ໂຢຊວຍ 19:1-51

  • ດິນ​ມູນ​ຂອງ​ຕະກູນ​ຊີເມໂອນ (1-9)

  • ດິນ​ມູນ​ຂອງ​ຕະກູນ​ເຊບູລູນ (10-16)

  • ດິນ​ມູນ​ຂອງ​ຕະກູນ​ອິດຊາຄາ (17-23)

  • ດິນ​ມູນ​ຂອງ​ຕະກູນ​ອາເຊ (24-31)

  • ດິນ​ມູນ​ຂອງ​ຕະກູນ​ນັບທາລີ (32-39)

  • ດິນ​ມູນ​ຂອງ​ຕະກູນ​ດານ (40-48)

  • ດິນ​ມູນ​ທີ່​ໂຢຊວຍ​ໄດ້ (49-51)

19  ສະຫຼາກ​ທີ 2+ ຕົກ​ເປັນ​ຂອງ​ຕະກູນ​ຊີເມໂອນ​+ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ດິນ​ມູນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ແມ່ນ​ຢູ່​ໃນ​ເຂດ​ຂອງ​ດິນ​ມູນ​ຕະກູນ​ຢູດາ.+  ດິນ​ມູນ​ຂອງ​ເຂົາ​ເຈົ້າ​ມີ​ດັ່ງ​ຕໍ່​ໄປ​ນີ້: ເຂດ​ເບເອເຊບາ​+ກັບ​ເມືອງ​ເຊບາ ເມືອງ​ໂມລາດາ+  ເມືອງ​ຮາຊາຊູອານ+ ເມືອງ​ບາລາ ເມືອງ​ອີຢິມ+  ເມືອງ​ເອນໂຕລັດ+ ເມືອງ​ເບັດອູນ ເມືອງ​ໂຮມາ  ເມືອງ​ຊິກລັກ+ ເມືອງ​ເບັດມັກກາໂບດ ເມືອງ​ຮາຊາສູສາ  ເມືອງ​ເບັດເລບາໂອດ+ ແລະ​ເມືອງ​ຊາຣູເຮັນ. ລວມ​ທັງ​ໝົດ​ມີ 13 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ.  ນອກ​ຈາກ​ນັ້ນ​ຍັງ​ມີ​ອີກ 4 ເມືອງ​ຄື: ເມືອງ​ອາອິນ ເມືອງ​ຣິມໂມນ ເມືອງ​ເອເທ ແລະ​ເມືອງ​ອາຊານ+​ພ້ອມ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ.  ເຂົາ​ເຈົ້າ​ໄດ້​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ທັງ​ໝົດ​ນີ້​ໄປ​ຈົນ​ຮອດ​ເມືອງ​ບາອາລາດເບເອ​ເຊິ່ງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ຣາມາ​ທີ່​ຢູ່​ທາງ​ໃຕ້. ທັງ​ໝົດ​ນີ້​ແມ່ນ​ດິນ​ມູນ​ທີ່​ຕະກູນ​ຊີເມໂອນ​ໄດ້​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ.  ດິນ​ມູນ​ຂອງ​ລູກ​ຫຼານ​ຊີເມໂອນ​ແມ່ນ​ໄດ້​ຈາກ​ສ່ວນ​ແບ່ງ​ດິນ​ມູນ​ຂອງ​ຕະກູນ​ຢູດາ ຍ້ອນ​ຕະກູນ​ຢູດາ​ມີ​ດິນ​ຫຼາຍ​ເກີນ​ຈຳນວນ​ຄົນ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ກໍ​ເລີຍ​ໃຫ້​ລູກ​ຫຼານ​ຊີເມໂອນ​ມາ​ຢູ່​ໃນ​ເຂດ​ຂອງ​ເຂົາ​ເຈົ້າ.+ 10  ສະຫຼາກ​ທີ 3+ ຕົກ​ເປັນ​ຂອງ​ຕະກູນ​ເຊບູລູນ​+ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ດິນ​ມູນ​ຂອງ​ເຂົາ​ເຈົ້າ​ມີ​ເຂດ​ແດນ​ດັ່ງ​ຕໍ່​ໄປ​ນີ້: ເລີ່ມ​ຈາກ​ເມືອງ​ສາຣິດ 11  ໄປ​ທາງ​ທິດ​ຕາເວັນ​ຕົກ​ຮອດ​ມາເຣອານ ຕໍ່​ໄປ​ອີກ​ຈົນ​ຮອດ​ດັບເບເຊັດ ໄປ​ຈົນ​ຮອດ​ຮ່ອມພູ*ທີ່​ຢູ່​ໜ້າ​ເມືອງ​ໂຢກເນອາມ. 12  ຈາກ​ເມືອງ​ສາຣິດ​ໄປ​ທາງ​ທິດ​ຕາເວັນ​ອອກ ເຂດ​ແດນ​ຈະ​ໄປ​ຮອດ​ເມືອງ​ກິສະໂລດຕາໂບເລ ໄປ​ຈົນ​ຮອດ​ເມືອງ​ດາເບຣາດ+ ແລະ​ຂຶ້ນ​ໄປ​ຮອດ​ເມືອງ​ຢາເຟຍ. 13  ຈາກ​ບ່ອນ​ນັ້ນ ເຂດ​ແດນ​ຈະ​ໄປ​ທາງ​ທິດ​ຕາເວັນ​ອອກ ໄປ​ຈົນ​ຮອດ​ເມືອງ​ກັດເຮເຟ+ ໄປ​ທາງ​ເມືອງ​ເອັດກະຊິນ​ຮອດ​ເມືອງ​ຣິມໂມນ ແລະ​ຕໍ່​ໄປ​ຈົນ​ຮອດ​ເມືອງ​ເນອາ. 14  ເຂດ​ແດນ​ທາງ​ທິດເໜືອ​ຈະ​ໂຄ້ງ​ໄປ​ທາງ​ເມືອງ​ຮັນນາໂທນ ໄປ​ສຸດ​ຢູ່​ຮ່ອມພູ​ອິບຕາເອນ. 15  ນອກ​ຈາກ​ນີ້​ຍັງ​ມີ​ເມືອງ​ກັດຕາດ ເມືອງ​ນາຮາລານ ເມືອງ​ຊິມໂຣນ+ ເມືອງ​ອິດາລາ ແລະ​ເມືອງ​ເບັດເລເຮັມ.+ ລວມ​ທັງ​ໝົດ​ມີ 12 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 16  ທັງ​ໝົດ​ນີ້​ແມ່ນ​ດິນ​ມູນ ແລະ​ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ​ທີ່​ລູກ​ຫຼານ​ເຊບູລູນ​ໄດ້​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ.+ 17  ສະຫຼາກ​ທີ 4+ ຕົກ​ເປັນ​ຂອງ​ຕະກູນ​ອິດຊາຄາ​+ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 18  ເຂດ​ແດນ​ຂອງ​ເຂົາ​ເຈົ້າ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ດັ່ງ​ຕໍ່​ໄປ​ນີ້: ເມືອງ​ເຢດຊະເຣເອນ+ ເມືອງ​ເກສຸນໂລດ ເມືອງ​ຊູເນມ+ 19  ເມືອງ​ຮາຟາຣາຢິມ ເມືອງ​ຊີໂອນ ເມືອງ​ອານາຮາຣາ 20  ເມືອງ​ຣັບບີດ ເມືອງ​ກີຊີໂອນ ເມືອງ​ເອເບດເຊ 21  ເມືອງ​ເຣເມັດ ເມືອງ​ເອັນກັນນີມ+ ເມືອງ​ເອັນຮັດດາ ແລະ​ເມືອງ​ເບັດປັດເຊັດ. 22  ເຂດ​ແດນ​ຂອງ​ເຂົາ​ເຈົ້າ​ໄປ​ຮອດ​ຕາໂບ+ ແລະ​ຕໍ່​ໄປ​ຈົນ​ຮອດ​ເມືອງ​ຊາຮາຊູມາ​ກັບ​ເມືອງ​ເບັດເຊເມັດ ແລະ​ໄປ​ສຸດ​ຢູ່​ແມ່​ນ້ຳ​ຈໍແດນ. ລວມ​ທັງ​ໝົດ​ມີ 16 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 23  ທັງ​ໝົດ​ນີ້​ແມ່ນ​ດິນ​ມູນ ແລະ​ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ​ທີ່​ຕະກູນ​ອິດຊາຄາ​ໄດ້​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາເຈົ້າ.+ 24  ສະຫຼາກ​ທີ 5+ ຕົກ​ເປັນ​ຂອງ​ຕະກູນ​ອາເຊ​+ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 25  ເຂດ​ແດນ​ຂອງ​ເຂົາ​ເຈົ້າ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ດັ່ງ​ຕໍ່​ໄປ​ນີ້: ເມືອງ​ເຮັນກາດ+ ເມືອງ​ຮາລີ​ ເມືອງ​ເບເຕັນ ເມືອງ​ອັກຊາບ 26  ເມືອງ​ອັນລຳເມເລັກ ເມືອງ​ອາມາດ ແລະ​ເມືອງ​ມີຊານ. ເຂດ​ແດນ​ຂອງ​ເຂົາ​ເຈົ້າ​ໄປ​ຮອດ​ພູ​ກາເມນ+ ແລະ​ຕໍ່​ໄປ​ຈົນ​ຮອດ​ແມ່​ນ້ຳ​ຊີໂຮລີບນາດ 27  ແລ້ວ​ກັບ​ໄປ​ທາງ​ທິດ​ຕາເວັນ​ອອກ​ຮອດ​ເມືອງ​ເບັດດາໂກນ ໄປ​ຕໍ່​ຈົນ​ຮອດ​ເຂດ​ແດນ​ຂອງ​ເຊບູລູນ ແລະ​ໄປ​ຈົນ​ຮອດ​ທາງ​ເໜືອ​ຂອງ​ພູ​ອິບຕາເອນ ໄປ​ຈົນ​ຮອດ​ເມືອງ​ເບັດເອເມັກ​ກັບ​ເມືອງ​ເນອີເອນ ແລະ​ໄປ​ຈົນ​ຮອດ​ເບື້ອງ​ຊ້າຍ​ຂອງ​ເມືອງ​ກາບູນ 28  ໄປ​ຮອດ​ເມືອງ​ເອັບໂຣນ ເມືອງ​ເຣໂຮບ ເມືອງ​ຮຳໂມນ ແລະ​ເມືອງ​ການາ​ຈົນ​ຮອດ​ເມືອງ​ຊີໂດນ​ໃຫຍ່.+ 29  ຈາກ​ນັ້ນ ເຂດ​ແດນ​ໂຄ້ງ​ກັບ​ໄປ​ທາງ​ເມືອງ​ຣາມາ​ຈົນ​ຮອດ​ເມືອງ​ຕີເຣ​+ເຊິ່ງ​ເປັນ​ເມືອງ​ທີ່​ມີ​ປ້ອມ​ທີ່​ແຂງແຮງ. ເຂດ​ແດນ​ລົງ​ໄປ​ຮອດ​ເມືອງ​ໂຮສາ ແລະ​ໄປ​ສຸດ​ຢູ່​ທະເລ​ໃນ​ເຂດ​ຂອງ​ເມືອງ​ອັກຊິບ. 30  ເມືອງ​ອູມມາ ເມືອງ​ອາເຟັກ+ ແລະ​ເມືອງ​ເຣໂຮບ.+ ລວມ​ທັງ​ໝົດ​ມີ 22 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 31  ທັງ​ໝົດ​ນີ້​ແມ່ນ​ດິນ​ມູນ ແລະ​ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ​ທີ່​ຕະກູນ​ອາເຊ​ໄດ້​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ.+ 32  ສະຫຼາກ​ທີ 6+ ຕົກ​ເປັນ​ຂອງ​ຕະກູນ​ນັບທາລີ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 33  ເຂດ​ແດນ​ຂອງ​ເຂົາ​ເຈົ້າ​ເລີ່ມ​ຈາກ​ເຫເລບ​ແລະ​ຕົ້ນ​ໄມ້​ໃຫຍ່​ຢູ່​ຊາອັນອັນນີມ+ ໄປ​ຮອດ​ອະດາມີເນເກັບ​ແລະ​ຢັບເນເອນ ຕໍ່​ໄປ​ຈົນ​ຮອດ​ລັກກຸມ ແລ້ວ​ໄປ​ສຸດ​ຢູ່​ແມ່​ນ້ຳ​ຈໍແດນ. 34  ເຂດ​ແດນ​ທາງ​ທິດ​ຕາເວັນ​ຕົກ​ເລີ່ມ​ຈາກ​ເມືອງ​ອັດຊະໂນດຕາໂບ​ໄປ​ຈົນ​ຮອດ​ເມືອງ​ຮູກໂກກ. ເຂດ​ແດນ​ທາງ​ທິດໃຕ້​ຕິດ​ກັບ​ເຂດ​ຂອງ​ເຊບູລູນ. ເຂດ​ແດນ​ທາງ​ທິດ​ຕາເວັນ​ຕົກ​ຕິດ​ກັບ​ເຂດ​ຂອງ​ອາເຊ ແລະ​ເຂດ​ແດນ​ທາງ​ທິດ​ຕາເວັນ​ອອກ​ຕິດ​ກັບເຂດ​ຂອງ​ຢູດາ*ຢູ່​ແມ່​ນ້ຳ​ຈໍແດນ. 35  ເຂົາ​ເຈົ້າ​ໄດ້​ເມືອງ​ທີ່​ມີ​ປ້ອມ​ທີ່​ແຂງແຮງ​ດັ່ງ​ຕໍ່​ໄປ​ນີ້: ເມືອງ​ຊິດດີມ ເມືອງ​ເຊເຣ ເມືອງ​ຮຳມາດ+ ເມືອງ​ຣັກກັດ ເມືອງ​ກິນເນເຣດ 36  ເມືອງ​ອະດາມາ ເມືອງ​ຣາມາ ເມືອງ​ຮາໂສ+ 37  ເມືອງ​ເກເດັດ+ ເມືອງ​ເອັດເຣອີ ເມືອງ​ເອັນຮາໂຊ 38  ເມືອງ​ຢີໂຣນ ເມືອງ​ມິກດັນເອນ ເມືອງ​ໂຮເຣມ ເມືອງ​ເບັດອານາດ ແລະ​ເມືອງ​ເບັດເຊເມັດ.+ ລວມ​ທັງ​ໝົດ​ມີ 19 ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ. 39  ທັງ​ໝົດ​ນີ້​ແມ່ນ​ດິນ​ມູນ ແລະ​ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ​ທີ່​ຕະກູນ​ນັບທາລີ​ໄດ້​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ.+ 40  ສະຫຼາກ​ທີ 7+ ຕົກ​ເປັນ​ຂອງ​ຕະກູນ​ດານ+​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 41  ເຂດ​ແດນ​ຂອງ​ເຂົາ​ເຈົ້າ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ດັ່ງ​ຕໍ່​ໄປ​ນີ້: ເມືອງ​ໂຊຣາ+ ເມືອງ​ເອຊະຕາໂອນ ເມືອງ​ອີຣະເຊເມັດ 42  ເມືອງ​ຊະອາລັບບິນ+ ເມືອງ​ອາຢາໂລນ+ ເມືອງ​ອີທະລາ 43  ເມືອງ​ເອໂລນ ເມືອງ​ຕິມນາ+ ເມືອງ​ເອັກໂຣນ+ 44  ເມືອງ​ເອນເຕເກ ເມືອງ​ກິດເບໂທນ+ ເມືອງ​ບາອາລາດ 45  ເມືອງ​ເຢຮຸດ ເມືອງ​ເບເນເບຣັກ ເມືອງ​ກັດຣິມໂມນ+ 46  ເມືອງ​ເມຢາໂກນ ແລະ​ເມືອງ​ຣັກໂກນ. ເຂດ​ແດນ​ຈະ​ໄປ​ຮອດ​ທາງ​ໜ້າ​ຂອງ​ເມືອງ​ຢົບປາ.+ 47  ແຕ່​ເຂດ​ແດນ​ຂອງ​ດານ​ນ້ອຍ​ໂພດ​ສຳລັບ​ເຂົາ​ເຈົ້າ.+ ເຂົາ​ເຈົ້າ​ຈຶ່ງ​ໄປ​ຕີ​ເມືອງ​ເລເຊັມ+ ຂ້າ​ຄົນ​ແລະ​ຍຶດ​ເອົາ​ເມືອງ​ນັ້ນ. ເຂົາ​ເຈົ້າ​ໄດ້​ປົກຄອງ​ແລະ​ອາໄສ​ຢູ່​ເມືອງ​ນັ້ນ. ເຂົາ​ເຈົ້າ​ໄດ້​ປ່ຽນ​ຊື່​ເມືອງ​ເລເຊັມ​ເປັນ​ດານ​ຕາມ​ຊື່​ຂອງ​ດານ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ.+ 48  ທັງ​ໝົດ​ນີ້​ແມ່ນ​ດິນ​ມູນ ແລະ​ເມືອງ​ກັບ​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ​ທີ່​ຕະກູນ​ດານ​ໄດ້​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 49  ເມື່ອ​ເຂົາ​ເຈົ້າ​ແບ່ງ​ດິນ​ມູນ​ຕາມ​ເຂດ​ແດນ​ຕ່າງ​ໆ​ແລ້ວ​ໆ​ ພວກ​ອິດສະຣາເອນ​ກໍ​ໄດ້​ເອົາ​ດິນ​ມູນ​ສ່ວນ​ໜຶ່ງ​ຂອງ​ເຂົາ​ເຈົ້າ​ໃຫ້​ໂຢຊວຍ​ລູກ​ຊາຍ​ຂອງ​ນູນ. 50  ໂຢຊວຍ​ໄດ້​ຂໍ​ເມືອງ​ຕິມນາດເສຣາ+ ແລະ​ເຂົາ​ເຈົ້າ​ກໍ​ໄດ້​ເອົາ​ໃຫ້​ລາວ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ. ຕິມນາດເສຣາ​ຢູ່​ເຂດ​ພູ​ຂອງ​ເອຟຣາຢິມ. ໂຢຊວຍ​ໄດ້​ສ້າງເມືອງ​ນັ້ນ​ຂຶ້ນ​ໃໝ່​ແລະ​ຢູ່​ໃນ​ເມືອງ​ນັ້ນ. 51  ທັງ​ໝົດ​ນີ້​ແມ່ນ​ດິນ​ມູນ​ທີ່​ປະໂລຫິດ​ເອເລອາຊາ ໂຢຊວຍ​ລູກ​ຊາຍ​ຂອງ​ນູນ ແລະ​ພວກ​ຫົວ​ໜ້າ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ​ໄດ້​ແບ່ງ+​ໂດຍ​ການ​ຈົກ​ສະຫຼາກ. ເຂົາ​ເຈົ້າ​ແບ່ງ​ກັນ​ຢູ່​ຊີໂລ​+ຕໍ່​ໜ້າ​ພະ​ເຢໂຫວາ​ເຊິ່ງ​ຢູ່​ທາງເຂົ້າ​ເຕັ້ນ​ຂໍ​ການ​ຊີ້ນຳ.*+ ໃນ​ທີ່​ສຸດ ເຂົາ​ເຈົ້າ​ກໍ​ແບ່ງ​ດິນ​ມູນ​ທັງ​ໝົດ​ຈົນ​ແລ້ວ.

ຂໍຄວາມໄຂເງື່ອນ

ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ເບິ່ງ​ຄື​ວ່າ​ບໍ່​ໄດ້​ໝາຍເຖິງ​ຕະກູນ​ຢູດາ ແຕ່​ໝາຍເຖິງ​ຄອບຄົວ​ຂອງ​ຜູ້​ຊາຍ​ຄົນ​ໜຶ່ງ​ໃນ​ຕະກູນ​ຢູດາ
ຫຼື “ເຕັ້ນ​ສັກສິດ”