ໂຢຊວຍ 4:1-24

  • ຫີນ​ເຫຼົ່ານີ້​ໃຊ້​ເປັນ​ສິ່ງ​ເຕືອນ​ໃຈ (1-24)

4  ເມື່ອ​ພວກ​ອິດສະຣາເອນ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ໝົດ​ແລ້ວ ພະ​ເຢໂຫວາ​ບອກ​ໂຢຊວຍ​ວ່າ:  “ໃຫ້​ເຈົ້າ​ເອີ້ນ​ພວກ​ຜູ້​ຊາຍ 12 ຄົນ​ທີ່​ເຈົ້າ​ໄດ້​ເລືອກ​ໄວ້​ຈາກ​ແຕ່​ລະ​ຕະກູນ​ນັ້ນ​ມາ+  ແລ້ວ​ສັ່ງ​ເຂົາ​ເຈົ້າ​ວ່າ ‘ໃຫ້​ພວກ​ເຈົ້າ​ໄປ​ເອົາ​ກ້ອນ​ຫີນ 12 ກ້ອນ​ມາ​ຈາກ​ກາງ​ແມ່​ນ້ຳ​ຈໍແດນ​ບ່ອນ​ທີ່​ພວກ​ປະໂລຫິດ​ຢືນ​ຢູ່+ ແລະ​ໃຫ້​ເອົາ​ຫີນ​ເຫຼົ່າ​ນັ້ນ​ໄປກອງ​ໄວ້ຢູ່​ບ່ອນ​ທີ່​ພວກ​ເຈົ້າ​ຊິ​ພັກ​ຄ້າງ​ຄືນ.’”+  ໂຢຊວຍ​ໄດ້​ເອີ້ນ​ພວກ​ຜູ້​ຊາຍ 12 ຄົນ​ທີ່​ລາວ​ໄດ້​ເລືອກ​ຈາກ​ແຕ່​ລະ​ຕະກູນ​ຂອງ​ພວກ​ອິດສະຣາເອນ​ມາ.  ລາວ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ໃຫ້​ໄປ​ເອົາ​ຫີນ​ມາ​ຈາກ​ກາງ​ແມ່​ນ້ຳ​ຈໍແດນ​ໃກ້​ໆ​ບ່ອນ​ທີ່​ພວກ​ປະໂລຫິດ​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຢືນຢູ່. ໃຫ້​ພວກ​ເຈົ້າ​ແບກ​ຫີນ​ໃສ່​ບ່າ​ມາ​ຄົນ​ລະ​ກ້ອນ​ເພື່ອ​ຈະ​ໄດ້​ຫີນຄົບ​ຕາມ​ຈຳນວນ​ຕະກູນ​ຂອງ​ພວກ​ອິດສະຣາເອນ.  ຫີນ​ເຫຼົ່ານີ້​ຈະເປັນ​ສິ່ງ​ເຕືອນ​ໃຈ​ວ່າ​ພະເຈົ້າ​ໄດ້​ເຮັດ​ຫຍັງ​ເພື່ອ​ພວກ​ເຈົ້າ. ຖ້າ​ຕໍ່ມາ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຖາມ​ວ່າ ‘ຫີນ​ເຫຼົ່ານີ້​ແມ່ນ​ຫີນ​ຫຍັງ?’+  ພວກ​ເຈົ້າ​ຕ້ອງ​ບອກ​ເຂົາ​ເຈົ້າ​ວ່າ ‘ສະໄໝ​ແຕ່​ກີ້ ຕອນ​ທີ່​ພວກ​ປະໂລຫິດ​ຫາມ​ຫີບ​+ສັນຍາ​ຂອງ​ພະ​ເຢໂຫວາ​ຂ້າມ​ແມ່​ນ້ຳ​ຈໍແດນ ນ້ຳ​ໄດ້​ຖືກ​ກັ້ນ​ໄວ້. ຫີນ​ເຫຼົ່ານີ້​ເປັນ​ສິ່ງ​ທີ່​ຊ່ວຍ​ໃຫ້​ພວກ​ອິດສະຣາເອນ​ຈື່​ເຫດ​ການ​ນັ້ນ​ຕະຫຼອດ​ໄປ.’”+  ແລ້ວ​ຄົນ​ອິດສະຣາເອນທັງ 12 ຄົນ​ກໍ​ເຮັດ​ຕາມ​ທີ່​ໂຢຊວຍ​ສັ່ງ. ເຂົາ​ເຈົ້າ​ເອົາ​ຫີນ 12 ກ້ອນ​ມາ​ຈາກ​ກາງ​ແມ່​ນ້ຳ​ຈໍແດນ​ຕາມ​ຈຳນວນ​ຕະກູນ​ຂອງ​ພວກ​ອິດສະຣາເອນ ຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂຢຊວຍ. ເຂົາ​ເຈົ້າ​ໄດ້​ເອົາ​ຫີນ​ເຫຼົ່າ​ນັ້ນ​ໄປ​ກອງ​ໄວ້​ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ຊິ​ພັກ​ຄ້າງ​ຄືນ.  ໂຢຊວຍ​ຍັງ​ໄດ້​ເອົາ​ຫີນ 12 ກ້ອນ​ຈາກ​ກາງ​ແມ່​ນ້ຳ​ຈໍແດນ​ໄປ​ກອງ​ໄວ້​ຢູ່​ບ່ອນ​ທີ່​ພວກ​ປະໂລຫິດ​ຢືນ​ຖ້າ​ຕອນ​ທີ່​ຫາມ​ຫີບ​ສັນຍາ+ ແລະ​ຫີນ​ເຫຼົ່າ​ນັ້ນ​ຍັງ​ຢູ່​ຫັ້ນ​ຈົນ​ຮອດ​ທຸກ​ມື້​ນີ້. 10  ພວກ​ປະໂລຫິດ​ທີ່​ຫາມ​ຫີບ​ນັ້ນ​ຢືນ​ຢູ່​ກາງ​ແມ່​ນ້ຳ​ຈໍແດນ ຈົນ​ປະຊາຊົນ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ແລ້ວ​ໆ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ໄວ້​ກັບ​ໂຢຊວຍ. ເຂົາ​ເຈົ້າ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໂຢຊວຍ​ໄວ້. ລະຫວ່າງ​ທີ່​ພວກ​ປະໂລຫິດ​ຢືນ​ຢູ່​ຫັ້ນ ປະຊາຊົນ​ກໍ​ຟ້າວ​ຂ້າມ​ແມ່​ນ້ຳ​ໄປ. 11  ຫຼັງ​ຈາກ​ທີ່​ປະຊາຊົນ​ຂ້າມ​ມາ​ໝົດ​ແລ້ວ ເຂົາ​ເຈົ້າ​ກໍ​ແນມ​ເບິ່ງ​ພວກ​ປະໂລຫິດ​ທີ່​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ກຳລັງ​ຂ້າມ​ມາ​ຫາ​ເຂົາ​ເຈົ້າ.+ 12  ພວກ​ທະຫານ​ຂອງ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ໄດ້​ຂ້າມ​ແມ່​ນ້ຳ​+ໄປ​ກ່ອນ​ພວກ​ອິດສະຣາເອນ ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ເຂົາ​ເຈົ້າ.+ 13  ພວກ​ທະຫານ 40.000 ຄົນ​ທີ່​ມີ​ອາວຸດ​ພ້ອມ​ໄດ້​ຂ້າມ​ແມ່​ນ້ຳ​ໄປຕໍ່​ໜ້າ​ພະ​ເຢໂຫວາ ແລະ​ເຂົ້າ​ໄປ​ໃນ​ບ່ອນ​ກັນດານ​ໃກ້​ໆ​ກັບ​ເມືອງ​ເຢຣິໂກ. 14  ໃນ​ມື້​ນັ້ນ ພະ​ເຢໂຫວາ​ໄດ້ເຮັດ​ໃຫ້​ພວກ​ອິດສະຣາ​ເອນ​ຮູ້ວ່າ​ເພິ່ນ​ຊ່ວຍ​ໂຢຊວຍ+ ແລະ​ພວກ​ອິດສະຣາເອນ​ໄດ້​ນັບ​ຖື​ໂຢຊວຍ​ຫຼາຍ*ຕະຫຼອດ​ຊີວິດ​ຂອງ​ລາວ ຄື​ກັບ​ທີ່​ເຂົາ​ເຈົ້າ​ເຄີຍ​ນັບ​ຖື​ໂມເຊ.+ 15  ແລ້ວ​ພະ​ເຢໂຫວາ​ກໍ​ບອກ​ໂຢຊວຍ​ວ່າ: 16  “ສັ່ງພວກ​ປະໂລຫິດ​ທີ່​ຫາມ​ຫີບ+​ສັນຍາ*ໃຫ້​ຂຶ້ນ​ມາ​ຈາກ​ແມ່​ນ້ຳ​ຈໍແດນ.” 17  ໂຢຊວຍ​ຈຶ່ງ​ສັ່ງ​ພວກ​ປະໂລຫິດ​ວ່າ: “ພວກ​ເຈົ້າ​ຂຶ້ນ​ມາ​ໄດ້​ແລ້ວ.” 18  ພວກ​ປະໂລຫິດ​ທີ່​ຫາມ​ຫີບ​+ສັນຍາ​ຂອງພະ​ເຢໂຫວາກໍ​ໄດ້​ຂຶ້ນ​ມາ​ຈາກ​ແມ່​ນ້ຳ​ຈໍແດນ. ພໍ​ແຕ່​ຕີນ​ຂອງ​ເຂົາ​ເຈົ້າ​ຢຽບ​ດິນ​ແຫ້ງ ນ້ຳ​ກໍ​ກັບ​ມາ​ໄຫຼ​ປົກກະຕິ​ແລະ​ຖ້ວມ​ຕາ​ຝັ່ງ​+ຄື​ເກົ່າ. 19  ພວກ​ອິດສະຣາເອນ​ໄດ້​ຂ້າມ​ແມ່​ນ້ຳ​ຈໍແດນ​ໃນ​ວັນ​ທີ 10 ຂອງ​ເດືອນ​ທີ 1 ແລະ​ເຂົາ​ເຈົ້າ​ໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ກິນການ​+ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ເມືອງ​ເຢຣິໂກ. 20  ສ່ວນ​ຫີນ 12 ກ້ອນ​ທີ່​ເອົາ​ມາ​ຈາກ​ແມ່​ນ້ຳ​ຈໍແດນ​ນັ້ນ ໂຢຊວຍ​ໄດ້​ເອົາ​ໄປ​ກອງ​ໄວ້​ຢູ່​ກິນການ.+ 21  ລາວ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ມື້​ໜ້າ ຖ້າ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຖາມ​ວ່າ ‘ຫີນ​ເຫຼົ່າ​ນີ້​ແມ່ນ​ຫີນ​ຫຍັງ?’+ 22  ພວກ​ເຈົ້າ​ຕ້ອງ​ອະທິບາຍ​ໃຫ້​ລູກ​ໃຫ້​ຫຼານ​ຟັງ​ວ່າ ‘ໃນ​ສະໄໝ​ແຕ່​ກີ້ ພວກ​ອິດສະຣາເອນ​ໄດ້​ຂ້າມ​ແມ່​ນ້ຳ​ຈໍແດນ​ເທິງ​ດິນ​ແຫ້ງ.+ 23  ຕອນ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ໄດ້​ເຮັດ​ໃຫ້​ນ້ຳ​ໃນ​ແມ່​ນ້ຳ​ຈໍແດນ​ແຫ້ງເພື່ອພວກ​ເຮົາ​ຈະ​ຂ້າມ​ມາ​ໄດ້ ຄື​ກັບ​ຕອນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ໄດ້ເຮັດ​ໃຫ້ນ້ຳ​ໃນ​ທະເລ​ແດງ​ແຫ້ງ.+ 24  ພະ​ເຢໂຫວາ​ເຮັດ​ແນວ​ນັ້ນ​ກໍ​ເພື່ອ​ໃຫ້​ທຸກ​ຄົນ​ໃນ​ໂລກ​ຮູ້​ວ່າ​ເພິ່ນມີ​ລິດເດດ​ຫຼາຍ​ສ່ຳ​ໃດ+ ແລະເພື່ອ​ລູກ​ຈະ​ໄດ້ນະມັດສະການ*ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ສະເໝີ.’”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຢ້ານຢຳ​ລາວ”
ຫີບ​ທີ່​ໃສ່​ແຜ່ນ​ຫີນ​ທີ່​ມີ​ກົດໝາຍ 10 ຂໍ້
ແປ​ຕາມ​ໂຕ​ວ່າ “ຢ້ານຢຳ”