ໂຢຊວຍ 16:1-10

  • ດິນ​ມູນ​ທີ່​ລູກ​ຫຼານ​ຂອງ​ໂຢເຊັບ​ໄດ້ (1-4)

  • ດິນ​ມູນ​ຂອງ​ຕະກູນ​ເອຟຣາອິມ (5-10)

16  ດິນ​ມູນ​ທີ່​ລູກ​ຫຼານ​ຂອງ​ໂຢເຊັບ​+ໄດ້​ໂດຍ​ການ​ຈົກ​ສະຫຼາກ+ ເລີ່ມ​ຈາກ​ແມ່​ນ້ຳ​ຈໍແດນ​ທີ່​ຢູ່​ໃກ້​ເມືອງ​ເຢຣິໂກ​ໄປ​ທາງ​ຫ້ວຍ​ທີ່ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ເມືອງ​ເຢຣິໂກ ຜ່ານ​ບ່ອນ​ກັນດານ​ເຢຣິໂກ​ໄປ​ຈົນ​ຮອດ​ເຂດ​ພູ​ຂອງ​ເບເທນ.+  ຈາກ​ເບເທນ​ທີ່​ຢູ່​ໃກ້​ເມືອງ​ລູເຊ ເຂດ​ແດນ​ຂອງ​ເຂົາ​ເຈົ້າ​ກໍ​ໄປ​ຮອດ​ເຂດ​ແດນ​ຂອງ​ພວກ​ອາຄີ​ທີ່​ຢູ່​ເມືອງ​ອາຕາໂຣດ.  ຈາກ​ນັ້ນ ເຂດ​ແດນ​ກໍ​ໄປ​ທາງ​ທິດຕາເວັນຕົກ​ຈົນ​ຮອດ​ເຂດ​ແດນ​ຂອງ​ພວກ​ຢາຟະເລດ ແລະ​ຈົນ​ຮອດ​ເຂດ​ແດນ​ເບັດໂຮໂຣນ​ທ່າ+​ແລະ​ເມືອງ​ເກເຊ+ ແລ້ວ​ໄປ​ສຸດ​ຢູ່ທະເລ​ໃຫຍ່.*  ຕະກູນ​ມານາເຊ​ກັບ​ຕະກູນ​ເອຟຣາຢິມ​ທີ່​ເປັນ​ລູກ​ຫຼານ​ຂອງ​ໂຢເຊັບ+​ກໍ​ໄດ້​ເຂົ້າ​ໄປ​ຢູ່​ໃນ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ.+  ເຂດ​ແດນ​ຂອງ​ລູກ​ຫຼານ​ເອຟຣາຢິມ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ​ຢູ່​ທາງ​ທິດ​ຕາເວັນ​ອອກ ເລີ່ມ​ຈາກ​ເມືອງ​ອາຕາໂຣດອັດດາ+ໄປ​ຈົນ​ຮອດ​ເມືອງ​ເບັດໂຮໂຣນ​ທົ່ງ+  ແລ້ວ​ໄປ​ສຸດ​ຢູ່​ທະເລ​ໃຫຍ່. ສ່ວນ​ເຂດ​ແດນ​ທາງ​ທິດ​ຕາເວັນ​ອອກ ເລີ່ມ​ຈາກ​ມິກເມທາດ+ທີ່​ຢູ່​ທາງ​ເໜືອ​ສຸດ ລົງ​ໄປ​ເລື້ອຍ​ໆ​ແລະ​ໂຄ້ງ​ໄປ​ທາງ​ທິດ​ຕາເວັນ​ອອກ​ຈົນ​ຮອດ​ຕະອານັດຊີໂລ ແລະ​ຈົນ​ຮອດ​ຢາໂນອາ.  ຈາກ​ຢາໂນອາ ເຂດ​ແດນ​ກໍ​ລົງ​ໄປ​ທາງ​ເມືອງ​ອາຕາໂຣດ​ແລະ​ເມືອງ​ນະອາຣາ​ໄປ​ຈົນ​ຮອດ​ເມືອງ​ເຢຣິໂກ+ ແລ້ວ​ໄປ​ສຸດ​ຢູ່​ແມ່​ນ້ຳ​ຈໍແດນ.  ຈາກ​ເມືອງ​ຕັບປົວ+ ເຂດ​ແດນ​ໄປ​ທາງ​ທິດ​ຕາເວັນ​ຕົກ​ຈົນ​ຮອດ​ຮ່ອມພູ* ແລ້ວ​ໄປ​ສຸດ​ຢູ່​ທະເລ​ໃຫຍ່.+ ທັງ​ໝົດ​ນີ້​ແມ່ນ​ດິນ​ມູນ​ຂອງ​ຕະກູນ​ເອຟຣາຢິມ​ທີ່​ເຂົາ​ເຈົ້າ​ໄດ້​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ.  ລູກ​ຫຼານ​ຂອງ​ເອຟຣາຢິມ​ຍັງ​ໄດ້​ເມືອງ​ບາງ​ເມືອງ​ກັບ​ບ້ານ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ​ໃນ​ເຂດ​ດິນ​ມູນ​ຂອງ​ຕະກູນ​ມານາເຊ.+ 10  ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ຂັບ​ໄລ່​ພວກ​ການາອານ​ທີ່​ຢູ່​ໃນ​ເມືອງ​ເກເຊ​ອອກ​ໄປ.+ ພວກ​ການາອານ​ຈຶ່ງ​ຢູ່​ໃນ​ເຂດ​ແດນ​ຂອງ​ຕະກູນ​ເອຟຣາຢິມ​ຈົນ​ຮອດ​ທຸກ​ມື້​ນີ້.+ ພວກ​ເຂົາ​ຖືກ​ໃຊ້​ໃຫ້​ເຮັດ​ວຽກ​ໜັກ​ຄື​ກັບ​ທາດ.+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ທະເລ​ເມດີແຕຣາເນ
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.