ໂຢຊວຍ 22:1-34

  • ຕະກູນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ກັບ​ເມືອ​ເຮືອນ (1-8)

  • ສ້າງ​ແທ່ນ​ບູຊາ​ຢູ່​ໃກ້​ໆ​ແມ່​ນ້ຳ​ຈໍແດນ (9-12)

  • ອະທິບາຍ​ເຫດຜົນ​ທີ່​ສ້າງ​ແທ່ນ​ບູຊາ (13-29)

  • ແກ້ໄຂ​ຂໍ້​ຂັດ​ແຍ່ງ​ໄດ້ (30-34)

22  ຈາກ​ນັ້ນ ໂຢຊວຍ​ກໍ​ເອີ້ນ​ຄົນ​ໃນ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ໃຫ້​ມາ​ຫາ  ແລະ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ສັ່ງ​ໄວ້+ ແລະ​ເຊື່ອ​ຟັງ​ທຸກ​ສິ່ງ​ທີ່​ຂ້ອຍ​ສັ່ງ​ພວກ​ເຈົ້າ.+  ພວກ​ເຈົ້າ​ຊ່ວຍ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ຕະຫຼອດ​ຈົນ​ຮອດ​ທຸກ​ມື້​ນີ້+ ແລະ​ເຮັດ​ຕາມ​ໜ້າ​ທີ່​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ສັ່ງ​ໄວ້.+  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຊ່ວຍ​ໃຫ້​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ໄດ້​ພັກ​ແລ້ວ​ຄື​ກັບ​ທີ່​ເພິ່ນ​ໄດ້​ສັນຍາ​ໄວ້.+ ຕອນ​ນີ້​ໃຫ້​ພວກເຈົ້າ​ກັບ​ເມືອ​ເຮືອນທີ່​ຢູ່​ອີກ​ຟາກ​ໜຶ່ງ*ຂອງ​ແມ່​ນ້ຳ​ຈໍແດນ ເຊິ່ງ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ເອົາ​ໃຫ້​ພວກ​ເຈົ້າ.+  ມີ​ແຕ່​ໃຫ້​ພວກ​ເຈົ້າ​ຕັ້ງ​ໃຈ​ເຮັດ​ຕາມຄຳ​ສັ່ງ​ທຸກ​ຢ່າງ​ໃນ​ກົດ​ໝາຍທີ່​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ໃຫ້​ພວກ​ເຈົ້າ.+ ໃຫ້​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ+ ໃຫ້​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເພິ່ນ+ ໃຫ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ+ ໃຫ້​ສັດຊື່​ຕໍ່​ເພິ່ນ​ສະເໝີ+ ແລະ​ໃຫ້​ຮັບ​ໃຊ້​ເພິ່ນ+​ສຸດ​ຫົວໃຈ​ແລະ​ສຸດ​ຊີວິດ​ຂອງ​ພວກ​ເຈົ້າ.”+  ໂຢຊວຍ​ອວຍພອນ​ໃຫ້​ເຂົາ​ເຈົ້າ​ແລະ​ສົ່ງ​ເຂົາ​ເຈົ້າ​ກັບ​ເມືອ ແລ້ວ​ເຂົາ​ເຈົ້າ​ກໍ​ກັບ​ໄປ​ບ່ອນ​ຢູ່​ຂອງ​ໂຕເອງ.  ສຳລັບ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ ໂມເຊ​ໄດ້​ເອົາ​ດິນ​ມູນ​ໃນ​ເຂດ​ບາຊານ​ໃຫ້.+ ສ່ວນ​ອີກ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ນັ້ນ ໂຢຊວຍ​ໄດ້​ເອົາ​ດິນ​ມູນ​ທີ່​ຢູ່​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ຈໍແດນ​ໃຫ້+ ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ຢູ່ກັບ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ. ຕອນ​ທີ່​ໂຢຊວຍ​ສົ່ງ​ເຂົາ​ເຈົ້າ​ກັບ​ເມືອ​ເຮືອນ ລາວ​ກໍ​ໄດ້​ອວຍພອນ​ໃຫ້​ເຂົາ​ເຈົ້າ  ແລະ​ບອກ​ເຂົາ​ເຈົ້າ​ວ່າ: “ຕອນ​ທີ່​ພວກ​ເຈົ້າ​ກັບ​ເມືອ​ເຮືອນ ໃຫ້​ພວກ​ເຈົ້າ​ເອົາ​ຝູງ​ສັດ ເງິນ ຄຳ ທອງແດງ ເຫຼັກ ແລະ​ເຄື່ອງນຸ່ງ​ເມືອ​ນຳ​ເດີ້.+ ໃຫ້​ພວກ​ເຈົ້າ​ເອົາ​ສິ່ງ​ເຫຼົ່ານີ້​ທີ່​ປຸ້ນ​+ໄດ້​ຈາກ​ພວກ​ສັດຕູ​ກັບ​ເມືອ​ເຮືອນໄປ​ແບ່ງ​ໃຫ້​ພີ່​ນ້ອງ​ຂອງ​ພວກ​ເຈົ້າ.”  ຈາກ​ນັ້ນ ຄົນ​ໃນ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ກໍ​ລາ​ຄົນ​ອິດສະຣາເອນ​ຕະກູນ​ອື່ນ​ໆ​ ແລ້ວ​ກໍ​ອອກ​ຈາກ​ເມືອງ​ຊີໂລ​ໃນ​ແຜ່ນດິນ​ການາອານ​ກັບ​ໄປ​ທີ່​ເຂດ​ກິລຽດ+ ເຊິ່ງ​ເປັນ​ແຜ່ນດິນ​ທີ່​ເຂົາ​ເຈົ້າໄດ້​ເປັນ​ມູນ​ແລ້ວ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ຜ່ານ​ທາງ​ໂມເຊ.+ 10  ເມື່ອ​ເຂົາ​ເຈົ້າ​ມາ​ຮອດໃກ້​ໆ​ແມ່​ນ້ຳ​ຈໍແດນ​ໃນ​ແຜ່ນດິນ​ການາອານ ຄົນ​ໃນ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ກໍ​ໄດ້​ສ້າງ​ແທ່ນ​ບູຊາ​ແທ່ນ​ໜຶ່ງ​ຢູ່​ໃກ້​ໆ​ແມ່​ນ້ຳ​ຈໍແດນ. ແທ່ນ​ບູຊານັ້ນ​ໃຫຍ່​ຫຼາຍ. 11  ຕໍ່ມາ ຄົນ​ອິດສະຣາເອນ​ຕະກູນ​ອື່ນ​ໆ​ກໍ​ຮູ້​ເລື່ອງ​ນີ້+ ແລະ​ເວົ້າ​ວ່າ: “ຄົນ​ໃນ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ໄດ້​ສ້າງ​ແທ່ນ​ບູຊາ​ໃນ​ແຜ່ນດິນ​ການາອານ​ໃກ້​ໆ​ກັບ​ແມ່​ນ້ຳ​ຈໍແດນ​ທາງ​ຟາກ​ຂອງພວກ​ເຮົາ.” 12  ເມື່ອ​ໄດ້​ຍິນ​ແນວ​ນັ້ນ ພວກ​ອິດສະຣາເອນ​ທັງ​ໝົດ​ກໍ​ມາ​ລວມ​ໂຕ​ກັນ​ຢູ່​ເມືອງ​ຊີໂລ​+ເພື່ອ​ຈະ​ໄປ​ຕໍ່ສູ້​ກັບ​ສອງ​ຕະກູນ​ເຄິ່ງ​ນັ້ນ. 13  ພວກ​ອິດສະຣາເອນ​ຈຶ່ງ​ສົ່ງ​ຟີເນຮາດ+​ລູກ​ຊາຍ​ຂອງ​ປະໂລຫິດ​ເອເລອາຊາ​ໄປ​ຫາ​ຄົນ​ໃນ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ຢູ່​ເຂດ​ກິລຽດ 14  ແລະ​ມີ​ພວກ​ຫົວ​ໜ້າ 10 ຄົນ​ໄປ​ນຳ​ລາວ. ເຂົາ​ເຈົ້າ​ແຕ່​ລະ​ຄົນ​ເປັນ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຂອງ​ຕະກູນ​ຕ່າງ​ໆ​ ແລະ​ເປັນ​ຫົວ​ໜ້າ​ຂອງ​ຄົນ​ອິດສະຣາເອນ​ຫຼາຍ​ພັນ​ຄົນ.+ 15  ເຂົາ​ເຈົ້າ​ໄປ​ຫາ​ຄົນ​ໃນ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ແລະ​ເວົ້າ​ວ່າ: 16  “ປະຊາຊົນ​ຂອງ​ພະ​ເຢໂຫວາ​ຢາກ​ຮູ້​ວ່າ ‘ພວກ​ເຈົ້າ​ບໍ່​ສັດຊື່​+ຕໍ່​ພະເຈົ້າ​ຂອງ​ອິດສະຣາເອນ​ແລະ​ເຮັດ​ແບບ​ນີ້​ໄດ້​ແນວ​ໃດ? ພວກ​ເຈົ້າ​ປະຖິ້ມ​ພະ​ເຢໂຫວາ​ໂດຍ​ສ້າງ​ແທ່ນ​ບູຊາ​ສຳລັບ​ໂຕເອງ ແລະ​ໄດ້​ກະບົດ​ຕໍ່​ພະ​ເຢໂຫວາ.+ 17  ຄວາມ​ຜິດ​ຂອງ​ພວກ​ເຮົາ​ຢູ່​ເປໂອ​ຍັງ​ບໍ່​ພໍ​ບໍ? ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ລົງໂທດ​ພວກ​ເຮົາ​ດ້ວຍ​ໂລກ​ລະບາດ ແຕ່​ຈົນ​ຮອດ​ທຸກ​ມື້​ນີ້ ພວກ​ເຮົາ​ກໍ​ຍັງ​ໄຊ້​ຄືນ​ຄວາມ​ຜິດ​ນັ້ນ​ບໍ່​ໝົດ​ເທື່ອ.+ 18  ມື້​ນີ້​ພວກ​ເຈົ້າ​ໄດ້​ປະຖິ້ມ​ພະ​ເຢໂຫວາ. ຖ້າ​ພວກ​ເຈົ້າ​ກະບົດ​ຕໍ່​ພະ​ເຢໂຫວາ ອີກ​ຈັກ​ໜ້ອຍເພິ່ນ​ກໍ​ຊິ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ​ທັງ​ໝົດ.+ 19  ຖ້າ​ວ່າ​ແຜ່ນດິນ​ທີ່​ພວກ​ເຈົ້າ​ຢູ່​ບໍ່​ສະອາດ​ກໍ​ໃຫ້​ກັບ​ມາ​ແຜ່ນດິນ​ຂອງ​ພະ​ເຢໂຫວາ+ ບ່ອນ​ທີ່​ມີ​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ+​ແລະ​ມາ​ຢູ່​ນຳ​ພວກ​ເຮົາ. ຢ່າ​ກະບົດ​ຕໍ່​ພະ​ເຢໂຫວາ ແລະ​ຢ່າ​ສ້າງ​ແທ່ນ​ບູຊາ​ທີ່​ບໍ່​ແມ່ນ​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຂຶ້ນ​ມາ​ສຳລັບ​ໂຕເອງ. ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ພວກ​ເຮົາຖືກ​ລວມວ່າເປັນ​ກະບົດ​ຄື​ກັບ​ພວກ​ເຈົ້າ.+ 20  ຕອນ​ທີ່​ອາຄານ+​ເຫຼນ​ຂອງ​ເຊຣາ​ບໍ່​ສັດຊື່​ແລະ​ລັກ​ເອົາສິ່ງ​ທີ່​ຈະ​ຕ້ອງ​ຖືກ​ທຳລາຍ​ມາ ພະເຈົ້າ​ກໍ​ໃຈ​ຮ້າຍ​ຫຼາຍໃຫ້​ພວກ​ອິດສະຣາເອນ​ທຸກ​ຄົນບໍ່​ແມ່ນບໍ?+ ບໍ່​ໄດ້​ມີ​ແຕ່​ລາວ​ທີ່​ຕາຍ​ຍ້ອນ​ຄວາມ​ຜິດ​ນັ້ນ ຄົນ​ອື່ນ​ກໍ​ຕາຍ⁠ນຳ.’”+ 21  ຄົນ​ໃນ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ຕອບ​ພວກ​ທີ່​ເປັນ​ຫົວ​ໜ້າ​ຂອງ​ຄົນ​ອິດສະຣາເອນ​ຫຼາຍ​ພັນ​ຄົນ​ວ່າ:+ 22  “ພະ​ເຢໂຫວາ​ເປັນ​ພະເຈົ້າ​ຜູ້​ມີ​ລິດເດດ​ຫຼາຍ​ທີ່​ສຸດ. ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເໜືອ​ກວ່າ​ພະ​ເຈົ້າ​ອື່ນ​ໆ​.+ ເພິ່ນ​ຮູ້​ທຸກ​ຢ່າງແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ກໍ​ຄວນ​ຮູ້​ເລື່ອງ​ນີ້. ຖ້າ​ພວກ​ເຮົາ​ກະບົດ​ແລະ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ ເພິ່ນ​ຄື​ຊິ​ບໍ່​ປ່ອຍ​ພວກ​ເຮົາ​ໄວ້​ດອກ. 23  ຖ້າ​ພວກ​ເຮົາ​ປະຖິ້ມ​ພະ​ເຢໂຫວາ​ແລະ​ສ້າງ​ແທ່ນ​ບູຊາ​ສຳລັບ​ໂຕເອງ​ເພື່ອ​ເຜົາ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ ພະ​ເຢໂຫວາ​ຊິ​ລົງໂທດ​ພວກ​ເຮົາ​ແນ່ນອນ.+ 24  ແຕ່​ມັນ​ບໍ່​ແມ່ນ​ຈັ່ງ​ຊັ້ນ. ພວກ​ເຮົາ​ເຮັດ​ແນວ​ນີ້​ກໍ​ຍ້ອນ​ພວກເຮົາ​ຄິດ​ວ່າ ໃນ​ອະນາຄົດ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຊິ​ມາ​ເວົ້າ​ກັບ​ລູກ​ຫຼານ​ຂອງ​ພວກ​ເຮົາ​ວ່າ ‘ພວກ​ເຈົ້າ​ມີ​ສິດ​ຫຍັງມາ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ກັບ​ພວກ​ເຮົາ? 25  ພະ​ເຢໂຫວາ​ເອົາ​ແມ່​ນ້ຳ​ຈໍແດນ​ຂັ້ນ​ລະຫວ່າງ​ພວກ​ເຮົາ​ກັບ​ພວກ​ເຈົ້າ​ທີ່​ເປັນ​ຄົນ​ໃນ​ຕະກູນ​ຣູເບັນ​ແລະ​ຕະກູນ​ຄາດ. ພວກ​ເຈົ້າ​ບໍ່​ມີ​ສິດ​ນະມັດສະການ​ພະ​ເຢໂຫວາ.’ ແລ້ວ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ກໍ​ຈະ​ຫ້າມ​ລູກ​ຫຼານ​ຂອງ​ພວກ​ເຮົາ​ບໍ່​ໃຫ້​ນະມັດສະການ​ພະ​ເຢໂຫວາ. 26  ພວກ​ເຮົາ​ກໍ​ເລີຍ​ເວົ້າ​ວ່າ ‘ໃຫ້​ພວກ​ເຮົາ​ສ້າງ​ແທ່ນ​ບູຊາ​ແທ່ນ​ໜຶ່ງ ບໍ່​ແມ່ນ​ເພື່ອ​ໃຊ້​ເຜົາ​ເຄື່ອງ​ບູຊາ​ເຜົາ​ຫຼື​ເຄື່ອງ​ບູຊາ​ອື່ນ​ໆ​ 27  ແຕ່​ເພື່ອ​ໃຫ້​ເປັນ​ພະຍານ​ລະຫວ່າງ​ພວກ​ເຮົາ​ກັບ​ພວກ​ເຈົ້າ+​ແລະ​ລູກ​ຫຼານ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຈະ​ຮັບ​ໃຊ້​ພະ​ເຢໂຫວາ​ສະເໝີ​ໂດຍ​ເອົາ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ ແລະ​ເຄື່ອງ​ບູຊາ​ອື່ນ​ໆ​ມາ​ໃຫ້​ເພິ່ນ+ ເພື່ອ​ວ່າ​ໃນ​ອະນາຄົດ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຈະ​ບໍ່​ໄດ້​ມາ​ເວົ້າ​ໃຫ້​ລູກ​ຫຼານ​ຂອງ​ພວກ​ເຮົາ​ວ່າ “ພວກ​ເຈົ້າ​ບໍ່​ມີ​ສິດ​ນະມັດສະການ​ພະ​ເຢໂຫວາ.” 28  ຖ້າ​ໃນ​ອະນາຄົດ​ເຂົາ​ເຈົ້າ​ເວົ້າ​ແນວ​ນັ້ນ​ໃຫ້​ພວກ​ເຮົາ​ແລະ​ລູກ​ຫຼານ​ຂອງ​ພວກ​ເຮົາ ພວກ​ເຮົາ​ກໍ​ຈະ​ບອກ​ວ່າ “ຂໍ​ໃຫ້​ເບິ່ງ​ແທ່ນ​ບູຊາ​ທີ່​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ສ້າງ​ຂຶ້ນ​ມາ​ເຊິ່ງຄ້າຍ​ຄື​ກັບ​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ. ແທ່ນ​ບູຊາ​ນີ້​ບໍ່​ໄດ້​ໃຊ້​ສຳລັບ​ເຄື່ອງ​ບູຊາ​ເຜົາ​ຫຼື​ເຄື່ອງ​ບູຊາ​ອື່ນ​ໆ​ ແຕ່​ສ້າງ​ຂຶ້ນ​ເພື່ອ​ເປັນ​ພະຍານ​ລະຫວ່າງ​ພວກ​ເຮົາ​ກັບ​ພວກ​ເຈົ້າ.”’ 29  ພວກ​ເຮົາ​ບໍ່​ເຄີຍ​ຄິດ​ທີ່​ຈະ​ກະບົດ​ຕໍ່​ພະ​ເຢໂຫວາ​ແລະ​ປະຖິ້ມ​ພະ​ເຢໂຫວາ+ ໂດຍ​ສ້າງ​ແທ່ນ​ບູຊາ​ຂຶ້ນ​ມາ​ອີກ​ແທ່ນ​ໜຶ່ງ​ເພື່ອ​ເຜົາ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ອື່ນ​ໆ​ແທນ​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ເຊິ່ງ​ຢູ່​ຕໍ່​ໜ້າ​ເຕັ້ນ​ສັກສິດ​ຂອງ​ເພິ່ນ.”+ 30  ເມື່ອ​ປະໂລຫິດ​ຟີເນຮາດ ພວກ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ ແລະ​ພວກ​ຫົວ​ໜ້າ​ຂອງ​ຄົນ​ອິດສະຣາເອນ​ຫຼາຍ​ພັນ​ຄົນ​ໄດ້​ຍິນ​ລູກ​ຫຼານ​ຂອງ​ຣູເບັນ ຄາດ ແລະ​ມານາເຊ​ເວົ້າ​ແນວ​ນັ້ນ ເຂົາ​ເຈົ້າ​ກໍ​ຮູ້ສຶກ​ສະບາຍ​ໃຈ.+ 31  ຟີເນຮາດ​ລູກ​ຊາຍ​ຂອງ​ປະໂລຫິດ​ເອເລອາຊາ​ຈຶ່ງ​ເວົ້າ​ກັບ​ລູກ​ຫຼານ​ຂອງ​ຣູເບັນ ຄາດ ແລະ​ມານາເຊ​ວ່າ: “ບາດ​ນີ້ ພວກ​ເຮົາ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ພວກ​ເຮົາ ຍ້ອນ​ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ. ຕອນ​ນີ້ ພະ​ເຢໂຫວາ​ຈະບໍ່​ລົງໂທດ​ພວກ​ເຮົາ.” 32  ຫຼັງ​ຈາກ​ຟີເນຮາດ​ລູກ​ຊາຍ​ຂອງ​ປະໂລຫິດ​ເອເລອາຊາ​ກັບ​ພວກ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ລົມ​ກັບ​ຄົນໃນ​ຕະກູນ​ຣູເບັນ​ແລະ​ຕະກູນ​ຄາດ​ແລ້ວ​ໆ​ ເຂົາ​ເຈົ້າ​ກໍ​ອອກ​ຈາກ​ກິລຽດ​ກັບ​ໄປ​ການາອານ ແລະ​ໄດ້​ເລົ່າ​ເລື່ອງ​ທັງ​ໝົດ​ໃຫ້​ພວກ​ອິດສະຣາເອນ​ຕະກູນ​ອື່ນ​ໆ​ຟັງ. 33  ເມື່ອ​ໄດ້​ຍິນ​ເລື່ອງ​ທັງ​ໝົດ​ແລ້ວ ທຸກ​ຄົນ​ກໍ​ພໍ​ໃຈ​ແລະ​ສັນລະເສີນ​ພະເຈົ້າ ແລະ​ບໍ່​ໄດ້​ເວົ້າ​ເຖິງ​ເລື່ອງ​ທີ່​ຈະ​ໄປ​ຕໍ່ສູ້​ກັບ​ຄົນ​ໃນ​ຕະກູນ​ຣູເບັນ​ແລະ​ຕະກູນ​ຄາດ​ເພື່ອ​ທຳລາຍ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ​ອີກ​ເລີຍ. 34  ຄົນ​ໃນ​ຕະກູນ​ຣູເບັນ​ແລະ​ຕະກູນ​ຄາດ​ຈຶ່ງ​ຕັ້ງ​ຊື່ໃຫ້​ແທ່ນ​ນັ້ນ.* ເຂົາ​ເຈົ້າ​ເວົ້າ​ວ່າ: “ແທ່ນ​ນີ້​ເປັນ​ພະຍານ​ລະຫວ່າງ​ພວກ​ເຮົາ​ວ່າພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້.”

ຂໍຄວາມໄຂເງື່ອນ

ໝາຍເຖິງ​ທາງ​ທິດ​ຕາເວັນ​ອອກ
ຈາກ​ເລື່ອງ​ທີ່​ອ່ານ ແທ່ນ​ນີ້​ອາດ​ມີ​ຊື່​ວ່າ “ພະຍານ”