ໂຢຊວຍ 17:1-18

  • ດິນ​ມູນ​ຂອງ​ຕະກູນ​ມານາເຊ​ທີ່​ຢູ່​ທາງ​ທິດຕາເວັນຕົກ (1-13)

  • ດິນ​ມູນ​ທີ່​ລູກ​ຫຼານ​ຂອງ​ໂຢເຊບ​ໄດ້​ຕື່ມ​ອີກ (14-18)

17  ຈາກ​ນັ້ນ ຕະກູນ​ຂອງ​ມານາເຊ​+ທີ່​ເປັນ​ລູກກົກ+ຂອງ​ໂຢເຊັບ​ກໍ​ໄດ້​ຈົກ​ສະຫຼາກ+​ເອົາ​ດິນ​ມູນ. ມາກີ+​ທີ່​ເປັນ​ລູກກົກ​ຂອງ​ມານາເຊ​ແລະ​ເປັນ​ພໍ່​ຂອງ​ກິລຽດ​ເປັນ​ນັກຮົບ​ທີ່​ກ້າຫານ. ລາວ​ໄດ້​ດິນ​ມູນ​ຢູ່​ກິລຽດ​ກັບ​ບາຊານ.+  ແລ້ວເຄິ່ງ​ໜຶ່ງຂອງ​ຕະກູນ​ມານາເຊ​ທີ່​ຍັງ​ບໍ່​ໄດ້​ດິນ​ມູນ​ກໍ​ໄດ້​ຈົກ​ສະຫຼາກ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ຜູ້​ທີ່​ໄດ້​ຈົກ​ສະຫຼາກ​ແມ່ນ​ລູກ​ຫຼານ​ຂອງ​ອາບີເອເຊ+ ລູກ​ຫຼານ​ຂອງ​ເຮເລັກ ລູກ​ຫຼານ​ຂອງ​ອາຊະຣີເອນ ລູກ​ຫຼານ​ຂອງ​ເຊເຄັມ ລູກ​ຫຼານ​ຂອງ​ເຮເຟ ແລະ​ລູກ​ຫຼານ​ຂອງ​ເຊມີດາ. ເຂົາ​ເຈົ້າ​ເປັນ​ຜູ້​ຊາຍ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ຕະກູນ​ມານາເຊ​ທີ່​ເປັນ​ລູກ​ຊາຍ​ຂອງ​ໂຢເຊັບ.+  ແຕ່​ເຊໂລເຟຂາດ+​ບໍ່​ມີ​ລູກ​ຊາຍ​ມີ​ແຕ່​ລູກສາວ. ເຊໂລເຟຂາດ​ຜູ້​ນີ້​ເປັນ​ລູກ​ຊາຍ​ຂອງ​ເຮເຟ ເຮເຟ​ເປັນ​ລູກ​ຊາຍ​ຂອງ​ກິລຽດ ກິລຽດ​ເປັນ​ລູກ​ຊາຍ​ຂອງ​ມາກີ ມາກີ​ເປັນ​ລູກ​ຊາຍ​ຂອງ​ມານາເຊ. ລູກສາວ​ຂອງ​ເຊໂລເຟຂາດ​ຊື່​ມາລາ ໂນອາ ໂຮກລາ ມີລະກາ ແລະ​ຕີຣະຊາ.  ພວກ​ລູກສາວ​ເຫຼົ່ານີ້​ໄດ້​ໄປ​ຫາ​ປະໂລຫິດ​ເອເລອາຊາ+ ໂຢຊວຍ​ລູກ​ຊາຍ​ຂອງ​ນູນ ແລະ​ພວກ​ຫົວ​ໜ້າ ແລ້ວ​ເວົ້າ​ວ່າ: “ພະ​ເຢໂຫວາ​ສັ່ງ​ໄວ້​ກັບ​ໂມເຊ​ວ່າ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ດິນມູນ​ຄື​ກັບ​ພີ່​ນ້ອງ​ຂອງ​ພວກ​ເຮົາ.”+ ໂຢຊວຍ​ຈຶ່ງ​ແບ່ງ​ດິນ​ມູນ​ຈາກພີ່​ນ້ອງ​ຂອງ​ເຂົາ​ເຈົ້າແລ້ວ​ເອົາ​ໃຫ້​ເຂົາ​ເຈົ້າ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ.+  ນອກ​ຈາກ​ດິນ​ມູນ​ຢູ່​ກິລຽດ​ກັບ​ບາຊານ​ແລ້ວ ລູກ​ຫຼານ​ຂອງ​ມານາເຊ​ກໍ​ໄດ້​ດິນມູນ​ອີກ 10 ບ່ອນ​ຢູ່​ອີກ​ຟາກ​ໜຶ່ງ*ຂອງ​ແມ່​ນ້ຳ​ຈໍແດນ.+  ເຂົາ​ເຈົ້າ​ໄດ້​ດິນ​ມູນ​ເຫຼົ່າ​ນັ້ນ ຍ້ອນ​ລູກສາວ​ຂອງ​ເຊໂລເຟຂາດ​ໄດ້​ດິນ​ມູນ​ຄື​ກັບ​ລູກ​ຊາຍ​ໃນ​ຕະກູນ​ມານາເຊ ແລະ​ຍ້ອນ​ລູກ​ຫຼານ​ຄົນ​ອື່ນ​ໆ​ໃນ​ຕະກູນ​ມານາເຊ​ໄດ້​ແຜ່ນດິນ​ກິລຽດ​ເປັນ​ມູນ​ແລ້ວ.  ເຂດ​ແດນ​ຂອງ​ດິນ​ມູນ​ທີ່​ຕະກູນ​ມານາເຊ​ໄດ້​ຮັບ ເລີ່ມ​ຈາກ​ເຂດ​ແດນ​ຂອງ​ຕະກູນ​ອາເຊ​ໄປ​ຈົນ​ຮອດ​ມິກເມທາດ​+ທີ່​ຢູ່​ໃກ້​ເມືອງ​ເຊເຄັມ+ ແລະ​ລົງ​ໄປ​ທາງ​ທິດໃຕ້​ຮອດ​ແຜ່ນດິນ​ຂອງ​ຄົນ​ທີ່​ຢູ່​ເອັນ​ຕັບປົວ.  ເຂດ​ຕັບປົວ​+ທັງ​ໝົດ​ເປັນ​ຂອງ​ມານາເຊ ແຕ່​ເມືອງ​ທີ່​ຊື່​ຕັບປົວ​ເປັນ​ຂອງ​ເອຟຣາຢິມ.  ເມືອງ​ບາງ​ເມືອງ​ທີ່​ຢູ່​ໃນ​ເຂດ​ຂອງ​ມານາເຊ​+ເປັນ​ເມືອງ​ຂອງ​ຕະກູນ​ເອຟຣາຢິມ. ຈາກ​ຕັບປົວ ເຂດ​ແດນ​ກໍ​ລົງ​ໄປທາງ​ໃຕ້​ຂອງ​ແມ່​ນ້ຳ​ການາ. ຈາກ​ນັ້ນ ເຂດ​ແດນ​ກໍ​ຂ້າມ​ໄປ​ທາງ​ເໜືອ​ຂອງ​ແມ່​ນ້ຳ*ການາ​ແລ້ວ​ໄປ​ສຸດ​ຢູ່​ທະເລ.+ 10  ທາງ​ໃຕ້​ຂອງ​ເຂດ​ແດນ​ນັ້ນ​ເປັນ​ຂອງ​ເອຟຣາຢິມ ສ່ວນ​ທາງ​ເໜືອ​ຂອງ​ເຂດ​ແດນ​ນັ້ນ​ເປັນ​ຂອງ​ມານາເຊ. ເຂດ​ແດນ​ທາງ​ທິດຕາເວັນຕົກ​ແມ່ນ​ທະເລ​ໃຫຍ່.*+ ດິນ​ມູນ​ຂອງ​ມານາເຊ​ທາງ​ເໜືອ​ຕິດ​ກັບ​ດິນ​ມູນ​ຂອງ​ຕະກູນ​ອາເຊ ແລະ​ທາງ​ທິດ​ຕາເວັນ​ອອກ​ຕິດ​ກັບ​ດິນ​ມູນ​ຂອງ​ຕະກູນ​ອິດຊາຄາ. 11  ຕະກູນ​ມານາເຊ​ຍັງ​ໄດ້​ເມືອງ​ບາງ​ເມືອງ​ໃນ​ດິນ​ມູນ​ຂອງ​ຕະກູນ​ອິດຊາຄາ​ແລະ​ຕະກູນ​ອາເຊ. ເຂົາ​ເຈົ້າ​ໄດ້​ເມືອງ​ເບັດເຊອານ​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ເມືອງ​ອິບເລອາມ​+ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ເມືອງ​ຕ່າງ​​ໆ​ຂອງ​ພວກ​ໂດເຣ​+ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ ເມືອງ​ຕ່າງ​ໆ​ຂອງ​ພວກ​ເອັນໂດເຣ​+ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ ເມືອງ​ຕ່າງ​ໆ​ຂອງ​ພວກຕາອານັກ+​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ ແລະ​ເມືອງ​ຕ່າງ​ໆ​ຂອງ​ພວກ​ເມກິດໂດ⁠ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. ເຂົາ​ເຈົ້າ​ໄດ້​ເຂດ​ເນີນ​ພູ 3 ບ່ອນ. 12  ແຕ່​ລູກ​ຫຼານ​ຂອງ​ມານາເຊ​ຂັບ​ໄລ່​ພວກ​ການາອານ​ອອກ​ໄປ​ຈາກ​ເມືອງ​ເຫຼົ່າ​ນັ້ນ​ບໍ່​ໄດ້. ພວກ​ການາອານ​ຈຶ່ງ​ອາໄສ​ຢູ່​ຫັ້ນ​ຕໍ່​ໄປ.+ 13  ເມື່ອ​ພວກ​ອິດສະຣາເອນ​ມີ​ອຳນາດ​ຫຼາຍ​ຂຶ້ນ ເຂົາ​ເຈົ້າ​ກໍ​ໃຫ້​ພວກ​ການາອານ​ເຮັດ​ວຽກ​ໜັກ​ຄື​ກັບ​ທາດ​+ແທນ​ທີ່​ຈະ​ໄລ່​ພວກ​ເຂົາ​ອອກ​ໄປ​ໃຫ້​ໝົດ.+ 14  ລູກ​ຫຼານ​ຂອງ​ໂຢເຊັບ​ເວົ້າ​ກັບ​ໂຢຊວຍ​ວ່າ: “ເປັນ​ຫຍັງ​ເຈົ້າ​ຄື​ແບ່ງ​ດິນ​ມູນ​ໃຫ້​ພວກ​ເຮົາ​ແຕ່​ສ່ວນ​ດຽວ?+ ພະ​ເຢໂຫວາ​ໄດ້​ອວຍພອນ​ພວກ​ເຮົາ​ແລະ​ຊ່ວຍ​ໃຫ້​ຕະກູນ​ພວກ​ເຮົາ​ມີ​ຄົນ​ຫຼາຍ.”+ 15  ໂຢຊວຍ​ຕອບເຂົາ​ເຈົ້າ​ວ່າ: “ຖ້າ​ພວກ​ເຈົ້າ​ມີ​ຄົນ​ຫຼາຍ​ປານ​ນີ້ ແລະ​ເຂດ​ພູ​ຂອງ​ເອຟຣາຢິມ+​ແຄບ​ໂພດ​ສຳລັບ​ພວກ​ເຈົ້າ​ກໍ​ໃຫ້​ພວກ​ເຈົ້າ​ຂຶ້ນ​ໄປ​ແຜ່ນດິນ​ຂອງ​ພວກ​ເປຣິຊີ​+ກັບ​ພວກ​ເຣຟາຢິມ.+ ໃຫ້​ພວກ​ເຈົ້າ​ຖາງ​ປ່າ​ແລະ​ອາໄສ​ຢູ່​ຫັ້ນ.” 16  ແຕ່​ລູກ​ຫຼານ​ຂອງ​ໂຢເຊັບ​ເວົ້າ​ວ່າ: “ມັນ​ກໍ​ແມ່ນ​ຢູ່​ທີ່ເຂດ​ພູ​ບໍ່​ພໍ​ສຳລັບ​ພວກ​ເຮົາ ແຕ່​ພວກ​ການາອານ​ທີ່​ຢູ່​ທົ່ງພຽງ​ມີ​ລົດ​ຮົບ​+ທີ່​ມີ​ມີດ​ເຫຼັກ​ຍາວ​ຕິດ​ຢູ່​ກົງ​ລໍ້. ທັງ​ພວກ​ທີ່​ຢູ່​ເມືອງ​ເບັດເຊອານ​+ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ແລະ​ພວກ​ທີ່​ຢູ່​ຮ່ອມພູ​ເຢດຊະເຣເອນ+​ກໍມີ​ລົດ​ຮົບແບບ​ນັ້ນ​ຄື​ກັນ.” 17  ໂຢຊວຍ​ຈຶ່ງ​ເວົ້າ​ກັບ​ຕະກູນ​ເອຟຣາຢິມ​ແລະ​ຕະກູນ​ມານາເຊ​ທີ່​ເປັນ​ລູກ​ຫຼານ​ຂອງ​ໂຢເຊັບ​ວ່າ: “ພວກ​ເຈົ້າ​ມີ​ຄົນ​ຫຼາຍ​ແລະ​ທັງ​ແຂງແຮງ​ນຳ. ພວກ​ເຈົ້າ​ຈະ​ໄດ້​ດິນ​ມູນ​ຫຼາຍ​ກວ່າ​ສ່ວນ​ໜຶ່ງ.+ 18  ເຂດ​ພູ​ທີ່​ເປັນ​ປ່າກໍ​ຈະ​ເປັນ​ຂອງ​ພວກ​ເຈົ້າ​ຄື​ກັນ.+ ເຖິງ​ວ່າ​ຈະ​ເປັນ​ປ່າ ແຕ່​ພວກ​ເຈົ້າ​ຈະ​ຖາງ​ມັນ​ເອົາ​ມາ​ເປັນ​ມູນ​ຂອງ​ໂຕເອງ. ເຖິງ​ວ່າ​ພວກ​ການາອານ​ຈະ​ແຂງແຮງ​ແລະ​ມີ​ລົດ​ຮົບ​ທີ່​ມີ​ມີດ​ເຫຼັກ​ຍາວ​ຕິດ​ຢູ່​ກົງ​ລໍ້ ແຕ່​ພວກ​ເຈົ້າ​ຈະ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ໄດ້.”+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ທາງ​ທິດ​ຕາເວັນ​ອອກ
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ໝາຍເຖິງ​ທະເລ​ເມດີແຕຣາເນ