ໂຢຊວຍ 11:1-23

  • ຍຶດ​ເມືອງ​ຕ່າງ​ໆ​ທີ່​ຢູ່​ທາງ​ທິດ​ເໜືອ​ໄດ້ (1-15)

  • ແຜ່ນດິນ​ທັງ​ໝົດ​ທີ່​ໂຢຊວຍ​ຍຶດ​ໄດ້ (16-23)

11  ເມື່ອ​ຢາບິນ​ກະສັດ​ເມືອງ​ຮາໂສ​ໄດ້​ຍິນ​ເລື່ອງ​ທີ່​ໂຢຊວຍ​ກັບ​ພວກ​ອິດສະຣາເອນ​ເຮັດ ລາວ​ກໍ​ຟ້າວ​ສົ່ງ​ຄົນ​ໄປ​ເອີ້ນ​ໂຢບັບ​ກະສັດ​ຂອງ​ເມືອງ​ມາໂດນ+ ກະສັດ​ຂອງ​ເມືອງ​ຊິມໂຣນ ກະສັດ​ຂອງ​ເມືອງ​ອັກຊາບ+  ກັບ​ກະສັດ​ຕ່າງ​ໆ​ທີ່​ຢູ່​ເຂດ​ພູ​ທາງ​ທິດເໜືອ ທີ່​ຢູ່​ເຂດ​ທົ່ງພຽງ​ເຊິ່ງ​ຢູ່​ທາງ​ທິດໃຕ້​ຂອງ​ທະເລ​ກິນເນເຣດ* ທີ່​ຢູ່​ເຂດ​ເຊເຟລາ ແລະ​ທີ່​ຢູ່​ເຂດ​ເນີນ​ພູ​ຂອງ​ໂດເຣ+​ເຊິ່ງ​ຢູ່​ທາງ​ທິດຕາເວັນຕົກ.  ລາວ​ໄດ້​ເອີ້ນ​ພວກ​ການາອານ+​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ແລະ​ທິດຕາເວັນຕົກ ພວກ​ອາໂມ+ ພວກ​ເຮດ ພວກ​ເປຣິຊີ​ກັບ​ພວກ​ເຢບຸດທີ່​ຢູ່​ເຂດ​ພູ ແລະ​ພວກ​ຮີວີ​+ທີ່​ຢູ່​ແຖວ​ຕີນ​ພູ​ເຮີໂມນ+​ໃນ​ເຂດ​ມິດຊະປາ​ໃຫ້​ມາ​ຊ່ວຍ.  ພວກ​ກະສັດ​ທັງ​ໝົດ​ກໍ​ພາ​ກອງ​ທັບ​ຂອງ​ພວກ​ເຂົາ​ອອກ​ມາ ພ້ອມ​ກັບ​ມ້າ​ແລະ​ລົດ​ຮົບ​ບັກ​ຫຼາຍ​ໆ​. ທະຫານ​ຂອງ​ພວກ​ເຂົາ​ມີ​ຫຼາຍ​ຄື​ກັບ​ດິນ​ຊາຍ​ຢູ່​ຫາດ​ຊາຍ.  ພວກ​ເຂົາ​ມາ​ລວມ​ໂຕ​ກັນແລະ​ຕັ້ງ​ຄ້າຍ​ຢູ່​ແຖວ​ນ້ຳ​ອອກ​ບໍ່​ຂອງ​ເມືອງ​ເມໂຣມ​ເພື່ອ​ຈະ​ເຮັດ​ສົງຄາມ​ກັບ​ພວກ​ອິດສະຣາເອນ.  ແລ້ວ​ພະ​ເຢໂຫວາ​ເວົ້າ​ກັບ​ໂຢຊວຍ​ວ່າ: “ຢ່າຊູ່​ຢ້ານ​ພວກ​ສັດຕູ.+ ມື້​ອື່ນ​ເວລາ​ປະມານ​ນີ້ ເຮົາ​ຊິ​ໃຫ້​ພວກ​ອິດສະຣາເອນ​ຂ້າ​ພວກ​ເຂົາ​ທຸກ​ຄົນ. ພວກ​ເຈົ້າ​ຕ້ອງ​ຕັດ​ເອັນ​ຂາ​ມ້າ+​ແລະ​ຈູດ​ລົດ​ຮົບ​ຂອງ​ພວກ​ເຂົາ.”  ໂຢຊວຍ​ກັບ​ພວກ​ທະຫານ​ອອກ​ໄປ​ໂຈມຕີ​ສັດຕູ​ໂດຍ​ທີ່​ພວກ​ເຂົາ​ບໍ່​ທັນ​ຕັ້ງ​ໂຕ​ຢູ່​ທີ່​ນ້ຳ​ອອກ​ບໍ່​ຂອງ​ເມືອງ​ເມໂຣມ.  ພະ​ເຢໂຫວາ​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ຊະນະ​ສັດຕູ.+ ເຂົາ​ເຈົ້າ​ໄດ້​ໄລ່​ຂ້າ​ສັດຕູ​ໄປ​ຈົນ​ຮອດ​ເມືອງ​ຊີໂດນ​ໃຫຍ່+ ຈົນ​ຮອດ​ມິສະເຣໂຟດມາຢິມ+ ແລະ​ຈົນ​ຮອດ​ຮ່ອມພູ​ໃນ​ເຂດ​ມິດຊະປາ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ. ເຂົາ​ເຈົ້າ​ໄດ້​ໄລ່​ຂ້າ​ພວກ​ສັດຕູ​ຈົນ​ບໍ່​ມີ​ໃຜ​ລອດ​ຈັກ​ຄົນ.+  ແລ້ວ​ໂຢຊວຍ​ກໍ​ຕັດ​ເອັນ​ຂາ​ມ້າ​ແລະ​ຈູດ​ລົດ​ຮົບ​ຂອງ​ພວກ​ເຂົາ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໄວ້.+ 10  ຈາກ​ນັ້ນ ໂຢຊວຍ​ກໍ​ໄປ​ຍຶດ​ເມືອງ​ຮາໂສ ແລະ​ເອົາ​ດາບ​ຂ້າ​ກະສັດ​ຂອງ​ເມືອງ​ນັ້ນ.+ ໂຢຊວຍ​ເຮັດ​ແບບ​ນັ້ນ​ຍ້ອນ​ເມືອງ​ຮາໂສ​ເປັນເມືອງ​ທີ່​ສຳຄັນຂອງ​ພວກ​ສັດຕູ. 11  ເຂົາ​ເຈົ້າ​ໄດ້​ຂ້າ+​ຄົນ​ໃນ​ເມືອງ​ນັ້ນ​ຈົນ​ບໍ່​ເຫຼືອ​ຈັກ​ຄົນ+ ແລະ​ກໍ​ເຜົາ​ເມືອງ​ຖິ້ມ. 12  ເຂົາ​ເຈົ້າ​ໄດ້​ຍຶດ​ເອົາ​ເມືອງ​ຕ່າງ​ໆ​ແລະ​ໄດ້​ຂ້າ​ກະສັດ​ທຸກ​ອົງ​ຂອງ​ເມືອງ​ເຫຼົ່າ​ນັ້ນ.+ ໂຢຊວຍ​ໄດ້​ຂ້າ​ທຸກ​ຄົນ+​ຕາມ​ທີ່​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ສັ່ງ​ໄວ້. 13  ພວກ​ອິດສະຣາເອນ​ບໍ່​ໄດ້​ເຜົາ​ເມືອງ​ຕ່າງ​ໆ​ທີ່​ຢູ່​ເນີນ​ພູ ມີ​ແຕ່​ເມືອງ​ຮາໂສ​ເທົ່າ​ນັ້ນ​ທີ່​ໂຢຊວຍ​ໄດ້​ຈູດ​ຖິ້ມ. 14  ພວກ​ອິດສະຣາເອນ​ໄດ້​ປຸ້ນ​ເອົາ​ເຄື່ອງ​ຂອງ​ແລະ​ຍຶດ​ເອົາ​ຝູງ​ສັດ​ຢູ່​ໃນ​ເມືອງ​ຕ່າງ​ໆ​ນັ້ນ​ມາ​ເປັນ​ຂອງ​ໂຕເອງ.+ ແຕ່​ເຂົາ​ເຈົ້າ​ໄດ້​ຂ້າ​ທຸກ​ຄົນ​ໃນ​ເມືອງ​ເຫຼົ່າ​ນັ້ນ.+ ບໍ່​ມີ​ໃຜ​ລອດ​ຈັກ​ຄົນ.+ 15  ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ ໂມເຊ​ກໍ​ສັ່ງ​ໂຢຊວຍ+​ຕໍ່ ແລະໂຢຊວຍ​ໄດ້​ເຮັດ​ຕາມ​ທຸກ​ສິ່ງທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.+ 16  ແຜ່ນດິນ​ທັງ​ໝົດ​ທີ່​ໂຢຊວຍ​ຍຶດ​ໄດ້​ມີ​ເຂດ​ພູ ເຂດ​ເນເກັບ+​ທັງ​ໝົດ ແຜ່ນດິນ​ໂກເຊັນ​ທັງ​ໝົດ ເຂດ​ເຊເຟລາ+ ເຂດ​ອາຣາບາ+ ແລະ​ເຂດ​ພູ​ຂອງ​ອິດສະຣາເອນ​ກັບ​ທົ່ງພຽງ​ທີ່​ຢູ່​ຫັ້ນ 17  ເຊິ່ງ​ເລີ່ມ​ຕັ້ງ​ແຕ່​ພູ​ຮາລັກ​ທີ່​ຢູ່​ໃກ້​ພູ​ເສອີ ຈົນ​ຮອດ​ບາອານກາດ+​ໃນ​ຮ່ອມພູ​ເລບານອນ​ທີ່​ຢູ່​ຕີນ​ພູ​ເຮີໂມນ.+ ໂຢຊວຍ​ໄດ້​ຈັບ​ກະສັດ​ທັງ​ໝົດ​ທີ່​ຢູ່​ເຂດ​ເຫຼົ່າ​ນັ້ນ​ມາ ແລະ​ກໍ​ຂ້າ​ພວກ​ເຂົາ. 18  ໂຢຊວຍ​ໄດ້​ເຮັດ​ສົງຄາມ​ກັບ​ກະສັດ​ເຫຼົ່ານີ້​ດົນ​ເຕີບ. 19  ບໍ່​ມີ​ເມືອງ​ໃດ​ມາ​ຂໍເຮັດ​ສັນຍາ​ສະຫງົບ​ເສິກ​ກັບ​ພວກ​ອິດສະຣາເອນ ນອກ​ຈາກ​ຄົນ​ຮີວີ​ທີ່​ຢູ່​ເມືອງ​ກິເບໂອນ.+ ພວກ​ອິດສະຣາເອນ​ເຮັດ​ສົງຄາມ​ແລະ​ຍຶດ​ທຸກ​ໆ​ເມືອງ​ໄດ້.+ 20  ພະ​ເຢໂຫວາ​ປ່ອຍ​ໃຫ້​ພວກ​ສັດຕູ​ເປັນ​ຄົນ​ຫົວ​ແຂງ+​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມາ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ ແລ້ວ​ເພິ່ນ​ກໍ​ຈະ​ໄດ້​ທຳລາຍ​ພວກ​ເຂົາ​ແບບ​ບໍ່​ຕ້ອງ​ອີ່ຕົນ.+ ພວກ​ເຂົາ​ຈະ​ຕ້ອງ​ຖືກ​ທຳລາຍ​ຈົນ​ໝົດ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.+ 21  ໂຢຊວຍ​ໄດ້​ເອົາ​ຊະນະ​ລູກ​ຫຼານ​ຂອງ​ອານາກ​+ທີ່​ຢູ່​ເຂດ​ພູ​ຂອງ​ເຮັບໂຣນ ເດບີ ແລະ​ອານາບ ເຂດ​ພູ​ທັງ​ໝົດ​ຂອງ​ຢູດາ ແລະ​ເຂດ​ພູ​ທັງ​ໝົດ​ຂອງ​ອິດສະຣາເອນ. ໂຢຊວຍ​ໄດ້​ຂ້າ​ພວກ​ເຂົາ​ທຸກ​ຄົນ​ແລະ​ທຳລາຍ​ເມືອງ​ຂອງ​ພວກ​ເຂົາ.+ 22  ບໍ່​ມີ​ລູກ​ຫຼານ​ຂອງ​ອານາກ​ເຫຼືອ​ຢູ່​ໃນ​ແຜ່ນດິນ​ຂອງ​ພວກ​ອິດສະຣາເອນ​ເລີຍ. ມີ​ແຕ່+​ເມືອງ​ຄາຊາ+ ເມືອງ​ກັດ+ ແລະ​ເມືອງ​ອາຊະໂດດ+​ເທົ່າ​ນັ້ນ​ທີ່​ຍັງ​ມີ​ພວກ​ນັ້ນ​ຢູ່. 23  ໂຢຊວຍ​ຍຶດ​ເອົາ​ແຜ່ນດິນ​ທັງ​ໝົດ​ໄດ້​ຕາມ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້​ກັບ​ໂມເຊ.+ ໂຢຊວຍ​ໄດ້​ແບ່ງ​ດິນ​ທັງ​ໝົດ​ນີ້​ໃຫ້​ເປັນ​ມໍລະດົກ​ຂອງ​ແຕ່​ລະ​ຕະກູນ​ໃນ​ພວກ​ອິດສະຣາເອນ.+ ແລ້ວ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ​ກໍ​ບໍ່​ມີ​ສົງຄາມ.+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ທະເລ​ສາບ​ກິນເນເຣດ ຫຼື​ທະເລ​ຄາລີເລ