ໂຢຊວຍ 15:1-63

  • ດິນ​ມູນ​ຂອງ​ຕະກູນ​ຢູດາ (1-12)

  • ດິນ​ມູນ​ທີ່​ລູກສາວ​ຂອງ​ກາເລັບ​ໄດ້ (13-19)

  • ເມືອງ​ຕ່າງ​ໆ​ຂອງ​ຕະກູນ​ຢູດາ (20-63)

15  ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ຕະກູນ​ຢູດາ​ໄດ້​ດິນ​ມູນ*+ໄປ​ຈົນ​ຮອດ​ເຂດ​ແດນ​ຂອງ​ພວກ​ເອໂດມ+ ບ່ອນ​ກັນດານ​ຊິນ ແລະ​ທາງ​ໃຕ້​ສຸດ​ຂອງ​ເນເກັບ.  ເຂດ​ແດນ​ທາງ​ທິດ​ໃຕ້​ຂອງ​ເຂົາ​ເຈົ້າ​ເລີ່ມ​ຕັ້ງ​ແຕ່​ອ່າວ​ທີ່​ຢູ່​ທາງ​ໃຕ້​ສຸດ​ຂອງ​ທະເລ​ເກືອ.*+  ຈາກ​ນັ້ນ ເຂດ​ແດນ​ທີ່​ຢູ່​ທາງ​ທິດ​ໃຕ້​ຂອງ​ເຂົາ​ເຈົ້າ​ລົງ​ໄປ​ທາງ​ເສັ້ນ​ທາງ​ຂຶ້ນ​ພູ​ທີ່​ຊື່​ອັກຣັບບີມ+ ຜ່ານ​ບ່ອນ​ກັນດານ​ຊິນ​ຈົນ​ຮອດ​ກາເດັດບາເນອາ.+ ຈາກ​ບ່ອນ​ນັ້ນ​ກໍ​ຂຶ້ນ​ໄປ​ເມືອງ​ເຮຊະໂຣນ ໄປ​ເມືອງ​ອັດດາ ແລະ​ໂຄ້ງ​ໄປ​ເມືອງ​ກາຣະກາ.  ຈາກ​ນັ້ນ ເຂດ​ແດນ​ກໍ​ໄປ​ທາງ​ເມືອງ​ອາຊະໂມນ+ ແລະ​ໄປ​ຈົນ​ຮອດ​ຮ່ອມພູ*ຂອງ​ເອຢິບ+ ແລ້ວ​ໄປ​ສຸດ​ຢູ່​ທະເລ.* ນີ້​ແມ່ນ​ເຂດ​ແດນ​ທາງ​ທິດໃຕ້​ຂອງ​ດິນ​ມູນ​ຂອງ​ຕະກູນ​ຢູດາ.  ເຂດ​ແດນ​ທາງ​ທິດ​ຕາເວັນ​ອອກ​ແມ່ນ​ທະເລ​ເກືອ​ຂຶ້ນ​ໄປ​ທາງເໜືອ​ແລະ​ສຸດ​ຢູ່​ປາກ​ແມ່​ນ້ຳ​ຈໍແດນ.+  ສ່ວນ​ເຂດ​ແດນ​ທີ່​ຢູ່​ທາງ​ທິດ​ເໜືອ​ແມ່ນ​ເລີ່ມ​ຈາກ​ປາກ​ແມ່​ນ້ຳ​ຈໍແດນ​ໄປ​ທາງ​ເມືອງ​ເບັດ​ໂຮກລາ+ ຂຶ້ນ​ໄປ​ທາງ​ເໜືອ​ຂອງ​ເມືອງ​ເບັດອາຣາບາ+ ໄປ​ຈົນ​ຮອດ​ຫີນ​ຂອງ​ໂບຫານ*+ທີ່​ເປັນ​ລູກ​ຫຼານ​ຂອງ​ຣູເບັນ.  ຈາກ​ນັ້ນ ເຂດ​ແດນ​ກໍ​ໄປ​ຮອດ​ເມືອງ​ເດບີ​ທີ່​ຢູ່​ຮ່ອມພູ​ອາໂຄ+ ແລະ​ຂຶ້ນ​ໄປ​ທາງ​ເມືອງ​ກິນການ+​ທີ່​ຢູ່​ໃກ້​ກັບ​ເສັ້ນ​ທາງ​ຂຶ້ນ​ພູ​ອະດູມມີມ​ເຊິ່ງ​ຢູ່ທາງ​ໃຕ້​ຂອງຮ່ອມພູ.* ຈາກ​ນັ້ນ ເຂດ​ແດນ​ກໍ​ໄປ​ທາງ​ນ້ຳ​ສ້າງ​ເອັນເຊເມັດ​+ຈົນ​ຮອດ​ນ້ຳ​ສ້າງ​ເອັນໂຣເກນ.+  ຈາກ​ນັ້ນ ເຂດ​ແດນ​ກໍ​ຂຶ້ນ​ໄປ​ຮອດ​ຮ່ອມພູ​ຮິນໂນມ*+ ແລະ​ໄປ​ທາງ​ເນີນ​ພູ​ທີ່​ມີ​ເມືອງ​ເຢຣູຊາເລັມ+​ເຊິ່ງ​ເປັນ​ເມືອງ​ຂອງ​ພວກ​ເຢບຸດ.+ ຈາກ​ນັ້ນ ເຂດ​ແດນ​ກໍ​ໄປ​ຮອດ​ຈອມ​ພູ​ໜຶ່ງ​ທີ່​ຢູ່​ຟາກທິດ​ຕາເວັນ​ຕົກຂອງ​ຮ່ອມພູ​ຮິນໂນມ. ພູ​ນັ້ນ​ຢູ່​ທາງ​ທິດເໜືອ​ສຸດ​ຂອງ​ຮ່ອມພູ​ເຣຟາຢິມ.  ຈາກ​ຈອມ​ພູ​ນັ້ນ ເຂດ​ແດນ​ກໍ​ໄປ​ທາງ​ນ້ຳ​ອອກ​ບໍ່​ເນັບໂຕອາ+ ໄປ​ທາງ​ເມືອງ​ຕ່າງ​ໆ​ຂອງ​ພູ​ເອຟະໂຣນ ຈົນ​ຮອດ​ເມືອງ​ບາອາລາ​ເຊິ່ງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ກີຣິອາດເຢອາຣີມ.+ 10  ຈາກ​ເມືອງ​ບາອາລາ ເຂດ​ແດນ​ກໍ​ໄປ​ທາງ​ທິດ​ຕາເວັນ​ຕົກ​ຈົນ​ຮອດ​ພູ​ເສອີ ແລະ​ຈົນ​ຮອດ​ເມືອງ​ເກສາໂລນ​ທີ່​ຢູ່​ເນີນ​ພູ​ເຢອາຣີມ ແລ້ວ​ລົງ​ໄປ​ເມືອງ​ເບັດເຊເມັດ​+ຈົນ​ຮອດ​ເມືອງ​ຕິມນາ.+ 11  ຈາກ​ນັ້ນ ເຂດ​ແດນ​ກໍ​ໄປ​ທາງ​ເນີນ​ພູ​ທີ່​ຢູ່​ທາງ​ທິດເໜືອ​ຂອງ​ເມືອງ​ເອັກໂຣນ+ ແລ້ວ​ໄປ​ທາງ​ເມືອງ​ຊິກເກໂຣນ ຂ້າມ​ພູ​ບາອາລາ​ໄປ​ຈົນ​ຮອດ​ຢັບເນເອນ ແລ້ວ​ກໍ​ໄປ​ສຸດ​ຢູ່​ທະເລ. 12  ເຂດ​ແດນ​ທາງ​ທິດ​ຕາເວັນ​ຕົກ​ຂອງ​ດິນ​ມູນ​ຂອງ​ເຂົາ​ເຈົ້າ​ແມ່ນ​ແຄມ​ທະເລ​ໃຫຍ່.*+ ທັງ​ໝົດ​ນີ້​ແມ່ນ​ເຂດ​ແດນ​ຂອງ​ດິນ​ມູນ​ທີ່​ລູກ​ຫຼານ​ຂອງ​ຢູດາ​ໄດ້​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 13  ສຳລັບ​ກາເລັບ+​ລູກ​ຊາຍ​ຂອງ​ເຢຟຸນເນ ໂຢຊວຍ​ໄດ້​ເອົາ​ເມືອງ​ກີຣິອາດອາຣະບາ (ອາຣະບາ​ເປັນ​ພໍ່​ຂອງ​ອານາກ.) ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຮັບໂຣນ​+ໃຫ້​ລາວ ເຊິ່ງ​ເປັນ​ສ່ວນ​ແບ່ງ​ຈາກ​ດິນ​ມູນ​ຂອງ​ລູກ​ຫຼານ​ຢູດາ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໄວ້. 14  ແລ້ວ​ກາເລັບ​ກໍ​ໄດ້​ຂັບ​ໄລ່​ລູກ​ຊາຍ​ຂອງ​ອານາກ+​ທັງ​ສາມ​ຄົນ​ທີ່​ຊື່​ເຊຊາຍ ອາຮີມານ ແລະ​ຕານມາຍ*+ອອກ​ຈາກ​ເມືອງ​ນັ້ນ. 15  ຈາກ​ນັ້ນ ລາວ​ກໍ​ຂຶ້ນ​ໄປ​ຕໍ່ສູ້​ກັບ​ຄົນ​ໃນ​ເມືອງ​ເດບີ.+ (ແຕ່​ກີ້​ເມືອງ​ເດບີ​ມີ​ຊື່​ວ່າ​ກີຣິອາດເສເຟ.) 16  ກາເລັບ​ເວົ້າ​ວ່າ: “ຜູ້​ໃດ​ທີ່​ຍຶດ​ເມືອງ​ກີຣິອາດເສເຟ​ໄດ້ ຂ້ອຍ​ຊິ​ຍົກ​ອັກສາ​ລູກສາວ​ຂອງ​ຂ້ອຍ​ໃຫ້​ຜູ້​ນັ້ນ.” 17  ແລ້ວ​ໂອດນີເອນ+​ລູກ​ຊາຍ​ຂອງ​ເກນັດ+​ທີ່​ເປັນ​ນ້ອງ​ຊາຍ​ຂອງ​ກາເລັບ​ກໍ​ຍຶດ​ເມືອງ​ນັ້ນ​ໄດ້. ກາເລັບ​ຈຶ່ງ​ຍົກ​ອັກສາ​+ລູກສາວ​ຂອງ​ໂຕ​ເອງ​ໃຫ້​ເປັນ​ເມຍ​ຂອງ​ໂອດນີເອນ. 18  ຕອນ​ທີ່​ອັກສາ​ຊິ​ເມືອ​ເຮືອນ​ນຳ​ຜົວ ລາວ​ພະຍາຍາມ​ໃຫ້​ຜົວ​ຂໍ​ດິນ​ກັບ​ພໍ່​ຂອງ​ລາວ ລາວ​ຈຶ່ງ​ລົງ​ຈາກ​ຫຼັງ​ລາໄປ​ຫາ​ພໍ່​ເອງ.* ກາເລັບ​ຖາມ​ລາວ​ວ່າ: “ລູກ​ຢາກ​ໄດ້​ຫຍັງ?”+ 19  ລາວ​ຕອບ​ວ່າ: “ຂໍ​ພໍ່​ອວຍພອນ​ແລະ​ເອົາ​ຂອງຂວັນ​ໃຫ້​ລູກ​ແດ່. ດິນ​ທີ່​ພໍ່​ຍົກ​ໃຫ້​ລູກ​ຢູ່​ທາງ​ທິດໃຕ້*ຫັ້ນ​ມັນ​ແຫ້ງ​ແລ້ງ. ຂໍ​ພໍ່​ຍົກ​ກຸນໂລມາອິມ*ໃຫ້​ລູກ​ນຳ.” ກາເລັບ​ຈຶ່ງ​ຍົກ​ກຸນໂລ​ເທິງ​ກັບ​ກຸນໂລ​ລຸ່ມ​ໃຫ້​ລາວ. 20  ຕໍ່​ໄປ​ນີ້​ແມ່ນ​ດິນ​ມູນ​ຂອງ​ຕະກູນ​ຢູດາ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 21  ເມືອງ​ຕ່າງ​ໆ​ຂອງ​ຕະກູນ​ຢູດາ​ທີ່​ຢູ່​ທາງ​ໃຕ້​ສຸດ​ໃກ້​ໆ​ເຂດ​ແດນ​ຂອງ​ເອໂດມ+​ມີ​ຄື: ເມືອງ​ກັບເຊເອນ ເມືອງ​ເອເດ ເມືອງ​ຢາກູເຣ 22  ເມືອງ​ກີນາ ເມືອງ​ດີໂມນາ ເມືອງ​ອັກດາດາ 23  ເມືອງ​ເກເດັດ ເມືອງ​ຮາໂສ ເມືອງ​ອິດນັນ 24  ເມືອງ​ຊິເຟ ເມືອງ​ເຕເລັມ ເມືອງ​ເບອາໂລດ 25  ເມືອງ​ຮາໂສຮາດັດຕາ ເມືອງ​ເກຣີໂຢດເຮດຊະໂຣນ​ເຊິ່ງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ຮາໂສ 26  ເມືອງ​ອາມາມ ເມືອງ​ເຊມາ ເມືອງ​ໂມລາດາ+ 27  ເມືອງ​ຮາຊາກັດດາ ເມືອງ​ເຮຊະໂມນ ເມືອງ​ເບັດເປເລັດ+ 28  ເມືອງ​ຮາຊາຊູອານ ເມືອງ​ເບເອເຊບາ+ ເມືອງ​ບີຊີໂອທີອາ 29  ເມືອງ​ບາອາລາ ເມືອງ​ອີອີມ ເມືອງ​ອີຢິມ 30  ເມືອງ​ເອນໂຕລັດ ເມືອງ​ເກ​ຊິນ ເມືອງ​ໂຮມາ+ 31  ເມືອງ​ຊິກລັກ+ ເມືອງ​ມາດມານນາ ເມືອງ​ສັນສັນນາ 32  ເມືອງ​ເລບາໂອດ ເມືອງ​ຊິນຮີມ ເມືອງ​ອາອິນ ແລະ​ເມືອງ​ຣິມໂມນ.+ ລວມ​ທັງ​ໝົດ​ມີ 29 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 33  ເມືອງ​ທີ່​ຢູ່​ເຂດ​ເຊເຟລາ​+ມີ​ຄື: ເມືອງ​ເອຊະຕາໂອນ ເມືອງ​ໂຊຣາ+ ເມືອງ​ອາຊະນາ 34  ເມືອງ​ຊາໂນອາ ເມືອງ​ເອັນກັນນີມ ເມືອງ​ຕັບປົວ ເມືອງ​ເອນາມ 35  ເມືອງ​ຢາຣະມຸດ ເມືອງ​ອະດຸລາມ+ ເມືອງ​ໂສໂກ ເມືອງ​ອາເຊກາ+ 36  ເມືອງ​ຊະອາຣາຢິມ+ ເມືອງ​ອາດີທາຢິມ ແລະ​ເມືອງ​ເກເດຣາ​ກັບ​ເກເດໂຣທາຢິມ.* ລວມ​ທັງ​ໝົດ​ມີ 14 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 37  ເມືອງ​ເຊນານ ເມືອງ​ຮາດາຊາ ເມືອງ​ມິກດັນກາດ 38  ເມືອງ​ດິເລອານ ເມືອງ​ມິດຊະປາ ເມືອງ​ໂຢກເທເອນ 39  ເມືອງ​ລາກິດ+ ເມືອງ​ໂບຊະກາດ ເມືອງ​ເອັກໂລນ 40  ເມືອງ​ກັບໂບນ​ ເມືອງ​ລາມາມ ເມືອງ​ກິດລິດ 41  ເມືອງ​ເກເດໂຣດ ເມືອງ​ເບັດດາໂກນ ເມືອງ​ນາອາມາ ແລະ​ເມືອງ​ມັກເກດາ.+ ລວມ​ທັງ​ໝົດ​ມີ 16 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 42  ເມືອງ​ລິບນາ+ ເມືອງ​ເອເທ ເມືອງ​ອາຊານ+ 43  ເມືອງ​ອິບຕາ ເມືອງ​ອາຊະນາ ເມືອງ​ເນດຊິບ 44  ເມືອງ​ເກອີລາ ເມືອງ​ອັກຊິບ ແລະ​ເມືອງ​ມາເຣຊາ. ລວມ​ທັງ​ໝົດ​ມີ 9 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 45  ເມືອງ​ເອັກໂຣນ ແລະ​ເມືອງ​ນ້ອຍ​ໆ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ 46  ຈາກ​ເມືອງ​ເອັກໂຣນ​ໄປ​ທາງ​ທິດຕາເວັນຕົກ ເມືອງ​ຕ່າງ​ໆ​ທີ່​ຢູ່​ໃກ້​ໆ​ເມືອງ​ອາຊະໂດດ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 47  ເມືອງ​ອາຊະໂດດ+ ແລະ​ເມືອງ​ນ້ອຍ​ໆ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ ເມືອງ​ຄາຊາ+ ແລະ​ເມືອງ​ນ້ອຍ​ໆ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ ລົງ​ໄປ​ຈົນ​ຮອດ​ລຳ​ນ້ຳ​ຂອງ​ເອຢິບ​ກັບ​ແຄມ​ທະເລ​ໃຫຍ່.+ 48  ເມືອງ​ທີ່​ຢູ່​ເຂດ​ພູ​ມີ​ຄື: ເມືອງ​ຊາມີ ເມືອງ​ຢັດຕີ+ ເມືອງ​ໂສໂກ 49  ເມືອງ​ດານນາ ເມືອງ​ກີຣິອາດສັນນາ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເດບີ 50  ເມືອງ​ອານາບ ເມືອງ​ເອດເທໂມ+ ເມືອງ​ອານີມ 51  ເມືອງ​ໂກເຊັນ+ ເມືອງ​ໂຮໂລນ​ ແລະ​ເມືອງ​ກິໂລ.+ ລວມ​ທັງ​ໝົດ​ມີ 11 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 52  ເມືອງ​ອາຣັບ ເມືອງ​ດູມາ ເມືອງ​ເອຊານ 53  ເມືອງ​ຢານີມ ເມືອງ​ເບັດຕັບປົວ ເມືອງ​ອະເຟກາ 54  ເມືອງ​ຮຸມຕາ ເມືອງ​ກີຣິອາດອາຣະບາ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຮັບໂຣນ+ ແລະ​ເມືອງ​ຊີໂອ. ລວມ​ທັງ​ໝົດ​ມີ 9 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 55  ເມືອງ​ມາໂອນ+ ເມືອງ​ກາເມນ ເມືອງ​ຊິເຟ+ ເມືອງ​ຢູຕາ 56  ເມືອງ​ເຢດຊະເຣເອນ ເມືອງ​ໂຢກເດອາມ ເມືອງ​ຊາໂນອາ 57  ເມືອງ​ກາອີນ ເມືອງ​ກີເບອາ ແລະ​ເມືອງ​ຕິມນາ.+ ລວມ​ທັງ​ໝົດ​ມີ 10 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 58  ເມືອງ​ຮັນຮູນ ເມືອງ​ເບັດຊູຣາ ເມືອງ​ເກໂດເຣ 59  ເມືອງ​ມາອາຣາດ ເມືອງ​ເບັດອາໂນດ ແລະ​ເມືອງ​ເອນເຕໂກນ. ລວມ​ທັງ​ໝົດ​ມີ 6 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 60  ເມືອງ​ກີຣິອາດບາອານ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ກີຣິອາດເຢອາຣີມ+ ແລະ​ເມືອງ​ຣັບບາ. ລວມ​ທັງ​ໝົດ​ມີ 2 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 61  ເມືອງ​ທີ່​ຢູ່​ບ່ອນ​ກັນດານ​ມີ​ຄື: ເມືອງ​ເບັດອາຣາບາ+ ເມືອງ​ມິດດິນ ເມືອງ​ເສກາກາ 62  ເມືອງ​ນິບຊານ ເມືອງ​ອີເຣຫາມເມລາກ* ແລະ​ເມືອງ​ເອັນເກດີ.+ ລວມ​ທັງ​ໝົດ​ມີ 6 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 63  ສຳລັບ​ພວກ​ເຢບຸດ+​ທີ່​ຢູ່​ເມືອງ​ເຢຣູຊາເລັມ​+ນັ້ນ ຄົນ​ໃນ​ຕະກູນ​ຢູດາ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ບໍ່​ໄດ້.+ ພວກ​ເຢບຸດ​ຈຶ່ງ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ກັບ​ຄົນ​ໃນ​ຕະກູນ​ຢູດາ​ຈົນ​ຮອດ​ທຸກ​ມື້​ນີ້.

ຂໍຄວາມໄຂເງື່ອນ

ຫຼື “ໄດ້​ດິນ​ມູນ​ໂດຍ​ການ​ຈົກ​ສະຫຼາກ”
ໝາຍເຖິງ​ທະເລ​ຕາຍ
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ໝາຍເຖິງ​ທະເລ​ໃຫຍ່ ຫຼື​ທະເລ​ເມດີແຕຣາເນ
ໝາຍເຖິງ​ຫີນ​ທີ່​ເປັນ​ຫຼັກ​ແດນ
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ຮ່ອມພູ​ຂອງ​ລູກ​ຊາຍ​ຮິນໂນມ.” ເບິ່ງ​ຄຳ​ວ່າ “ເກເຮັນນາ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ໝາຍເຖິງ​ທະເລ​ເມດີແຕຣາເນ
ອາດ​ໝາຍເຖິງ​ລູກ​ຫຼານ​ຂອງ​ເຂົາເຈົ້າ
ຫຼື​ອາດ​ແປ​ວ່າ “ຕົບ​ມື​ເອີ້ນ​ຕອນ​ຢູ່​ຫຼັງ​ລາ”
ຫຼື “ເນເກັບ”
ແປ​ວ່າ “ອ່າງ​ນ້ຳ”
ຫຼື​ອາດ​ແປ​ວ່າ “ເມືອງ​ເກເດຣາ​ກັບ​ຄອກ​ແກະ​ຂອງ​ເມືອງ​ນັ້ນ”
ຫຼື “ເມືອງ​ແຫ່ງ​ເກືອ”