ໂຢຊວຍ 3:1-17

  • ພວກ​ອິດສະຣາເອນ​ຂ້າມ​ແມ່​ນ້ຳ​ຈໍແດນ (1-17)

3  ໂຢຊວຍ​ກັບ​ພວກ​ອິດສະຣາເອນ​ກໍ​ຕື່ນ​ແຕ່​ເຊົ້າ​ໆ​ ແລ້ວ​ເດີນ​ທາງ​ອອກ​ຈາກ​ຊິດຕີມ​+ໄປ​ແມ່​ນ້ຳ​ຈໍແດນ. ເຂົາ​ເຈົ້າ​ຄ້າງ​ຄືນ​ຢູ່​ຫັ້ນ​ກ່ອນ​ທີ່​ຈະ​ຂ້າມ​ແມ່​ນ້ຳ.  ຫຼັງ​ຈາກ​ນັ້ນ 3 ມື້ ພວກ​ຫົວ​ໜ້າ+​ກໍ​ຍ່າງ​ໄປ​ທົ່ວ​ຄ້າຍ​ພັກ  ແລະ​ສັ່ງ​ປະຊາຊົນ​ວ່າ: “ຖ້າ​ພວກ​ເຈົ້າ​ເຫັນ​ປະໂລຫິດ​ຄົນ​ເລວີ​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄປ+ ໃຫ້​ພວກ​ເຈົ້າ​ນຳ​ຫຼັງ​ເຂົາ​ເຈົ້າ​ໄປ​ໂລດ.  ແຕ່​ໃຫ້​ຢູ່​ຫ່າງ​ຈາກ​ເຂົາ​ເຈົ້າ 2.000 ສອກ* ແລະ​ບໍ່​ໃຫ້​ໄປ​ໃກ້​ກວ່າ​ນັ້ນ ເພື່ອ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ຈະ​ໄປ​ທາງ​ໃດ ເພາະ​ພວກ​ເຈົ້າ​ບໍ່​ເຄີຍ​ໄປ​ທາງ​ນັ້ນຈັກ​ເທື່ອ.”  ແລ້ວ​ໂຢຊວຍ​ກໍ​ເວົ້າ​ກັບ​ປະຊາຊົນ​ວ່າ: “ກຽມ​ໂຕ​ໃຫ້​ພ້ອມ*+ ເພາະ​ມື້​ອື່ນ​ພະ​ເຢໂຫວາ​ຈະ​ເຮັດການອັດສະຈັນໃຫ້​ພວກ​ເຈົ້າ.”+  ໂຢຊວຍ​ບອກ​ພວກ​ປະໂລຫິດ​ວ່າ: “ໃຫ້​ຫາມ​ຫີບ+​ສັນຍາ​ອອກ​ໄປ​ກ່ອນ​ປະຊາຊົນ.” ແລ້ວ​ເຂົາ​ເຈົ້າ​ກໍ​ຫາມ​ຫີບ​ສັນຍາ​ອອກ​ໄປ.  ພະ​ເຢໂຫວາ​ເວົ້າ​ກັບ​ໂຢຊວຍ​ວ່າ: “ຕັ້ງ​ແຕ່​ມື້​ນີ້​ໄປ​ພວກ​ອິດສະຣາເອນ​ຈະ​ນັບ​ຖື​ເຈົ້າ+ ເພາະ​ເຂົາ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ກຳລັງ​ຊ່ວຍ​ເຈົ້າ​ຢູ່+​ຄື​ກັບ​ທີ່​ເຄີຍ​ຊ່ວຍ​ໂມເຊ.+  ເມື່ອ​ພວກ​ປະໂລຫິດ​ຫາມ​ຫີບ​ສັນຍາ​ໄປ​ຮອດ​ແມ່​ນ້ຳ​ຈໍແດນ ເຈົ້າ​ຕ້ອງ​ສັ່ງເຂົາ​ເຈົ້າ​ໃຫ້​ລົງ​ໄປ​ຢືນ​ຢູ່​ໃນ​ນ້ຳ.”+  ຈາກ​ນັ້ນ ໂຢຊວຍ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ໃຫ້​ມາ​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ບອກ​ພວກ​ເຈົ້າ.” 10  ໂຢຊວຍ​ເວົ້າ​ວ່າ: “ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຕໍ່​ໄປ​ນີ້​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ຮູ້​ວ່າ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ກຳລັງ​ຢູ່​ນຳ​ພວກ​ເຈົ້າ.+ ເພິ່ນ​ຈະໄລ່​ພວກ​ການາອານ ພວກ​ເຮດ ພວກ​ຮີວີ ພວກ​ເປຣິຊີ ພວກ​ກີກາຊີ ພວກ​ອາໂມ ແລະ​ພວກ​ເຢບຸດ​ອອກ​ໄປ​ຈາກ​ພວກ​ເຈົ້າ.+ 11  ຫີບ​ສັນຍາ​ຂອງຜູ້​ທີ່​ປົກຄອງ​ໂລກ​ທັງ​ໝົດ​ນີ້​ຈະ​ລົງ​ໄປ​ໃນ​ແມ່​ນ້ຳ​ຈໍແດນ​ກ່ອນ​ພວກ​ເຈົ້າ. 12  ຕອນ​ນີ້ ໃຫ້​ເຈົ້າ​ເລືອກ​ຜູ້​ຊາຍ 12 ຄົນ​ມາ​ຈາກ​ທຸກ​ຕະກູນ​ຂອງ​ພວກ​ອິດສະຣາເອນ ຕະກູນ​ລະ 1 ຄົນ.+ 13  ເມື່ອ​ຕີນ​ຂອງ​ພວກ​ປະໂລຫິດ​ທີ່​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ເປັນ​ຜູ້ປົກຄອງ​ໂລກ​ນີ້​ທັງ​ໝົດ​ລົງ​ໄປ​ໃນ​ແມ່​ນ້ຳ​ຈໍແດນ ນ້ຳ​ກໍ​ຈະ​ເຊົາ​ໄຫຼ​ທັນທີ​ແລະ​ຕັ້ງ​ຂຶ້ນ​ຄື​ກັບ​ກຳແພງ.”+ 14  ຕອນ​ທີ່​ປະຊາຊົນ​ກຽມ​ໂຕ​ເພື່ອ​ຈະ​ຂ້າມ​ແມ່​ນ້ຳ​ຈໍແດນ ພວກ​ປະໂລຫິດ​ກໍ​ຫາມ​ຫີບ​+ສັນຍາ​ອອກ​ໄປ​ກ່ອນ​ເຂົາ​ເຈົ້າ. 15  ເມື່ອ​ພວກ​ປະໂລຫິດ​ທີ່​ຫາມ​ຫີບ​ສັນຍາ​ໄປ​ຮອດ​ແມ່​ນ້ຳ​ຈໍແດນ ເຂົາ​ເຈົ້າ​ກໍ​ລົງ​ໄປ​ໃນ​ແມ່​ນ້ຳ. (ຕອນ​ນັ້ນ​ເປັນ​ລະດູເກັບກ່ຽວ ນ້ຳ​ໃນ​ແມ່​ນ້ຳ​ຈໍແດນ​ຂຶ້ນ​ສູງ​ຈົນ​ລົ້ນ​ຕາຝັ່ງ.)+ 16  ແລ້ວ​ນ້ຳ​ກໍ​ເຊົາ​ໄຫຼ​ແລະ​ຕັ້ງ​ຂຶ້ນ​ເປັນ​ຄື​ກັບ​ກຳແພງ​ຢູ່​ໄກ​ໆ​ຢູ່​ເມືອງ​ອາດາມ ເຊິ່ງຢູ່ໃກ້​ໆ​ກັບ​ເມືອງ​ຊາເຣທານ. ສ່ວນ​ນ້ຳ​ທີ່​ເຫຼືອ​ກໍ​ໄຫຼ​ລົງ​ໄປ​ທາງ​ທະເລ​ຂອງ​ເຂດ​ອາຣາບາ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ທະເລ​ເກືອ.* ນ້ຳ​ໃນ​ແມ່​ນ້ຳ​ເຊົາ​ໄຫຼ ແລະ​ປະຊາຊົນ​ກໍ​ໄດ້​ຂ້າມ​ແມ່​ນ້ຳ​ຢູ່​ແຖວ​ເມືອງ​ເຢຣິໂກ. 17  ພວກ​ປະໂລຫິດ​ທີ່​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ໄດ້​ຢືນ​ຢູ່​ກາງ​ແມ່​ນ້ຳ​ຈໍແດນ​ເທິງ​ດິນ​ທີ່​ແຫ້ງ.+ ເຂົາ​ເຈົ້າ​ຢືນ​ຢູ່​ຫັ້ນ​ຈົນ​ພວກ​ອິດສະຣາເອນ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ໝົດ​ທຸກ​ຄົນ.

ຂໍຄວາມໄຂເງື່ອນ

890 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.
ແປ​ຕາມ​ໂຕ​ວ່າ “ເຮັດ​ໂຕ​ໃຫ້​ບໍລິສຸດ”
ໝາຍເຖິງ​ທະເລ​ຕາຍ