ເອເຊກຽນ 47:1-23

  • ນ້ຳ​ໄຫຼ​ອອກ​ມາ​ຈາກ​ວິຫານ (1-​12)

    • ນ້ຳ​ຄ່ອຍ​ໆ​ເລິກ (2-​5)

    • ນ້ຳ​ໃນ​ທະເລ​ຕາຍ​ກາຍ​ເປັນ​ນ້ຳ​ດີ (8-​10)

    • ນ້ຳ​ທີ່​ຢູ່​ໃນ​ໜອງ​ໃນ​ບຶງ​ຈະ​ເປັນ​ນ້ຳ​ທີ່​ບໍ່​ດີ (11)

    • ຕົ້ນໄມ້​ທີ່​ກິນ​ໄດ້​ແລະ​ເປັນ​ຢາ​ໄດ້ (12)

  • ເຂດ​ແດນ​ຂອງ​ແຜ່ນ​ດິນ (13-​23)

47  ຈາກ​ນັ້ນ ລາວ​ພາ​ຂ້ອຍ​ກັບ​ໄປ​ທາງ​ເຂົ້າ​ວິຫານ.+ ທາງ​ໜ້າ​ຂອງ​ວິຫານ​ປິ່ນ​ໄປ​ທາງ​ທິດ​ຕາເວັນ​ອອກ ແລະ​ຂ້ອຍ​ເຫັນ​ນ້ຳ​ໄຫຼ​ໄປ​ທາງ​ທິດ​ຕາເວັນ​ອອກ​ຈາກ​ທາງ​ລຸ່ມ​ຂອງ​ວິຫານ.+ ນ້ຳ​ໄຫຼ​ອອກ​ມາ​ຈາກ​ເບື້ອງ​ຂວາ​ຂອງ​ປະຕູ​ວິຫານ ແລະ​ໄຫຼ​ຜ່ານ​ທາງ​ໃຕ້​ຂອງ​ແທ່ນ​ບູຊາ.  ແລ້ວ​ລາວ​ກໍ​ພາ​ຂ້ອຍ​ອອກ​ໄປ​ທາງ​ນອກ​ວິຫານ​ທາງ​ທາງ​ເຂົ້າ​ທີ່​ຢູ່​ທິດເໜືອ+ ແລະ​ພາ​ຂ້ອຍ​ຍ່າງ​ອ້ອມ​ຈົນ​ຮອດ​ທາງ​ເຂົ້າ​ທີ່​ຢູ່​ທິດ​ຕາເວັນ​ອອກ.+ ຂ້ອຍ​ເຫັນ​ນ້ຳ​ໄຫຼ​ອອກ​ມາ​ຄ່ອຍ​ໆ​ຢູ່​ເບື້ອງ​ຂວາ​ຂອງ​ທາງ​ເຂົ້າ.  ລາວ​ໃຊ້​ສາຍ​ແທກ+​ແທກ​ອອກ​ໄປ​ທາງ​ທິດ​ຕາເວັນ​ອອກ 1.000 ສອກ* ແລະ​ລາວ​ໃຫ້​ຂ້ອຍ​ຍ່າງ​ຂ້າມ​ນ້ຳ. ນ້ຳ​ຢູ່​ຫັ້ນ​ເລິກ​ຮອດ​ຂໍ້​ຂາ.  ລາວ​ແທກ​ອອກ​ໄປ​ອີກ 1.000 ສອກ* ແລະ​ໃຫ້​ຂ້ອຍ​ຍ່າງ​ຂ້າມ​ນ້ຳ. ນ້ຳ​ຢູ່​ຫັ້ນ​ເລິກ​ຮອດ​ຫົວ​ເຂົ່າ. ລາວ​ແທກ​ອອກ​ໄປ​ອີກ 1.000 ສອກ ແລະ​ໃຫ້​ຂ້ອຍ​ຍ່າງ​ຂ້າມ​ນ້ຳ. ນ້ຳ​ຢູ່​ຫັ້ນ​ເລິກ​ຮອດ​ແອວ.  ລາວ​ແທກ​ອອກ​ໄປ​ອີກ 1.000 ສອກ* ແລະ​ຢູ່​ຫັ້ນ​ມັນ​ເປັນ​ຄື​ແມ່​ນ້ຳ​ແລ້ວ. ຂ້ອຍ​ຍ່າງ​ຂ້າມ​ໄປ​ບໍ່​ໄດ້​ຍ້ອນ​ນ້ຳ​ເລິກ​ຫຼາຍ. ຖ້າ​ຜູ້​ໃດ​ຈະ​ຂ້າມ​ກໍ​ຕ້ອງ​ໄດ້​ລອຍ​ໄປ.  ລາວ​ຖາມ​ຂ້ອຍ​ວ່າ: “ລູກ​ມະນຸດ ເຈົ້າ​ເຫັນ​ທັງໝົດ​ນີ້​ແລ້ວ​ແມ່ນ​ບໍ?” ຈາກ​ນັ້ນ ລາວ​ກໍ​ໃຫ້​ຂ້ອຍ​ຍ່າງ​ກັບ​ມາ​ແຄມ​ຝັ່ງ.  ເມື່ອ​ກັບ​ມາ ຂ້ອຍ​ກໍ​ເຫັນ​ມີ​ຕົ້ນໄມ້​ບັກ​ຫຼາຍ​ໆ​ຢູ່​ແຄມ​ແມ່​ນ້ຳ​ທັງ​ສອງ​ເບື້ອງ.+  ລາວ​ບອກ​ຂ້ອຍ​ວ່າ: “ນ້ຳ​ນີ້​ໄຫຼ​ໄປ​ທາງ​ທິດ​ຕາ​ເວັນ​ອອກ​ຜ່ານ​ເຂດ​ອາຣາບາ*+ ແລ້ວ​ໄຫຼ​ລົງ​ໄປ​ທະເລ.* ເມື່ອ​ນ້ຳ​ນີ້​ໄຫຼ​ລົງ​ໄປ​ທະເລ+ ນ້ຳ​ໃນ​ທະເລ​ກໍ​ຈະ​ກາຍ​ເປັນ​ນ້ຳ​ທີ່​ດີ.  ນ້ຳ​ນີ້​ໄຫຼ​ໄປ​ຮອດ​ໃສ ສິ່ງ​ທີ່​ມີ​ຊີວິດ​ທຸກ​ຊະນິດ​ກໍ​ຈະ​ຢູ່​ຫັ້ນ​ໄດ້. ມີ​ນ້ຳ​ນີ້​ຢູ່​ບ່ອນ​ໃດ ບ່ອນ​ນັ້ນ​ກໍ​ຈະ​ມີ​ປາ​ຫຼາຍ. ນ້ຳ​ທະເລ​ຈະ​ກາຍ​ເປັນ​ນ້ຳ​ທີ່​ດີ ແລະ​ແມ່​ນ້ຳ​ນີ້​ໄຫຼ​ໄປ​ບ່ອນ​ໃດ​ກໍ​ຈະ​ມີ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ບ່ອນ​ນັ້ນ. 10  ຈະ​ມີ​ຄົນ​ຫາ​ປາ​ແລະ​ເດີ່ນ​ຕາກ​ດາງ​ກວາດ​ຢູ່​ແຄມ​ທະເລ​ນັ້ນ​ຕັ້ງແຕ່​ເອັນເກດີ+​ໄປ​ຈົນ​ຮອດ​ເອັນເອັກລາຢິມ. ໃນ​ທະເລ​ນັ້ນ​ຈະ​ມີ​ປາ​ຫຼາຍ​ຊະນິດ​ຄື​ກັບ​ຢູ່​ທະເລ​ໃຫຍ່.*+ 11  ນ້ຳ​ຢູ່​ໃນ​ໜອງ​ໃນ​ບຶງ​ຈະ​ເປັນ​ນ້ຳ​ທີ່​ບໍ່​ດີ. ມັນ​ຈະ​ເປັນ​ນ້ຳ​ເຄັມ.+ 12  ຕົ້ນໄມ້​ທຸກ​ຊະນິດ​ທີ່​ກິນ​ໄດ້​ຈະ​ຂຶ້ນ​ຢູ່​ແຄມ​ແມ່​ນ້ຳ​ທັງ​ສອງ​ເບື້ອງ. ໃບ​ຂອງ​ມັນ​ຈະ​ບໍ່​ຫ່ຽວ​ແຫ້ງ​ແລະ​ຈະ​ເປັນ​ໝາກ​ຕະຫຼອດ. ມັນ​ຈະ​ເປັນ​ໝາກ​ທຸກ​ໆ​ເດືອນ​ຍ້ອນ​ໄດ້​ນ້ຳ​ທີ່​ໄຫຼ​ມາ​ຈາກ​ວິຫານ.+ ໝາກ​ຂອງ​ມັນ​ຈະ​ເປັນ​ແນວ​ກິນ​ແລະ​ໃບ​ກໍ​ຈະ​ເປັນ​ຢາ.”+ 13  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ: “ນີ້​ແມ່ນ​ເຂດ​ທີ່​ພວກເຈົ້າ​ຕ້ອງ​ແບ່ງ​ເປັນ​ດິນ​ມໍລະດົກ​ໃຫ້​ອິດສະຣາເອນ 12 ຕະກູນ ແລະ​ລູກ​ຫຼານ​ຂອງ​ໂຢເຊັບ​ຈະ​ໄດ້ 2 ສ່ວນ.+ 14  ພວກເຈົ້າ​ຈະ​ໄດ້​ດິນ​ຂະໜາດ​ສ່ຳ​ກັນ​ເປັນ​ມໍລະດົກ. ເຮົາ​ໄດ້​ສັນຍາ​ວ່າ​ຈະ​ເອົາ​ດິນ​ນີ້​ໃຫ້​ປູ່ຍ່າຕານາຍ​ຂອງ​ພວກເຈົ້າ+ ແລະ​ຕອນນີ້​ມັນ​ເປັນ​ມໍລະດົກ​ຂອງ​ພວກ​ເຈົ້າ​ແລ້ວ. 15  ເຂດ​ແດນ​ທາງ​ທິດ​ເໜືອ​ຂອງ​ແຜ່ນດິນ​ນີ້​ເລີ່ມ​ຕັ້ງແຕ່​ທະເລ​ໃຫຍ່​ໄປ​ຕາມ​ເສັ້ນ​ທາງ​ໄປ​ເຮດໂລນ+ ແລະ​ໄປ​ທາງ​ເຊດາດ+ 16  ຮາມັດ+ ເບໂຣທາ+ ແລະ​ສິບຣາຢິມ​ທີ່​ຢູ່​ລະຫວ່າງ​ເຂດ​ດາມາເຊ​ກັບ​ເຂດ​ຮາມັດ ໄປ​ຈົນ​ຮອດ​ຮາເຊີຮັດຕິໂກນ​ທີ່​ຕິດ​ກັບ​ເຂດ​ແດນ​ຮາອູຣານ.+ 17  ເຂດ​ແດນ​ຈະ​ເລີ່ມ​ຈາກ​ທະເລ​ໄປ​ຈົນ​ຮອດ​ຮາຊາເອໂນນ.+ ເຂດ​ແດນ​ນີ້​ຈະ​ໄປ​ຕາມ​ເຂດ​ແດນ​ທາງ​ເໜືອ​ຂອງ​ດາມາເຊ ແລະ​ໄປ​ຕາມ​ເຂດ​ແດນ​ຂອງ​ຮາມັດ.+ ນີ້​ແມ່ນ​ເຂດ​ແດນ​ທາງ​ທິດ​ເໜືອ. 18  ເຂດ​ແດນ​ທາງ​ທິດ​ຕາເວັນ​ອອກ​ຢູ່​ລະຫວ່າງ​ຮາອູຣານ​ກັບ​ດາມາເຊ ແລະ​ໄປ​ຕາມ​ແມ່​ນ້ຳ​ຈໍແດນ​ທີ່​ຢູ່​ລະຫວ່າງ​ກິລຽດ+​ກັບ​ແຜ່ນດິນ​ອິດສະຣາເອນ. ພວກ​ເຈົ້າ​ຕ້ອງ​ແທກ​ຈາກ​ເຂດ​ແດນ​ນີ້​ໄປ​ຈົນ​ຮອດ​ທະເລ​ຕາເວັນ​ອອກ.* ນີ້​ແມ່ນ​ເຂດ​ແດນ​ທາງ​ທິດ​ຕາເວັນ​ອອກ. 19  ເຂດ​ແດນ​ທາງ​ໃຕ້​ເລີ່ມ​ຈາກ​ຕາມາ​ໄປ​ຈົນ​ຮອດ​ນ້ຳ​ເມຣີບາກາເດັດ+ ລົງ​ໄປ​ຮອດ​ຮ່ອມພູ*​ແລະ​ທະເລ​ໃຫຍ່.+ ນີ້​ແມ່ນ​ເຂດ​ແດນ​ທາງ​ໃຕ້. 20  ເຂດ​ແດນ​ທາງ​ທິດຕາເວັນຕົກ​ແມ່ນ​ທະເລ​ໃຫຍ່​ຈົນ​ຮອດ​ຈຸດ​ທີ່​ກົງ​ກັນ​ຂ້າມ​ກັບ​ເລໂບຮາມັດ.*+ ນີ້​ແມ່ນ​ເຂດ​ແດນ​ທາງ​ທິດ​ຕາເວັນຕົກ. 21  ພວກ​ເຈົ້າ​ຕ້ອງ​ແບ່ງ​ແຜ່ນດິນ​ນີ້​ໃຫ້​ອິດສະຣາເອນ 12 ຕະກູນ. 22  ພວກ​ເຈົ້າ​ຕ້ອງ​ແບ່ງ​ແຜ່ນດິນ​ນີ້​ເປັນ​ມໍລະດົກ​ຂອງ​ໂຕເອງ ແລະ​ຕ້ອງ​ແບ່ງ​ໃຫ້​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ ເຊິ່ງ​ມີ​ລູກ​ມີ​ຫຼານ​ຕອນ​ທີ່​ຢູ່​ນຳ​ພວກ​ເຈົ້າ. ພວກ​ເຈົ້າ​ຕ້ອງ​ຖື​ວ່າ​ເຂົາເຈົ້າ​ເປັນ​ຄື​ກັບ​ຄົນ​ອິດສະຣາເອນ. ເຂົາເຈົ້າ​ຈະ​ໄດ້​ຮັບ​ມໍລະດົກ​ຄື​ກັບ​ພວກ​ເຈົ້າ​ທີ່​ຢູ່​ໃນ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ. 23  ຄົນ​ຕ່າງ​ຊາດ​ຢູ່​ກັບ​ຕະກູນ​ໃດ ພວກ​ເຈົ້າ​ກໍ​ຕ້ອງ​ເອົາ​ມໍລະດົກ​ໃນ​ເຂດ​ຂອງ​ຕະກູນ​ນັ້ນ​ໃຫ້​ເຂົາເຈົ້າ.” ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.

ຂໍຄວາມໄຂເງື່ອນ

518 ແມັດ
518 ແມັດ
518 ແມັດ
ໝາຍເຖິງ​ທະເລ​ຕາຍ
ຫຼື “ບ່ອນ​ກັນດານ”
ໝາຍເຖິງ​ທະເລ​ເມດີແຕຣາເນ
ໝາຍເຖິງ​ທະເລ​ຕາຍ
ໝາຍເຖິງ​ຮ່ອມພູ​ຂອງ​ເອຢິບ. ເບິ່ງ​ຄຳ​ວ່າ “ວາດີ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ເຂດ​ແດນ​ຮາມັດ”