ໂຢຊວຍ 23:1-16

  • ໂຢຊວຍ​ສັ່ງ​ລາ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ (1-16)

    • ບໍ່​ມີ​ຈັກ​ເລື່ອງ​ທີ່​ພະ​ເຢໂຫວາ​ເວົ້າ​ແລ້ວ​ບໍ່​ໄດ້​ເກີດ​ຂຶ້ນ (14)

23  ຫຼາຍ​ປີ​ຜ່ານ​ໄປ ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ພວກ​ສັດຕູ​ທີ່​ຢູ່​ອ້ອມ​ຂ້າງ​ມາ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ+ ແລະ​ໂຢຊວຍ​ກໍ​ເຖົ້າ​ຫຼາຍ​ແລ້ວ+  ໂຢຊວຍ​ໄດ້​ເອີ້ນ​ພວກ​ອິດສະຣາເອນ+ ພວກ​ຜູ້ນຳ ພວກ​ຫົວ​ໜ້າ ພວກ​ຜູ້ຕັດສິນ ແລະ​ພວກ​ຫົວ​ໜ້າ​ອື່ນ​ໆ​+ມາ​ຫາ ແລ້ວ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ຂ້ອຍ​ເຖົ້າ​ຫຼາຍ​ແລ້ວ ອາຍຸ​ກໍ​ຫຼາຍ​ແລ້ວ.  ພວກ​ເຈົ້າ​ກໍ​ເຫັນ​ດ້ວຍ​ໂຕເອງ​ແລ້ວ​ວ່າ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ທຳລາຍ​ຊາດ​ຕ່າງ​ໆ​ ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເປັນ​ຜູ້​ທີ່​ຕໍ່ສູ້​ແທນ​ພວກ​ເຈົ້າ.+  ຂ້ອຍ​ໄດ້​ໄລ່​ຊາດ​ຕ່າງ​ໆ​ທີ່​ຢູ່​ທາງ​ທິດ​ຕາເວັນ​ຕົກ ຕັ້ງ​ແຕ່​ແມ່​ນ້ຳ​ຈໍແດນ​ໄປ​ຈົນ​ຮອດ​ທະເລ​ໃຫຍ່* ແລະ​ໄດ້​ແບ່ງ​ແຜ່ນດິນ​ໃຫ້​ພວກ​ເຈົ້າ​ໂດຍ​ການ​ຈົກ​ສະຫຼາກ.+ ເຖິງ​ວ່າ​ຍັງ​ມີ​ຊາດ​ອື່ນ​ໆ​ເຫຼືອ​ຢູ່ໃນ​ແຜ່ນດິນ+ ແຕ່​ແຜ່ນດິນ​ນີ້​ກໍ​ເປັນ​ຂອງ​ພວກ​ເຈົ້າ​ແລ້ວ.+  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ຊຸກ​ພວກ​ເຂົາ​ຕໍ່​ໜ້າ​ພວກ​ເຈົ້າ.+ ເພິ່ນ​ໄດ້​ໄລ່​ພວກ​ເຂົາ​ອອກ​ໄປ ແລະ​ພວກ​ເຈົ້າ​ໄດ້​ຍຶດ​ເອົາ​ແຜ່ນດິນ​ຂອງ​ພວກ​ເຂົາ​ຄື​ກັບ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ສັນຍາ​ໄວ້.+  ຂໍ​ໃຫ້​ພວກ​ເຈົ້າ​ກ້າຫານ ເຊື່ອ​ຟັງ ແລະ​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ກົດ​ໝາຍ​+ຂອງ​ໂມເຊ​ຢ່າງ​ເຄັ່ງ​ຄັດ ແລະ​ຢ່າ​ເຈີດ​ຊ້າຍ​ເຈີດ​ຂວາ.+  ຢ່າ​ໄປ​ກ່ຽວຂ້ອງ​ກັບ​ຊາດ​ຕ່າງ​ໆ​+ທີ່​ຍັງ​ເຫຼືອ​ຢູ່​ໃນ​ແຜ່ນດິນ​ນີ້. ຢ່າ​ສາບານ​ໂດຍ​ໃຊ້​ຊື່​ພະເຈົ້າ​ຂອງ​ພວກ​ເຂົາ. ແມ່ນ​ແຕ່​ເວົ້າ​ເຖິງ​ຊື່​ຂອງ​ພະເຈົ້າ​ເຫຼົ່າ​ນັ້ນ​ກໍ​ບໍ່​ໃຫ້​ເວົ້າ.+ ຫ້າມ​ພວກ​ເຈົ້າ​ໄປ​ຂາບ​ໄຫວ້ ຫຼື​ນະມັດສະການ​ພະເຈົ້າ​ຂອງ​ພວກ​ເຂົາ.+  ພວກ​ເຈົ້າ​ຕ້ອງ​ສັດຊື່​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ+​ຄື​ກັບ​ທີ່​ພວກ​ເຈົ້າ​ເຮັດ​ມາ​ຈົນ​ຮອດ​ທຸກ​ມື້​ນີ້.  ພະ​ເຢໂຫວາ​ຈະ​ໄລ່​ຊາດ​ຕ່າງ​ໆ​ທີ່​ມີ​ຄົນ​ຫຼາຍ​ກວ່າ​ແລະ​ມີ​ກຳລັງ​ຫຼາຍ​ກວ່າ​ໄປ​ຈາກ​ພວກ​ເຈົ້າ.+ ຈົນ​ຮອດ​ຕອນ​ນີ້​ຍັງ​ບໍ່​ເຄີຍ​ມີ​ຜູ້​ໃດ​ຊະນະ​ພວກ​ເຈົ້າ​ໄດ້.+ 10  ພວກ​ເຈົ້າ​ຄົນ​ດຽວ​ຈະໄລ່​ນຳ​ສັດຕູ 1.000 ຄົນ+ ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ຕໍ່ສູ້​ແທນ​ພວກ​ເຈົ້າ+​ຄື​ກັບ​ທີ່​ເພິ່ນ​ເຄີຍ​ສັນຍາ​ໄວ້.+ 11  ດັ່ງນັ້ນ ໃຫ້​ພວກ​ເຈົ້າ​ລະວັງ​ໂຕ​ຢູ່​ສະເໝີ+​ໂດຍ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.+ 12  ແຕ່​ຖ້າ​ພວກ​ເຈົ້າ​ປະຖິ້ມ​ພະເຈົ້າແລະ​ໄປ​ກ່ຽວຂ້ອງ​ກັບ​ຊາດ​ອື່ນ​ໆ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ແຜ່ນດິນ​ນີ້+ ໂດຍ​ໄປ​ເປັນ​ດອງ​ກັບ​ພວກ​ເຂົາ+ ໄປ​ເປັນ​ໝູ່​ກັບ​ພວກ​ເຂົາ ແລະ​ໃຫ້​ພວກ​ເຂົາ​ມາ​ເປັນ​ໝູ່​ກັບ​ພວກ​ເຈົ້າ 13  ໃຫ້​ພວກ​ເຈົ້າ​ຮູ້​ໄວ້​ເລີຍ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ບໍ່​ຊ່ວຍ​ພວກ​ເຈົ້າ​ໄລ່​ຊາດ​ເຫຼົ່າ​ນັ້ນ​ອີກ​ຕໍ່​ໄປ.+ ພວກ​ເຂົາ​ຈະ​ເປັນ​ຄື​ກັບ​ແຮ້ວ ກັບດັກ ແສ້​ທີ່​ມີ​ແນວ​ແຫຼມ​ໆ​ຟາດ​ຫຼັງ​ພວກ​ເຈົ້າ+ ແລະ​ສ້ຽນ​ທີ່​ຢູ່​ໃນ​ຕາ​ພວກ​ເຈົ້າ ຈົນ​ກວ່າ​ພວກ​ເຈົ້າ​ຈະ​ຕາຍ​ໄປ​ຈາກ​ແຜ່ນດິນ​ດີ​ໆ​ນີ້​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ເອົາ​ໃຫ້​ພວກ​ເຈົ້າ. 14  ຂ້ອຍ​ໃກ້​ຊິ​ຕາຍ​ແລ້ວ ແລະພວກ​ເຈົ້າ​ກໍ​ຮູ້​ດີ*ວ່າຄຳ​ສັນຍາ​ດີ​ໆ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເວົ້າ​ໄວ້​ໄດ້​ເກີດ​ຂຶ້ນ​ແທ້. ຄຳ​ສັນຍາ​ທັງ​ໝົດ​ໄດ້​ເກີດ​ຂຶ້ນ​ແທ້. ບໍ່​ມີ​ຈັກ​ເລື່ອງ​ທີ່​ບໍ່​ໄດ້​ເກີດ​ຂຶ້ນ.+ 15  ແຕ່​ຄື​ກັບ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ເຮັດ​ໃຫ້​ຄຳ​ສັນຍາ​ດີ​ໆ​ທີ່​ເພິ່ນ​ເວົ້າ​ໄວ້​ເກີດ​ຂຶ້ນ​ແທ້+ ພະ​ເຢໂຫວາ​ກໍ​ຈະ​ເຮັດ​ໃຫ້​ຄວາມ​ຈິບຫາຍ​ທີ່​ເພິ່ນ​ສັນຍາ​ໄວ້​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ​ແນ່ນອນ ແລະ​ຈະ​ທຳລາຍ​ພວກ​ເຈົ້າ​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ​ດີ​ໆ​ນີ້​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ເອົາ​ໃຫ້​ພວກ​ເຈົ້າ.+ 16  ຖ້າ​ພວກ​ເຈົ້າ​ບໍ່​ເຮັດ​ຕາມ​ທີ່​ສັນຍາ​ໄວ້​ກັບ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ແລະ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ ແລະ​ຖ້າ​ພວກ​ເຈົ້າ​ໄປ​ຂາບ​ໄຫວ້​ແລະ​ນະມັດສະການ​ພະເຈົ້າ​ອື່ນ ພະ​ເຢໂຫວາ​ຈະ​ໃຈ​ຮ້າຍ​ໃຫ້​ພວກ​ເຈົ້າ​ຫຼາຍ+ ແລະ​ເພິ່ນ​ຈະ​ເຮັດ​ໃຫ້​ພວກ​ເຈົ້າຕາຍ​ໄປ​ໄວ​ໆ​ຈາກ​ແຜ່ນດິນ​ດີ​ໆ​ທີ່​ເພິ່ນ​ເອົາ​ໃຫ້​ພວກເຈົ້າ.”+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ທະເລ​ເມດີແຕຣາເນ
ແປ​ຕາມ​ໂຕ​ວ່າ “ຮູ້​ແບບ​ສຸດ​ໃຈ​ແລະ​ສຸດ​ຊີວິດ”