ຈົດໝາຍເຖິງຄລິດສະຕຽນຄົນເຮັບເຣີ 9:1-28

  • ວຽກ​ຮັບໃຊ້​ທີ່​ສັກສິດ​ໃນ​ບ່ອນ​ບໍລິສຸດ​ໃນ​ໂລກ (1-10)

  • ພະຄລິດ​ເຂົ້າ​ໄປ​ໃນ​ສະຫວັນ​ພ້ອມ​ກັບ​ເລືອດ​ຂອງ​ເພິ່ນ (11-28)

    • ຄົນ​ກາງ​ຂອງ​ສັນຍາ​ໃໝ່ (15)

9  ໃນ​ສັນຍາ​ເກົ່າ​ນັ້ນ ມີ​ຂໍ້​ກຳນົດ​ທາງ​ກົດໝາຍ​ກ່ຽວກັບ​ວຽກ​ຮັບໃຊ້​ທີ່​ສັກສິດ​ແລະ​ບ່ອນ​ບໍລິສຸດ​ໃນ​ໂລກ.+  ບ່ອນ​ບໍລິສຸດ​ທີ່​ເປັນ​ເຕັ້ນ​ນັ້ນ​ຖືກ​ສ້າງ​ເປັນ 2 ຫ້ອງ. ຫ້ອງ​ທຳອິດ​ມີ​ຂາ​ຕະກຽງ+ ໂຕະ ແລະ​ເຂົ້າຈີ່​ທີ່​ຕັ້ງ​ໄວ້.*+ ຫ້ອງ​ນີ້​ເອີ້ນ​ວ່າ “ຫ້ອງ​ບໍລິສຸດ.”+  ແຕ່​ຫ້ອງ​ທີ່​ຢູ່​ທາງ​ຫຼັງ​ຜ້າກັ້ງ​ຊັ້ນ​ທີ 2+ ເອີ້ນ​ວ່າ “ຫ້ອງ​ບໍລິສຸດ​ທີ່​ສຸດ.”+  ໃນ​ຫ້ອງ​ນີ້​ມີ​ແນວ​ເຜົາ​ເຄື່ອງຫອມ​ທີ່​ເປັນ​ຄຳ+​ແລະ​ຫີບ​ສັນຍາ+​ທີ່​ໂອບ​ດ້ວຍ​ຄຳ.+ ໃນ​ຫີບ​ນັ້ນ​ມີ​ໂອ​ຄຳ​ທີ່​ໃສ່​ມານາ+ ມີ​ໄມ້​ຄ້ອນ​ເທົ້າຂອງ​ອາໂຣນ​ທີ່​ອອກ​ດອກ​ຈູມ+ ແລະ​ມີ​ແຜ່ນ​ຫີນ+​ທີ່​ຂຽນ​ຄຳ​ສັນຍາ​ໄວ້.  ເທິງ​ຫີບ​ນັ້ນ​ມີ​ເຄຣູບ​ຄຳ​ທີ່​ງາມ​ໆ​ຄູ່​ໜຶ່ງ​ເຊິ່ງ​ເງົາ​ຂອງ​ເຄຣູບ​ຄູ່​ນັ້ນ​ກໍ​ຢູ່​ເທິງ​ຝາ​ຫີບ.*+ ແຕ່​ຕອນນີ້​ບໍ່​ແມ່ນ​ເວລາ​ທີ່​ຈະ​ເວົ້າ​ເຖິງ​ສິ່ງ​ເຫຼົ່າ​ນີ້​ຢ່າງ​ລະອຽດ.  ຫຼັງ​ຈາກ​ສິ່ງ​ເຫຼົ່າ​ນີ້​ຖືກ​ສ້າງ​ແລ້ວ​ໆ​ ພວກ​ປະໂລຫິດ​ກໍ​ເຂົ້າ​ໄປ​ໃນ​ຫ້ອງ​ທຳອິດ​ເປັນ​ປະຈຳ​ເພື່ອ​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ.+  ສ່ວນ​ຫ້ອງ​ທີ 2 ນັ້ນ ມີ​ແຕ່​ປະໂລຫິດ​ໃຫຍ່​ທີ່​ຈະ​ເຂົ້າ​ໄປ​ປີ​ລະ​ເທື່ອ.+ ລາວ​ຈະ​ເອົາ​ເລືອດ+​ເຂົ້າ​ໄປ​ນຳ​ເພື່ອ​ມອບ​ໃຫ້​ພະເຈົ້າ​ສຳລັບ​ໂຕເອງ+​ແລະ​ສຳລັບ​ຄວາມ​ຜິດ​ທີ່​ປະຊາຊົນ+​ເຮັດ​ໂດຍ​ບໍ່​ຮູ້​ໂຕ.  ໂດຍ​ວິທີ​ນີ້ ພະລັງ​ບໍລິສຸດ​ເຮັດ​ໃຫ້​ເຫັນ​ວ່າ​ຕອນ​ທີ່​ຍັງ​ມີ​ເຕັ້ນ​ຫຼັງ​ທຳອິດ ບໍ່​ມີ​ຜູ້​ໃດ​ຮູ້​ທາງເຂົ້າ​ບ່ອນ​ບໍລິສຸດ.*+  ເຕັ້ນ​ນີ້​ເປັນ​ພາບ​ສະແດງ​ເຖິງ​ສິ່ງ​ທີ່​ເຮັດ​ຢູ່​ຕອນນີ້+​ເຊິ່ງ​ມີ​ການ​ເຜົາ​ເຄື່ອງ​ບູຊາ​ຕ່າງ​ໆ​ແລະ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະເຈົ້າ.+ ແຕ່​ສິ່ງ​ເຫຼົ່າ​ນີ້​ກໍ​ກຳຈັດ​ຄວາມ​ຮູ້ສຶກ​ຜິດ​ຂອງ​ຄົນ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້*​ໄດ້​ບໍ່​ໝົດ.+ 10  ສິ່ງ​ເຫຼົ່າ​ນີ້​ເປັນ​ພຽງ​ເລື່ອງ​ອາຫານ ເຄື່ອງ​ດື່ມ ແລະ​ການ​ເຮັດ​ໃຫ້​ໂຕເອງ​ສະອາດ​ຕາມພິທີກຳ​ແບບ​ຕ່າງ​ໆ​.+ ເປັນ​ຂໍ້​ກຳນົດ​ທາງ​ກົດໝາຍ​ທີ່​ກ່ຽວກັບ​ຮ່າງກາຍ+ ແລະ​ມີ​ຜົນ​ບັງຄັບ​ໃຊ້​ຈົນ​ກວ່າ​ຈະ​ຮອດ​ເວລາ​ທີ່​ຈະ​ແກ້ໄຂ​ເລື່ອງ​ຕ່າງ​ໆ​ໃຫ້​ຮຽບຮ້ອຍ. 11  ແຕ່​ເມື່ອ​ພະຄລິດ​ມາ​ໃນ​ຖານະ​ປະໂລຫິດ​ໃຫຍ່​ທີ່​ເຮັດ​ໃຫ້​ສິ່ງ​ດີ​ຕ່າງ​ໆ​ເກີດຂຶ້ນ ເພິ່ນ​ເຂົ້າ​ໄປ​ໃນ​ເຕັ້ນ​ທີ່​ຍິ່ງໃຫຍ່​ກວ່າ​ແລະ​ສົມບູນ​ກວ່າ. ເປັນ​ເຕັ້ນ​ທີ່​ມະນຸດ​ບໍ່​ໄດ້​ສ້າງ​ແລະ​ບໍ່​ແມ່ນ​ສິ່ງ​ທີ່​ພະເຈົ້າ​ສ້າງ​ໄວ້​ໃນ​ໂລກ. 12  ເພິ່ນເຂົ້າ​ໄປໃນ​ບ່ອນ​ບໍລິສຸດ​ໂດຍ​ເອົາ​ເລືອດ​ຂອງ​ເພິ່ນ​ເອງ​ເຂົ້າ​ໄປ​ນຳ+ ບໍ່​ແມ່ນ​ເລືອດ​ແບ້​ແລະ​ເລືອດ​ງົວ​ໂຕ​ຜູ້. ເພິ່ນ​ເຂົ້າ​ໄປ​ແຕ່​ເທື່ອ​ດຽວ​ແລະ​ຮັບ​ເອົາ​ຄວາມ​ລອດ*​ຕະຫຼອດ​ໄປ​ມາ​ໃຫ້​ພວກ​ເຮົາ.+ 13  ຖ້າ​ເລືອດ​ແບ້​ກັບ​ເລືອດ​ງົວ​ໂຕ​ຜູ້+ ແລະ​ຂີ້ເທົ່າ​ຂອງ​ງົວ​ໂຕ​ແມ່​ທີ່​ຊິດ​ໃສ່​ຄົນ​ທີ່​ບໍ່​ສະອາດ​ຕາມ​ພິທີກຳ​ນັ້ນ​ເຮັດ​ໃຫ້​ລາວ​ບໍລິສຸດ​ໃນ​ສາຍ​ຕາ​ພະເຈົ້າ​ໄດ້+ 14  ເລືອດ​ຂອງ​ພະຄລິດ+​ກໍ​ຕ້ອງ​ເຮັດ​ໄດ້​ຫຼາຍ​ກວ່າ​ນັ້ນ​ອີກ. ເພິ່ນ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະລັງ​ບໍລິສຸດ​ທີ່​ຢູ່​ຕະຫຼອດ​ໄປ​ແລະ​ມອບ​ໂຕເອງ​ໃຫ້​ພະເຈົ້າ​ເປັນ​ເຄື່ອງ​ບູຊາ​ທີ່​ບໍ່​ມີ​ຕຳໜິ. ເລືອດ​ຂອງ​ເພິ່ນ​ຈຶ່ງ​ລົບ​ລ້າງ​ຄວາມ​ຮູ້ສຶກ​ຜິດ​ຂອງ​ພວກ​ເຮົາ​ທີ່​ເກີດ​ຈາກ​ການ​ກະທຳ​ທີ່​ບໍ່​ມີ​ປະໂຫຍດ+ ເພື່ອ​ພວກ​ເຮົາ​ຈະ​ໄດ້​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃຫ້​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່.+ 15  ນີ້​ເປັນ​ເຫດຜົນ​ທີ່​ເພິ່ນ​ເປັນ​ຄົນ​ກາງ​ຂອງ​ສັນຍາ​ໃໝ່+ ເພື່ອ​ຄົນ​ທີ່​ພະເຈົ້າ​ເລືອກ​ຈະ​ໄດ້​ຮັບ​ຄຳ​ສັນຍາ​ເລື່ອງ​ມໍລະດົກ​ຕະຫຼອດ​ໄປ.+ ເລື່ອງ​ນີ້​ເປັນ​ໄປ​ໄດ້​ຍ້ອນ​ເພິ່ນ​ຍອມ​ຕາຍ​ເພື່ອ​ໄຖ່+​ເຂົາເຈົ້າ​ໃຫ້​ພົ້ນ​ໂທດ​ຈາກ​ການ​ເຮັດ​ຜິດ​ພາຍ​ໃຕ້​ສັນຍາ​ເກົ່າ. 16  ເມື່ອ​ເຮັດ​ສັນຍາ​ກັບ​ພະເຈົ້າ ກໍ​ຕ້ອງ​ມີ​ການ​ຕາຍ​ຂອງ​ຄົນ​ທີ່​ເຮັດ​ສັນຍາ*​ເຊິ່ງ​ເປັນ​ມະນຸດ. 17  ຈະ​ຕ້ອງ​ມີ​ການ​ຕາຍ​ກ່ອນ ສັນຍາ​ຈຶ່ງ​ຈະ​ມີ​ຜົນ​ບັງຄັບ​ໃຊ້. ຖ້າ​ຄົນ​ເຮັດ​ສັນຍາ​ທີ່​ເປັນ​ມະນຸດ​ຍັງ​ມີ​ຊີວິດ​ຢູ່ ສັນຍາ​ນັ້ນ​ກໍ​ບໍ່​ມີ​ຜົນ​ບັງຄັບ​ໃຊ້. 18  ດັ່ງນັ້ນ ສັນຍາ​ເກົ່າ​ຈະ​ບໍ່​ມີ​ຜົນ​ບັງຄັບ​ໃຊ້​ຖ້າ​ເລືອດບໍ່​ໄດ້​ໄຫຼ​ອອກ. 19  ເມື່ອ​ໂມເຊ​ບອກ​ກົດໝາຍ​ທຸກ​ຂໍ້​ໃຫ້​ປະຊາຊົນ​ທຸກ​ຄົນ​ຟັງ​ແລ້ວ ລາວ​ກໍ​ເອົາ​ເລືອດ​ງົວ​ໂຕ​ຜູ້ ເລືອດ​ແບ້ ກັບ​ນ້ຳ ແລະ​ໃຊ້​ຂົນ​ແກະ​ທີ່​ຍ້ອມ​ສີ​ແດງ​ສົດ​ກັບ​ຕົ້ນ​ຫູ​ສົບ​ຈຸ່ມ​ລົງ ແລ້ວ​ຊິດ​ໃສ່ມ້ວນ​ໜັງສື​ສັນຍາ​ນັ້ນ​ແລະ​ຊິດ​ໃສ່​ປະຊາຊົນ​ທຸກ​ຄົນ. 20  ຈາກນັ້ນ ໂມເຊ​ກໍ​ເວົ້າ​ວ່າ: “ການ​ຊິດ​ເລືອດ​ແບບ​ນີ້​ໝາຍ​ຄວາມ​ວ່າ​ສັນຍາ​ມີ​ຜົນ​ບັງຄັບ​ໃຊ້. ພະເຈົ້າ​ສັ່ງ​ໃຫ້​ພວກ​ເຈົ້າ​ເຮັດ​ຕາມ​ສັນຍາ​ນີ້.”+ 21  ແລ້ວ​ໂມເຊ​ກໍ​ເອົາ​ເລືອດ​ໄປ​ຊິດ​ໃສ່​ເຕັ້ນ​ແລະ​ເຄື່ອງ​ໃຊ້​ທັງໝົດ​ສຳລັບ​ວຽກ​ຮັບໃຊ້​ທີ່​ບໍລິສຸດ.+ 22  ທີ່ຈິງ ຕາມ​ກົດໝາຍ​ຂອງ​ໂມເຊ ເກືອບ​ທຸກ​ສິ່ງ​ຖືກ​ເຮັດ​ໃຫ້​ສະອາດ​ດ້ວຍ​ເລືອ​ດ.+ ຖ້າ​ເລືອດບໍ່​ໄດ້​ໄຫຼ​ອອກ​ກໍ​ບໍ່​ມີ​ການ​ຍົກໂທດ.+ 23  ແບບ​ຈຳລອງ+​ຂອງ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ​ຕ້ອງ​ເຮັດ​ໃຫ້​ສະອາດ​ດ້ວຍ​ວິທີ​ນີ້+ ແຕ່​ຂອງ​ແທ້​ໃນ​ສະຫວັນ​ຕ້ອງ​ເຮັດ​ໃຫ້​ສະອາດ​ດ້ວຍ​ເຄື່ອງ​ບູຊາ​ທີ່​ດີ​ກວ່າ​ນັ້ນ​ຫຼາຍ. 24  ພະຄລິດ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ບໍລິສຸດ​ທີ່​ມະນຸດ​ສ້າງ+​ທີ່​ເປັນ​ແຕ່​ແບບ​ຈຳລອງ​ຈາກ​ຂອງ​ແທ້+ ແຕ່​ເພິ່ນ​ເຂົ້າ​ໄປ​ໃນ​ສະຫວັນ+​ເພື່ອ​ໄປ​ຢູ່​ຕໍ່​ໜ້າ​ພະເຈົ້າ​ສຳລັບ​ພວກ​ເຮົາ.+ 25  ເພິ່ນ​ບໍ່​ໄດ້​ເຂົ້າ​ໄປ​ເພື່ອ​ມອບ​ໂຕເອງ​ເປັນ​ເຄື່ອງ​ບູຊາ​ເລື້ອຍ​ໆ​ຄື​ກັບ​ທີ່​ປະໂລຫິດ​ໃຫຍ່​ເຂົ້າ​ໄປ​ໃນ​ບ່ອນ​ບໍລິສຸດ​ທຸກ​ປີ+​ພ້ອມ​ກັບ​ເລືອດ​ສັດ ແຕ່​ບໍ່​ແມ່ນ​ເລືອດ​ຂອງ​ໂຕເອງ. 26  ຖ້າ​ຕ້ອງ​ເຮັດ​ແນວ​ນັ້ນ ເພິ່ນ​ກະ​ຄື​ຊິ​ຕ້ອງ​ທຸກ​ທໍລະມານ​ເລື້ອຍ​ໆ​ຕັ້ງແຕ່​ເລີ່ມ​ມີ​ໂລກ​ນີ້.* ແຕ່​ຕອນນີ້​ທີ່​ເປັນ​ໄລຍະ​ສຸດທ້າຍ​ຂອງ​ຍຸກ* ເພິ່ນ​ມາ​ແຕ່​ເທື່ອ​ດຽວ​ເພື່ອ​ກຳຈັດ​ບາບ​ຕະຫຼອດ​ໄປ​ໂດຍ​ມອບ​ໂຕ​ເພິ່ນ​ເອງ​ເປັນ​ເຄື່ອງ​ບູຊາ.+ 27  ມະນຸດ​ທຸກ​ຄົນ​ຕ້ອງ​ຕາຍ​ແຕ່​ເທື່ອ​ດຽວ ແລະ​ຫຼັງ​ຈາກນັ້ນ​ຈຶ່ງ​ຈະ​ຖືກ​ຕັດສິນ. 28  ພະຄລິດ​ກໍ​ຄື​ກັນ ເພິ່ນ​ມອບ​ໂຕເອງ​ເປັນ​ເຄື່ອງ​ບູຊາ​ແຕ່​ເທື່ອ​ດຽວ​ເພື່ອ​ຮັບ​ເອົາ​ບາບ​ຂອງ​ຄົນ​ຈຳນວນ​ຫຼາຍ​ໄປ.+ ເມື່ອ​ເພິ່ນ​ມາ​ເປັນ​ເທື່ອ​ທີ 2 ກໍ​ບໍ່​ແມ່ນ​ເພື່ອ​ກຳຈັດ​ບາບ ແຕ່​ເພື່ອ​ຊ່ວຍ​ຄົນ​ທີ່​ຕັ້ງໃຈ​ລໍ​ຖ້າ​ຄວາມ​ລອດ​ຈາກ​ເພິ່ນ.+

ຂໍຄວາມໄຂເງື່ອນ

ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ຝາ” ໃນ​ນີ້​ຍັງ​ໝາຍເຖິງ​ເຄື່ອງ​ບູຊາ​ໄຖ່​ບາບ​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ
ໝາຍເຖິງ​ຫ້ອງ​ບໍລິສຸດ​ທີ່​ສຸດ
ຫຼື “ຄົນ​ທີ່​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ”
ແປ​ຕາມ​ໂຕ​ວ່າ “ການ​ໄຖ່”
ຫຼື “ຄົນ​ກາງ​ໃນ​ການ​ເຮັດ​ສັນຍາ”
ໝາຍເຖິງ​ຕັ້ງແຕ່​ກ່ອນ​ອາດາມ​ກັບ​ເອວາ​ມີ​ລູກ