ໂຢຊວຍ 20:1-9
-
ເມືອງຕ່າງໆທີ່ເປັນເມືອງລີ້ໄພ (1-9)
20 ພະເຢໂຫວາບອກໂຢຊວຍວ່າ:
2 “ໃຫ້ເຈົ້າບອກພວກອິດສະຣາເອນວ່າ ‘ໃຫ້ເລືອກບາງເມືອງເພື່ອຈະເປັນເມືອງລີ້ໄພ+ສຳລັບພວກເຈົ້າຕາມທີ່ເຮົາໄດ້ສັ່ງໂມເຊໄວ້
3 ເພື່ອຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈ ຫຼືໂດຍອຸບັດຕິເຫດຈະໜີໄປຢູ່ຫັ້ນໄດ້. ເມືອງເຫຼົ່ານັ້ນຈະເປັນບ່ອນລີ້ໄພສຳລັບເຂົາເຈົ້າຈາກຄົນທີ່ມີສິດແກ້ແຄ້ນ.+
4 ຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈຈະຕ້ອງໜີໄປເມືອງໃດເມືອງໜຶ່ງໃນເມືອງເຫຼົ່ານັ້ນ.+ ລາວຕ້ອງໄປປະຕູເມືອງ+ແລະເລົ່າເລື່ອງທີ່ເກີດຂຶ້ນໃຫ້ພວກຜູ້ນຳຂອງເມືອງນັ້ນຟັງ. ຈາກນັ້ນ ພວກຜູ້ນຳຕ້ອງຮັບລາວເຂົ້າໄປໃນເມືອງ ແລະຊອກບ່ອນຢູ່ໃນເມືອງນັ້ນໃຫ້ລາວ.
5 ຖ້າຄົນທີ່ມີສິດແກ້ແຄ້ນນຳຫຼັງລາວມາ ພວກຜູ້ນຳບໍ່ຄວນມອບລາວໃຫ້ຄົນທີ່ມີສິດແກ້ແຄ້ນ ເພາະລາວເຮັດໃຫ້ຄົນອື່ນຕາຍໂດຍອຸບັດຕິເຫດ ແລະບໍ່ເຄີຍກຽດຊັງຄົນທີ່ຕາຍ.+
6 ລາວຈະຕ້ອງຢູ່ໃນເມືອງນັ້ນຈົນກວ່າຈະມີການຕັດສິນເລື່ອງຂອງລາວຕໍ່ໜ້າປະຊາຊົນ*+ ແລະຈົນກວ່າປະໂລຫິດໃຫຍ່+ທີ່ເຮັດໜ້າທີ່ໃນຕອນນັ້ນຈະຕາຍ. ຈາກນັ້ນ ລາວຈຶ່ງຈະກັບເມືອເມືອງທີ່ລາວໄດ້ໜີມາ ແລະຈະເມືອຢູ່ເຮືອນຂອງລາວໃນເມືອງນັ້ນໄດ້ຄືເກົ່າ.’”+
7 ເຂົາເຈົ້າໄດ້ກັນເມືອງໄວ້ຕາມທີ່ພະເຈົ້າສັ່ງ. ເມືອງເຫຼົ່ານັ້ນມີດັ່ງນີ້: ເມືອງເກເດັດ+ທີ່ຢູ່ໃນຄາລີເລຢູ່ເຂດພູຂອງຕະກູນນັບທາລີ ເມືອງເຊເຄັມ+ຢູ່ເຂດພູຂອງຕະກູນເອຟຣາຢິມ ແລະເມືອງກີຣິອາດອາຣະບາ+ເຊິ່ງມີອີກຊື່ໜຶ່ງວ່າເຮັບໂຣນຢູ່ເຂດພູຂອງຕະກູນຢູດາ.
8 ສ່ວນເມືອງລີ້ໄພທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳຈໍແດນທາງທິດຕາເວັນອອກຂອງເຢຣິໂກມີດັ່ງນີ້: ເມືອງເບເຊ+ທີ່ຢູ່ບ່ອນກັນດານໃນເຂດພູພຽງຂອງຕະກູນຣູເບັນ ເມືອງຣາໂມດ+ໃນເຂດກິລຽດເຊິ່ງຢູ່ໃນເຂດຂອງຕະກູນຄາດ ແລະເມືອງໂກລານ+ໃນເຂດບາຊານເຊິ່ງຢູ່ໃນເຂດຂອງຕະກູນມານາເຊ.+
9 ນີ້ແມ່ນເມືອງລີ້ໄພສຳລັບຄົນອິດສະຣາເອນແລະຄົນຕ່າງຊາດທີ່ຢູ່ນຳເຂົາເຈົ້າ. ຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈຈະໜີໄປຢູ່ເມືອງເຫຼົ່ານັ້ນໄດ້+ ເພື່ອລາວຈະບໍ່ຖືກຄົນທີ່ມີສິດແກ້ແຄ້ນຂ້າ ກ່ອນທີ່ຈະມີການຕັດສິນເລື່ອງຂອງລາວຕໍ່ໜ້າປະຊາຊົນ.+
ຂໍ ຄວາມ ໄຂ ເງື່ອນ
^ ອາດໝາຍເຖິງຕົວແທນຂອງປະຊາຊົນທີ່ເປັນພວກຜູ້ຕັດສິນ