ເອເຊກຽນ 48:1-35

  • ການ​ແບ່ງ​ເຂດ​ຂອງ​ດິນ (1-​29)

  • ປະຕູ​ເມືອງ 12 ປະຕູ (30-​35)

    • ເມືອງ​ນີ້​ຈະ​ຊື່​ວ່າ “ພະ​ເຢໂຫວາ​ຢູ່​ຫັ້ນ” (35)

48  “ຕໍ່ໄປ​ນີ້​ແມ່ນ​ສ່ວນ​ແບ່ງ*​ຂອງ​ຕະກູນ​ຕ່າງ​ໆ​ເລີ່ມ​ໄລ່​ຈາກ​ທາງ​ເໜືອ​ສຸດ. ດິນ​ມູນ​ຂອງ​ຕະກູນ​ດານ+​ເລີ່ມ​ຕັ້ງແຕ່​ເຮດໂລນ​ຮອດ​ເລໂບຮາມັດ*+ ແລະ​ຈົນ​ຮອດ​ຮາຊາເອນັນ​ໄປ​ຕາມ​ເຂດ​ແດນ​ຂອງ​ດາມາເຊ​ທີ່​ຢູ່​ທາງ​ທິດ​ເໜືອ​ຕິດ​ກັບ​ຮາມັດ.+ ຕັ້ງແຕ່​ສຸດ​ເຂດ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ສຸດ​ເຂດ​ທາງ​ທິດ​ຕາເວັນ​ຕົກ.  ດິນ​ມູນ​ຂອງ​ຕະກູນ​ອາເຊ+​ຕິດ​ກັບ​ຕະກູນ​ດານ ຕັ້ງແຕ່​ສຸດ​ເຂດ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ສຸດ​ເຂດ​ທາງ​ທິດ​ຕາເວັນ​ຕົກ.  ດິນ​ມູນ​ຂອງ​ຕະກູນ​ນັບທາລີ+​ຕິດ​ກັບ​ຕະກູນ​ອາເຊ ຕັ້ງແຕ່​ສຸດ​ເຂດ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ສຸດ​ເຂດ​ທາງ​ທິດ​ຕາເວັນ​ຕົກ.  ດິນ​ມູນ​ຂອງ​ຕະກູນ​ມານາເຊ+​ຕິດ​ກັບ​ຕະກູນ​ນັບທາລີ ຕັ້ງແຕ່​ສຸດ​ເຂດ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ສຸດ​ເຂດ​ທາງ​ທິດ​ຕາເວັນ​ຕົກ.  ດິນ​ມູນ​ຂອງ​ຕະກູນ​ເອຟຣາຢິມ​ຕິດ​ກັບ​ຕະກູນ​ມານາເຊ+ ຕັ້ງແຕ່​ສຸດ​ເຂດ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ສຸດ​ເຂດ​ທາງ​ທິດ​ຕາເວັນ​ຕົກ.  ດິນ​ມູນ​ຂອງ​ຕະກູນ​ຣູເບັນ​ຕິດ​ກັບ​ຕະກູນ​ເອຟຣາຢິມ+ ຕັ້ງແຕ່​ສຸດ​ເຂດ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ສຸດ​ເຂດ​ທາງ​ທິດ​ຕາເວັນຕົກ.  ດິນ​ມູນ​ຂອງ​ຕະກູນ​ຢູດາ​ຕິດ​ກັບ​ຕະກູນ​ຣູເບັນ+ ຕັ້ງແຕ່​ສຸດ​ເຂດ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ສຸດ​ເຂດ​ທາງ​ທິດ​ຕາເວັນ​ຕົກ.  ດິນ​ທີ່​ພວກ​ເຈົ້າ​ເອົາ​ໃຫ້​ພະເຈົ້າ​ຈະ​ຕິດ​ກັບ​ດິນ​ຂອງ​ຕະກູນ​ຢູດາ ຕັ້ງແຕ່​ສຸດ​ເຂດ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ເຂດ​ແດນ​ທາງ​ທິດ​ຕາເວັນ​ຕົກ ດິນ​ນັ້ນ​ຕ້ອງ​ກວ້າງ 25.000* ສອກ+ ແລະ​ຍາວ​ສ່ຳ​ກັບ​ດິນ​ຂອງ​ຕະກູນ​ທີ່​ຢູ່​ຕິດ​ກັນ ຕັ້ງແຕ່​ສຸດ​ເຂດ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ເຂດ​ແດນ​ທາງ​ທິດ​ຕາເວັນ​ຕົກ. ວິຫານ​ຈະ​ຢູ່​ທາງ​ກາງ​ດິນ​ຕອນ​ນັ້ນ.  ດິນ​ທີ່​ພວກ​ເຈົ້າ​ຈະ​ເອົາ​ໃຫ້​ພະ​ເຢໂຫວາ​ຈະ​ຕ້ອງ​ຍາວ 25.000 ສອກ* ແລະ​ກວ້າງ 10.000 ສອກ.* 10  ດິນ​ຕອນນີ້​ຈະ​ເປັນ​ສ່ວນ​ແບ່ງ​ທີ່​ບໍລິສຸດ​ສຳລັບ​ພວກ​ປະໂລຫິດ.+ ດິນ​ຕອນນີ້​ທາງ​ທິດ​ເໜືອ​ຍາວ 25.000 ສອກ* ທິດ​ຕາເວັນຕົກ​ຍາວ 10.000 ສອກ* ທິດ​ຕາເວັນ​ອອກ​ຍາວ 10.000 ສອກ ແລະ​ທິດໃຕ້​ຍາວ 25.000 ສອກ. ວິຫານ​ຂອງ​ພະ​ເຢໂຫວາ​ຈະ​ຢູ່​ທາງ​ກາງ​ດິນ​ຕອນນີ້. 11  ດິນ​ຕອນນີ້​ຈະ​ເປັນ​ຂອງ​ພວກ​ປະໂລຫິດ​ທີ່​ເປັນ​ລູກ​ຫຼານ​ຂອງ​ຊາໂດກ+​ທີ່​ເຮັດ​ໃຫ້​ໂຕເອງ​ສະອາດ*​ແລ້ວ. ເຂົາເຈົ້າ​ໄດ້​ເຮັດ​ວຽກ​ມອບໝາຍ​ທີ່​ເຮົາ​ໃຫ້​ເຂົາເຈົ້າ​ເຮັດ ແລະ​ເຂົາເຈົ້າ​ບໍ່​ໄດ້​ປະຖິ້ມ​ເຮົາ​ຕອນ​ທີ່​ພວກ​ອິດສະຣາເອນ​ກັບ​ພວກ​ເລວີ​ປະຖິ້ມ​ເຮົາ.+ 12  ເຂົາເຈົ້າ​ຈະ​ໄດ້​ສ່ວນ​ແບ່ງ​ຈາກ​ດິນ​ທີ່​ແຍກ​ໄວ້​ຕ່າງ​ຫາກ​ເພື່ອ​ໃຊ້​ສຳລັບ​ສິ່ງ​ທີ່​ບໍລິສຸດ​ທີ່ສຸດ. ດິນ​ຕອນນີ້​ຕິດ​ກັບ​ດິນ​ຂອງ​ພວກ​ເລວີ. 13  ດິນ​ຂອງ​ພວກ​ເລວີ​ຈະ​ຕິດ​ກັບ​ດິນ​ຂອງ​ພວກ​ປະໂລຫິດ. ດິນ​ນີ້​ຍາວ 25.000 ສອກ* ແລະ​ກວ້າງ 10.000 ສອກ.* (ດິນ​ທັງໝົດ​ຕ້ອງ​ຍາວ 25.000 ສອກ ແລະ​ກວ້າງ 10.000 ສອກ.) 14  ເຂົາເຈົ້າ​ຕ້ອງ​ບໍ່​ຂາຍ ບໍ່​ແລກ​ປ່ຽນ ຫຼື​ໂອນ​ດິນ​ທີ່​ດີ​ທີ່ສຸດ​ນີ້​ໃຫ້​ຄົນອື່ນ ຍ້ອນ​ວ່າ​ມັນ​ເປັນ​ສິ່ງ​ທີ່​ບໍລິສຸດ​ສຳລັບ​ພະ​ເຢໂຫວາ. 15  ດິນ​ສ່ວນ​ທີ່​ເຫຼືອ​ທີ່​ກວ້າງ 5.000 ສອກ* ແລະ​ຍາວ 25.000 ສອກ* ມັນ​ຈະ​ເປັນ​ດິນ​ສ່ວນ​ລວມ​ຂອງ​ເມືອງ+​ສຳລັບ​ປຸກ​ເຮືອນ​ແລະ​ເປັນ​ທົ່ງ​ຫຍ້າ​ສຳລັບ​ລ້ຽງ​ສັດ. ເມືອງ​ຈະ​ຢູ່​ທາງ​ກາງ​ດິນ​ຕອນນີ້.+ 16  ຂະໜາດ​ຂອງ​ເມືອງ​ທາງ​ທິດ​ເໜືອ​ຍາວ 4.500 ສອກ* ທິດໃຕ້​ຍາວ 4.500 ສອກ ທິດ​ຕາເວັນ​ອອກ​ຍາວ 4.500 ສອກ ແລະ​ທິດ​ຕາເວັນຕົກ​ຍາວ 4.500 ສອກ. 17  ທົ່ງ​ຫຍ້າ​ທີ່​ຢູ່​ອ້ອມ​ເມືອງ ທິດ​ເໜືອ​ຍາວ 250 ສອກ* ທິດໃຕ້​ຍາວ 250 ສອກ ທິດ​ຕາເວັນ​ອອກ​ຍາວ 250 ສອກ ແລະ​ທິດ​ຕາເວັນ​ຕົກ​ຍາວ 250 ສອກ. 18  ດິນ​ສ່ວນ​ທີ່​ເຫຼືອ​ຈະ​ຍາວ​ສ່ຳ​ກັບ​ດິນ​ບໍລິສຸດ.+ ທິດ​ຕາເວັນ​ອອກ​ຍາວ 10.000 ສອກ* ແລະ​ທິດ​ຕາເວັນ​ຕົກ​ຍາວ 10.000 ສອກ. ດິນ​ຕອນນີ້​ມີ​ຂະໜາດ​ສ່ຳ​ກັບ​ດິນ​ບໍລິສຸດ ແລະ​ຜົນລະປູກ​ຈາກ​ດິນ​ຕອນນີ້​ຈະ​ເປັນ​ຂອງກິນ​ສຳລັບ​ຄົນ​ທີ່​ເຮັດ​ວຽກ​ຢູ່​ໃນ​ເມືອງ. 19  ຄົນ​ທີ່​ເຮັດ​ວຽກ​ຢູ່​ໃນ​ເມືອງ​ທີ່​ມາ​ຈາກ​ທຸກ​ຕະກູນ​ຂອງ​ອິດສະຣາເອນ​ຈະ​ເຮັດ​ໄຮ່​ເຮັດ​ສວນ​ຢູ່​ນີ້.+ 20  ດິນ​ທັງໝົດ​ທີ່​ເອົາ​ໃຫ້​ພະເຈົ້າ​ເປັນ​ຮູບ​ສີ່​ລ່ຽມ. ແຕ່​ລະ​ຂ້າງ​ຍາວ 25.000 ສອກ*​ເທົ່າ​ກັນ. ພວກ​ເຈົ້າ​ຕ້ອງ​ແຍກ​ດິນ​ສ່ວນ​ນີ້​ກັບ​ດິນ​ຂອງ​ເມືອງ​ໄວ້​ຕ່າງ​ຫາກ​ເພື່ອ​ເປັນ​ດິນ​ບໍລິສຸດ. 21  ດິນ​ທີ່​ເຫຼືອ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ແລະ​ທິດຕາເວັນຕົກ​ຂອງ​ສ່ວນ​ແບ່ງ​ທີ່​ບໍລິສຸດ​ກັບ​ດິນ​ຂອງ​ເມືອງ​ຈະ​ເປັນ​ຂອງ​ຫົວໜ້າ.+ ເຂດ​ແດນ​ທີ່​ຕິດ​ກັບ​ສ່ວນ​ແບ່ງ​ທີ່​ບໍລິສຸດ​ຍາວ 25.000 ສອກ.* ເຂດ​ແດນ​ທີ່​ຢູ່​ທິດເໜືອ​ແລະ​ທິດໃຕ້​ຍາວ​ສ່ຳ​ກັບ​ເຂດ​ແດນ​ດິນ​ມູນ​ຂອງ​ຕະກູນ​ທີ່​ຢູ່​ຕິດ​ກັນ ແລະ​ມັນ​ຈະ​ເປັນ​ຂອງ​ຫົວໜ້າ. ສ່ວນ​ແບ່ງ​ທີ່​ບໍລິສຸດ​ກັບ​ວິຫານ​ຈະ​ຢູ່​ທາງ​ກາງ​ດິນ​ຕອນນີ້. 22  ດິນ​ຂອງ​ຫົວໜ້າ​ຢູ່​ທາງ​ທິດ​ຕາເວັນ​ອອກ​ແລະ​ທິດຕາເວັນຕົກ​ຂອງ​ດິນ​ພວກ​ເລວີ​ກັບ​ດິນ​ຂອງ​ເມືອງ. ທາງ​ເໜືອ​ຕິດ​ກັບ​ດິນ​ຂອງ​ຕະກູນ​ຢູດາ+ ແລະ​ທາງ​ໃຕ້​ຕິດ​ກັບ​ດິນ​ຂອງ​ຕະກູນ​ເບັນຢາມິນ. 23  ດິນ​ມູນ​ຂອງ​ຕະກູນ​ອື່ນ​ໆ​ເປັນ​ຕາມ​ນີ້. ດິນ​ມູນ​ຂອງ​ຕະກູນ​ເບັນຢາມິນ​ເລີ່ມ​ຕັ້ງແຕ່​ສຸດ​ເຂດ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ສຸດ​ເຂດ​ທາງ​ທິດ​ຕາເວັນ​ຕົກ.+ 24  ດິນ​ມູນ​ຂອງ​ຕະກູນ​ຊີເມໂອນ​ຕິດ​ກັບ​ຕະກູນ​ເບັນຢາມິນ+ ຕັ້ງແຕ່​ສຸດ​ເຂດ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ສຸດ​ເຂດ​ທາງ​ທິດ​ຕາເວັນ​ຕົກ. 25  ດິນ​ມູນ​ຂອງ​ຕະກູນ​ອິດຊາຄາ+​ຕິດ​ກັບ​ຕະກູນ​ຊີເມໂອນ ຕັ້ງແຕ່​ສຸດ​ເຂດ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ສຸດ​ເຂດ​ທາງ​ທິດ​ຕາເວັນ​ຕົກ. 26  ດິນ​ມູນ​ຂອງ​ຕະກູນ​ເຊບູລູນ​ຕິດ​ກັບ​ຕະກູນ​ອິດຊາຄາ+ ຕັ້ງແຕ່​ສຸດ​ເຂດ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ສຸດ​ເຂດ​ທາງ​ທິດ​ຕາເວັນ​ຕົກ.+ 27  ດິນ​ມູນ​ຂອງ​ຕະກູນ​ຄາດ​ຕິດ​ກັບ​ຕະກູນ​ເຊບູລູນ+ ຕັ້ງແຕ່​ສຸດ​ເຂດ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ສຸດ​ເຂດ​ທາງ​ທິດ​ຕາເວັນ​ຕົກ. 28  ເຂດ​ແດນ​ທາງ​ໃຕ້​ຂອງ​ດິນ​ມູນ​ຂອງ​ຕະກູນ​ຄາດ ເລີ່ມ​ຕັ້ງແຕ່​ຕາມາ+​ຮອດ​ນ້ຳ​ເມຣີບາກາເດັດ+ ຮອດ​ຮ່ອມພູ*​ຂອງ​ເອຢິບ+ ແລະ​ຈົນ​ຮອດ​ທະເລ​ໃຫຍ່. 29  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ: “ນີ້​ແມ່ນ​ດິນ​ທີ່​ພວກ​ເຈົ້າ​ຕ້ອງ​ແບ່ງ​ໃຫ້​ທຸກ​ຕະກູນ​ຂອງ​ອິດສະຣາເອນ+ ແລະ​ມັນ​ຈະ​ເປັນ​ດິນ​ມູນ​ຂອງ​ເຂົາເຈົ້າ.”+ 30  ຕໍ່ໄປ​ນີ້​ແມ່ນ​ທາງ​ເຂົ້າ​ທາງ​ອອກ​ຂອງ​ເມືອງ. ທາງ​ທິດ​ເໜືອ​ຈະ​ຍາວ 4.500 ສອກ.*+ 31  ປະຕູ​ເມືອງ​ຈະ​ມີ​ຊື່​ຕາມ​ຊື່​ຂອງ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ. ທາງ​ທິດ​ເໜືອ​ມີ 3 ປະຕູ​ຄື: ປະຕູ​ຣູເບັນ ປະຕູ​ຢູດາ ແລະ​ປະຕູ​ເລວີ. 32  ທາງ​ທິດ​ຕາເວັນ​ອອກ​ຈະ​ຍາວ 4.500 ສອກ* ແລະ​ມີ 3 ປະຕູ​ຄື: ປະຕູ​ໂຢເຊັບ ປະຕູ​ເບັນຢາມິນ ແລະ​ປະຕູ​ດານ. 33  ທາງ​ທິດໃຕ້​ຈະ​ຍາວ 4.500 ສອກ* ແລະ​ມີ 3 ປະຕູ​ຄື: ປະຕູ​ຊີເມໂອນ ປະຕູ​ອິດຊາຄາ ແລະ​ປະຕູ​ເຊບູລູນ. 34  ທາງ​ທິດ​ຕາເວັນ​ຕົກ​ຈະ​ຍາວ 4.500 ສອກ* ແລະ​ມີ 3 ປະຕູ​ຄື: ປະຕູ​ຄາດ ປະຕູ​ອາເຊ ແລະ​ປະຕູ​ນັບທາລີ. 35  ອ້ອມ​ເມືອງ​ຈະ​ຍາວ 18.000 ສອກ* ແລະ​ນັບ​ຕັ້ງແຕ່​ມື້​ນັ້ນ​ເມືອງ​ນີ້​ຈະ​ຊື່​ວ່າ ພະ​ເຢໂຫວາ​ຢູ່​ຫັ້ນ.”+

ຂໍຄວາມໄຂເງື່ອນ

ຫຼື “ເຂດ​ແດນ​ຮາມັດ”
ແປ​ຕາມ​ໂຕ​ວ່າ “ຊື່”
12.950 ແມັດ. ໝາຍເຖິງ​ສອກ​ຍາວ. ເບິ່ງ​ພາກ​ຜະໜວກ ຂ14.
12.950 ແມັດ
5.180 ແມັດ
5.180 ແມັດ
12.950 ແມັດ
ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ
12.950 ແມັດ
5.180 ແມັດ
2.590 ແມັດ
12.950 ແມັດ
2.331 ແມັດ
129,5 ແມັດ
5.180 ແມັດ
12.950 ແມັດ
12.950 ແມັດ
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
2.331 ແມັດ
2.331 ແມັດ
2.331 ແມັດ
2.331 ແມັດ
9.324 ແມັດ