ເອເຊກຽນ 7:1-27

  • ຈຸດຈົບ​ມາ​ຮອດ​ແລ້ວ (1-​27)

    • ຄວາມ​ຈິບຫາຍ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ (5)

    • ໂຍນ​ເງິນ​ຖິ້ມ​ຢູ່​ຕາມ​ຫົນ​ທາງ (19)

    • ວິຫານ​ຖືກ​ເຮັດ​ໃຫ້​ບໍ່​ສະອາດ (22)

7  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ກັບ​ຊາດ​ອິດສະຣາເອນ​ວ່າ ‘ຈຸດຈົບ​ມາ​ຮອດ​ແລ້ວ! ຈຸດຈົບ​ຈະ​ເກີດ​ຂຶ້ນ​ຢູ່​ທົ່ວ​ແຜ່ນ​ດິນ​ຂອງ​ພວກ​ເຈົ້າ.  ຈຸດຈົບ​ຂອງ​ພວກ​ເຈົ້າ​ມາ​ຮອດ​ແລ້ວ ເຮົາ​ຈະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ພວກ​ເຈົ້າ​ສຸດ​ຂີດ. ເຮົາ​ຈະ​ຕັດສິນ​ພວກ​ເຈົ້າ​ຕາມ​ການ​ກະທຳ​ຂອງ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຕ້ອງ​ຮັບຜິດຊອບ​ທີ່​ພວກ​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ຢ່າງ.  ເຮົາ​ຈະ​ບໍ່​ອີ່ຕົນ​ແລະ​ບໍ່​ສົນໃຈ​ພວກ​ເຈົ້າ.+ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ພວກ​ເຈົ້າ​ແລະ​ຈາກ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ພວກ​ເຈົ້າ​ເຮັດ+ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’+  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຄວາມ​ຈິບຫາຍ​ຈະ​ເກີດ​ຂຶ້ນ​ແລະ​ມັນ​ຈະ​ເປັນ​ແບບ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ.+  ຈຸດຈົບ​ໃກ້​ຈະ​ມາ​ຮອດ​ແລ້ວ. ມັນ​ຈະ​ເກີດ​ຂຶ້ນ​ແທ້​ໆ​ແລະ​ຈະ​ເກີດ​ຂຶ້ນ​ແບບ​ກະທັນຫັນ.  ພວກເຈົ້າ​ທີ່​ຢູ່​ແຜ່ນ​ດິນ​ນີ້ ຜຽນ​ຂອງ​ພວກ​ເຈົ້າ​ມາ​ຮອດ​ແລ້ວ. ເວລາ​ນັ້ນ​ມາ​ຮອດ​ແລ້ວ. ມື້​ນັ້ນ​ໃກ້​ຈະ​ຮອດ​ແລ້ວ.+ ຢູ່​ເທິງ​ພູ​ຈະ​ບໍ່​ມີ​ສຽງ​ໂຫ່​ຮ້ອງ​ຍິນດີ ແຕ່​ຈະ​ມີ​ສຽງ​ຂອງ​ຄວາມ​ສັບສົນ​ວຸ່ນວາຍ.  ເຮົາ​ຈະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ພວກ​ເຈົ້າ​ສຸດ​ຂີດ.+ ເຮົາ​ຈະ​ຕັດສິນ​ພວກ​ເຈົ້າ​ຕາມ​ການ​ກະທຳ​ຂອງ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຕ້ອງ​ຮັບຜິດຊອບ​ທີ່​ພວກ​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ຢ່າງ.  ເຮົາ​ຈະ​ບໍ່​ອີ່ຕົນ​ແລະ​ບໍ່​ສົນໃຈ​ພວກ​ເຈົ້າ.+ ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ພວກ​ເຈົ້າ​ແລະ​ຈາກ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ພວກ​ເຈົ້າ​ເຮັດ. ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ເຢໂຫວາ​ເປັນ​ຜູ້​ລົງໂທດ​ພວກເຈົ້າ.+ 10  ມື້​ນັ້ນ​ມາ​ຮອດ​ແລ້ວ! + ຜຽນ​ຂອງ​ພວກ​ເຈົ້າ*​ມາ​ຮອດ​ແລ້ວ. ເຮົາ​ພ້ອມ​ທີ່​ຈະ​ໃຊ້​ໄມ້​ແສ້​ລົງໂທດ​ພວກ​ເຈົ້າ ແລະ​ພວກ​ສັດຕູ​ກໍ​ຍິ່ງ​ຈອງຫອງ​ຫຼາຍ​ຂຶ້ນ. 11  ຍ້ອນ​ພວກ​ເຈົ້າ​ຊົ່ວ​ຫຼາຍ ເຮົາ​ຈະ​ໃຊ້​ໄມ້​ແສ້​ຟາດ​ພວກ​ເຈົ້າ​ແຮງ​ໆ​+ ແລະ​ຈະ​ບໍ່​ມີ​ຫຍັງ​ເຫຼືອ​ເລີຍ ບໍ່​ວ່າ​ຈະ​ເປັນ​ຄົນ ຊັບ​ສົມບັດ ຫຼື​ຊື່ສຽງ​ຂອງ​ພວກ​ເຈົ້າ. 12  ເວລາ​ນັ້ນ​ມາ​ຮອດ​ແລ້ວ. ມື້​ນັ້ນ​ຈະ​ມາ​ຮອດ​ແນ່ນອນ. ຄົນ​ຊື້​ຢ່າ​ດີໃຈ​ແລະ​ຄົນ​ຂາຍ​ກໍ​ຢ່າ​ເສຍໃຈ ຍ້ອນ​ເຮົາ​ຈະ​ໃຈຮ້າຍ​ໃຫ້​ທຸກ​ຄົນ.*+ 13  ເຖິງ​ຈະ​ລອດ​ຊີວິດ ແຕ່​ຜູ້​ທີ່​ຂາຍ​ດິນ​ຂອງ​ໂຕ​ເອງ​ກໍ​ຈະ​ບໍ່​ໄດ້​ກັບ​ໄປ​ຢູ່​ຫັ້ນ ຍ້ອນ​ວ່າ​ເລື່ອງ​ໃນ​ນິມິດ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ທຸກ​ຄົນ. ຈະ​ບໍ່​ມີ​ໃຜ​ໄດ້​ກັບ​ໄປ​ຢູ່​ດິນ​ຂອງ​ໂຕ​ເອງ ແລະ​ຈະ​ບໍ່​ມີ​ໃຜ​ປົກປ້ອງ​ຊີວິດ​ຂອງ​ໂຕ​ເອງ​ໄດ້​ຍ້ອນ​ເຂົາເຈົ້າ​ເຮັດ​ຜິດ​ຫຼາຍ. 14  ໃນ​ມື້​ນັ້ນ ເຂົາເຈົ້າ​ຈະ​ເປົ່າ​ແກ+​ແລະ​ທຸກ​ຄົນ​ຈະ​ພ້ອມ ແຕ່​ຈະ​ບໍ່​ມີ​ໃຜ​ອອກ​ໄປ​ສູ້ຮົບ ຍ້ອນ​ເຮົາ​ຈະ​ໃຈຮ້າຍ​ໃຫ້​ທຸກ​ຄົນ.+ 15  ຢູ່​ນອກ​ເມືອງ​ມີ​ດາບ+​ແລະ​ຢູ່​ໃນ​ເມືອງ​ມີ​ຄວາມ​ອຶດຢາກ​ກັບ​ໂລກລະບາດ. ຄົນ​ທີ່​ຢູ່​ນອກ​ເມືອງ​ຈະ​ຖືກ​ຂ້າ​ດ້ວຍ​ດາບ ແລະ​ຄົນ​ທີ່​ຢູ່​ໃນ​ເມືອງ​ຈະ​ຕາຍ​ຍ້ອນ​ຄວາມ​ອຶດຢາກ​ແລະ​ໂລກລະບາດ.+ 16  ຜູ້​ທີ່​ລອດ​ຕາຍ​ກໍ​ຈະ​ໜີ​ໄປ​ຢູ່​ຕາມ​ພູ. ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ນົກ​ເຂົາ​ທີ່​ຢູ່​ຮ່ອມພູ. ແຕ່​ລະ​ຄົນ​ຈະ​ເສຍໃຈ​ທີ່​ເຮັດ​ຜິດ​ຫຼາຍ.+ 17  ແຂນ​ຂອງ​ເຂົາເຈົ້າ​ຈະ​ລ່ອຍ​ແລະ​ຫົວ​ເຂົ່າ​ຂອງ​ເຂົາເຈົ້າ​ຈະ​ປຽກ.*+ 18  ເຂົາເຈົ້າ​ຈະ​ຕ້ອງ​ນຸ່ງ​ຜ້າເນື້ອຫຍາບ+​ແລະ​ຢ້ານ​ຈົນ​ໂຕ​ສັ່ນ. ທຸກ​ຄົນ​ຈະ​ຕ້ອງ​ຖືກ​ເຮັດ​ໃຫ້​ອັບອາຍ​ແລະ​ຈະ​ຕ້ອງ​ແຖ​ຫົວ.*+ 19  ເຂົາເຈົ້າ​ຈະ​ໂຍນ​ເງິນ​ຖິ້ມ​ຢູ່​ຕາມ​ຫົນ​ທາງ​ແລະ​ຄຳ​ຈະ​ເປັນ​ສິ່ງ​ທີ່​ເຂົາເຈົ້າ​ຂີ້​ດຽດ. ໃນ​ມື້​ທີ່​ພະ​ເຢໂຫວາ​ໃຈຮ້າຍ​ຫຼາຍ ເງິນ​ຄຳ​ຂອງ​ເຂົາເຈົ້າ​ກໍ​ຈະ​ຊ່ວຍ​ຊີວິດ​ເຂົາເຈົ້າ​ບໍ່​ໄດ້.+ ເຂົາເຈົ້າ​ຈະ​ກິນ​ບໍ່​ອີ່ມ​ແລະ​ຈະ​ຫິວ​ແຮງ ຍ້ອນ​ເງິນ​ຄຳ​ເປັນ​ຕົ້ນເຫດ​ພາ​ໃຫ້​ເຂົາເຈົ້າ​ເຮັດ​ຜິດ. 20  ເຂົາເຈົ້າ​ພູມໃຈ​ໃນ​ເຄື່ອງ​ປະດັບ​ທີ່​ງາມ​ໆ​ຂອງ​ໂຕ​ເອງ ແລະ​ເອົາ​ເງິນ​ເອົາ​ຄຳ​ມາ​ເຮັດ​ເປັນ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ.+ ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ເຮັດ​ໃຫ້​ເງິນ​ຄຳ​ກາຍ​ເປັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ສຳລັບ​ເຂົາເຈົ້າ. 21  ເຮົາ​ຈະ​ໃຫ້​ຄົນ​ຕ່າງ​ຊາດ​ກັບ​ພວກ​ຄົນ​ຊົ່ວ​ມາ​ປຸ້ນ​ເອົາ​ເງິນ​ເອົາ​ຄຳ*​ຂອງ​ເຂົາເຈົ້າ ແລ້ວ​ເຂົາເຈົ້າ​ຈະ​ເຮັດ​ໃຫ້​ມັນ​ບໍ່​ສະອາດ. 22  ເຮົາ​ຈະ​ປິ່ນ​ໜ້າ​ໜີ​ຈາກ​ເຂົາເຈົ້າ+ ແລະ​ເຂົາເຈົ້າ​ຈະ​ເຮັດ​ໃຫ້​ບ່ອນ​ສັກສິດ*​ຂອງ​ເຮົາ​ບໍ່​ສະອາດ. ພວກ​ຂີ້​ລັກ​ຈະ​ເຂົ້າ​ໄປ​ຫັ້ນ​ແລະ​ເຮັດ​ໃຫ້​ບ່ອນ​ນັ້ນ​ບໍ່​ສະອາດ.+ 23  ໃຫ້​ເຮັດ​ໂສ້*+ ຍ້ອນ​ແຜ່ນ​ດິນ​ມີ​ແຕ່​ເລືອດ​ຂອງ​ຄົນ​ທີ່​ຖືກ​ຕັດສິນ​ແບບ​ບໍ່​ຍຸຕິທຳ+​ແລະ​ໃນ​ເມືອງ​ກໍ​ມີ​ແຕ່​ຄວາມ​ຮຸນແຮງ.+ 24  ເຮົາ​ຈະ​ເອີ້ນ​ຊາດ​ທີ່​ຊົ່ວ​ທີ່ສຸດ+​ໃຫ້​ມາ​ຍຶດ​ເຮືອນ​ຂອງ​ເຂົາເຈົ້າ.+ ເຮົາ​ຈະ​ເຮັດ​ໃຫ້​ຄົນ​ທີ່​ແຂງແຮງ​ບໍ່​ມີ​ແນວ​ຈະ​ອວດ ແລະ​ເຮົາ​ຈະ​ເຮັດ​ໃຫ້​ບ່ອນ​ນະມັດສະການ​ຂອງ​ເຂົາເຈົ້າ​ບໍ່​ສະອາດ.+ 25  ຕອນ​ທີ່​ເຂົາເຈົ້າ​ເດືອດຮ້ອນ ເຂົາເຈົ້າ​ຈະ​ຂໍ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ ແຕ່​ຈະ​ບໍ່​ມີ​ເລີຍ.+ 26  ໄພພິບັດ​ຈະ​ເກີດ​ຂຶ້ນ​ຊ້ຳ​ແລ້ວ​ຊ້ຳ​ອີກ ແລະ​ເຂົາເຈົ້າ​ຈະ​ໄດ້​ຍິນ​ຂ່າວ​ຮ້າຍ​ຕິດຕໍ່​ກັນ​ຕະຫຼອດ. ເຂົາເຈົ້າ​ຈະ​ຊອກຫາ​ນິມິດ​ຈາກ​ຜູ້ພະຍາກອນ+ ແຕ່​ຈະ​ບໍ່​ໄດ້​ຫຍັງ. ຄຳສອນ​ຂອງ​ພວກ​ປະໂລຫິດ​ແລະ​ຄຳແນະນຳ​ຈາກ​ພວກ​ຜູ້​ນຳ​ຈະ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ.+ 27  ກະສັດ​ຈະ​ໄວ້ທຸກ+ ຫົວໜ້າ​ຈະ​ໂສກເສົ້າ​ເສຍໃຈ ແລະ​ປະຊາຊົນ​ຈະ​ຢ້ານ​ຈົນ​ໂຕ​ສັ່ນ. ເຮົາ​ຈະ​ເຮັດ​ກັບ​ເຂົາເຈົ້າ​ຕາມ​ການ​ກະທຳ​ຂອງ​ເຂົາເຈົ້າ ແລະ​ເຮົາ​ຈະ​ຕັດສິນ​ເຂົາເຈົ້າ​ຄື​ກັບ​ທີ່​ເຂົາເຈົ້າ​ຕັດສິນ​ຄົນອື່ນ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’”+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ພວງ​ມາໄລ”
ໝາຍເຖິງ​ທັງ​ຜູ້​ຊື້​ແລະ​ຜູ້​ຂາຍ​ດິນ​ຈະ​ບໍ່​ໄດ້​ຮັບ​ປະໂຫຍດ​ຫຍັງ ຍ້ອນ​ທຸກ​ສິ່ງ​ຈະ​ຖືກ​ທຳລາຍ​ໝົດ
ໝາຍເຖິງ​ຢ້ານ​ຈົນ​ຍ່ຽວ​ເຮ່ຍ
ໝາຍເຖິງ​ແຖ​ຫົວ​ເພື່ອ​ໄວ້ທຸກ
ໝາຍເຖິງ​ເງິນ​ຄຳ​ທີ່​ເຂົາເຈົ້າ​ໃຊ້​ເຮັດ​ຮູບ​ບູຊາ
ແປ​ຕາມ​ໂຕ​ວ່າ “ບ່ອນ​ທີ່​ຖືກ​ປິດ​ໄວ້.” ເບິ່ງ​ຄື​ວ່າ​ໝາຍເຖິງ​ຫ້ອງ​ບໍລິສຸດ​ທີ່​ສຸດ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.
ໝາຍເຖິງ​ໂສ້​ຂອງ​ການ​ເປັນ​ຊະເລີຍ