ໂຢຊວຍ 13:1-33

  • ແຜ່ນດິນ​ທີ່​ຍັງ​ບໍ່​ໄດ້​ຍຶດ (1-7)

  • ແບ່ງ​ແຜ່ນດິນ​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ (8-14)

  • ດິນ​ມູນ​ຂອງ​ຕະກູນ​ຣູເບັນ (15-23)

  • ດິນ​ມູນ​ຂອງ​ຕະກູນ​ຄາດ (24-28)

  • ດິນ​ມູນ​ຂອງ​ຕະກູນ​ມານາເຊ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ (29-32)

  • ພະ​ເຢໂຫວາ​ເປັນ​ມໍລະດົກ​ຂອງ​ຕະກູນ​ເລວີ (33)

13  ເມື່ອ​ໂຢຊວຍ​ເຖົ້າ​ຫຼາຍ​ແລ້ວ+ ພະ​ເຢໂຫວາ​ເວົ້າ​ກັບ​ລາວ​ວ່າ: “ເຈົ້າເຖົ້າ​ຫຼາຍ​ແລ້ວ ແຕ່​ກໍ​ຍັງ​ມີ​ແຜ່ນດິນ​ອີກ​ຫຼາຍ​ບ່ອນ​ທີ່​ເຈົ້າ​ຍັງ​ບໍ່​ໄດ້​ເຂົ້າ​ໄປ​ຍຶດ​ເອົາ.  ແຜ່ນດິນ​ທີ່​ຍັງ​ບໍ່​ໄດ້​ຍຶດ​ມີ:+ ແຜ່ນດິນ​ທັງ​ໝົດ​ຂອງ​ພວກ​ຟີລິດສະຕີນ​ແລະ​ຂອງ​ພວກ​ເກຊູ+  (ຕັ້ງ​ແຕ່​ແມ່​ນ້ຳ​ຊີໂຮ* ເຊິ່ງ​ເປັນ​ເຂດ​ແດນ​ທາງທິດ​ຕາເວັນ​ອອກ​ຂອງ​ເອຢິບ ໄປ​ທາງ​ທິດເໜືອ​ຈົນ​ຮອດ​ເຂດ​ແດນ​ຂອງ​ເອັກໂຣນ​ເຊິ່ງ​ເຄີຍ​ເປັນ​ເຂດ​ແດນ​ຂອງ​ພວກ​ການາອານ)+ ເຊິ່ງ​ມີ​ແຜ່ນດິນ​ຂອງ​ເຈົ້າ​ເມືອງ 5 ຄົນ​ຂອງ​ພວກ​ຟີລິດສະຕີນ+​ຄື: ເຈົ້າ​ເມືອງ​ຄາຊາ ເຈົ້າ​ເມືອງ​ອາຊະໂດດ+ ເຈົ້າ​ເມືອງ​ອາຊະກາໂລນ+ ເຈົ້າ​ເມືອງ​ກັດ+ ແລະ​ເຈົ້າ​ເມືອງ​ເອັກໂຣນ;+ ແຜ່ນດິນ​ຂອງ​ພວກ​ອາວີມ+  ເຊິ່ງ​ຢູ່​ທາງ​ທິດໃຕ້; ແຜ່ນດິນ​ທັງ​ໝົດ​ຂອງ​ພວກ​ການາອານ ລວມ​ທັງ​ເມືອງ​ເມອາຣາ​ຂອງ​ພວກ​ຊີໂດນ​+ໄປ​ຈົນ​ຮອດ​ເມືອງ​ອາເຟັກ​ທີ່​ຢູ່​ເຂດ​ແດນ​ຂອງ​ພວກ​ອາໂມ;  ແຜ່ນດິນ​ຂອງ​ພວກ​ເກບານ+ ສ່ວນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກຂອງ​ເລບານອນ ຕັ້ງ​ແຕ່​ເມືອງ​ບາອານກາດ​ທີ່​ຢູ່​ຕີນ​ພູ​ເຮີໂມນ​ໄປ​ຈົນ​ຮອດ​ເລໂບຮາມັດ;+  ແຜ່ນດິນ​ທັງ​ໝົດ​ຂອງ​ພວກ​ທີ່​ຢູ່​ເຂດ​ພູ ຕັ້ງ​ແຕ່​ເລບານອນ+​ໄປ​ຈົນ​ຮອດ​ມິສະເຣໂຟດມາຢິມ+ ແລະ​ແຜ່ນດິນ​ທັງ​ໝົດ​ຂອງ​ພວກ​ຊີໂດນ.+ ເຮົາ​ຈະ​ເປັນ​ຜູ້​ໄລ່​ຄົນ​ພວກ​ນີ້​ໄປ​ຈາກ​ພວກ​ອິດສະຣາເອນ​ເອງ.+ ມີ​ແຕ່​ເຈົ້າ​ຕ້ອງ​ເອົາແຜ່ນດິນ​ເຫຼົ່ານີ້​ໃຫ້​ເປັນ​ມໍລະດົກ​ຂອງ​ພວກ​ອິດສະຣາເອນ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ.+  ເຈົ້າ​ຕ້ອງ​ແບ່ງ​ແຜ່ນດິນ​ນີ້​ໃຫ້​ເປັນ​ມໍລະດົກ​ຂອງ​ພວກ​ອິດສະຣາເອນ​ທັງເກົ້າຕະກູນ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ.”+  ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ອີກ​ເຄິ່ງ​ໜຶ່ງ​ຂອງຕະກູນ​ມານາເຊໄດ້​ແຜ່ນ​ດິນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ​ເປັນ​ມໍລະດົກ​ແລ້ວ ຕາມ​ທີ່​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ເອົາ​ໃຫ້​ເຂົາ​ເຈົ້າ.+  ເຂດ​ຂອງ​ເຂົາ​ເຈົ້າ​ເລີ່ມ​ຕັ້ງ​ແຕ່​ເມືອງ​ອາໂຣເອ​+ທີ່​ຢູ່​ແຄມ​ຮ່ອມພູ*ອາໂນນ+ ເມືອງ​ທີ່​ຢູ່​ກາງ​ຮ່ອມພູ​ນັ້ນ ພູ​ພຽງ​ຂອງ​ເມເດບາ​ໄປ​ຈົນ​ຮອດ​ເມືອງ​ດີໂບນ. 10  ແຜ່ນດິນ​ຂອງ​ເຂົາ​ເຈົ້າ​ຍັງ​ລວມ​ເຖິງ​ເມືອງ​ຕ່າງ​ໆ​ຂອງ​ສີໂຮນ​ກະສັດ​ຂອງ​ຄົນ​ອາໂມ ເມືອງ​ຫຼວງ​ທີ່​ຊື່​ເຮັດຊະໂບນ​ໄປ​ຈົນ​ຮອດ​ເຂດ​ແດນ​ຂອງ​ພວກ​ອຳໂມນ+ 11  ເຂດ​ກິລຽດ ເຂດ​ຂອງ​ພວກ​ເກຊູ​ກັບ​ພວກ​ມາອາກາ+ ພູ​ເຮີໂມນ ແລະ​ເຂດ​ບາຊານ+​ທັງ​ໝົດ​ໄປ​ຈົນ​ຮອດ​ເມືອງ​ສາເລກາ.+ 12  ເຂົາ​ເຈົ້າ​ຍັງ​ໄດ້​ແຜ່ນດິນ​ຂອງ​ໂອກ​ກະສັດ​ຂອງ​ບາຊານ​ເຊິ່ງ​ປົກຄອງ​ເມືອງ​ອັດຊະເຕຣາດ​ກັບ​ເມືອງ​ເອັດເຣອີ. (ລາວ​ເປັນ​ຄົນ​ໜຶ່ງ​ໃນ​ພວກ​ສຸດທ້າຍ​ຂອງ​ຄົນ​ເຣຟາຢິມ.)+ ໂມເຊ​ໄດ້​ຊະນະ​ຄົນ​ໃນ​ແຜ່ນດິນ​ນີ້​ທັງ​ໝົດ​ແລະ​ໄດ້​ໄລ່​ພວກ​ເຂົາ​ອອກ​ໄປ.+ 13  ແຕ່​ພວກ​ອິດສະຣາເອນ​ບໍ່​ໄດ້​ໄລ່+​ພວກ​ເກຊູ​ກັບ​ພວກ​ມາອາກາ. ພວກ​ເກຊູ​ກັບ​ພວກ​ມາອາກາ​ກໍ​ຍັງ​ຢູ່​ກັບ​ພວກ​ອິດສະຣາເອນ​ຈົນ​ຮອດ​ທຸກ​ມື້​ນີ້. 14  ມີ​ແຕ່​ຕະກູນ​ເລວີ​ເທົ່າ​ນັ້ນ​ທີ່​ບໍ່​ໄດ້​ດິນ​ເປັນ​ມໍລະດົກ.+ ມໍລະດົກ​ຂອງ​ເຂົາ​ເຈົ້າ​ແມ່ນ​ເຄື່ອງ​ບູຊາ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຕາມ​ທີ່​ເພິ່ນ​ໄດ້​ສັນຍາ​ໄວ້.+ 15  ແລ້ວ​ໂມເຊ​ກໍ​ເອົາ​ດິນ​ໃຫ້​ຕະກູນ​ຣູເບັນ​ເປັນ​ມໍລະດົກ ໂດຍ​ແບ່ງ​ໃຫ້​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 16  ເຂດ​ຂອງ​ເຂົາ​ເຈົ້າ​ມີ: ເມືອງ​ອາໂຣເອ​ທີ່​ຢູ່​ແຄມ​ຮ່ອມພູ*​ອາໂນນ ເມືອງ​ທີ່​ຢູ່​ກາງ​ຮ່ອມພູ​ນັ້ນ ທັງ​ໝົດ​ຂອງ​ພູ​ພຽງ​ເມເດບາ 17  ເມືອງ​ເຮັດຊະໂບນ​ກັບ​ເມືອງ​ນ້ອຍ​ໆ​+ທີ່​ຢູ່​ພູ​ພຽງ​ເຊິ່ງ​ຢູ່​ອ້ອມ​ເມືອງ​ນັ້ນ ເມືອງ​ດີໂບນ ເມືອງ​ບາໂມດບາອານ ເມືອງ​ເບັດບາອານເມໂອນ+ 18  ເມືອງ​ຢາຮາດ+ ເມືອງ​ເກເດໂມດ+ ເມືອງ​ເມຟະອາດ+ 19  ເມືອງ​ກີຣິອາດທາຢິມ ເມືອງ​ສິບມາ+ ເມືອງ​ເຊເຣັດຊາຮາ​ທີ່​ຢູ່ເທິງ​ພູ​ໃກ້​ກັບ​ທົ່ງພຽງ 20  ເມືອງ​ເບັດເປໂອ ເນີນ​ພູ​ປິຊະກາ+ ເມືອງ​ເບັດເຢຊີໂມດ+ 21  ເມືອງ​ຕ່າງ​ໆ​ທີ່​ຢູ່​ພູ​ພຽງ ແລະ​ເມືອງ​ທັງ​ໝົດ​ທີ່​ສີໂຮນ​ກະສັດ​ຂອງ​ຄົນ​ອາໂມ​ປົກຄອງ​ຈາກ​ເມືອງ​ເຮັດຊະໂບນ.+ ໂມເຊ​ໄດ້​ເອົາ​ຊະນະ​ກະສັດ​ສີໂຮນ+​ກັບ​ກະສັດ​ຂອງ​ພວກ​ມີດີອານ​ທີ່​ຊື່​ເອວີ ເຣເກັມ ຊູເຣ ຮູເຣ ແລະ​ເຣບາ.+ ເຂົາ​ເຈົ້າ​ຢູ່​ໃຕ້​ການ​ປົກຄອງ​ຂອງ​ສີໂຮນ. 22  ບາລາອາມ+​ລູກ​ຊາຍ​ຂອງ​ເບໂອ​ທີ່​ເປັນໝໍ​ມໍ​+ກໍ​ເປັນ​ອີກ​ຄົນ​ໜຶ່ງ​ທີ່​ຖືກ​ພວກ​ອິດສະຣາເອນ​ຂ້າ. 23  ເຂດ​ຂອງ​ຕະກູນ​ຣູເບັນ​ແມ່ນ​ສຸດ​ຢູ່​ແມ່​ນ້ຳ​ຈໍແດນ. ເມືອງ​ຕ່າງ​ໆ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ​ແມ່ນ​ດິນ​ມູນ​ຂອງ​ຕະກູນ​ຣູເບັນ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 24  ແລ້ວ​ໂມເຊ​ກໍ​ເອົາ​ດິນ​ໃຫ້​ຕະກູນ​ຄາດ​ເປັນ​ມໍລະດົກ ໂດຍ​ແບ່ງ​ໃຫ້​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 25  ເຂດ​ຂອງ​ເຂົາ​ເຈົ້າ​ມີ: ເມືອງ​ຢາເຊ+ ທຸກ​ເມືອງ​ທີ່​ຢູ່​ໃນ​ເຂດ​ກິລຽດ ແລະ​ເຄິ່ງ​ໜຶ່ງ​ຂອງ​ແຜ່ນດິນ​ຂອງ​ຄົນ​ອຳໂມນ+ໄປ​ຈົນ​ຮອດ​ເມືອງ​ອາໂຣເອ​ທີ່​ຢູ່ໃກ້​ໆ​ກັບ​ເມືອງ​ຣັບບາ+ 26  ຈາກ​ເມືອງ​ເຮັດຊະໂບນ​+ໄປ​ຮອດ​ເມືອງ​ຣາມາດມິດຊະເປ​ກັບ​ເມືອງ​ເບໂຕນີມ ແລະ​ຈາກ​ເມືອງ​ມາຮານາຢິມ+​ໄປ​ຮອດ​ເມືອງ​ເດບີ 27  ເມືອງ​ເບັດຮາຣານ ເມືອງ​ເບັດນິມຣາ+ ເມືອງ​ສຸກໂກດ+ ແລະ​ເມືອງ​ຊາໂຟນ​ທີ່​ຢູ່​ທົ່ງພຽງ​ເຊິ່ງ​ເປັນ​ເມືອງ​ທີ່​ສີໂຮນ​ກະສັດ​ຂອງ​ເມືອງ​ເຮັດຊະໂບນ+​ໄດ້​ປົກຄອງ. ເຂດ​ຂອງ​ເຂົາ​ເຈົ້າ​ແມ່ນ​ສຸດ​ຢູ່​ທົ່ງພຽງ​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ​ໄປ​ຈົນ​ຮອດ​ທະເລ​ກິນເນເຣດ.*+ 28  ເມືອງ​ຕ່າງ​ໆ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ​ແມ່ນ​ດິນ​ມູນ​ຂອງ​ຕະກູນ​ຄາດ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 29  ແລ້ວ​ໂມເຊ​ກໍ​ເອົາ​ດິນ​ໃຫ້​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ເປັນ​ມໍລະດົກ ໂດຍ​ແບ່ງ​ໃຫ້​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ.+ 30  ເຂດ​ຂອງ​ເຂົາ​ເຈົ້າ​ກວມ​ເອົາ​ແຜ່ນດິນ​ທັງ​ໝົດ​ຂອງ​ໂອກ​ກະສັດ​ຂອງ​ບາຊານ ເຊິ່ງ​ເລີ່ມ​ຕັ້ງ​ແຕ່​ເມືອງ​ມາຮານາຢິມ+ ເຂດ​ບາຊານ​ທັງ​ໝົດ ແລະ​ເມືອງ​ນ້ອຍ​ໆ​ທັງ​ໝົດ​ຂອງ​ຢາອີ​+ໃນ​ບາຊານ. ລວມ​ທັງ​ໝົດ​ມີ 60 ເມືອງ. 31  ເຄິ່ງ​ໜຶ່ງ​ຂອງ​ເຂດ​ກິລຽດ ແລະ​ເມືອງ​ອັດຊະເຕຣາດ​ກັບ​ເມືອງ​ເອັດເຣອີ​+ທີ່​ໂອກ​ກະສັດ​ຂອງ​ບາຊານ​ເຄີຍ​ປົກຄອງ​ກໍ​ໄດ້​ຕົກ​ເປັນ​ຂອງລູກ​ຫຼານ​ມາກີ+​ລູກ​ຊາຍ​ຂອງ​ມານາເຊ ເຊິ່ງ​ກໍ​ແມ່ນເຄິ່ງ​ໜຶ່ງ​ຂອງ​ລູກ​ຫຼານ​ມາກີ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 32  ທັງ​ໝົດ​ນັ້ນ​ແມ່ນ​ດິນ​ທີ່​ໂມເຊ​ມອບ​ໃຫ້​ເຂົາ​ເຈົ້າ​ເປັນ​ມໍລະດົກ​ຕອນ​ທີ່​ຢູ່​ບ່ອນ​ກັນດານ​ໂມອາບ ບ່ອນ​ທີ່​ຢູ່​ແຄມ​ຟາກ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ​ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ.+ 33  ແຕ່​ຕະກູນ​ເລວີ ໂມເຊ​ບໍ່​ໄດ້​ເອົາ​ດິນ​ໃຫ້​ເຂົາ​ເຈົ້າ​ເປັນ​ມໍລະດົກ.+ ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເປັນ​ມໍລະດົກ​ຂອງ​ເຂົາ​ເຈົ້າ​ຕາມ​ທີ່​ເພິ່ນ​ໄດ້​ສັນຍາ​ກັບ​ເຂົາ​ເຈົ້າ.+

ຂໍຄວາມໄຂເງື່ອນ

ອາດ​ໝາຍເຖິງ​ສາຍ​ນ້ຳ​ຂອງ​ແມ່​ນ້ຳ​ນິນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ສຸດ ກ່ອນ​ທີ່​ຈະ​ໄຫຼ​ລົງ​ທະເລ​ເມດີແຕຣາເນ
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ໝາຍເຖິງ​ທະເລ​ສາບ​ກິນເນເຣດ ຫຼື​ທະເລ​ຄາລີເລ