ໂຢຊວຍ 12:1-24

  • ຊະນະ​ກະສັດ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ (1-6)

  • ຊະນະ​ກະສັດ​ທີ່​ຢູ່​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ຈໍແດນ (7-24)

12  ຕໍ່​ໄປ​ນີ້​ແມ່ນ​ກະສັດ​ຕ່າງ​ໆ​ທີ່​ຢູ່​ທາງ​ຟາກ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ​ທີ່​ພວກ​ອິດສະຣາເອນ​ໄດ້​ເອົາ​ຊະນະ​ແລະ​ຍຶດ​ແຜ່ນດິນ​ຂອງ​ພວກ​ເຂົາ. ກະສັດ​ເຫຼົ່ານີ້​ເຄີຍ​ປົກຄອງ​ຕັ້ງ​ແຕ່​ຮ່ອມພູ*ອາໂນນ​+ໄປ​ຈົນ​ຮອດ​ພູ​ເຮີໂມນ+ ແລະ​ປົກຄອງຟາກ​ທິດ​ຕາເວັນ​ອອກ​ຂອງ​ພູ​ອາຣາບາ​ທັງ​ໝົດ.+  ຄົນ​ໜຶ່ງ​ແມ່ນ​ສີໂຮນ+​ກະສັດ​ຂອງ​ຄົນ​ອາໂມ​ທີ່​ຢູ່​ເມືອງ​ເຮັດຊະໂບນ. ລາວ​ປົກຄອງ​ເມືອງ​ອາໂຣເອ​+ທີ່​ຢູ່​ແຄມ​ຮ່ອມພູ*ອາໂນນ.+ ລາວ​ປົກຄອງ​ຕັ້ງ​ແຕ່​ກາງ​ຮ່ອມພູ​ນັ້ນ​ກັບ​ເຄິ່ງ​ໜຶ່ງ​ຂອງ​ເຂດ​ກິລຽດ​ໄປ​ຈົນ​ຮອດ​ຮ່ອມພູ*ຢັບໂບກ​ທີ່​ເປັນ​ເຂດ​ແດນ​ຂອງ​ພວກ​ອຳໂມນ.  ລາວ​ຍັງ​ປົກຄອງຟາກ​ທິດ​ຕາເວັນ​ອອກ​ຂອງ​ຮ່ອມພູ​ອາຣາບາ​ຂຶ້ນ​ໄປ​ຈົນ​ຮອດ​ທະເລ​ກິນເນເຣດ*+ ແລະ​ລົງ​ມາ​ຈົນ​ຮອດ​ທະເລ​ຂອງ​ເຂດ​ອາຣາບາ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ທະເລ​ເກືອ* ແລ້ວ​ອອກ​ໄປ​ທາງ​ເບັດເຢຊີໂມດ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ ແລະ​ໄປ​ທາງ​ເນີນ​ພູ​ປິຊະກາ​ທີ່​ຢູ່​ທາງ​ທິດໃຕ້.+  ເຂົາ​ເຈົ້າ​ຍັງ​ໄດ້​ຍຶດ​ເອົາ​ເຂດ​ຂອງ​ໂອກ​+ກະສັດ​ຂອງ​ບາຊານ ເຊິ່ງ​ເປັນ​ຄົນ​ໜຶ່ງ​ໃນ​ພວກ​ສຸດທ້າຍ​ຂອງ​ຄົນ​ເຣຟາຢິມ.+ ກະສັດ​ໂອກ​ຢູ່​ເມືອງ​ອັດຊະເຕຣາດ​ແລະ​ເມືອງ​ເອັດເຣອີ.  ລາວ​ປົກຄອງ​ເຂດ​ພູ​ເຮີໂມນ ເມືອງ​ສາເລກາ ເຂດ​ບາຊານ​+ທັງ​ໝົດ​ໄປ​ຈົນ​ຮອດ​ເຂດ​ຂອງ​ພວກ​ເກຊູ​ກັບ​ພວກ​ມາອາກາ+ ແລະ​ປົກຄອງ​ເຄິ່ງ​ໜຶ່ງ​ຂອງ​ເຂດ​ກິລຽດ​ໄປ​ຈົນ​ຮອດ​ເຂດ​ແດນ​ຂອງ​ສີໂຮນ​ກະສັດ​ຂອງ​ເມືອງ​ເຮັດຊະໂບນ.+  ພວກ​ອິດສະຣາເອນ​ກັບ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ຊະນະ​ກະສັດ​ທັງ​ສອງ​ອົງ​ນັ້ນ.+ ແລ້ວ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ກໍ​ໄດ້​ຍົກ​ແຜ່ນດິນ​ຂອງ​ພວກ​ເຂົາ​ໃຫ້​ຕະກູນ​ຣູເບັນ ຕະກູນ​ຄາດ ແລະເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ.+  ຕໍ່​ໄປ​ນີ້​ແມ່ນ​ກະສັດ​ຕ່າງ​ໆ​ທີ່​ຢູ່​ທາງ​ຟາກ​ຕາເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍແດນ​ທີ່​ໂຢຊວຍ​ກັບ​ພວກ​ອິດສະຣາເອນ​ໄດ້​ເອົາ​ຊະນະ ແລະ​ໄດ້​ຍຶດ​ເອົາ​ແຜ່ນດິນ​ຂອງ​ພວກ​ເຂົາ. ກະສັດ​ເຫຼົ່ານີ້​ເຄີຍ​ປົກຄອງ​ຕັ້ງ​ແຕ່​ບາອານກາດ+​ໃນ​ຮ່ອມພູ​ເລບານອນ+​ໄປ​ຈົນ​ຮອດ​ພູ​ຮາລັກ+​ທີ່​ຢູ່​ໃກ້​ພູ​ເສອີ.+ ໂຢຊວຍ​ໄດ້​ແບ່ງ​ແຜ່ນດິນ​ທັງ​ໝົດ​ນີ້​ໃຫ້​ຕະກູນ​ຕ່າງ​ໆ​ຂອງ​ພວກ​ອິດສະຣາເອນ.+  ແຜ່ນດິນ​ທີ່​ເຂົາ​ເຈົ້າ​ໄດ້​ຍຶດ​ມາ​ລວມ​ມີ: ເຂດ​ພູ ເຂດ​ເຊເຟລາ ເຂດ​ອາຣາບາ ເຂດ​ເນີນ​ພູ ບ່ອນ​ກັນດານ ແລະ​ເຂດ​ເນເກັບ+ ເຊິ່ງ​ເປັນ​ແຜ່ນດິນ​ຂອງ​ພວກ​ເຮດ ພວກ​ອາໂມ+ ພວກ​ການາອານ ພວກ​ເປຣິຊີ ພວກ​ຮີວີ ແລະ​ພວກ​ເຢບຸດ.+   ກະສັດ​ຕ່າງ​ໆ​ທີ່​ເຂົາ​ເຈົ້າ​ເອົາ​ຊະນະ​ໄດ້​ມີ​ຄື: ກະສັດ​ຂອງ​ເມືອງ​ເຢຣິໂກ+ ກະສັດ​ຂອງ​ເມືອງ​ອາອີ+​ທີ່​ຢູ່​ໃກ້​ເມືອງ​ເບເທນ 10  ກະສັດ​ຂອງ​ເມືອງ​ເຢຣູຊາເລັມ ກະສັດ​ຂອງ​ເມືອງ​ເຮັບໂຣນ+ 11  ກະສັດ​ຂອງ​ເມືອງ​ຢາຣະມຸດ ກະສັດ​ຂອງ​ເມືອງ​ລາກິດ 12  ກະສັດ​ຂອງ​ເມືອງ​ເອັກໂລນ ກະສັດ​ຂອງ​ເມືອງ​ເກເຊ+ 13  ກະສັດ​ຂອງ​ເມືອງ​ເດບີ+ ກະສັດ​ຂອງ​ເມືອງ​ເກເດ 14  ກະສັດ​ຂອງ​ເມືອງ​ໂຮມາ ກະສັດ​ຂອງ​ເມືອງ​ອາຣັດ 15  ກະສັດ​ຂອງ​ເມືອງ​ລິບນາ+ ກະສັດ​ຂອງ​ເມືອງ​ອະດຸລາມ 16  ກະສັດ​ຂອງ​ເມືອງ​ມັກເກດາ+ ກະສັດ​ຂອງ​ເມືອງ​ເບເທນ+ 17  ກະສັດ​ຂອງ​ເມືອງ​ຕັບປົວ ກະສັດ​ຂອງ​ເມືອງ​ເຮເຟ 18  ກະສັດ​ຂອງ​ເມືອງ​ອາເຟັກ ກະສັດ​ຂອງ​ເມືອງ​ລັດ​ຊາໂຣນ 19  ກະສັດ​ຂອງ​ເມືອງ​ມາໂດນ ກະສັດ​ຂອງ​ເມືອງ​ຮາໂສ+ 20  ກະສັດ​ຂອງ​ເມືອງ​ຊີມໂລນເມໂລນ​ ກະສັດ​ຂອງ​ເມືອງ​ອັກຊາບ 21  ກະສັດ​ຂອງ​ເມືອງ​ຕາອານັກ ກະສັດ​ຂອງ​ເມືອງ​ເມກິດໂດ 22  ກະສັດ​ຂອງ​ເມືອງ​ເກເດັດ ກະສັດ​ຂອງ​ເມືອງ​ໂຢກເນອາມ​+ຢູ່​ພູ​ກາເມນ 23  ກະສັດ​ຂອງ​ເມືອງ​ໂດເຣ​ທີ່​ຢູ່​ເນີນ​ພູ​ໂດເຣ+ ກະສັດ​ຂອງ​ເມືອງ​ໂກຢິມ​ທີ່​ຢູ່​ເຂດ​ກິນການ 24  ແລະ​ກະສັດ​ຂອງ​ເມືອງ​ຕີຣະຊາ. ລວມ​ແລ້ວ​ກະສັດ​ທັງ​ໝົດ​ມີ 31 ອົງ.

ຂໍຄວາມໄຂເງື່ອນ

ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ໝາຍເຖິງ​ທະເລ​ຕາຍ
ໝາຍເຖິງ​ທະເລ​ສາບ​ກິນເນເຣດ ຫຼື​ທະເລ​ຄາລີເລ