ເອເຊກຽນ 5:1-17

  • ສະແດງ​ພາບ​ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ (1-​17)

    • ຜູ້​ພະຍາກອນ​ແຖ​ຫົວ​ແລະ​ແບ່ງ​ຜົມ​ເປັນ 3 ສ່ວນ (1-​4)

    • ເມືອງ​ເຢຣູຊາເລັມ​ຮ້າຍ​ກວ່າ​ຊາດ​ອື່ນ (7-​9)

    • ຈັດການ​ກັບ​ພວກ​ກະບົດ​ດ້ວຍ 3 ວິທີ (12)

5  “ລູກ​ມະນຸດ ໃຫ້​ເຈົ້າ​ເອົາ​ດາບ​ທີ່​ຄົມ​ໆ​ມາ​ແຖ​ຫົວ​ແລະ​ແຖ​ໜວດ​ແຖ​ເຄົາ ແລ້ວ​ເອົາ​ສິ່ງ​ທີ່​ເຈົ້າ​ແຖ​ນັ້ນ​ໄປ​ຊັ່ງ​ແລະ​ແບ່ງ​ເປັນ 3 ສ່ວນ.  ໃຫ້​ເຈົ້າ​ເອົາ​ສ່ວນ​ທີ 1 ໄປ​ຈູດ​ຢູ່​ໃນ​ເມືອງ​ຫຼັງ​ຈາກ​ທີ່​ລ້ອມ​ເມືອງ​ຄົບ​ຕາມ​ກຳນົດ​ແລ້ວ.+ ໃຫ້​ເອົາ​ດາບ​ສັບ​ສ່ວນ​ທີ 2 ຢູ່​ອ້ອມ​ເມືອງ+ ແລະ​ໃຫ້​ເອົາ​ສ່ວນ​ທີ 3 ໂຍນ​ໃຫ້​ປິວ​ໄປ​ຕາມ​ລົມ ແລ້ວ​ເຮົາ​ຈະ​ເອົາ​ດາບ​ໄລ່​ນຳ​ມັນ.+  ໃຫ້​ເຈົ້າ​ເອົາ​ສອງ​ສາມ​ເສັ້ນ​ຈາກ​ສ່ວນ​ທີ 3 ມາ​ຫໍ່​ແລະ​ເອົາ​ໄວ້​ຢູ່​ພົກ​ເສື້ອ​ເຈົ້າ.  ໃຫ້​ເຈົ້າ​ເອົາ​ອີກ​ໜ້ອຍ​ໜຶ່ງ​ມາ​ຈູດ​ໃຫ້​ໄໝ້​ຈົນ​ໝົດ ແລ້ວ​ໄຟ​ນັ້ນ​ຈະ​ລາມ​ໄປ​ທົ່ວ​ຊາດ​ອິດສະຣາເອນ.+  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ນີ້​ແມ່ນ​ເຢຣູຊາເລັມ. ເຮົາ​ໄດ້​ຕັ້ງ​ເມືອງ​ນີ້​ຢູ່​ທ່າມກາງ​ຊາດ​ຕ່າງ​ໆ​.  ເມືອງ​ນີ້​ບໍ່​ເຮັດ​ຕາມ​ຄຳ​ຕັດສິນ​ແລະ​ກົດໝາຍ​ຂອງ​ເຮົາ. ມັນ​ເຮັດ​ຊົ່ວ​ຫຼາຍ​ກວ່າ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ມັນ.+ ຄົນ​ໃນ​ເມືອງ​ນີ້​ບໍ່​ເຮັດ​ຕາມ​ຄຳ​ຕັດສິນ​ແລະ​ບໍ່​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ.’  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ຈຶ່ງ​ເວົ້າ​ວ່າ ‘ພວກ​ເຈົ້າ​ສ້າງ​ບັນຫາ​ຫຼາຍ​ກວ່າ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ພວກ​ເຈົ້າ. ພວກເຈົ້າ​ບໍ່​ໄດ້​ເຊື່ອຟັງ​ຄຳ​ຕັດສິນ​ຂອງ​ເຮົາ​ແລະ​ບໍ່​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ ແຕ່​ພັດ​ໄປ​ເຮັດ​ຕາມ​ກົດໝາຍ​ຂອງ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ.+  ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ຈຶ່ງ​ເວົ້າ​ວ່າ “ເຢຣູຊາເລັມ​ເອີ້ຍ ຕອນນີ້​ເຮົາ​ເປັນ​ສັດຕູ​ກັບ​ເຈົ້າ​ແລ້ວ+​ແລະ​ເຮົາ​ຈະ​ລົງໂທດ​ເຈົ້າ​ຕໍ່​ໜ້າ​ຊາດ​ຕ່າງ​ໆ​.+  ຍ້ອນ​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ ເຮົາ​ຈະ​ລົງໂທດ​ເຈົ້າ​ແບບ​ບໍ່​ເຄີຍ​ເຮັດ​ມາ​ກ່ອນ​ແລະ​ເຮົາ​ຈະ​ບໍ່​ເຮັດ​ແບບ​ນີ້​ອີກ​ຈັກ​ເທື່ອ.+ 10  ພໍ່​ແມ່​ຈະ​ກິນ​ລູກ+​ແລະ​ລູກ​ກໍ​ຈະ​ກິນ​ພໍ່​ແມ່. ເຮົາ​ຈະ​ລົງໂທດ​ພວກ​ເຈົ້າ​ແລະ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດ​ກະຈາຍ​ໄປ​ທຸກຈອກ​ທຸກແຈ.”’+ 11  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຍ້ອນ​ພວກ​ເຈົ້າ​ເຮັດ​ໃຫ້​ວິຫານ​ຂອງ​ເຮົາ​ບໍ່​ສະອາດ​ໂດຍ​ເອົາ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ມາ​ຕັ້ງ​ໄວ້ ແລະ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຢູ່​ຫັ້ນ+ ເຮົາ​ສາບານ​ວ່າ​ຕາບ​ໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຮົາ​ຈະ​ບໍ່​ຍອມຮັບ​ພວກ​ເຈົ້າ.* ເຮົາ​ຈະ​ບໍ່​ອີ່ຕົນ​ແລະ​ບໍ່​ສົນໃຈ​ພວກ​ເຈົ້າ.+ 12  ພວກ​ເຈົ້າ 1 ໃນ 3 ຄົນ​ຈະ​ຕາຍ​ຍ້ອນ​ໂລກລະບາດ ຫຼື​ບໍ່​ຊັ້ນ​ກໍ​ຕາຍ​ຍ້ອນ​ຄວາມ​ອຶດຢາກ. ອີກ 1 ໃນ 3 ຄົນ​ຈະ​ຖືກ​ຂ້າ​ດ້ວຍ​ດາບ+ ແລະ​ອີກ 1 ໃນ 3 ຄົນ​ຈະ​ກະຈັດ​ກະຈາຍ​ໄປ​ທຸກຈອກ​ທຸກແຈ ແລ້ວ​ເຮົາ​ຈະ​ເອົາ​ດາບ​ໄລ່​ນຳ​ເຂົາເຈົ້າ.+ 13  ຈາກ​ນັ້ນ ເຮົາ​ຈຶ່ງ​ຈະ​ພໍໃຈ​ແລະ​ເຊົາ​ໃຈຮ້າຍ​ໃຫ້​ເຂົາເຈົ້າ.+ ຫຼັງ​ຈາກ​ທີ່​ເຮົາ​ເຊົາ​ໃຈຮ້າຍ​ແລ້ວ ເຂົາເຈົ້າ​ຈະ​ເຂົ້າໃຈ​ຄວາມໝາຍ​ທີ່​ເຮົາບອກ​ວ່າ ເຂົາເຈົ້າ​ຕ້ອງ​ນະມັດສະການ​ເຮົາ​ເຢໂຫວາ​ພຽງ​ຜູ້​ດຽວ.+ 14  ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ບ່ອນ​ທີ່​ຮ້າງ​ເປົ່າ ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ເຈົ້າ​ແລະ​ທຸກ​ຄົນ​ທີ່​ກາຍ​ໄປ​ກາຍ​ມາ​ກໍ​ຈະ​ດູຖູກ​ເຈົ້າ.+ 15  ເຈົ້າ​ຈະ​ຖືກ​ດູຖູກ​ແລະ​ຖືກ​ເຍາະເຍີ້ຍ+​ເມື່ອ​ເຮົາ​ລົງໂທດ​ເຈົ້າ​ແຮງ​ໆ​ຍ້ອນ​ເຮົາ​ໃຈຮ້າຍ​ຫຼາຍ. ເຈົ້າ​ຈະ​ເປັນ​ຕົວຢ່າງ​ທີ່​ເປັນ​ຕາ​ຢ້ານ​ເພື່ອ​ເຕືອນ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ເຈົ້າ. ເຮົາ​ເຢໂຫວາ​ໄດ້​ເວົ້າ​ໄວ້​ແລ້ວ. 16  ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຈິ​ກັບ​ຄວາມ​ອຶດຢາກ​ເຊິ່ງ​ຈະ​ທຳລາຍ​ພວກ​ເຈົ້າ​ຄື​ກັບ​ວ່າ​ພວກ​ເຈົ້າ​ຖືກ​ທະຫານ​ກອງ​ໃຫຍ່​ຍິງ​ທະນູ​ໃສ່.+ ຄວາມ​ອຶດຢາກ​ນັ້ນ​ຈະ​ຮ້າຍແຮງ​ຫຼາຍ​ຍ້ອນ​ວ່າ​ຈະ​ບໍ່​ມີ​ຂອງກິນ*​ຢູ່​ໃນ​ເມືອງ​ເລີຍ.+ 17  ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ເຈິ​ກັບ​ຄວາມ​ອຶດຢາກ​ແລະ​ເຈິ​ກັບ​ສັດ​ປ່າ​ທີ່​ດຸ​ຮ້າຍ+ ເຊິ່ງ​ຈະ​ເຮັດ​ໃຫ້​ລູກ​ຂອງ​ພວກ​ເຈົ້າ​ຕາຍ. ພວກ​ເຈົ້າ​ຈະ​ຕາຍ​ຍ້ອນ​ດາບ​ແລະ​ໂລກລະບາດ.+ ເຮົາ​ເຢໂຫວາ​ໄດ້​ເວົ້າ​ໄວ້​ແລ້ວ.’”

ຂໍຄວາມໄຂເງື່ອນ

ຫຼື “ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຈຳນວນ​ໜ້ອຍ​ລົງ”
ແປ​ຕາມ​ໂຕ​ວ່າ “ຫັກ​ທ່ອນ​ໄມ້.” ອາດ​ໝາຍເຖິງ​ທ່ອນ​ໄມ້​ທີ່​ເອົາ​ໄວ້​ສອດ​ເຂົ້າຈີ່​ເພື່ອ​ຫ້ອຍ​ມ້ຽນ​ໄວ້.