ເອເຊກຽນ 6:1-14

  • ຕັດສິນ​ພູ​ໃນ​ອິດສະຣາເອນ (1-​14)

    • ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຈະ​ຕ້ອງ​ອັບອາຍ (4-​6)

    • “ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ” (7)

6  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ ໃຫ້​ເຈົ້າ​ແນມ​ເບິ່ງ​ພູ​ຢູ່​ອິດສະຣາເອນ​ແລະ​ພະຍາກອນ​ກ່ຽວກັບ​ພູ​ເຫຼົ່າ​ນັ້ນ.  ເຈົ້າ​ຕ້ອງ​ເວົ້າ​ວ່າ ‘ພູ​ໃນ​ອິດສະຣາເອນ​ເອີ້ຍ ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ. ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ກັບ​ພູ ໂນນ​ພູ ແມ່​ນ້ຳ ແລະ​ຮ່ອມພູ​ວ່າ “ເຮົາ​ຈະ​ສົ່ງ​ທະຫານ​ຖື​ດາບ​ໄປ​ຕໍ່ສູ້​ພວກ​ເຈົ້າ ແລະ​ເຮົາ​ຈະ​ທຳລາຍ​ບ່ອນ​ນະມັດສະການ​ຂອງ​ພວກ​ເຈົ້າ.  ເຮົາ​ຈະ​ທຸບ​ແທ່ນ​ບູຊາ​ຂອງ​ພວກ​ເຈົ້າ​ໃຫ້​ມຸ່ນ ຈະ​ເຮັດ​ໃຫ້​ແທ່ນ​ເຜົາ​ເຄື່ອງຫອມ​ຂອງ​ພວກ​ເຈົ້າ​ແຕກ+ ແລະ​ຈະ​ໂຍນ​ສົບ​ຂອງ​ພວກ​ເຈົ້າ​ໃສ່​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ*​ຂອງ​ພວກ​ເຈົ້າ.+  ພວກ​ອິດສະຣາເອນ​ເອີ້ຍ ເຮົາ​ຈະ​ໂຍນ​ສົບ​ຂອງ​ພວກ​ເຈົ້າ​ໃສ່​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ພວກ​ເຈົ້າ ແລະ​ເຮົາ​ຈະ​ເອົາ​ກະດູກ​ຂອງ​ພວກ​ເຈົ້າ​ຖິ້ມ​ອ້ອມ​ແທ່ນ​ບູຊາ​ຂອງ​ພວກ​ເຈົ້າ.+  ທຸກ​ໆ​ເມືອງ​ທີ່​ພວກ​ເຈົ້າ​ຢູ່​ຈະ​ຖືກ​ເຮັດ​ໃຫ້​ຮ້າງ​ເປົ່າ+ ແລະ​ບ່ອນ​ນະມັດສະການ​ຕ່າງ​ໆ​ໃນ​ເມືອງ​ເຫຼົ່າ​ນັ້ນ​ກໍ​ຈະ​ຖືກ​ທຳລາຍ​ແລະ​ເຮັດ​ໃຫ້​ຮ້າງ​ເປົ່າ​ຄື​ກັນ.+ ແທ່ນ​ບູຊາ​ຂອງ​ພວກ​ເຈົ້າ​ຈະ​ຖືກ​ທຸບ​ຈົນ​ມຸ່ນ ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ພວກ​ເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ບໍ່​ເຫຼືອ​ຫຍັງ ແທ່ນ​ເຜົາ​ເຄື່ອງຫອມ​ຂອງ​ພວກ​ເຈົ້າ​ຈະ​ແຕກ ແລະ​ທຸກ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ​ຂຶ້ນ​ມາ​ກໍ​ຈະບໍ່​ເຫຼືອ​ຫຍັງ​ເລີຍ.  ພວກ​ເຈົ້າ​ຫຼາຍ​ຄົນ​ຈະ​ຖືກ​ຂ້າ+ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.+  ແຕ່​ເຮົາ​ຈະ​ຈົ່ງ​ບາງຄົນ​ໃນ​ພວກ​ເຈົ້າ​ໄວ້​ຕອນ​ທີ່​ພວກ​ເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ນຳ​ຊາດ​ຕ່າງ​ໆ​. ເຂົາເຈົ້າ​ຈະ​ບໍ່​ຖືກ​ຂ້າ​ດ້ວຍ​ດາບ.+  ຕອນ​ທີ່​ເຂົາເຈົ້າ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ໃນ​ຊາດ​ຕ່າງ​ໆ​ ເຂົາເຈົ້າ​ຈະ​ຄິດ​ເຖິງ​ເຮົາ.+ ເຂົາເຈົ້າ​ຈະ​ເຂົ້າໃຈ​ວ່າ​ເຮົາ​ເສຍໃຈ​ຫຼາຍ​ສ່ຳ​ໃດ​ທີ່​ເຂົາເຈົ້າ​ບໍ່​ສັດຊື່*​ແລະ​ປະຖິ້ມ​ເຮົາ+​ໄປ​ຫາ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ.+ ເຂົາເຈົ້າ​ຈະ​ຮູ້ສຶກ​ຜິດ​ແລະ​ເສຍໃຈ​ຫຼາຍ​ແທ້​ໆ​ທີ່​ໄດ້​ເຮັດ​ສິ່ງ​ທີ່​ບໍ່​ດີ​ແລະ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ຢ່າງ.+ 10  ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ ແລະ​ເຮົາ​ເວົ້າ​ໄວ້​ວ່າ​ຈະ​ລົງໂທດ​ແນວ​ໃດ ມັນ​ກໍ​ຈະ​ເກີດ​ຂຶ້ນ​ແທ້. ເຮົາ​ບໍ່​ໄດ້​ຂູ່​ຊື່​ໆ​.”’+ 11  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ໃຫ້​ເຈົ້າ​ຕົບມື* ທືບຕີນ ແລະ​ຮ້ອງໄຫ້​ເສຍໃຈ​ທີ່​ຊາດ​ອິດສະຣາເອນ​ເຮັດ​ສິ່ງ​ທີ່​ຊົ່ວ​ແລະ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ. ເຂົາເຈົ້າ​ຈະ​ຕາຍ​ຍ້ອນ​ຄວາມ​ອຶດຢາກ ໂລກ​ລະບາດ ແລະ​ຖືກ​ຂ້າ​ດ້ວຍ​ດາບ.+ 12  ຄົນ​ທີ່​ຢູ່​ໄກ​ໆ​ຈະ​ຕາຍ​ຍ້ອນ​ໂລກ​ລະບາດ ຄົນ​ທີ່​ຢູ່​ໃກ້​ໆ​ຈະ​ຖືກ​ຂ້າ​ດ້ວຍ​ດາບ ແລະ​ຄົນ​ທີ່​ລອດ​ມາ​ໄດ້​ກໍ​ຈະ​ຕາຍ​ຍ້ອນ​ຄວາມ​ອຶດຢາກ. ເຮົາ​ຈະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ເຂົາເຈົ້າ​ສຸດ​ຂີດ.+ 13  ເມື່ອ​ສົບ​ຂອງ​ເຂົາເຈົ້າ​ຖືກ​ຖິ້ມ​ຢູ່​ກັບ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ ຢູ່​ອ້ອມ​ແທ່ນ​ບູຊາ+ ຢູ່​ຕາມ​ໂນນ​ພູ ຢູ່​ຕາມ​ຈອມພູ​ທຸກ​ໜ່ວຍ ຢູ່​ກ້ອງ​ຕົ້ນ​ໄມ້​ໃຫຍ່ ແລະ​ຢູ່​ກ້ອງ​ງ່າ​ຂອງ​ຕົ້ນ​ໄມ້​ໃຫຍ່​ທີ່​ເຂົາເຈົ້າ​ເຄີຍ​ເຜົາ​ເຄື່ອງ​ຫອມ​ໃຫ້​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເຂົາເຈົ້າ+ ຕອນ​ນັ້ນ​ແຫຼະ ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.+ 14  ເຮົາ​ຈະ​ລົງໂທດ​ເຂົາເຈົ້າ​ແລະ​ເຮັດ​ໃຫ້​ແຜ່ນດິນ​ຂອງ​ເຂົາເຈົ້າ​ຮ້າງ​ເປົ່າ. ທຸກ​ໆ​ບ່ອນ​ທີ່​ເຂົາເຈົ້າ​ຢູ່​ຈະ​ຮ້າງ​ເປົ່າ​ຫຼາຍ​ກວ່າ​ບ່ອນ​ກັນດານ​ທີ່​ໃກ້​ດິບລາ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’”

ຂໍຄວາມໄຂເງື່ອນ

ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ
ຫຼື “ເຮັດ​ຜິດ​ສິນລະທຳ​ທາງ​ເພດ; ສຳສ່ອນ”
ໃນ​ສະໄໝ​ແຕ່​ກີ້ ບາງ​ເທື່ອ​ຄົນ​ກໍ​ອາດ​ເຮັດ​ທ່າທາງ​ແບບ​ນີ້​ເພື່ອ​ສະແດງ​ເຖິງ​ຄວາມ​ເສຍໃຈ