ໂຢຊວຍ 5:1-15

  • ຮັບ​ສິນຕັດ​ຢູ່​ກິນການ (1-9)

  • ສະຫຼອງ​ປັດສະຄາ; ບໍ່​ມີ​ມານາ​ອີກ​ຕໍ່​ໄປ (10-12)

  • ຫົວ​ໜ້າ​ກອງ​ທັບ​ຂອງ​ພະ​ເຢໂຫວາ (13-15)

5  ເມື່ອ​ກະສັດ​ທຸກ​ອົງ​ຂອງ​ຄົນ​ອາໂມ+​ທີ່​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່​ນ້ຳ​ຈໍແດນ ແລະ​ກະສັດ​ທຸກ​ອົງ​ຂອງ​ພວກ​ການາອານ​+ທີ່​ຢູ່​ໃກ້​ທະເລ​ໄດ້​ຍິນ​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ແມ່​ນ້ຳ​ຈໍແດນ​ແຫ້ງ​ເພື່ອ​ພວກ​ອິດສະຣາເອນ​ຈະ​ຂ້າມ​ມາ​ທາງ​ນີ້​ໄດ້ ພວກ​ເຂົາ​ກໍ​ຢ້ານ​ຈົນ​ຫົວ​ຫົດ+​ແລະ​ບໍ່​ກ້າ​ໄປ​ສູ້​ກັບ​ພວກ​ອິດສະຣາເອນ.+  ຕອນ​ນັ້ນ ພະ​ເຢໂຫວາ​ບອກ​ໂຢຊວຍ​ວ່າ: “ໃຫ້​ເຈົ້າ​ເອົາຫີນ​ຄົມ​ໆ​ມາ​ເຮັດ​ເປັນ​ມີດ ແລະໃຫ້​ສັ່ງ​ພວກ​ຜູ້​ຊາຍ​ອິດສະຣາເອນ​ມາ​ຮັບ​ສິນຕັດ.”*+  ໂຢຊວຍ​ກໍ​ເອົາ​ຫີນ​ຄົມ​ໆ​ມາ​ເຮັດ​ເປັນ​ມີດ ແລະ​ພວກ​ຜູ້​ຊາຍ​ອິດສະຣາເອນ​ກໍ​ໄດ້​ຮັບ​ສິນຕັດ​ຢູ່​ກີເບອາດອາຣາໂລດ.*+  ໂຢຊວຍ​ໄດ້​ໃຫ້​ເຂົາ​ເຈົ້າ​ຮັບ​ສິນຕັດ ຍ້ອນ​ພວກ​ຜູ້​ຊາຍ​ທຸກ​ຄົນ​ທີ່​ເປັນ​ທະຫານ​ທີ່​ອອກ​ມາ​ຈາກ​ເອຢິບ​ໄດ້​ຕາຍ​ໝົດ​ແລ້ວ​ຢູ່​ໃນ​ບ່ອນ​ກັນດານ​ຫຼັງ​ຈາກ​ທີ່​ອອກ​ມາ​ຈາກ​ເອຢິບ.+  ພວກ​ຜູ້​ຊາຍ​ເຫຼົ່າ​ນັ້ນ​ທີ່​ອອກ​ມາ​ຈາກ​ເອຢິບ​ໄດ້​ຮັບ​ສິນຕັດ​ໝົດ​ທຸກ​ຄົນ​ແລ້ວ ສ່ວນ​ພວກ​ທີ່​ເກີດ​ຢູ່​ບ່ອນ​ກັນດານ​ຫຼັງ​ຈາກ​ອອກ​ມາ​ຈາກ​ເອຢິບ ພວກ​ນີ້​ຍັງ​ບໍ່​ທັນ​ໄດ້​ຮັບ​ສິນຕັດ​ເທື່ອ.  ພວກ​ຜູ້​ຊາຍ​ທີ່​ເປັນ​ທະຫານ​ທີ່​ອອກ​ຈາກ​ເອຢິບ​ບໍ່​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ+ ພວກ​ອິດສະຣາເອນ​ຈຶ່ງ​ຕ້ອງ​ໄດ້​ເດີນ​ທາງ​ໄປ​ໆ​ມາ​ໆ​ຢູ່​ບ່ອນ​ກັນດານ 40 ປີ+ ຈົນ​ຄົນ​ເຫຼົ່າ​ນັ້ນ​ຕາຍ​ໝົດ. ທຳອິດ ພະ​ເຢໂຫວາ​ໄດ້​ສາບານ​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາວ່າ ຊິ​ເອົາ​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ+​ໃຫ້​ພວກ​ເຮົາ+ ແຕ່​ໃນ​ພາຍ​ຫຼັງ​ພະ​ເຢໂຫວາ​ກໍ​ໄດ້​ສາບານ​ກັບ​ພວກ​ທີ່​ບໍ່​ເຊື່ອ​ຟັງ​ນີ້​ວ່າ ຊິ​ບໍ່​ໃຫ້​ເຂົາ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ.+  ເພິ່ນ​ຈຶ່ງ​ໃຫ້​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ເຂົ້າ​ໄປ​ຢູ່​ແທນ​ເຂົາ​ເຈົ້າ.+ ໂຢຊວຍ​ໄດ້​ໃຫ້​ເຂົາ​ເຈົ້າ​ຮັບ​ສິນຕັດ​ກໍ​ຍ້ອນ​ວ່າ​ຕອນ​ທີ່​ເດີນ​ທາງ​ຢູ່​ໃນ​ບ່ອນ​ກັນດານ​ນັ້ນ ເຂົາ​ເຈົ້າ​ຍັງ​ບໍ່​ໄດ້​ຮັບ​ສິນຕັດ​ເທື່ອ.  ເມື່ອ​ຜູ້​ຊາຍ​ທຸກ​ຄົນ​ຮັບ​ສິນຕັດ​ແລ້ວ ເຂົາ​ເຈົ້າ​ກໍ​ໄດ້​ພັກ​ຢູ່​ຄ້າຍ​ຈົນ​ເຂົາ​ເຈົ້າ​ເຊົາ​ເຈັບ.  ພະ​ເຢໂຫວາ​ເວົ້າ​ກັບ​ໂຢຊວຍ​ວ່າ: “ມື້​ນີ້ ເຮົາ​ໄດ້​ຊ່ວຍ​ໃຫ້​ພວກ​ເຈົ້າ​ບໍ່​ຕ້ອງ​ອັບອາຍຈາກ​ການ​ເຍາະເຍີ້ຍ​ຂອງ​ພວກ​ເອຢິບ​ອີກ​ຕໍ່​ໄປ.”* ເຂົາ​ເຈົ້າ​ຈຶ່ງ​ເອີ້ນ​ບ່ອນ​ນັ້ນ​ວ່າ​ກິນການ*+ຈົນ​ຮອດ​ທຸກ​ມື້​ນີ້. 10  ພວກ​ອິດສະຣາເອນ​ໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ກິນການ​ຕໍ່​ໄປ. ໃນ​ແລງ​ວັນ​ທີ 14 ຂອງ​ເດືອນ​ທີ 1+ ເຂົາ​ເຈົ້າ​ໄດ້​ສະຫຼອງ​ປັດສະຄາ​ຢູ່​ບ່ອນ​ກັນດານ​ເຢຣິໂກ. 11  ໃນ​ມື້​ທີ່​ຕໍ່​ຈາກ​ວັນ​ປັດສະຄາ ເຂົາ​ເຈົ້າ​ໄດ້​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ+ ເຂົ້າ​ບາເລ​ຂົ້ວ ແລະຜົນລະປູກ​ອື່ນ​ໆ​ຈາກໄຮ່​ຈາກ​ສວນ​ຂອງ​ແຜ່ນດິນ​ການາອານ. 12  ຕັ້ງ​ແຕ່​ມື້​ທີ່​ເຂົາ​ເຈົ້າ​ໄດ້​ກິນ​ຜົນລະປູກ​ຈາກ​ແຜ່ນດິນ​ການາອານ​ກໍ​ບໍ່​ມີ​ມານາ​ອີກ​ຕໍ່​ໄປ.+ ນັບ​ຕັ້ງ​ແຕ່​ປີ​ນັ້ນ​ທີ່​ພວກ​ອິດສະຣາເອນ​ໄດ້​ກິນ​ຜົນລະປູກ​ຈາກ​ແຜ່ນດິນ​ການາອານ ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ກິນ​ມານາ​ອີກ​ເລີຍ.+ 13  ຕອນ​ທີ່​ໂຢຊວຍ​ຢູ່​ໃກ້​ໆ​ເມືອງ​ເຢຣິໂກ ລາວ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ+​ຢືນ​ຖື​ດາບ​ຢູ່​ຕໍ່​ໜ້າ​ລາວ+ ໂຢຊວຍ​ຈຶ່ງ​ຍ່າງ​ເຂົ້າ​ໄປ​ຫາ​ຜູ້​ຊາຍ​ຄົນ​ນັ້ນ ແລະ​ເວົ້າ​ວ່າ: “ເຈົ້າ​ຢູ່​ຝ່າຍ​ຂ້ອຍ ຫຼື​ຢູ່​ຝ່າຍ​ສັດຕູ?” 14  ຜູ້​ຊາຍ​ຄົນ​ນັ້ນ​ຕອບ​ວ່າ: “ຂ້ອຍ​ເປັນ​ຫົວ​ໜ້າ​ກອງ​ທັບ​ຂອງ​ພະ​ເຢໂຫວາ.”+ ເມື່ອ​ໂຢຊວຍ​ໄດ້​ຍິນ​ແນວ​ນັ້ນ ລາວ​ກໍ​ໝູບ​ໜ້າ​ລົງ​ພື້ນ​ແລະ​ເວົ້າ​ວ່າ: “ທ່ານ​ມີ​ຫຍັງ​ຈະ​ເວົ້າ​ກັບຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ບໍ?” 15  ຜູ້​ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ຂອງ​ພະ​ເຢໂຫວາ​ຕອບ​ວ່າ: “ໃຫ້​ເຈົ້າ​ປົດ​ເກີບ​ອອກ ເພາະ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່​ນີ້​ເປັນ​ບ່ອນ​ບໍລິສຸດ.” ໂຢຊວຍ​ກໍ​ເຮັດ​ຕາມ​ທີ່​ລາວ​ບອກ​ທັນທີ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ໃຫ້​ຮັບ​ສິນຕັດ​ອີກ​ເທື່ອ​ໜຶ່ງ​ເປັນ​ເທື່ອ​ທີ 2.” ໝາຍເຖິງ​ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ.
ແປ​ວ່າ “ເນີນ​ແຫ່ງ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ”
ແປ​ຕາມ​ໂຕ​ວ່າ “ກິ້ງ​ການ​ເຍາະເຍີ້ຍ​ຂອງ​ພວກ​ເອຢິບ​ອອກ​ໄປ​ຈາກ​ພວກເຈົ້າ”
ແປ​ວ່າ “ກິ້ງ; ກິ້ງ​ອອກ​ໄປ”