ​ເມືອງ. ຄວາມ​ຍາວ​ຂອງ​ເຂດ​ແດນ​ຕັ້ງແຕ່​ທິດ​ຕາເວັນ​ອອກ​ຈົນ​ຮອດ​ທິດ​ຕາເວັນຕົກ​ແມ່ນ​ຍາວ​ສ່ຳ​ກັບ​ເຂດ​ແດນ​ຂອງ​ຕະກູນ​ທີ່​ຢູ່​ຕິດ​ກັນ​ກັບ​ດິນ​ຂອງ​ລາວ.+  ດິນ​ຕອນ​ນັ້ນ​ຈະ​ເປັນ​ຂອງ​ລາວ​ໃນ​ອິດສະຣາເອນ. ພວກ​ຫົວໜ້າ​ຈະ​ບໍ່​ຂົ່ມເຫງ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ+ ແລະ​ເຂົາເຈົ້າ​ຈະ​ແບ່ງ​ດິນ​ທີ່​ເຫຼືອ​ໃຫ້​ພວກ​ອິດສະຣາເອນ​ຕາມ​ຕະກູນ​ຕ່າງ​ໆ​.’+  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ພວກ​ຫົວໜ້າ​ຂອງ​ອິດສະຣາເອນ​ເອີ້ຍ ພວກ​ເຈົ້າ​ເຮັດ​ຊົ່ວ​ຫຼາຍ​ແລ້ວ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ໃຫ້​ພວກ​ເຈົ້າ​ເຊົາ​ເຮັດ​ແນວ​ຮຸນແຮງ​ແລະ​ເຊົາ​ຂົ່ມເຫງ​ປະຊາຊົນ. ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ.+ ໃຫ້​ພວກ​ເຈົ້າ​ເຊົາ​ຍຶດ​ເອົາ​ດິນ​ຂອງ​ປະຊາຊົນ​ຂອງ​ເຮົາ.+ 10  ພວກ​ເຈົ້າ​ຕ້ອງ​ໃຊ້​ຊິງ ແນວຜອງ​ທີ່​ເປັນ​ເອຟາ ແລະ​ແນວຜອງ​ທີ່​ເປັນ​ບັດ​ທີ່​ຖືກຕ້ອງ​ຕາມ​ມາດຕະຖານ.+ 11  ແນວຜອງ​ທີ່​ເປັນ​ເອຟາ​ກັບ​ແນວຜອງ​ທີ່​ເປັນ​ບັດ​ຕ້ອງ​ຖືກຕ້ອງ. ແນວຜອງ​ທີ່​ເປັນ​ບັດ ຖ້າ​ຜອງ 10 ເທື່ອ​ຕ້ອງ​ເທົ່າ​ກັບ 1 ໂຮເມີ* ແລະ​ແນວຜອງ​ທີ່​ເປັນ​ເອຟາ ຖ້າ​ຜອງ 10 ເທື່ອ​ກໍ​ຕ້ອງ​ເທົ່າ​ກັບ 1 ໂຮເມີ​ຄື​ກັນ. ໃຫ້​ເອົາ​ໂຮເມີ​ເປັນ​ມາດຕະຖານ​ການ​ຜອງ. 12  1 ເຊເກນ*+​ຕ້ອງ​ເທົ່າ​ກັບ 20 ເກຣາ.* 20 ເຊເກນ*​ບວກ​ກັບ 25 ເຊເກນ*​ແລະ​ບວກ​ກັບ 15 ເຊເກນ* ຈະ​ຕ້ອງ​ເທົ່າ​ກັບ 1 ມິນາ.’* 13  ‘ຕໍ່ໄປ​ນີ້​ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງ​ເອົາ​ມາ​ໃຫ້​ພະເຈົ້າ. ເຂົ້າວີດ*​ທຸກ​ໆ​ 1 ໂຮເມີ*​ທີ່​ພວກ​ເຈົ້າ​ກ່ຽວ​ໄດ້ ພວກ​ເຈົ້າ​ຕ້ອງ​ເອົາ 1 ສ່ວນ 6 ເອຟາ​ມາ​ໃຫ້ ແລະ​ເຂົ້າ​ບາເລ​ທຸກ​ໆ​ 1 ໂຮເມີ ພວກ​ເຈົ້າ​ຕ້ອງ​ເອົາ 1 ສ່ວນ 6 ເອຟາ​ມາ​ໃຫ້. 14  ສຳລັບ​ນ້ຳມັນ​ໝາກກອກ​ຕ້ອງ​ໃຊ້​ແນວຜອງ​ທີ່​ເປັນ​ບັດ. 10 ບັດ*​ເທົ່າ​ກັບ 1 ໂຄເຣ* ແລະ 10 ບັດ​ເທົ່າ​ກັບ 1 ໂຮເມີ.* 15  ໃນ​ຝູງ​ແກະ​ຂອງ​ອິດສະຣາເອນ ທຸກ​ໆ​ 200 ໂຕ​ຕ້ອງ​ເອົາ​ໂຕ​ໜຶ່ງ​ມາ​ໃຫ້. ທັງໝົດ​ນີ້​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ເຄື່ອງ​ບູຊາ​ເຜົາ+ ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ+​ເພື່ອ​ຈະ​ໄຖ່​ຄວາມ​ຜິດ​ຂອງ​ປະຊາຊົນ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້. 16  ‘ປະຊາຊົນ​ທຸກ​ຄົນ​ຈະ​ເອົາ​ເຄື່ອງ​ທັງໝົດ​ນີ້+​ມາ​ໃຫ້​ຫົວໜ້າ​ໃນ​ອິດສະຣາເອນ. 17  ແຕ່​ຫົວໜ້າ​ຈະ​ກຽມ​ເຄື່ອງ​ບູຊາ​ເຜົາ+ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ເຄື່ອງ​ບູຊາ​ດື່ມ​ໃນ​ຍາມ​ເທດສະການ​ຕ່າງ​ໆ​+ ໃນ​ມື້​ເດືອນ​ອອກ​ໃໝ່ ໃນ​ວັນ​ຊະບາໂຕ+ ແລະ​ເທດສະການ​ອື່ນ​ໆ​ຂອງ​ພວກ​ອິດສະຣາເອນ.+ ຫົວໜ້າ​ຈະ​ກຽມ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ເຄື່ອງ​ບູຊາ​ເຜົາ ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ​ເພື່ອ​ໄຖ່​ຄວາມ​ຜິດ​ໃຫ້​ພວກ​ອິດສະຣາເອນ.’ 18  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ໃນ​ວັນ​ທີ 1 ຂອງ​ເດືອນ​ທີ 1 ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ໜຶ່ງ​ທີ່​ຕຸ້ຍ​ພີ​ດີ​ງາມ​ມາ​ຈາກ​ຝູງ ແລະ​ເຈົ້າ​ຕ້ອງ​ໄຖ່​ຄວາມ​ຜິດ​ໃຫ້​ວິຫານ.+ 19  ປະໂລຫິດ​ຈະ​ເອົາ​ເລືອດ​ຈາກ​ເຄື່ອງ​ບູຊາ​ໄຖ່​ບາບ​ໄປ​ຕ້ວຍ​ໃສ່​ຂອບ​ປະຕູ​ຂອງ​ວິຫານ+ ໄປ​ຕ້ວຍ​ໃສ່ 4 ແຈ​ຂອງ​ແທ່ນ​ບູຊາ​ຊັ້ນ​ທີ 3 ແລະ​ໄປ​ຕ້ວຍ​ໃສ່​ຂອບ​ປະຕູ​ທາງເຂົ້າ​ຂອງ​ເດີ່ນ​ທາງ​ໃນ. 20  ແລ້ວ​ໃຫ້​ເຈົ້າ​ເຮັດ​ແບບ​ນີ້​ຄື​ກັນ​ໃນ​ວັນ​ທີ 7 ຂອງ​ເດືອນ​ນັ້ນ​ສຳລັບ​ຄົນ​ທີ່​ເຮັດ​ຜິດ​ໂດຍ​ບໍ່​ຕັ້ງໃຈ.+ ເຈົ້າ​ຈະ​ເຮັດ​ແບບ​ນີ້​ເພື່ອ​ໄຖ່​ຄວາມ​ຜິດ​ໃຫ້​ວິຫານ.+ 21  ໃນ​ວັນ​ທີ 14 ຂອງ​ເດືອນ​ທີ 1 ພວກເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ປັດສະຄາ.+ ພວກ​ເຈົ້າ​ຕ້ອງ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ເປັນ​ເວລາ 7 ມື້.+ 22  ໃນ​ມື້​ນັ້ນ ຫົວໜ້າ​ຈະ​ກຽມ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ໃຫ້​ໂຕເອງ​ແລະ​ໃຫ້​ປະຊາຊົນ​ທຸກ​ຄົນ.+ 23  ໃນ​ໄລຍະ 7 ມື້+​ຂອງ​ເທດສະການ​ນັ້ນ ແຕ່​ລະ​ມື້​ຫົວໜ້າ​ຈະ​ກຽມ​ງົວ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ 7 ໂຕ​ກັບ​ແກະ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ 7 ໂຕ​ເພື່ອ​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ ແລະ​ໃນ​ແຕ່​ລະ​ມື້​ເຂົາເຈົ້າ​ຈະ​ກຽມ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ຄື​ກັນ. 24  ສຳລັບ​ງົວ​ໂຕ​ຜູ້​ແຕ່​ລະ​ໂຕ ແລະ​ແກະ​ໂຕ​ຜູ້​ແຕ່​ລະ​ໂຕ ລາວ​ຕ້ອງ​ກຽມ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ 1 ເອຟາ* ແລະ​ສຳລັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທຸກ​ໆ​ 1 ເອຟາ ລາວ​ຕ້ອງ​ກຽມ​ນ້ຳມັນ​ໝາກກອກ 1 ຮິນ.* 25  ຕັ້ງແຕ່​ວັນ​ທີ 15 ຂອງ​ເດືອນ​ທີ 7 ທີ່​ພວກເຈົ້າ​ຈະ​ເລີ່ມ​ສະຫຼອງ​ເທດສະການ+ ຫົວໜ້າ​ຈະ​ກຽມ​ເຄື່ອງ​ບູຊາ​ໄຖ່​ບາບ ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ນ້ຳມັນ​ໝາກກອກ ແລະ​ລາວ​ຈະ​ຕ້ອງ​ເຮັດ​ແບບ​ດຽວ​ກັນ​ນີ້​ຕະຫຼອດ 7 ມື້.’”

ຂໍຄວາມໄຂເງື່ອນ

12.950 ແມັດ. ໝາຍເຖິງ​ສອກ​ຍາວ. ເບິ່ງ​ພາກ​ຜະໜວກ ຂ14.
5.180 ແມັດ
259 ແມັດ
25,9 ແມັດ
12.950 ແມັດ
5.180 ແມັດ
12.950 ແມັດ
ຫຼື “ຫ້ອງ 20 ຫ້ອງ”
5.180 ແມັດ
12.950 ແມັດ
2.590 ແມັດ
220 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
5,7 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
ແປ​ຕາມ​ໂຕ​ວ່າ “ມາເນ.” ເບິ່ງ​ພາກ​ຜະໜວກ ຂ14.
171 ກຣາມ
285 ກຣາມ
11,4 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
228 ກຣາມ
ເຂົ້າ​ຊະນິດ​ໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້
220 ລິດ
220 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
220 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
220 ລິດ
22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
3,7 ລິດ. ເບິ່ງ​ພາກ​ຜະໜວກ ຂ14.