ເອເຊກຽນ 46:1-24

  • ເຄື່ອງ​ບູຊາ​ໃນ​ໂອກາດ​ຕ່າງ​ໆ​ (1-​15)

  • ດິນ​ຂອງ​ຫົວໜ້າ​ທີ່​ເປັນ​ດິນ​ມູນ (16-​18)

  • ບ່ອນ​ຕົ້ມ​ເຄື່ອງ​ບູຊາ (19-​24)

46  “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ປະຕູ​ທາງ​ເຂົ້າ​ເດີ່ນ​ທາງ​ໃນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ+​ຕ້ອງ​ອັດ​ໄວ້+​ໃນ 6 ມື້​ທີ່​ເຮັດ​ວຽກ+ ແຕ່​ຕ້ອງ​ເປີດ​ໃນ​ວັນ​ຊະບາໂຕ​ແລະ​ໃນ​ມື້​ເດືອນ​ອອກ​ໃໝ່.  ຫົວໜ້າ​ຈະ​ເຂົ້າ​ມາ​ຈາກ​ເດີ່ນ​ທາງ​ນອກ ຜ່ານ​ຫ້ອງ​ໃຫຍ່​ທີ່​ຢູ່​ທາງເຂົ້າ+ ແລະ​ລາວ​ຈະ​ຢືນ​ຢູ່​ທາງ​ຂ້າງ​ຂອບ​ປະຕູ​ຂອງ​ທາງ​ເຂົ້າ. ພວກ​ປະໂລຫິດ​ຈະ​ເອົາ​ເຄື່ອງ​ບູຊາ​ເຜົາ​ກັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ​ຂອງ​ຫົວໜ້າ​ໄປ​ເຜົາ ແລະ​ລາວ​ຈະ​ໝູບ​ລົງ​ຢູ່​ຕີນ​ປະຕູ​ຂອງ​ທາງເຂົ້າ​ແລ້ວ​ກໍ​ອອກ​ໄປ. ປະຕູ​ທາງ​ເຂົ້າ​ນີ້​ຕ້ອງ​ເປີດ​ໄວ້​ຈົນ​ຮອດ​ຕອນ​ແລງ.  ໃນ​ວັນ​ຊະບາໂຕ​ແລະ​ໃນ​ມື້​ເດືອນ​ອອກ​ໃໝ່ ປະຊາຊົນ​ກໍ​ຈະ​ມາ​ໝູບ​ລົງ​ຕໍ່​ໜ້າ​ພະ​ເຢໂຫວາ​ຢູ່​ທາງເຂົ້າ​ນີ້.+  ເຄື່ອງ​ບູຊາ​ເຜົາ​ທີ່​ຫົວໜ້າ​ຈະ​ເອົາ​ມາ​ໃຫ້​ພະ​ເຢໂຫວາ​ໃນ​ວັນ​ຊະບາໂຕ​ຕ້ອງ​ເປັນ​ແກະ​ນ້ອຍ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ 6 ໂຕ ກັບ​ແກະ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ໂຕ​ໜຶ່ງ.+  ສຳລັບ​ແກະ​ໂຕ​ຜູ້ ລາວ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ 1 ເອຟາ*​ມາ​ໃຫ້. ແຕ່​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້ ລາວ​ຈະ​ໃຫ້​ຕາມ​ທີ່​ລາວ​ໃຫ້​ໄດ້. ສຳລັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທຸກ​ໆ​ 1 ເອຟາ ລາວ​ຕ້ອງ​ເອົາ​ນ້ຳມັນ​ໝາກກອກ 1 ຮິນ*​ມາ​ໃຫ້.+  ໃນ​ມື້​ເດືອນ​ອອກ​ໃໝ່ ເຄື່ອງ​ບູຊາ​ຕ້ອງ​ເປັນ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ນ້ອຍ​ໂຕ​ຜູ້ 6 ໂຕ ແລະ​ແກະ​ໂຕ​ຜູ້​ໂຕ​ໜຶ່ງ. ທັງໝົດ​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+  ສຳລັບ​ງົວ​ໂຕ​ຜູ້ ລາວ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ 1 ເອຟາ*​ມາ​ໃຫ້ ແລະ​ສຳລັບ​ແກະ​ໂຕ​ຜູ້ ລາວ​ກໍ​ຕ້ອງ​ເອົາ 1 ເອຟາ​ມາ​ໃຫ້ ແຕ່​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້ ລາວ​ຈະ​ໃຫ້​ຕາມ​ທີ່​ລາວ​ໃຫ້​ໄດ້. ສຳລັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທຸກ​ໆ​ 1 ເອຟາ ລາວ​ຕ້ອງ​ເອົາ​ນ້ຳມັນ​ໝາກກອກ 1 ຮິນ*​ມາ​ໃຫ້.  ເມື່ອ​ຫົວໜ້າ​ເຂົ້າ​ມາ ລາວ​ຕ້ອງ​ເຂົ້າ​ມາ​ທາງ​ຫ້ອງ​ໃຫຍ່​ຂອງ​ທາງເຂົ້າ​ແລະ​ຕ້ອງ​ອອກ​ໄປ​ທາງ​ເກົ່າ.+  ເມື່ອ​ປະຊາຊົນ​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ​ໃນ​ຍາມ​ເທດສະການ​ຕ່າງ​ໆ​+ ຖ້າ​ຜູ້​ໃດ​ເຂົ້າ​ມາ​ທາງ​ເຂົ້າ​ທີ່​ຢູ່​ທິດ​ເໜືອ+ ລາວ​ຕ້ອງ​ອອກ​ໄປ​ທາງເຂົ້າ​ທີ່​ຢູ່​ທິດ​ໃຕ້+ ແລະ​ຜູ້​ທີ່​ເຂົ້າ​ມາ​ທາງເຂົ້າ​ທີ່​ຢູ່​ທິດໃຕ້ ລາວ​ຕ້ອງ​ອອກ​ໄປ​ທາງເຂົ້າ​ທີ່​ຢູ່​ທິດ​ເໜືອ. ບໍ່​ໃຫ້​ຜູ້​ໃດ​ອອກ​ໄປ​ທາງ​ທີ່​ລາວ​ເຂົ້າ​ມາ. ລາວ​ຕ້ອງ​ອອກ​ໄປ​ທາງ​ເຂົ້າ​ທີ່​ຢູ່​ກົງ​ກັນ​ຂ້າມ​ກັນ. 10  ສຳລັບ​ຫົວໜ້າ​ທີ່​ຢູ່​ນຳ​ປະຊາຊົນ ລາວ​ຕ້ອງ​ເຂົ້າ​ມາ​ພ້ອມ​ກັບ​ປະຊາຊົນ ແລະ​ຕ້ອງ​ອອກ​ໄປ​ພ້ອມ​ກັບ​ເຂົາເຈົ້າ. 11  ໃນ​ຍາມ​ເທດສະການ​ຕ່າງ​ໆ​ ສຳລັບ​ງົວ​ໂຕ​ຜູ້ ລາວ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ 1 ເອຟາ*​ມາ​ໃຫ້ ແລະ​ສຳລັບ​ແກະ​ໂຕ​ຜູ້ ລາວ​ກໍ​ຕ້ອງ​ເອົາ 1 ເອຟາ​ມາ​ໃຫ້. ແຕ່​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້ ລາວ​ຈະ​ໃຫ້​ຕາມ​ທີ່​ລາວ​ໃຫ້​ໄດ້. ສຳລັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ແຕ່​ລະ 1 ເອຟາ ລາວ​ຕ້ອງ​ເອົາ​ນ້ຳມັນ​ໝາກກອກ 1 ຮິນ*​ມາ​ໃຫ້.+ 12  ເມື່ອ​ຫົວໜ້າ​ກຽມ​ເຄື່ອງ​ບູຊາ​ເຜົາ+​ຫຼື​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ ເຊິ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ໃຫ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ສະໝັກ​ໃຈ ປະຕູ​ທາງ​ເຂົ້າ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຈະ​ເປີດ​ໄວ້​ໃຫ້​ລາວ ແລະ​ລາວ​ຈະ​ກຽມ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ​ຄື​ກັບ​ທີ່​ລາວ​ກຽມ​ໃນ​ວັນ​ຊະບາໂຕ.+ ເມື່ອ​ລາວ​ອອກ​ໄປ​ແລ້ວ​ຕ້ອງ​ອັດ​ປະຕູ​ໄວ້.+ 13  ທຸກ​ໆ​ມື້ ເຈົ້າ​ຕ້ອງ​ກຽມ​ແກະ​ນ້ອຍ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ອາຍຸ 1 ປີ​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ.+ ເຈົ້າ​ຕ້ອງ​ເຮັດ​ແບບ​ນີ້​ທຸກ​ໆ​ຕອນ​ເຊົ້າ. 14  ນອກ​ຈາກ​ແກະ​ນ້ອຍ​ແລ້ວ ທຸກ​ໆ​ຕອນ​ເຊົ້າ​ເຈົ້າ​ຕ້ອງ​ກຽມ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ 1 ສ່ວນ 6 ເອຟາ*​ກັບ​ນ້ຳມັນ​ໝາກກອກ 1 ສ່ວນ 3 ຮິນ*​ເພື່ອ​ຊິດ​ໃສ່​ແປ້ງ​ລະອຽດ​ເຊິ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ເພື່ອ​ໃຫ້​ພະ​ເຢໂຫວາ​ເປັນ​ປະຈຳ. ນີ້​ເປັນ​ຄຳສັ່ງ​ທີ່​ຕ້ອງ​ເຮັດ​ຕາມ​ຕະຫຼອດໄປ. 15  ທຸກ​ໆ​ຕອນ​ເຊົ້າ ເຂົາເຈົ້າ​ຕ້ອງ​ກຽມ​ແກະ​ນ້ອຍ​ໂຕ​ຜູ້ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະເຈົ້າ​ເປັນ​ປະຈຳ.’ 16  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ຖ້າ​ຫົວໜ້າ​ເອົາ​ດິນ​ມູນ​ໃຫ້​ລູກ​ຊາຍ​ແຕ່​ລະ​ຄົນ​ເປັນ​ຂອງຂວັນ ມັນ​ຈະ​ເປັນ​ຊັບ​ສົມບັດ​ຂອງ​ພວກ​ລູກ​ຊາຍ​ຂອງ​ລາວ. ມັນ​ຈະ​ເປັນ​ດິນ​ມູນ​ຂອງ​ເຂົາເຈົ້າ. 17  ແຕ່​ຖ້າ​ລາວ​ເອົາ​ດິນ​ມູນ​ຂອງ​ລາວ​ໃຫ້​ຄົນ​ຮັບໃຊ້​ເປັນ​ຂອງຂວັນ ດິນ​ນັ້ນ​ຈະ​ເປັນ​ຂອງ​ຄົນ​ຮັບໃຊ້​ຈົນ​ຮອດ​ປີ​ທີ່​ປົດ​ປ່ອຍ​ໃຫ້​ເປັນ​ອິດສະຫຼະ.+ ແລ້ວ​ມັນ​ຈະ​ກັບ​ມາ​ເປັນ​ຂອງ​ຫົວໜ້າ​ຄື​ເກົ່າ. ດິນ​ທີ່​ເອົາ​ໃຫ້​ພວກ​ລູກ​ຊາຍ​ເທົ່າ​ນັ້ນ​ຈະ​ເປັນ​ຂອງ​ເຂົາເຈົ້າ​ຕະຫຼອດໄປ. 18  ຫົວໜ້າ​ຕ້ອງ​ບໍ່​ເອົາ​ດິນ​ມູນ​ຂອງ​ປະຊາຊົນ​ໂດຍ​ບັງຄັບ​ເຂົາເຈົ້າ​ໃຫ້​ອອກ​ໄປ​ຈາກ​ດິນ​ຂອງ​ເຂົາເຈົ້າ. ລາວ​ຕ້ອງ​ເອົາ​ດິນ​ມູນ​ຂອງ​ໂຕເອງ​ໃຫ້​ພວກ​ລູກ​ຊາຍ​ຂອງ​ລາວ. ເມື່ອ​ເຮັດ​ແບບ​ນີ້​ກໍ​ຈະ​ບໍ່​ມີ​ປະຊາຊົນ​ຂອງ​ເຮົາ​ຈັກ​ຄົນ​ຖືກ​ໄລ່​ອອກ​ຈາກ​ດິນ​ຂອງ​ໂຕເອງ.’” 19  ຢູ່​ທາງ​ຂ້າງ​ທາງ​ເຂົ້າ ມີ​ທາງ​ເຂົ້າ+​ອີກ​ທາງ​ໜຶ່ງ​ທີ່​ໄປ​ຫ້ອງ​ກິນ​ເຂົ້າ​ທີ່​ບໍລິສຸດ*​ຂອງ​ພວກ​ປະໂລຫິດ​ເຊິ່ງ​ມີ​ປະຕູ​ຢູ່​ທາງ​ທິດ​ເໜືອ.+ ລາວ​ພາ​ຂ້ອຍ​ເຂົ້າ​ໄປ​ທາງ​ນັ້ນ ແລະ​ຂ້ອຍ​ເຫັນ​ບ່ອນ​ໜຶ່ງ​ຢູ່​ທາງ​ຫຼັງ​ສຸດ​ເບື້ອງ​ທິດ​ຕາເວັນ​ຕົກ. 20  ລາວ​ບອກ​ຂ້ອຍ​ວ່າ: “ນີ້​ເປັນ​ບ່ອນ​ທີ່​ພວກ​ປະໂລຫິດ​ຈະ​ຕົ້ມ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ກັບ​ເຄື່ອງ​ບູຊາ​ໄຖ່​ບາບ ແລະ​ອົບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ເພື່ອ​ເຂົາເຈົ້າ​ຈະ​ບໍ່​ຕ້ອງ​ເອົາ​ຫຍັງ​ອອກ​ໄປ​ເດີ່ນ​ທາງ​ນອກ​ແລະ​ສົ່ງ​ຕໍ່​ຄວາມ​ບໍລິສຸດ​ໃຫ້​ປະຊາຊົນ.”+ 21  ລາວ​ພາ​ຂ້ອຍ​ໄປ​ເບິ່ງ 4 ແຈ​ຂອງ​ເດີ່ນ​ທາງ​ນອກ ແລະ​ຂ້ອຍ​ເຫັນ​ຢູ່​ແຕ່​ລະ​ແຈ​ມີ​ເດີ່ນ​ນ້ອຍ​ໆ​. 22  ເດີ່ນ​ນ້ອຍ​ໆ​ຢູ່ 4 ແຈ​ນັ້ນ​ຍາວ 40 ສອກ* ແລະ​ກວ້າງ 30 ສອກ* ທັງ​ສີ່​ເດີ່ນ​ມີ​ຂະໜາດ​ສ່ຳ​ກັນ. 23  ຢູ່​ອ້ອມ​ເດີ່ນ​ເຫຼົ່າ​ນັ້ນ​ມີ​ກຳແພງ​ຕ່ຳ​ໆ​ ແລະ​ຢູ່​ທາງ​ລຸ່ມ​ກຳແພງ​ມີ​ບ່ອນ​ຕົ້ມ​ເຄື່ອງ​ບູຊາ. 24  ແລ້ວ​ລາວ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ: “ນີ້​ແມ່ນ​ບ່ອນ​ທີ່​ພວກ​ຄົນ​ຮັບໃຊ້​ໃນ​ວິຫານ​ຕົ້ມ​ເຄື່ອງ​ບູຊາ​ສຳລັບ​ປະຊາຊົນ.”+

ຂໍຄວາມໄຂເງື່ອນ

3,7 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
22 ລິດ
3,7 ລິດ
3,7 ລິດ
22 ລິດ
3,7 ລິດ
1,22 ລິດ
ຫຼື “ຫ້ອງ​ບໍລິສຸດ”
20,7 ແມັດ. ໝາຍເຖິງ​ສອກ​ຍາວ. ເບິ່ງ​ພາກ​ຜະໜວກ ຂ14.
15,5 ແມັດ