ໂຢຊວຍ 18:1-28

  • ແບ່ງ​ດິນ​ມູນ​ທີ່​ຍັງ​ເຫຼືອ​ຢູ່​ຊີໂລ (1-10)

  • ດິນ​ມູນ​ຂອງ​ຕະກູນ​ເບັນຢາມິນ (11-28)

18  ຈາກ​ນັ້ນ ພວກ​ອິດສະຣາເອນ​ກໍ​ມາ​ປະຊຸມ​ກັນ​ຢູ່​ເມືອງ​ຊີໂລ+ ແລະ​ເຂົາ​ເຈົ້າ​ໄດ້​ຕັ້ງ​ເຕັ້ນ​ຂໍ​ການ​ຊີ້ນຳ*ຢູ່​ຫັ້ນ+ ເພາະ​ເຂົາ​ເຈົ້າໄດ້​ຍຶດ​ເອົາ​ແຜ່ນດິນ​ການາອານ​ເປັນ​ຂອງ​ໂຕເອງ​ແລ້ວ.+  ແຕ່​ຍັງ​ມີ​ອີກ 7 ຕະກູນ​ຂອງ​ອິດສະຣາເອນ​ທີ່​ຍັງ​ບໍ່​ໄດ້​ດິນ​ມູນ​ເປັນ​ຂອງ​ໂຕເອງ​ເທື່ອ.  ໂຢຊວຍ​ຈຶ່ງ​ເວົ້າກັບ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ຖ້າ​ຫຍັງ​ຢູ່ ເປັນ​ຫຍັງ​ຄື​ບໍ່​ພາກັນ​ຍ້າຍ​ເຂົ້າ​ໄປ​ຢູ່​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ໄດ້​ເອົາ​ໃຫ້​ພວກ​ເຈົ້າ​ແລ້ວ?+  ໃຫ້​ເລືອກ​ຜູ້​ຊາຍ​ມາ​ຕະກູນ​ລະ 3 ຄົນ. ຂ້ອຍ​ຈະ​ສົ່ງ​ເຂົາ​ເຈົ້າ​ໃຫ້​ໄປ​ສຳຫຼວດ​ດິນ​ມູນ​ທີ່​ຍັງ​ເຫຼືອ​ຢູ່ ແລະ​ເຮັດ​ແຜນທີ່. ເມື່ອ​ແລ້ວ​ໆ​ ເຂົາ​ເຈົ້າ​ຕ້ອງ​ກັບ​ມາ​ຫາ​ຂ້ອຍ.  ເຂົາ​ເຈົ້າ​ຕ້ອງ​ແບ່ງ​ດິນ​ທີ່​ໄດ້​ໄປ​ສຳຫຼວດ​ນັ້ນ​ອອກ​ເປັນ 7 ສ່ວນ.+ ຕະກູນ​ຢູດາ​ຈະ​ຢູ່​ທາງ​ໃຕ້+ ແລະ​ລູກ​ຫຼານ​ຂອງ​ໂຢເຊັບ​ຈະ​ຢູ່​ທາງ​ເໜືອ​+ຂອງ​ດິນ​ມູນ​ທີ່​ຈະ​ແບ່ງ​ກັນ​ນັ້ນ.  ພວກ​ເຈົ້າ​ຕ້ອງ​ອອກ​ໄປ​ສຳຫຼວດ​ດິນ​ມູນ​ທີ່​ຍັງ​ເຫຼືອ​ຢູ່ ເຮັດ​ແຜນທີ່ ແລະ​ແບ່ງ​ດິນ​ເປັນ 7 ສ່ວນ ແລ້ວ​ເອົາ​ມາ​ໃຫ້​ຂ້ອຍ​ຢູ່​ນີ້. ຂ້ອຍ​ຈະ​ເປັນ​ຄົນ​ຈົກ​ສະຫຼາກ+​ໃຫ້​ພວກ​ເຈົ້າ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ.  ແຕ່​ຕະກູນ​ເລວີ​ຈະ​ບໍ່​ໄດ້​ຮັບ​ດິນ​ມູນ+ ຍ້ອນການ​ຮັບ​ໃຊ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ*ເປັນ​ມູນ​ມໍລະດົກ​ຂອງ​ເຂົາ​ເຈົ້າ​ແລ້ວ.+ ສ່ວນ​ຕະກູນ​ຄາດ ຕະກູນ​ຣູເບັນ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ+ ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ແບ່ງ​ດິນ​ມູນ​ທີ່​ຢູ່​ຟາກ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ​ໃຫ້​ເຂົາ​ເຈົ້າ​ແລ້ວ.”  ເມື່ອ​ພວກ​ທີ່​ຈະ​ອອກ​ໄປ​ສຳຫຼວດ​ກຽມ​ໂຕ​ແລ້ວ​ໆ​ ໂຢຊວຍ​ກໍ​ມາ​ບອກ​ເຂົາ​ເຈົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ຍ່າງ​ໄປ​ທົ່ວ​ແຜ່ນດິນ​ນັ້ນ ເຮັດ​ແຜນທີ່ ແລະ​ກັບ​ມາ​ຫາ​ຂ້ອຍ. ແລ້ວ​ຂ້ອຍ​ຊິ​ຈົກ​ສະຫຼາກ​ໃຫ້​ພວກ​ເຈົ້າ​ຕໍ່​ໜ້າ​ພະ​ເຢໂຫວາ​ໃນ​ເມືອງ​ຊີໂລ​ນີ້.”+  ຜູ້​ຊາຍ​ເຫຼົ່າ​ນັ້ນ​ກໍ​ເດີນ​ທາງ​ໄປ​ທົ່ວ​ແຜ່ນດິນ ເຮັດ​ແຜນທີ່ ແລະ​ໝາຍ​ເມືອງ​ຕ່າງ​ໆ​ໃສ່​ໃນ​ແຜນທີ່. ເຂົາ​ເຈົ້າ​ແບ່ງ​ດິນ​ນັ້ນ​ອອກ​ເປັນ 7 ສ່ວນ ແລະ​ກັບ​ມາ​ຫາ​ໂຢຊວຍ​ຢູ່​ຄ້າຍ​ພັກ​ທີ່​ຢູ່​ຊີໂລ. 10  ແລ້ວ​ໂຢຊວຍ​ກໍ​ຈົກ​ສະຫຼາກ​ໃຫ້​ເຂົາ​ເຈົ້າ​ຕໍ່​ໜ້າ​ພະ​ເຢໂຫວາ+ ແລະ​ເອົາ​ດິນ​ມູນ​ໃຫ້​ແຕ່​ລະ​ຕະກູນ​ຕາມ​ທີ່​ຈົກ​ສະຫຼາກ​ໄດ້.+ 11  ສະຫຼາກ​ທຳອິດ​ຕົກ​ເປັນ​ຂອງ​ຕະກູນ​ເບັນຢາມິນ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ດິນ​ມູນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຢູ່​ລະຫວ່າງ​ເຂດ​ຂອງ​ລູກ​ຫຼານ​ຢູດາ+​ກັບ​ເຂດ​ຂອງລູກ​ຫຼານ​ໂຢເຊັບ.+ 12  ເຂດ​ແດນ​ທາງ​ທິດເໜືອ​ຂອງ​ເຂົາ​ເຈົ້າ​ເລີ່ມ​ຈາກ​ແມ່​ນ້ຳ​ຈໍແດນ ແລ້ວ​ຂຶ້ນ​ໄປ​ທາງ​ເນີນ​ພູ​ທີ່​ຢູ່​ທາງ​ເໜືອ​ຂອງ​ເມືອງ​ເຢຣິໂກ+ ໄປ​ທາງ​ທິດຕາເວັນຕົກ ຂ້າມ​ພູ​ໄປ​ຮອດ​ບ່ອນ​ກັນດານ​ເບັດອາເວນ.+ 13  ຈາກ​ນັ້ນ ເຂດ​ແດນ​ກໍ​ໄປ​ຜ່ານ​ເນີນ​ພູ​ທີ່​ຢູ່​ທາງ​ທິດ​ໃຕ້​ຂອງ​ເມືອງ​ລູເຊ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເບເທນ+ ແລ້ວ​ເຂດ​ແດນ​ກໍ​ລົງ​ໄປ​ທາງ​ເມືອງ​ອາຕາໂຣດອັດດາ+​ເຊິ່ງ​ຢູ່​ພູ​ທີ່​ຢູ່​ທາງ​ທິດໃຕ້​ຂອງ​ເມືອງ​ເບັດໂຮໂຣນ​ທ່າ.+ 14  ເຂດ​ແດນທາງ​ທິດ​ຕາເວັນ​ຕົກ​ເລີ່ມ​ຈາກ​ພູ​ນັ້ນ​ທີ່​ຢູ່​ທາງ​ທິດໃຕ້​ຂອງ​ເມືອງ​ເບັດໂຮໂຣນ ແລະ​ໂຄ້ງ​ໄປ​ຈົນ​ສຸດ​ຢູ່​ເມືອງ​ກີຣິອາດບາອານ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ກີຣິອາດເຢອາຣີມ+​ເຊິ່ງ​ເປັນ​ເມືອງ​ຂອງ​ຕະກູນ​ຢູດາ. 15  ເຂດ​ແດນ​ທາງ​ທິດໃຕ້ ເລີ່ມ​ຈາກ​ທິດຕາເວັນຕົກ​ຂອງ​ເມືອງ​ກີຣິອາດເຢອາຣີມ ໄປ​ຈົນ​ຮອດ​ນ້ຳ​ອອກ​ບໍ່​ເນັບໂຕອາ.+ 16  ຈາກ​ນັ້ນ ເຂດ​ແດນ​ກໍ​ໄປຜ່ານ​ຕີນ​ພູ​ທີ່​ຢູ່ທົ່ງພຽງ​ເຣຟາຢິມ+​ໃກ້​ກັບ​ຮ່ອມພູ​ຮິນໂນມ*+ ແລ້ວ​ກໍ​ຜ່ານ​ຮ່ອມພູ​ຮິນໂນມ​ໄປ​ຈົນ​ຮອດ​ເນີນ​ພູ​ຂອງ​ພວກ​ເຢບຸດ+​ທີ່​ຢູ່​ທາງ​ທິດໃຕ້ ຈົນ​ຮອດ​ນ້ຳ​ອອກ​ບໍ່​ເອັນໂຣເກນ.+ 17  ຈາກ​ບ່ອນ​ນັ້ນ ເຂດ​ແດນ​ກໍ​ຂຶ້ນ​ໄປ​ທາງ​ເໜືອ​ຈົນ​ຮອດ​ເອັນເຊເມັດ ແລະ​ໄປ​ຕໍ່​ຈົນ​ຮອດ​ເກລີໂລດ​ທີ່​ຢູ່​ໃກ້​ກັບ​ທາງ​ຂຶ້ນ​ພູ​ອະດູມມີມ+ ແລະ​ລົງ​ໄປ​ຈົນ​ຮອດ​ຫີນ+​ຂອງ​ໂບຫານ*+ທີ່​ເປັນ​ລູກ​ຫຼານ​ຂອງ​ຣູເບັນ. 18  ຈາກ​ນັ້ນ ເຂດ​ແດນ​ກໍ​ຂ້າມໂນນ​ພູ​ທີ່​ຢູ່​ທາງ​ເໜືອຂອງ​ເຂດ​ອາຣາບາ ກ່ອນ​ຊິ​ເຂົ້າ​ເຂດ​ນັ້ນ. 19  ຈາກ​ນັ້ນ ເຂດ​ແດນ​ກໍ​ໄປ​ຕໍ່​ຈົນ​ຮອດ​ເນີນ​ພູ​ທີ່​ຢູ່​ທາງ​ເໜືອ​ຂອງ​ເມືອງ​ເບັດໂຮກລາ+ ແລ້ວ​ກໍ​ໄປ​ສຸດ​ຢູ່​ອ່າວ​ທີ່​ຢູ່​ທາງ​ເໜືອ​ສຸດ​ຂອງ​ທະເລ​ເກືອ*+ເຊິ່ງ​ເປັນ​ບ່ອນ​ທີ່​ຢູ່​ປາກ​ແມ່​ນ້ຳ​ຈໍແດນ. ທັງ​ໝົດ​ນີ້​ແມ່ນ​ເຂດ​ແດນ​ທີ່​ຢູ່​ທາງ​ທິດໃຕ້​ຂອງ​ດິນ​ມູນ​ຂອງ​ເຂົາ​ເຈົ້າ. 20  ເຂດ​ແດນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ເຂົາ​ເຈົ້າ​ແມ່ນ​ແມ່​ນ້ຳ​ຈໍແດນ. ທັງ​ໝົດ​ນີ້​ແມ່ນ​ດິນ​ມູນ​ທີ່​ພວກ​ລູກ​ຫຼານ​ເບັນຢາມິນ​ໄດ້​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 21  ເມືອງ​ຕ່າງ​ໆ​ທີ່​ຕະກູນ​ເບັນຢາມິນ​ໄດ້​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ​ມີ​ຄື: ເມືອງ​ເຢຣິໂກ ເມືອງ​ເບັດໂຮກລາ ເມືອງ​ເອເມັກເກຊິດ 22  ເມືອງ​ເບັດອາຣາບາ+ ເມືອງ​ເຊມາຣາຢິມ ເມືອງ​ເບເທນ+ 23  ເມືອງ​ອາວີມ ເມືອງ​ປາຣາ ເມືອງ​ໂອຟຣາ 24  ເມືອງ​ເກຟາອຳໂມນີ ເມືອງ​ໂອຟະນີ ແລະ​ເມືອງ​ເຄບາ.+ ລວມ​ທັງ​ໝົດ​ມີ 12 ເມືອງ​ພ້ອມ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 25  ເມືອງ​ກິເບໂອນ+ ເມືອງ​ຣາມາ ເມືອງ​ເບເອໂຣດ 26  ເມືອງ​ມິດຊະປາ ເມືອງ​ເກຟີຣາ ເມືອງ​ໂມຊາ 27  ເມືອງ​ເຣເກັມ ເມືອງ​ອີຣະເປເອນ ເມືອງ​ຕາຣາລາ 28  ເມືອງ​ເຊລ້າ+ ເມືອງ​ຮາເອເຫຼັບ ເມືອງ​ເຢບຸດ​ເຊິ່ງ​ເປັນ​ອີກ​ຊື່​ໜຶ່ງ​ຂອງ​ເຢຣູຊາເລັມ+ ເມືອງ​ກີເບອາ+ ແລະ​ເມືອງ​ກີຣິຢາດ. ລວມ​ທັງ​ໝົດ​ມີ 14 ເມືອງ​ພ້ອມ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. ທັງ​ໝົດ​ນີ້​ແມ່ນ​ດິນ​ມູນ​ທີ່​ລູກ​ຫຼານ​ຂອງ​ເບັນຢາມິນໄດ້ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ.

ຂໍຄວາມໄຂເງື່ອນ

ຫຼື “ເຕັ້ນ​ສັກສິດ”
ຫຼື “ການຮັບໃຊ້​ເປັນ​ປະໂລຫິດ​ຂອງ​ພະ​ເຢໂຫວາ”
ແປ​ຕາມ​ໂຕ​ວ່າ “ຮ່ອມພູ​ຂອງ​ລູກ​ຊາຍ​ຮິນໂນມ.” ເບິ່ງ​ຄຳ​ວ່າ “ເກເຮັນນາ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ໝາຍເຖິງ​ຫີນ​ທີ່​ເປັນ​ຫຼັກ​ແດນ
ໝາຍເຖິງ​ທະເລ​ຕາຍ