ເອເຊກຽນ 8:1-18

  • ເອເຊກຽນ​ຖືກ​ພາ​ໄປ​ເມືອງ​ເຢຣູຊາເລັມ​ໃນ​ນິມິດ (1-​4)

  • ເຫັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຢູ່​ວິຫານ (5-​18)

    • ພວກ​ຜູ້​ຍິງ​ຮ້ອງໄຫ້​ໃຫ້​ພະ​ຕຳມຸດ (14)

    • ພວກ​ຜູ້​ຊາຍ​ກົ້ມ​ກາບ​ດວງ​ຕາເວັນ (16)

8  ໃນ​ວັນ​ທີ 5 ເດືອນ​ທີ 6 ຂອງ​ປີ​ທີ 6* ຕອນ​ທີ່​ຂ້ອຍ​ນັ່ງ​ຢູ່​ໃນ​ເຮືອນ​ແລະ​ພວກ​ຜູ້​ນຳ​ຂອງ​ຢູດາ​ນັ່ງ​ຢູ່​ຕໍ່​ໜ້າ​ຂ້ອຍ ພະລັງ*​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ກໍ​ມາ​ຢູ່​ນຳ​ຂ້ອຍ.  ຂ້ອຍ​ເຫັນ​ຜູ້​ໜຶ່ງ​ຄ້າຍຄື​ກັບ​ໄຟ. ຕັ້ງ​ແຕ່​ແອວ​ຂອງ​ເພິ່ນ​ຂຶ້ນ​ໄປ​ເຫຼື້ອມ​ຄື​ເງິນ​ປະສົມ​ກັບ​ຄຳ+ ແລະ​ຕັ້ງ​ແຕ່​ແອວ​ຂອງ​ເພິ່ນ​ລົງ​ມາ​ເປັນ​ຄື​ໄຟ.+  ເພິ່ນ​ເດ່​ສິ່ງ​ທີ່​ຄື​ກັບ​ມື​ອອກ​ມາ​ກຳ​ຜົມ​ຂ້ອຍ. ໃນ​ນິມິດ​ນັ້ນ ພະລັງ​ຂອງ​ພະເຈົ້າ*​ໄດ້​ພາ​ຂ້ອຍ​ຂຶ້ນ​ໄປ​ເທິງ​ຟ້າ* ແລະ​ໄປ​ລົງ​ຢູ່​ເມືອງ​ເຢຣູຊາເລັມ​ຢູ່​ປະຕູ​ຂອງ​ເດີ່ນ​ທາງ​ໃນ+​ທີ່​ຢູ່​ທາງ​ທິດເໜືອ. ຢູ່​ເດີ່ນ​ນັ້ນ ມີ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ເຮັດ​ໃຫ້​ພະເຈົ້າ​ໃຈຮ້າຍ​ຫຼາຍ.+  ຂ້ອຍ​ເຫັນ​ແສງ​ລັດສະໝີ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນ+​ຄື​ກັບ​ທີ່​ຂ້ອຍ​ເຄີຍ​ເຫັນ​ຢູ່​ທົ່ງພຽງ.+  ຈາກ​ນັ້ນ ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ໃຫ້​ເຈົ້າ​ແນມ​ໄປ​ທາງ​ທິດ​ເໜືອ.” ຂ້ອຍ​ຈຶ່ງ​ແນມ​ໄປ​ທາງ​ທິດ​ເໜືອ​ທີ່​ມີ​ປະຕູ​ເຂົ້າ​ໄປ​ຫາ​ແທ່ນ​ບູຊາ. ຢູ່​ຫັ້ນ ຂ້ອຍ​ເຫັນ​ຮູບ​ບູຊາ​ທີ່​ເຮັດ​ໃຫ້​ພະເຈົ້າ​ໃຈຮ້າຍ​ຫຼາຍ.  ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ເຈົ້າ​ເຫັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ຊາດ​ອິດສະຣາເອນ​ເຮັດ​ຢູ່​ນີ້​ບໍ?+ ຍ້ອນ​ແນວ​ນີ້​ແຫຼະ ເຮົາ​ຈຶ່ງ​ໜີ​ໄປ​ໄກ​ໆ​ຈາກ​ວິຫານ​ຂອງ​ເຮົາ.+ ແຕ່​ເຈົ້າ​ຈະ​ເຫັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ກວ່າ​ນີ້​ອີກ.”  ຕໍ່ມາ ເພິ່ນ​ກໍ​ພາ​ຂ້ອຍ​ໄປ​ທາງ​ເຂົ້າ​ເດີ່ນ​ທາງ​ໃນ​ຂອງ​ວິຫານ​ແລະ​ຂ້ອຍ​ເຫັນ​ປ່ອງ​ຢູ່​ກຳແພງ.  ເພິ່ນ​ບອກ​ຂ້ອຍ​ວ່າ: “ລູກ​ມະນຸດ ໃຫ້​ເຈົ້າ​ເຈາະ​ປ່ອງ​ຢູ່​ກຳແພງ​ໃຫ້​ໃຫຍ່​ຂຶ້ນ.” ຂ້ອຍ​ກໍ​ເຈາະ​ໃຫ້​ມັນ​ໃຫຍ່​ຂຶ້ນ ແລ້ວ​ກໍ​ເຫັນ​ທາງ​ເຂົ້າ.  ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ໃຫ້​ເຈົ້າ​ເຂົ້າ​ໄປ​ເບິ່ງ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ເຂົາເຈົ້າ​ກຳລັງ​ເຮັດ.” 10  ຂ້ອຍ​ກໍ​ເຂົ້າ​ໄປ​ແລະ​ເຫັນ​ຮູບ​ແກະ​ສະຫຼັກ​ສັດ​ເລືອຄານ ສັດ​ທີ່​ເປັນ​ຕາ​ຂີ້ດຽດ+ ແລະ​ຮູບ​ບູຊາ​ອື່ນ​ໆ​ທີ່​ເປັນ​ຕາ​ຂີ້ດຽດ*​ຂອງ​ຊາດ​ອິດສະຣາເອນ+​ຢູ່​ທຸກ​ໆ​ຝາ. 11  ພວກ​ຜູ້​ນຳ 70 ຄົນ​ຂອງ​ອິດສະຣາເອນ​ຢືນ​ຢູ່​ຕໍ່​ໜ້າ​ຮູບ​ເຫຼົ່າ​ນັ້ນ ແລະ​ຢາອາຊານີຢາ​ລູກ​ຊາຍ​ຂອງ​ຊາຟານ+​ກໍ​ຢູ່​ນຳ​ເຂົາເຈົ້າ. ແຕ່​ລະ​ຄົນ​ຖື​ແນວ​ເຜົາ​ເຄື່ອງ​ຫອມ​ແລະ​ມີ​ຄວັນ​ລອຍ​ຂຶ້ນ​ໄປ.+ 12  ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ເຈົ້າ​ເຫັນ​ບໍ​ວ່າ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ເຮັດ​ຫຍັງ​ຢູ່​ບ່ອນ​ມືດ​ໆ​ຢູ່​ຫ້ອງ​ທາງ​ໃນ​ທີ່​ເຂົາເຈົ້າ​ຕັ້ງ​ຮູບ​ບູຊາ​ໄວ້? ເຂົາເຈົ້າ​ເວົ້າ​ວ່າ ‘ພະ​ເຢໂຫວາ​ບໍ່​ເຫັນ​ພວກເຮົາ​ດອກ. ພະ​ເຢໂຫວາ​ປະຖິ້ມ​ແຜ່ນດິນ​ນີ້​ແລ້ວ.’”+ 13  ເພິ່ນ​ເວົ້າ​ກັບ​ຂ້ອຍ​ຕໍ່​ອີກ​ວ່າ: “ເຈົ້າ​ຈະ​ເຫັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ກວ່າ​ນີ້​ອີກ.” 14  ແລ້ວ​ເພິ່ນ​ກໍ​ພາ​ຂ້ອຍ​ໄປ​ປະຕູ​ທາງ​ເຂົ້າ​ທີ່​ຢູ່​ທາງ​ທິດເໜືອ​ຂອງ​ວິຫານ​ຂອງ​ພະ​ເຢໂຫວາ. ຢູ່​ຫັ້ນ ຂ້ອຍ​ເຫັນ​ພວກ​ຜູ້ຍິງ​ນັ່ງ​ຮ້ອງ​ໄຫ້​ໃຫ້​ພະ​ຕຳມຸດ. 15  ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ເຈົ້າ​ເຫັນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ແມ່ນ​ບໍ? ແຕ່​ເຈົ້າ​ຈະ​ເຫັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ກວ່າ​ນີ້​ອີກ.”+ 16  ແລ້ວ​ເພິ່ນ​ກໍ​ພາ​ຂ້ອຍ​ໄປ​ເດີ່ນ​ທາງ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+ ຢູ່​ທາງ​ເຂົ້າ​ວິຫານ​ຂອງ​ພະ​ເຢໂຫວາ​ລະຫວ່າງ​ຫ້ອງ​ທາງ​ເຂົ້າ​ກັບ​ແທ່ນ​ບູຊາ ມີ​ຜູ້​ຊາຍ 25 ຄົນ​ປິ່ນ​ຫຼັງ​ໃສ່​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ປິ່ນ​ໜ້າ​ໄປ​ທາງ​ທິດ​ຕາເວັນ​ອອກ. ເຂົາເຈົ້າ​ກົ້ມ​ກາບ​ດວງ​ຕາເວັນ​ຢູ່​ທາງ​ທິດ​ຕາເວັນ​ອອກ.+ 17  ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ເຈົ້າ​ເຫັນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ແມ່ນ​ບໍ? ພວກ​ຢູດາ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຢູ່​ນີ້​ຍັງ​ບໍ່​ພໍ​ບໍ? ເຂົາເຈົ້າ​ເຮັດ​ໃຫ້​ແຜ່ນ​ດິນ​ມີ​ແຕ່​ຄວາມ​ຮຸນແຮງ+​ແລະ​ເຮັດ​ໃຫ້​ເຮົາ​ໃຈຮ້າຍ​ຕະຫຼອດ. ຕອນ​ນີ້ ເຂົາເຈົ້າ​ຍັງ​ເອົາ​ກິ່ງ​ໄມ້*​ມາ​ແທງ​ດັງ​ເຮົາ​ນຳ​ອີກ. 18  ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ໃຈຮ້າຍ​ຫຼາຍ. ເຮົາ​ຈະ​ບໍ່​ອີ່ຕົນ​ແລະ​ບໍ່​ສົນໃຈ​ເຂົາເຈົ້າ.+ ເຖິງ​ວ່າ​ເຂົາເຈົ້າ​ຈະ​ຮ້ອງ​ຫາ​ເຮົາ​ດັງ​ໆ​ ແຕ່​ເຮົາ​ກໍ​ຈະ​ບໍ່​ຟັງ.”+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ປີ​ທີ 6 ທີ່​ກະສັດ​ເຢໂຮຢາກິນ ເອເຊກຽນ ແລະ​ຄົນ​ຢິວ​ຄົນ​ອື່ນ​ໆ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ເບິ່ງ ອຊກ 1:2.
ແປ​ຕາມ​ໂຕ​ວ່າ “ມື”
ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ອາດ​ໝາຍເຖິງ​ພະລັງ​ຂອງ​ພະເຈົ້າ​ຫຼື​ທູດສະຫວັນ
ແປ​ຕາມ​ໂຕ​ວ່າ “ລະຫວ່າງ​ແຜ່ນດິນ​ກັບ​ສະຫວັນ”
ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ
ເບິ່ງ​ຄື​ວ່າ​ເປັນ​ກິ່ງ​ໄມ້​ທີ່​ໃຊ້​ໃນ​ການ​ນະມັດສະການ​ຮູບ​ບູຊາ