ໂຢຊວຍ 1:1-18

  • ພະ​ເຢໂຫວາ​ໃຫ້​ກຳລັງໃຈ​ໂຢຊວຍ (1-9)

    • ອ່ານ​ກົດ​ໝາຍ​ແລະ​ຄິດຕຶກຕອງ (8)

  • ກຽມ​ໂຕ​ຂ້າມ​ແມ່​ນ້ຳ​ຈໍແດນ (10-18)

1  ຫຼັງ​ຈາກ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາຕາຍ​ແລ້ວ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ໂຢຊວຍ*+ທີ່​ເປັນ​ລູກ​ຊາຍ​ຂອງ​ນູນ ແລະ​ເປັນ​ຜູ້​ຮັບ​ໃຊ້​+ຂອງ​ໂມເຊ​ວ່າ:  “ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຕາຍ​ແລ້ວ.+ ຕອນ​ນີ້ ໃຫ້​ເຈົ້າ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ກັບ​ພວກ​ອິດສະຣາເອນ ໄປ​ແຜ່ນດິນ​ທີ່​ເຮົາ​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ເຂົາ​ເຈົ້າ.+  ຄື​ກັບ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ໂມເຊ ເມື່ອ​ພວກ​ເຈົ້າ​ຢຽບ​ດິນ​ຢູ່​ບ່ອນ​ໃດ ບ່ອນ​ນັ້ນ​ກໍ​ຈະ​ເປັນ​ຂອງ​ພວກ​ເຈົ້າ.+  ເຂດ​ຂອງ​ພວກ​ເຈົ້າ​ຈະ​ນັບ​ຕັ້ງ​ແຕ່​ບ່ອນ​ກັນດານ​ໄປ​ຈົນ​ຮອດ​ເຂດ​ພູ​ເລບານອນ ໄປ​ຈົນ​ຮອດ​ແມ່​ນ້ຳ​ໃຫຍ່​ເອິຟາຣາດ ເຊິ່ງ​ເປັນ​ແຜ່ນດິນ​ຂອງ​ພວກ​ເຮດ+ ແລະ​ໄປ​ຈົນ​ຮອດ​ທະເລ​ທາງ​ທິດຕາເວັນຕົກ.*+  ຕະຫຼອດ​ຊີວິດ​ຂອງ​ເຈົ້າ ຈະ​ບໍ່​ມີ​ໃຜ​ຕໍ່ສູ້​ເຈົ້າ​ໄດ້.+ ເຮົາ​ຈະ​ຢູ່​ກັບ​ເຈົ້າ​ຄື​ກັບ​ທີ່​ເຮົາ​ເຄີຍ​ຢູ່​ກັບ​ໂມເຊ.+ ເຮົາ​ຈະ​ບໍ່​ປະ​ບໍ່​ຖິ້ມ​ເຈົ້າ.+  ໃຫ້​ກ້າຫານ​ແລະ​ເຂັ້ມແຂງ+ ເພາະ​ເຈົ້າ​ຈະ​ເປັນ​ຜູ້​ພາ​ຄົນ​ພວກ​ນີ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ສັນຍາ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ວ່າ​ຈະ​ເອົາ​ໃຫ້​ເຂົາ​ເຈົ້າ.+  ໃຫ້​ເຈົ້າ​ກ້າຫານ​ແລະ​ເຂັ້ມແຂງ ແລະ​ເຮັດ​ຕາມ​ກົດ​ໝາຍ​ທີ່​ເຮົາ​ໃຫ້​ໄວ້​ກັບ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຢ່າງເຄັ່ງ​ຄັດ. ຫ້າມ​ເຈີດ​ຊ້າຍ​ເຈີດ​ຂວາ​ຈາກ​ກົດ​ໝາຍ​ເຫຼົ່ານີ້.+ ແລ້ວ​ເຈົ້າ​ກໍ​ຈະຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ກໍ​ຕາມ.+  ເຈົ້າ​ຕ້ອງ​ເວົ້າ​ເຖິງ​ກົດ​ໝາຍ​ນີ້​ຕະຫຼອດ+ ແລະ​ເຈົ້າ​ຕ້ອງ​ອ່ານ​ກົດ​ໝາຍ​ນີ້​ແລະ​ຄິດຕຶກຕອງ*ທັງ​ກາງເວັນ​ແລະ​ກາງຄືນ​ເພື່ອ​ຈະ​ໄດ້​ເຮັດ​ຕາມ​ກົດ​ໝາຍ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້​ຢ່າງເຄັ່ງ​ຄັດ.+ ເມື່ອ​ເຈົ້າ​ເຮັດ​ແນວ​ນີ້ ເຈົ້າ​ກໍ​ຈະ​ປະ​ສົບ​ຜົນ​ສຳເລັດ​ແລະ​ເຮັດ​ທຸກ​ສິ່ງ​ໄດ້​ຢ່າງ​ສະຫຼາດ.+  ເຮົາ​ສັ່ງ​ເຈົ້າ​ແລ້ວ​ແມ່ນ​ບໍ​ວ່າ ເຈົ້າ​ຕ້ອງ​ກ້າຫານ​ແລະ​ເຂັ້ມແຂງ. ຢ່າຊູ່​ຢ້ານ ບໍ່​ວ່າ​ເຈົ້າ​ຈະ​ໄປ​ໃສ. ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ຢູ່​ກັບ​ເຈົ້າ.”+ 10  ແລ້ວ​ໂຢຊວຍ​ກໍ​ສັ່ງພວກ​ຫົວ​ໜ້າຂອງ​ອິດສະຣາເອນ​ວ່າ: 11  “ໄປ​ບອກ​ປະຊາຊົນ​ຢູ່​ທົ່ວ​ຄ້າຍ​ພັກ​ວ່າ​ໃຫ້​ກຽມ​ໂຕ​ໃຫ້​ພ້ອມ ເພາະ​ອີກ 3 ມື້​ພວກ​ເຮົາ​ຈະ​ຂ້າມ​ແມ່​ນ້ຳ​ຈໍແດນ ແລະ​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນ​ທີ່​ພະ​ເຢໂຫວາພະເຈົ້າ​ຂອງ​ພວກ​ເຮົາຈະ​ເອົາ​ໃຫ້​ພວກ​ເຮົາ.”+ 12  ໂຢຊວຍ​ເວົ້າ​ກັບ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ວ່າ: 13  “ຢ່າ​ລືມ​ສິ່ງ​ທີ່​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ສັ່ງ​ພວກ​ເຈົ້າ​ໄວ້.+ ລາວ​ສັ່ງ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເອົາ​ແຜ່ນດິນ​ນີ້​ໃຫ້​ພວກ​ເຈົ້າ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຢູ່​ຢ່າງ​ສະຫງົບ. 14  ລູກ​ກັບ​ເມຍ​ແລະ​ຝູງ​ສັດ​ຂອງ​ພວກ​ເຈົ້າ​ຕ້ອງ​ຖ້າ​ຢູ່​ແຜ່ນດິນ​ຟາກ​ນີ້​ຂອງ​ແມ່​ນ້ຳ​ຈໍແດນ​ທີ່​ໂມເຊ​ໄດ້​ເອົາ​ໃຫ້​ພວກ​ເຈົ້າ.+ ສ່ວນ​ພວກ​ເຈົ້າ​ທີ່ເປັນ​ທະຫານ​+ຕ້ອງ​ນຳ​ໜ້າ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ແລະ​ຂ້າມ​ແມ່​ນ້ຳ​ໄປ.+ ພວກ​ເຈົ້າ​ຕ້ອງ​ຊ່ວຍ​ເຂົາ​ເຈົ້າ​ຕໍ່ສູ້​ກັບ​ພວກ​ສັດຕູ 15  ຈົນ​ກວ່າ​ເຂົາ​ເຈົ້າ​ຈະ​ຍຶດ​ເອົາ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະ​ເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເອົາ​ໃຫ້​ເຂົາ​ເຈົ້າ ແລະ​ຈົນ​ກວ່າ​ພະ​ເຢໂຫວາ​ຈະ​ໃຫ້​ເຂົາ​ເຈົ້າ​ຢູ່​ຢ່າງ​ສະຫງົບ​ຄື​ກັບ​ທີ່​ເພິ່ນ​ໄດ້​ໃຫ້​ພວກ​ເຈົ້າ​ແລ້ວ. ຈາກ​ນັ້ນ ພວກ​ເຈົ້າ​ຈຶ່ງ​ຈະ​ກັບ​ມາ​ຢູ່​ແຜ່ນດິນ​ຟາກ​ນີ້​ຂອງ​ແມ່​ນ້ຳ​ຈໍແດນ​ໄດ້ ເຊິ່ງ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ເອົາ​ໃຫ້​ພວກ​ເຈົ້າ.’”+ 16  ເຂົາ​ເຈົ້າ​ຕອບ​ໂຢຊວຍ​ວ່າ: “ພວກ​ເຮົາ​ຈະ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ເຈົ້າ​ສັ່ງ. ເຈົ້າ​ຈະ​ໃຫ້​ພວກ​ເຮົາ​ໄປ​ໃສ ພວກ​ເຮົາ​ກໍ​ຈະ​ໄປ.+ 17  ພວກ​ເຮົາ​ຈະ​ເຊື່ອ​ຟັງ​ເຈົ້າ​ທຸກ​ຢ່າງ​ຄື​ກັບ​ທີ່​ເຄີຍ​ເຊື່ອ​ຟັງ​ໂມເຊ. ຂໍ​ພຽງ​ແຕ່​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຢູ່​ນຳ​ເຈົ້າ​ຄື​ກັບ​ທີ່​ເພິ່ນ​ເຄີຍ​ຢູ່​ກັບ​ໂມເຊ.+ 18  ຖ້າ​ຜູ້​ໃດ​ຂັດ​ຄຳ​ສັ່ງ​ຂອງ​ເຈົ້າ ຜູ້​ນັ້ນ​ຈະ​ມີ​ໂທດ​ເຖິງ​ຕາຍ.+ ຂໍ​ໃຫ້​ເຈົ້າ​ກ້າຫານ​ແລະ​ເຂັ້ມແຂງ.”+

ຂໍຄວາມໄຂເງື່ອນ

ຫຼື “ເຢໂຮຊູອາ.” ແປ​ວ່າ “ພະ​ເຢໂຫວາ​ເປັນ​ຄວາມ​ລອດ.”
ໝາຍເຖິງ​ທະເລ​ໃຫຍ່ ຫຼື​ທະເລ​ເມດີແຕຣາເນ
ແປ​ຕາມ​ໂຕ​ວ່າ “ອ່ານ​ອອກ​ສຽງ​ຄ່ອຍ​ໆ​”