ໂຢຊວຍ 10:1-43

  • ພວກ​ອິດສະຣາເອນ​ໄປ​ຊ່ວຍ​ພວກ​ກິເບໂອນ​ສູ້ຮົບ (1-7)

  • ພະ​ເຢໂຫວາ​ສູ້ຮົບ​ເພື່ອ​ພວກ​ອິດສະຣາເອນ (8-15)

    • ໝາກ​ເຫັບ​ໃຫຍ່​ຕົກ​ໃສ່​ພວກ​ສັດຕູ​ທີ່​ປົບ​ໜີ (11)

    • ຕາເວັນ​ຢຸດ​ຢູ່​ບ່ອນ​ເກົ່າ (12-14)

  • ກະສັດ 5 ອົງ​ຖືກ​ຂ້າ (16-28)

  • ຍຶດ​ເມືອງ​ຕ່າງ​ໆ​ທີ່​ຢູ່​ທາງ​ທິດ​ໃຕ້​ໄດ້ (29-43)

10  ກະສັດ​ອາໂດນີເຊເດັກ​ຂອງ​ເມືອງ​ເຢຣູຊາເລັມ​ໄດ້​ຍິນ​ວ່າ​ໂຢຊວຍ​ໄດ້​ຍຶດ​ແລະ​ທຳລາຍ​ເມືອງ​ອາອີ​ແລ້ວ ແລະ​ໂຢຊວຍ​ໄດ້​ເຮັດ​ກັບ​ກະສັດ​ແລະ​ເມືອງ​ອາອີ+​ຄື​ກັບ​ທີ່​ໄດ້​ເຮັດ​ກັບ​ກະສັດ​ແລະ​ເມືອງ​ເຢຣິໂກ.+ ລາວ​ຍັງ​ໄດ້​ຍິນ​ວ່າ​ຄົນ​ໃນ​ເມືອງ​ກິເບໂອນ​ໄດ້​ຂໍ​ເຮັດ​ສັນຍາ​ສະຫງົບ​ເສິກ​ກັບ​ພວກ​ອິດສະຣາເອນ+​ແລະ​ຢູ່​ຝ່າຍ​ເຂົາ​ເຈົ້າ.  ລາວ​ຮູ້ສຶກ​ຢ້ານ​ຫຼາຍ+​ຍ້ອນ​ເມືອງ​ກິເບໂອນ​ເປັນ​ເມືອງ​ທີ່​ໃຫຍ່​ແລະ​ມີ​ກະສັດ​ປົກຄອງ. ເມືອງ​ນັ້ນ​ໃຫຍ່​ກວ່າ​ເມືອງ​ອາອີ​ຫຼາຍ+ ແລະ​ຜູ້​ຊາຍ​ທຸກ​ຄົນ​ໃນ​ເມືອງ​ກໍ​ເປັນ​ທະຫານ​ທີ່​ເກັ່ງ​ຫຼາຍ.  ອາໂດນີເຊເດັກ​ກະສັດ​ຂອງ​ເມືອງ​ເຢຣູຊາເລັມ​ຈຶ່ງ​ຟ້າວ​ສົ່ງ​ຂ່າວ​ໄປ​ໃຫ້​ໂຮຮາມ​ກະສັດ​ຂອງ​ເມືອງ​ເຮັບໂຣນ+ ປີຣາມ​ກະສັດ​ຂອງ​ເມືອງ​ຢາຣະມຸດ ຢາເຟຍ​ກະສັດ​ຂອງ​ເມືອງ​ລາກິດ ແລະ​ເດບີ​ກະສັດ​ຂອງ​ເມືອງ​ເອັກໂລນ.+  ລາວ​ບອກ​ວ່າ: “ໃຫ້​ມາ​ຊ່ວຍ​ຂ້ອຍ​ຕໍ່ສູ້​ກັບ​ພວກ​ກິເບໂອນ​ແດ່ ເພາະ​ວ່າ​ພວກ​ນີ້​ໄດ້​ເຮັດ​ສັນຍາ​ສະຫງົບ​ເສິກ​ກັບ​ໂຢຊວຍ​ແລະ​ພວກ​ອິດສະຣາເອນ​ແລ້ວ.”+  ກະສັດ​ຂອງ​ເມືອງ​ເຢຣູຊາເລັມ ກະສັດ​ຂອງ​ເມືອງ​ເຮັບໂຣນ ກະສັດ​ຂອງ​ເມືອງ​ຢາຣະມຸດ ກະສັດ​ຂອງ​ເມືອງ​ລາກິດ ແລະ​ກະສັດ​ຂອງ​ເມືອງ​ເອັກໂລນ​ຈຶ່ງ​ພາ​ທະຫານ​ຂອງ​ພວກ​ເຂົາ​ມາ​ລວມ​ກັນ. ກະສັດ​ຂອງ​ຄົນ​ອາໂມ​+ທັງ​ຫ້າ​ອົງ​ນີ້​ໄດ້​ເຄື່ອນ​ທັບ​ໄປ​ຕັ້ງ​ຄ້າຍ​ຢູ່​ຕໍ່​ໜ້າ​ເມືອງ​ກິເບໂອນ​ເພື່ອ​ຈະ​ສູ້ຮົບ​ກັບ​ຄົນ​ໃນ​ເມືອງ​ນັ້ນ.  ແລ້ວ​ພວກ​ກິເບໂອນ​ກໍ​ສົ່ງ​ຂ່າວ​ໄປ​ຫາ​ໂຢຊວຍ​ຢູ່​ຄ້າຍ​ພັກ​ທີ່​ຢູ່​ກິນການ+​ວ່າ: “ຂໍ​ຢ່າ​ປະ​ຢ່າ​ຖິ້ມ​ພວກ​ເຮົາ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ.+ ຂໍ​ໃຫ້​ຟ້າວ​ມາ​ຊ່ວຍ​ພວກ​ເຮົາ​ແດ່! ກະສັດ​ທຸກ​ອົງ​ຂອງ​ຄົນ​ອາໂມ​ຈາກ​ເຂດ​ພູ​ໄດ້​ລວມ​ໂຕ​ກັນ​ມາ​ຕໍ່ສູ້​ພວກ​ເຮົາ​ແລ້ວ.”  ໂຢຊວຍ​ກໍ​ເອົາ​ທະຫານ​ທຸກ​ຄົນ​ຂອງ​ລາວ​ທີ່​ເກັ່ງ​ໆ​ອອກ​ຈາກ​ກິນການ​ເພື່ອ​ໄປ​ຊ່ວຍ​ເຂົາ​ເຈົ້າ.+  ແລ້ວ​ພະ​ເຢໂຫວາ​ກໍ​ບອກ​ໂຢຊວຍ​ວ່າ: “ຢ່າ​ຊູ່​ຢ້ານ​ພວກ​ເຂົາ.+ ເຮົາ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຊະນະ​ພວກ​ເຂົາ+ ແລະ​ບໍ່​ມີ​ຈັກ​ຄົນ​ທີ່​ຈະ​ສູ້​ພວກ​ເຈົ້າ​ໄດ້.”+  ໂຢຊວຍ​ໄດ້​ອອກ​ຈາກ​ກິນການ​ແລະ​ເດີນ​ທາງ​ໝົດ​ຄືນ. ພວກ​ທະຫານ​ອິດສະຣາເອນ​ໄດ້​ໂຈມຕີ​ພວກ​ສັດຕູ​ໂດຍ​ທີ່​ພວກ​ເຂົາ​ບໍ່​ທັນ​ຕັ້ງ​ໂຕ. 10  ພະ​ເຢໂຫວາ​ເຮັດ​ໃຫ້​ສັດຕູ​ຂອງ​ພວກ​ອິດສະຣາເອນ​ສັບ​ສົນ.+ ພວກ​ອິດສະຣາເອນ​ຂ້າ​ພວກ​ເຂົາ​ຫຼາຍ​ຄົນ​ຢູ່​ກິເບໂອນ ແລະ​ໄລ່​ຂ້າ​ພວກ​ເຂົາ​ຂຶ້ນ​ໄປ​ເຖິງ​ເບັດໂຮໂຣນ ຈົນ​ຮອດ​ອາເຊກາ​ກັບ​ມັກເກດາ. 11  ຕອນ​ທີ່​ພວກ​ສັດຕູ​ກຳລັງ​ປົບ​ໜີ​ພວກ​ອິດສະຣາເອນ​ຕັ້ງ​ແຕ່​ເບັດໂຮໂຣນ​ລົງ​ໄປ​ທາງ​ອາເຊກາ ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ໝາກ​ເຫັບ​ໃຫຍ່​ຕົກ​ໃສ່​ພວກ​ເຂົາ. ຄົນ​ທີ່​ຕາຍ​ຍ້ອນ​ໝາກ​ເຫັບ​ຕົກ​ໃສ່​ກໍ​ມີ​ຫຼາຍ​ກວ່າ​ຄົນ​ທີ່​ຖືກ​ພວກ​ອິດສະຣາເອນ​ຂ້າ. 12  ໃນ​ມື້​ທີ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ຊະນະ​ພວກ​ອາໂມ ໂຢຊວຍ​ໄດ້​ເວົ້າ​ກັບ​ພະ​ເຢໂຫວາ​ຕໍ່​ໜ້າ​ພວກ​ອິດສະຣາເອນ​ວ່າ: “ຂໍ​ໃຫ້​ຕາເວັນ​ຢຸດ+​ຢູ່​ເທິງ​ກິເບໂອນ+ແລະ​ຂໍ​ໃຫ້​ເດືອນ​ຢຸດ​ຢູ່​ເທິງ​ຮ່ອມພູ​ອາຢາໂລນ!” 13  ຕາເວັນ​ກັບ​ເດືອນ​ຈຶ່ງ​ຢຸດ​ຢູ່​ບ່ອນ​ເກົ່າ​ຈົນ​ພວກ​ອິດສະຣາເອນ​ເອົາ​ຊະນະ​ພວກ​ສັດຕູ​ໄດ້. ເລື່ອງ​ທັງ​ໝົດ​ນີ້​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ຢາຊາ.+ ຕາເວັນ​ໄດ້​ຢຸດ​ຢູ່​ກາງ​ທ້ອງຟ້າແລະ​ບໍ່​ຍອມ​ຕົກ​ດິນ​ໜຶ່ງ​ມື້​ເຕັມ​ໆ​. 14  ກ່ອນ​ໜ້າ​ນີ້​ບໍ່​ເຄີຍ​ມີ​ມື້​ທີ່​ຕາເວັນ​ບໍ່​ຕົກ​ດິນ ແລະ​ຫຼັງ​ຈາກ​ນີ້​ກໍ​ບໍ່​ມີ​ອີກ​ເລີຍ. ມີ​ແຕ່​ເທື່ອ​ດຽວ​ເທົ່າ​ນັ້ນ​ທີ່​ພະ​ເຢໂຫວາ​ຟັງ​ຄຳ​ຂໍ​ແບບ​ນີ້​ຈາກ​ຄົນ​ຜູ້​ໜຶ່ງ+ ຍ້ອນ​ພະ​ເຢໂຫວາ​ກຳລັງ​ຕໍ່ສູ້​ເພື່ອ​ພວກ​ອິດສະຣາເອນ.+ 15  ຫຼັງ​ຈາກ​ນັ້ນ ໂຢຊວຍ​ກັບ​ພວກ​ທະຫານ​ອິດສະຣາເອນ​ກໍ​ກັບ​ຄືນ​ໄປ​ຄ້າຍ​ພັກ​ຢູ່​ກິນການ.+ 16  ໃນ​ຕອນ​ນັ້ນ ກະສັດ​ທັງ​ຫ້າ​ອົງ​ໄດ້​ປົບ​ໜີ​ໄປ​ລີ້​ຢູ່​ຖ້ຳ​ທີ່​ຢູ່​ມັກເກດາ.+ 17  ມີ​ຄົນ​ມາ​ບອກ​ໂຢຊວຍ​ວ່າ: “ກະສັດ​ທັງ​ຫ້າ​ອົງ​ໄດ້​ໄປ​ລີ້​ຢູ່​ຖ້ຳ​ທີ່​ຢູ່​ມັກເກດາ.”+ 18  ໂຢຊວຍ​ຈຶ່ງ​ບອກ​ວ່າ: “ໃຫ້​ກິ້ງ​ຫີນ​ກ້ອນ​ໃຫຍ່​ໆ​ໄປ​ອັດ​ປາກ​ຖ້ຳ​ໄວ້​ແລະ​ໃຫ້​ຄົນ​ເຝົ້າ​ຖ້ຳ​ນັ້ນ. 19  ສ່ວນ​ຄົນ​ທີ່​ເຫຼືອ​ກໍ​ໃຫ້​ເຂົາ​ເຈົ້າ​ໄປ​ສູ້ຮົບ​ຕໍ່. ໃຫ້​ໄລ່ລ່າ​ພວກ​ສັດຕູ​ແລະ​ຂ້າ​ໃຫ້​ໝົດ.+ ຢ່າ​ໃຫ້​ພວກ​ເຂົາ​ກັບ​ເຂົ້າ​ໄປ​ໃນ​ເມືອງ​ໄດ້ ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ຊ່ວຍ​ໃຫ້​ພວກ​ເຈົ້າ​ຊະນະ​ສັດຕູ​ແລ້ວ.” 20  ໂຢຊວຍ​ກັບ​ພວກ​ທະຫານ​ອິດສະຣາເອນ​ໄດ້​ຂ້າ​ສັດຕູ​ເກືອບ​ໝົດ ມີ​ບໍ່​ເທົ່າ​ໃດ​ຄົນ​ທີ່​ໜີ​ເຂົ້າ​ໄປ​ໃນ​ເມືອງ​ທີ່​ມີ​ກຳແພງ​ໄດ້. 21  ຈາກ​ນັ້ນ ພວກ​ທະຫານ​ອິດສະຣາເອນ​ກໍ​ກັບ​ໄປ​ຫາ​ໂຢຊວຍ​ຢູ່​ຄ້າຍ​ທີ່​ຢູ່​ມັກເກດາ​ຢ່າງ​ປອດໄພ. ສ່ວນ​ພວກ​ການາອານ​ກໍ​ບໍ່​ມີ​ໃຜ​ກ້າ​ເວົ້າ​ໃສ່​ພວກ​ອິດສະຣາເອນ​ອີກ. 22  ແລ້ວ​ໂຢຊວຍ​ກໍ​ບອກ​ວ່າ: “ໃຫ້​ເປີດ​ປາກ​ຖ້ຳ​ແລະ​ເອົາ​ກະສັດ​ທັງ​ຫ້າ​ອົງ​ມາ​ໃຫ້​ຂ້ອຍ.” 23  ເຂົາ​ເຈົ້າ​ຈຶ່ງ​ເອົາ​ພວກ​ກະສັດ​ອອກ​ມາ. ກະສັດ 5 ອົງ​ນັ້ນ​ມີ​ຄື: ກະສັດ​ເມືອງ​ເຢຣູຊາເລັມ ກະສັດ​ເມືອງ​ເຮັບໂຣນ ກະສັດ​ເມືອງ​ຢາຣະມຸດ ກະສັດ​ເມືອງ​ລາກິດ ແລະ​ກະສັດ​ເມືອງ​ເອັກໂລນ.+ 24  ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ເອົາ​ພວກ​ກະສັດ​ມາ​ໃຫ້​ໂຢຊວຍ​ແລ້ວ ລາວ​ຈຶ່ງ​ເອີ້ນ​ທະຫານ​ທຸກ​ຄົນ​ມາ ແລະ​ບອກ​ພວກ​ຫົວ​ໜ້າ​ທະຫານ​ວ່າ: “ມາ​ນີ້ ໃຫ້​ເອົາ​ຕີນ​ຢຽບ​ກ້ານ​ຄໍ​ຂອງ​ກະສັດ​ພວກ​ນີ້.” ພວກ​ຫົວ​ໜ້າ​ຈຶ່ງ​ເອົາ​ຕີນ​ຢຽບ​ຄໍ​ຂອງ​ພວກ​ກະສັດ.+ 25  ແລ້ວ​ໂຢຊວຍ​ກໍ​ບອກ​ເຂົາ​ເຈົ້າ​ວ່າ: “ຢ່າຊູ່​ຢ້ານ.+ ໃຫ້​ກ້າຫານ​ແລະ​ເຂັ້ມແຂງ ເພາະ​ພະ​ເຢໂຫວາ​ຊິ​ເຮັດ​ແນວ​ນີ້​ກັບ​ພວກ​ສັດຕູ​ທຸກ​ຄົນ​ທີ່​ພວກ​ເຈົ້າ​ໄປ​ຕໍ່ສູ້.”+ 26  ແລ້ວ​ໂຢຊວຍ​ກໍ​ຂ້າກະສັດ​ທັງ​ຫ້າ​ອົງນັ້ນ ແລະ​ເອົາ​ສົບ​ຂອງ​ພວກ​ເຂົາ​ໄປ​ແຂວນ​ໄວ້​ຈົນ​ຮອດ​ແລງ. 27  ຕອນ​ທີ່​ຕາເວັນ​ຕົກ​ດິນ ໂຢຊວຍ​ສັ່ງ​ໃຫ້​ຄົນ​ເອົາ​ສົບ​ຂອງ​ພວກ​ເຂົາ​ລົງ​ມາ​ຈາກ​ເສົາ+ ແລ້ວ​ເອົາ​ໄປ​ຖິ້ມ​ໄວ້​ໃນ​ຖ້ຳ​ທີ່​ພວກ​ເຂົາ​ເຄີຍ​ໄປ​ລີ້​ຢູ່. ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ເອົາ​ຫີນ​ມາ​ອັດ​ປາກ​ຖ້ຳ​ໄວ້ ເຊິ່ງ​ຍັງ​ຢູ່​ຈົນ​ຮອດ​ທຸກ​ມື້​ນີ້. 28  ໃນ​ມື້​ນັ້ນ ໂຢຊວຍ​ຍັງ​ຍຶດ​ເມືອງ​ມັກເກດາ+​ໄດ້​ນຳ. ລາວ​ໄດ້​ຂ້າ​ກະສັດ​ແລະ​ທຸກ​ຄົນ​ໃນ​ເມືອງ​ນັ້ນ. ບໍ່​ມີ​ໃຜ​ລອດ​ຈັກ​ຄົນ.+ ລາວ​ເຮັດ​ກັບ​ກະສັດ​ຂອງ​ເມືອງ​ນັ້ນ+​ຄື​ກັບ​ທີ່​ໄດ້​ເຮັດ​ກັບ​ກະສັດ​ຂອງ​ເມືອງ​ເຢຣິໂກ. 29  ແລ້ວ​ໂຢຊວຍ​ກັບ​ທະຫານ​ທຸກ​ຄົນ​ກໍ​ເດີນ​ທາງ​ອອກ​ຈາກ​ມັກເກດາ​ແລະ​ໄປ​ໂຈມຕີ​ເມືອງ​ລິບນາ.+ 30  ພະ​ເຢໂຫວາ​ໄດ້​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ຊະນະ​ກະສັດ​ກັບ​ເມືອງ​ນັ້ນ.+ ເຂົາ​ເຈົ້າ​ໄດ້​ຂ້າ​ທຸກ​ຄົນ​ໃນ​ເມືອງ​ນັ້ນ. ບໍ່​ມີ​ໃຜ​ລອດ​ຈັກ​ຄົນ. ເຂົາ​ເຈົ້າ​ເຮັດ​ກັບ​ກະສັດ​ຂອງ​ເມືອງ​ນັ້ນ​ຄື​ກັບ​ທີ່​ໄດ້​ເຮັດ​ກັບ​ກະສັດ​ຂອງ​ເມືອງ​ເຢຣິໂກ.+ 31  ຈາກ​ນັ້ນ ໂຢຊວຍ​ກັບ​ທະຫານ​ອິດສະຣາເອນ​ທຸກ​ຄົນ​ກໍ​ເດີນ​ທາງ​ອອກ​ຈາກ​ເມືອງ​ລິບນາ ແລະ​ໄປ​ຕັ້ງ​ຄ້າຍ​ເພື່ອ​ຈະ​ຕໍ່ສູ້​ກັບ​ເມືອງ​ລາກິດ.+ 32  ພະ​ເຢໂຫວາ​ໄດ້​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ຍຶດ​ເມືອງ​ນັ້ນ​ໄດ້​ໃນ​ມື້​ທີ 2. ເຂົາ​ເຈົ້າ​ຂ້າ​ທຸກ​ຄົນ​ໃນ​ເມືອງ​ນັ້ນ+​ຄື​ກັບ​ທີ່​ໄດ້​ຂ້າ​ທຸກ​ຄົນ​ຢູ່​ເມືອງ​ລິບນາ. 33  ໂຮຣາມ​ກະສັດ​ຂອງ​ເມືອງ​ເກເຊ​+ໄດ້​ພາ​ທະຫານ​ຂອງ​ໂຕເອງ​ຂຶ້ນ​ໄປ​ຊ່ວຍ​ເມືອງ​ລາກິດ ແຕ່​ໂຢຊວຍ​ກໍ​ໄດ້​ຂ້າ​ລາວ​ກັບ​ທະຫານ​ຂອງ​ລາວ​ຈົນ​ໝົດ. ບໍ່​ມີ​ໃຜ​ລອດ​ຈັກ​ຄົນ. 34  ຈາກ​ນັ້ນ ໂຢຊວຍ​ກັບ​ທະຫານ​ອິດສະຣາເອນ​ທຸກ​ຄົນ​ກໍ​ເດີນ​ທາງ​ອອກ​ຈາກ​ເມືອງ​ລາກິດ ແລະ​ໄປ​ຕັ້ງ​ຄ້າຍ​ເພື່ອ​ຈະ​ຕໍ່ສູ້​ກັບ​ເມືອງ​ເອັກໂລນ.+ 35  ເຂົາ​ເຈົ້າ​ຍຶດ​ເມືອງ​ນັ້ນ​ໄດ້​ພາຍ​ໃນ​ມື້​ນັ້ນ. ເຂົາ​ເຈົ້າ​ໄດ້​ຂ້າ​ທຸກ​ຄົນ​ໃນ​ເມືອງ​ນັ້ນ​ຄື​ກັບ​ທີ່​ໄດ້​ຂ້າ​ທຸກ​ຄົນ​ຢູ່​ເມືອງ​ລາກິດ.+ 36  ຈາກ​ນັ້ນ ໂຢຊວຍ​ກັບ​ທະຫານ​ອິດສະຣາເອນ​ທຸກ​ຄົນ​ກໍ​ເດີນ​ທາງ​ອອກ​ຈາກ​ເມືອງ​ເອັກໂລນ ແລະ​ໄປ​ຕໍ່ສູ້​ກັບ​ເມືອງ​ເຮັບໂຣນ.+ 37  ເຂົາ​ເຈົ້າໄດ້​ຍຶດ​ເມືອງເຮັບໂຣນ​ພ້ອມ​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ. ເຂົາ​ເຈົ້າ​ໄດ້​ຂ້າ​ກະສັດ​ກັບ​ທຸກ​ຄົນ​ໃນ​ເມືອງ​ນັ້ນ. ບໍ່​ມີ​ໃຜ​ລອດ​ຈັກ​ຄົນ. ລາວ​ໄດ້​ທຳລາຍ​ເມືອງ​ນັ້ນ ແລະ​ຂ້າ​ທຸກ​ຄົນ​ຄື​ກັບ​ທີ່​ໄດ້​ເຮັດ​ຕອນ​ຢູ່​ເມືອງ​ເອັກໂລນ. 38  ສຸດທ້າຍ ໂຢຊວຍ​ກັບ​ທະຫານ​ອິດສະຣາເອນ​ທຸກ​ຄົນ​ກໍ​ເດີນ​ທາງ​ໄປ​ໂຈມຕີ​ເມືອງ​ເດບີ.+ 39  ລາວ​ຍຶດ​ເມືອງ​ເດບີ​ແລະ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ​ໄດ້. ລາວ​ໄດ້​ຂ້າ​ກະສັດ​ແລະ​ທຸກ​ຄົນ​ທີ່​ຢູ່​ຫັ້ນ.+ ບໍ່​ມີ​ໃຜ​ລອດ​ຈັກ​ຄົນ.+ ລາວ​ໄດ້​ເຮັດ​ກັບ​ກະສັດ​ແລະ​ເມືອງ​ເດບີ ຄື​ກັບ​ທີ່​ໄດ້​ເຮັດ​ກັບ​ເມືອງ​ເຮັບໂຣນ​ແລະ​ເມືອງ​ລິບນາ​ກັບ​ກະສັດ​ຂອງ​ເມືອງ​ເຫຼົ່າ​ນັ້ນ. 40  ໂຢຊວຍ​ໄດ້​ຍຶດ​ເອົາ​ແຜ່ນດິນ​ທັງ​ໝົດ​ທີ່​ຢູ່​ເຂດ​ພູ ເຂດ​ເນເກັບ ເຂດ​ເຊເຟລາ+ ແລະ​ເຂດ​ເນີນ​ພູ​ອື່ນ​ໆ​. ລາວ​ໄດ້​ຊະນະ​ກະສັດ​ທຸກ​ອົງ ແລະ​ໄດ້​ຂ້າ​ທຸກ​ຄົນ​ທີ່​ຢູ່​ໃນ​ເຂດ​ເຫຼົ່າ​ນັ້ນ. ລາວ​ບໍ່​ປ່ອຍ​ໃຫ້​ໃຜ​ລອດ​ຈັກ​ຄົນ+ ຕາມ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ອິດສະຣາເອນ​ໄດ້​ສັ່ງ​ໄວ້.+ 41  ໂຢຊວຍໄດ້​ຍຶດ​ເອົາ​ແຜ່ນດິນຂອງ​ພວກ​ເຂົາ​ຕັ້ງ​ແຕ່​ເຂດ​ກາເດັດບາເນອາ+​ໄປ​ຈົນ​ຮອດ​ເມືອງ​ຄາຊາ+ ແລະ​ຕັ້ງ​ແຕ່​ເຂດ​ໂກເຊັນ​+ໄປ​ຈົນ​ຮອດ​ເມືອງ​ກິເບໂອນ.+ 42  ໂຢຊວຍ​ຊະນະ​ກະສັດ​ທຸກ​ອົງ ແລະ​ຍຶດ​ເອົາ​ແຜ່ນດິນ​ຂອງ​ພວກ​ເຂົາ​ໄດ້​ໃນ​ບາດ​ດຽວ ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ອິດສະຣາເອນ​ໄດ້​ຕໍ່​ສູ້ເພື່ອ​ພວກ​ອິດສະຣາເອນ.+ 43  ຫຼັງ​ຈາກ​ນັ້ນ ໂຢຊວຍ​ກັບ​ທະຫານ​ທຸກ​ຄົນ​ກໍ​ໄດ້​ກັບ​ໄປ​ຄ້າຍ​ພັກ​ທີ່​ຢູ່​ກິນການ.+

ຂໍຄວາມໄຂເງື່ອນ