ໂຢຊວຍ 2:1-24

  • ໂຢຊວຍ​ສົ່ງ​ຜູ້​ຊາຍ 2 ຄົນ​ໄປ​ສອດແນມ​ເມືອງ​ເຢຣິໂກ (1-3)

  • ຣາຮາບ​ພາ​ຄົນ​ສອດແນມ​ໄປ​ລີ້ (4-7)

  • ຄົນ​ສອດແນມ​ສາບານ​ກັບ​ຣາຮາບ (8-21​ກ)

    • ເອົາ​ເຊືອກ​ສີ​ແດງ​ສົດ​ມັດ​ໄວ້​ເປັນ​ສັນຍະລັກ (18)

  • ຄົນ​ສອດແນມ​ກັບ​ເມືອ​ຫາ​ໂຢຊວຍ (21​ຂ-24)

2  ຕອນ​ຢູ່​ຊິດຕີມ+ ໂຢຊວຍ​ລູກ​ຊາຍ​ຂອງ​ນູນ​ໄດ້​ສົ່ງ​ຜູ້​ຊາຍ 2 ຄົນ​ອອກ​ໄປ​ສອດແນມ. ລາວ​ບອກ​ເຂົາ​ເຈົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ໄປ​ສືບ​ເບິ່ງ​ແຜ່ນດິນ​ທີ່​ພວກ​ເຮົາ​ຊິ​ໄປ ແລະ​ໃຫ້​ເບິ່ງ​ຄັກ​ໆ​ໂດຍ​ສະເພາະ​ເມືອງ​ເຢຣິໂກ.” ແລ້ວ​ເຂົາ​ເຈົ້າ​ກໍ​ໄປ. ເມື່ອ​ໄປຮອດ​ເມືອງ​ເຢຣິໂກ ເຂົາ​ເຈົ້າ​ກໍ​ໄດ້​ໄປ​ພັກ​ຢູ່​ເຮືອນ​ຂອງ​ໂສເພນີ​ທີ່​ຊື່​ຣາຮາບ.+  ມີ​ຄົນ​ມາ​ບອກ​ກະສັດ​ຂອງ​ເມືອງ​ເຢຣິໂກ​ວ່າ: “ຫວ່າງ​ຄ່ຳ​ນີ້ ມີ​ຄົນ​ອິດສະຣາເອນ​ເຂົ້າ​ມາ​ສອດແນມ​ເບິ່ງ​ແຜ່ນດິນ​ຂອງ​ພວກ​ເຮົາ.”  ກະສັດ​ຂອງ​ເມືອງ​ເຢຣິໂກ​ຈຶ່ງ​ສົ່ງ​ຄົນ​ໄປ​ບອກ​ຣາຮາບ​ວ່າ: “ໃຫ້​ເອົາ​ພວກ​ຜູ້​ຊາຍ​ທີ່​ຢູ່​ເຮືອນ​ເຈົ້າ​ມາ​ໃຫ້​ພວກ​ເຮົາ ເພາະ​ພວກ​ມັນມາ​ສອດແນມ​ເບິ່ງ​ແຜ່ນດິນ​ຂອງ​ພວກ​ເຮົາ.”  ແຕ່​ຣາຮາບ​ໄດ້​ພາ 2 ຄົນ​ນັ້ນ​ໄປ​ລີ້. ລາວ​ບອກ​ຄົນ​ຂອງ​ກະສັດ​ວ່າ: “ເຂົາ​ເຈົ້າ​ມາ​ຫາ​ຂ້ອຍ​ແທ້ ແຕ່​ຂ້ອຍ​ບໍ່​ຮູ້​ວ່າ​ເຂົາ​ເຈົ້າ​ມາ​ແຕ່​ໃສ?  ຕອນ​ທີ່​ປະຕູ​ເມືອງ​ໃກ້​ຊິ​ປິດ ເຂົາ​ເຈົ້າ​ກໍ​ອອກ​ໄປ​ພໍ​ດີ. ຂ້ອຍ​ບໍ່​ຮູ້​ວ່າ​ເຂົາ​ເຈົ້າ​ໄປ​ໃສ​ແລ້ວ. ແຕ່​ຖ້າ​ພວກ​ເຈົ້າຂ້ຽວ​ນຳ​ໄປ​ໄວ​ໆ​ກໍ​ຄື​ຊິ​ທັນ​ຢູ່.”  (ແທ້​ໆ​ແລ້ວ ລາວ​ໃຫ້ 2 ຄົນ​ນັ້ນ​ຂຶ້ນ​ໄປ​ລີ້​ຢູ່​ເທິງ​ດາດ​ຟ້າ ຢູ່ບ່ອນ​ທີ່​ເອົາ​ຕົ້ນ​ປ່ານ​ລຽນ​ກັນ​ໄວ້.)  ຄົນ​ຂອງ​ກະສັດ​ກໍ​ໄລ່​ນຳ​ຫຼັງ​ເຂົາ​ເຈົ້າ​ໄປ​ທາງ​ບ່ອນ​ຂ້າມ​ແມ່​ນ້ຳ​ຈໍແດນ.+ ຫຼັງ​ຈາກ​ທີ່​ຄົນ​ຂອງ​ກະສັດ​ອອກ​ໄປ​ແລ້ວ​ປະຕູ​ເມືອງ​ກໍ​ປິດ.  ກ່ອນ​ທີ່​ຄົນ​ສອດແນມ​ຈະ​ນອນ ຣາຮາບ​ໄດ້​ຂຶ້ນ​ໄປ​ຫາ​ເຂົາ​ເຈົ້າ​ຢູ່​ເທິງ​ດາດ​ຟ້າ.  ລາວ​ເວົ້າ​ວ່າ: “ຂ້ອຍ​ເຊື່ອ​ວ່າ​ພະ​ເຢໂຫວາ​ຈະ​ເອົາ​ແຜ່ນດິນ​ນີ້​ໃຫ້​ພວກ​ເຈົ້າ+ ແລະ​ພວກ​ເຮົາ​ກໍ​ຢ້ານ​ພວກ​ເຈົ້າ​ຫຼາຍ.+ ທຸກ​ຄົນ​ທີ່​ຢູ່​ນີ້​ກໍ​ພາກັນ​ຢ້ານ​ພວກ​ເຈົ້າ​ຈົນ​ໂຕ​ສັ່ນ.+ 10  ຍ້ອນ​ພວກ​ເຮົາ​ໄດ້​ຍິນ​ວ່າ​ຕອນ​ທີ່​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ ພະ​ເຢໂຫວາ​ໄດ້​ແຍກ​ທະເລ​ແດງ​ອອກ​ເພື່ອ​ໃຫ້​ພວກ​ເຈົ້າ​ຂ້າມ​ມາ​ໄດ້.+ ພວກ​ເຮົາ​ຍັງ​ໄດ້​ຍິນ​ວ່າ​ພວກ​ເຈົ້າ​ໄດ້ຂ້າ​ສີໂຮນ​+ກັບ​ໂອກ+ທີ່​ເປັນ​ກະສັດ​ຂອງ​ພວກ​ອາໂມ ຢູ່​ຟາກ​ນັ້ນ*ຂອງ​ແມ່​ນ້ຳ​ຈໍແດນ. 11  ເມື່ອ​ພວກ​ເຮົາ​ໄດ້​ຍິນ​ແນວ​ນີ້ ພວກ​ເຮົາ​ກໍ​ໝົດ​ຄວາມ​ກ້າຫານ. ພວກ​ເຮົາ​ພາກັນ​ຢ້ານ​ພວກ​ເຈົ້າ​ຈົນ​ຫົວ​ຫົດ* ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເປັນ​ພະເຈົ້າ​ທີ່​ຢູ່​ເທິງ​ສະຫວັນ​ແລະ​ເທິງ​ໂລກ​ນີ້.+ 12  ຕອນ​ນີ້ ຂໍ​ໃຫ້​ພວກ​ເຈົ້າ​ສາບານ​ກັບ​ຂ້ອຍຕໍ່​ໜ້າ​ພະ​ເຢໂຫວາ​ວ່າ ຍ້ອນ​ຂ້ອຍ​ໄດ້ເຮັດ​ດີ*ຕໍ່​ພວກ​ເຈົ້າ ພວກ​ເຈົ້າ​ກໍ​ຊິ​ເຮັດ​ດີຕໍ່​ຄອບຄົວ​ຂອງ​ພໍ່​ຂ້ອຍ. ຂໍ​ພວກ​ເຈົ້າ​ເອົາ​ບາງ​ຢ່າງ​ໃຫ້​ຂ້ອຍ​ເພື່ອ​ຂ້ອຍ​ຊິ​ໝັ້ນໃຈ​ວ່າ​ພວກ​ເຈົ້າ​ຊິ​ຊ່ວຍ​ຂ້ອຍ​ແທ້. 13  ຂໍ​ໃຫ້​ພວກ​ເຈົ້າ​ຊ່ວຍ​ຊີວິດ​ພໍ່​ແມ່​ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງຂ້ອຍ ແລະຄົນ​ຂອງ​ເຂົາ​ເຈົ້າທຸກ​ຄົນ.”+ 14  ຄົນ​ສອດແນມ​ເວົ້າ​ກັບ​ລາວ​ວ່າ: “ພວກ​ເຮົາ​ຈະຍອມ​ຕາຍ​ແທນ​ເຈົ້າ ຖ້າ​ເຈົ້າ​ບໍ່​ບອກ​ເລື່ອງ​ຂອງ​ພວກ​ເຮົາ​ໃຫ້​ຄົນ​ອື່ນ​ຮູ້. ພວກ​ເຮົາ​ຈະ​ເຮັດ​ດີຕໍ່​ເຈົ້າ​ແລະ​ຈະເຮັດ​ຕາມສັນຍາທີ່​ໃຫ້​ກັບ​ເຈົ້າ ຕອນ​ທີ່​ພະ​ເຢໂຫວາ​ເອົາ​ແຜ່ນດິນ​ນີ້​ໃຫ້​ພວກ​ເຮົາ.” 15  ເຮືອນ​ຂອງ​ຣາຮາບ​ຢູ່​ສ່ວນ​ເທິງ​ຂອງກຳ​ແພງ​ເມືອງ. ລາວ​ຈຶ່ງ​ເອົາ​ເຊືອກ​ຢ່ອນ​ລົງ​ທາງ​ປ່ອງ​ຢ້ຽມ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄຕ່​ລົງ​ໄປ.+ 16  ລາວ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ໃຫ້​ໄປ​ລີ້​ຢູ່​ເຂດ​ພູຈັກ 3 ມື້​ກ່ອນ​ເດີ້ ເພື່ອ​ຄົນ​ທີ່​ຊອກ​ຫາ​ພວກ​ເຈົ້າ​ຊິ​ບໍ່​ເຫັນ​ພວກ​ເຈົ້າ. ເມື່ອ​ພວກ​ເຂົາ​ກັບ​ມາ​ແລ້ວ ພວກ​ເຈົ້າ​ຈຶ່ງ​ຄ່ອຍ​ເມືອ.” 17  ຄົນ​ສອດແນມ​ເວົ້າ​ກັບ​ລາວ​ວ່າ: “ພວກ​ເຮົາ​ຊິ​ເຮັດ​ຕາມ​ທີ່​ສັນຍາ​ໄວ້​ກັບ​ເຈົ້າ.+ ໃຫ້​ເຈົ້າ​ເຮັດ​ແນວ​ນີ້. 18  ຕອນ​ທີ່​ພວກ​ເຮົາ​ເຂົ້າ​ມາ​ໃນ​ແຜ່ນດິນ​ນີ້ ເຈົ້າ​ຕ້ອງ​ເອົາ​ເຊືອກ​ສີ​ແດງ​ສົດ​ນີ້​ມັດ​ໄວ້​ຢູ່​ປ່ອງ​ຢ້ຽມ​ທີ່​ພວກ​ເຮົາ​ປີນ​ລົງ​ມາ. ເຈົ້າ​ຕ້ອງ​ໃຫ້​ພໍ່​ແມ່​ກັບ​ອ້າຍ​ເອື້ອຍ​ນ້ອງ ແລະ​ຄົນ​ຂອງ​ເຂົາ​ເຈົ້າ​ທຸກ​ຄົນ​ມາ​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ.+ 19  ຖ້າ​ຜູ້​ໃດອອກ​ຈາກ​ເຮືອນ​ຂອງ​ເຈົ້າ ລາວ​ຈະ​ຕ້ອງ​ຮັບຜິດຊອບ​ຊີວິດ​ຂອງ​ໂຕເອງ ແລະ​ພວກ​ເຮົາ​ຈະ​ບໍ່​ມີ​ຄວາມ​ຜິດ. ແຕ່​ຖ້າ​ລາວ​ບໍ່​ໄດ້​ໄປ​ໃສ ແລະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ລາວ ພວກ​ເຮົາ​ຈະ​ຮັບຜິດຊອບ​ຊີວິດ​ຂອງ​ລາວ. 20  ຖ້າ​ເຈົ້າ​ບອກ​ເລື່ອງ​ຂອງ​ພວກ​ເຮົາ​ໃຫ້​ຄົນ​ອື່ນ​ຮູ້+ ພວກ​ເຮົາ​ກໍ​ຈະບໍ່​ຕ້ອງ​ເຮັດ​ຕາມຄຳ​ສາບານ​ທີ່​ໃຫ້​ໄວ້​ກັບ​ເຈົ້າ.” 21  ລາວ​ຕອບ​ວ່າ: “ຂໍ​ໃຫ້​ເປັນ​ຕາມ​ທີ່​ພວກ​ເຈົ້າ​ເວົ້າ.” ຈາກ​ນັ້ນ ຄົນ​ສອດແນມ​ກໍ​ໄປ​ຈາກ​ຣາຮາບ ແລ້ວ​ຣາຮາບ​ກໍ​ເອົາ​ເຊືອກ​ສີ​ແດງ​ສົດ​ມັດ​ໄວ້​ຢູ່​ປ່ອງ​ຢ້ຽມ. 22  ຄົນ​ສອດແນມ​ໄປ​ລີ້​ຢູ່​ເຂດ​ພູ 3 ມື້. ພວກ​ທີ່​ໄລ່​ນຳ​ຫຼັງ​ເຂົາ​ເຈົ້າ​ຊອກ​ຫາ​ເຂົາ​ເຈົ້າ​ຕາມ​ທາງ​ທຸກ​ເສັ້ນ ແຕ່​ກໍ​ບໍ່​ເຫັນ. ພວກ​ນັ້ນ​ຈຶ່ງ​ກັບ​ໄປເມືອງ​ເຢຣິໂກ. 23  ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ອອກ​ຈາກ​ເຂດ​ພູ ແລະ​ຂ້າມ​ແມ່​ນ້ຳ​ໄປ​ຫາ​ໂຢຊວຍ​ລູກ​ຊາຍ​ຂອງ​ນູນ. ເຂົາ​ເຈົ້າ​ເລົ່າ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ໃຫ້​ໂຢຊວຍ​ຟັງ. 24  ເຂົາ​ເຈົ້າ​ບອກ​ໂຢຊວຍ​ວ່າ: “ພະ​ເຢໂຫວາ​ມອບ​ແຜ່ນດິນ​ທັງ​ໝົດ​ໄວ້​ໃນ​ມື​ຂອງ​ພວກ​ເຮົາ​ແລ້ວ.+ ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ນັ້ນ​ຢ້ານ​ພວກ​ເຮົາ​ຈົນ​ໂຕ​ສັ່ນ.”+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ທາງ​ທິດ​ຕາເວັນ​ອອກ
ແປ​ຕາມ​ໂຕ​ວ່າ “ໃຈ​ຂອງ​ພວກ​ເຮົາ​ລະ​ລາຍ”
ຫຼື “ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ”