ໂຢຊວຍ 6:1-27
6 ປະຕູເມືອງເຢຣິໂກຖືກປິດໄວ້ຢ່າງແໜ້ນໜາເພື່ອບໍ່ໃຫ້ພວກອິດສະຣາເອນເຂົ້າມາໄດ້. ບໍ່ມີຄົນເຂົ້າບໍ່ມີຄົນອອກເມືອງເລີຍ.+
2 ແລ້ວພະເຢໂຫວາກໍເວົ້າກັບໂຢຊວຍວ່າ: “ເຮົາຈະເອົາເມືອງເຢຣິໂກໃຫ້ເຈົ້າ ເຮົາຈະໃຫ້ເຈົ້າຊະນະກະສັດກັບທະຫານທີ່ເກັ່ງໆຂອງເມືອງນັ້ນ.+
3 ໃຫ້ເຈົ້າກັບພວກທະຫານຍ່າງອ້ອມເມືອງນັ້ນມື້ລະ 1 ຮອບ ທັງໝົດ 6 ມື້.
4 ໃຫ້ພວກປະໂລຫິດ 7 ຄົນຖືແກເຂົາແກະຍ່າງອອກໜ້າຫີບສັນຍາ. ແຕ່ໃນມື້ທີ 7 ພວກເຈົ້າຕ້ອງຍ່າງອ້ອມເມືອງ 7 ຮອບ ແລະໃຫ້ພວກປະໂລຫິດເປົ່າແກໄປນຳ.+
5 ເມື່ອພວກເຈົ້າໄດ້ຍິນສຽງແກດັງຂຶ້ນ ໃຫ້ທະຫານທຸກຄົນຮ້ອງສຽງດັງໆເພື່ອກຽມສູ້ຮົບ ກຳແພງເມືອງຈະພັງລົງ+ ແລ້ວພວກທະຫານຕ້ອງບຸກເຂົ້າໄປໃນເມືອງພ້ອມກັນບາດດຽວ.”
6 ໂຢຊວຍລູກຊາຍຂອງນູນກໍເອີ້ນພວກປະໂລຫິດມາແລະບອກເຂົາເຈົ້າວ່າ: “ໃຫ້ຫາມຫີບສັນຍາໄປ ແລ້ວໃຫ້ປະໂລຫິດອີກ 7 ຄົນຖືແກເຂົາແກະແລະຍ່າງອອກໜ້າໄປກ່ອນຫີບສັນຍາຂອງພະເຢໂຫວາ.”+
7 ລາວບອກພວກທະຫານວ່າ: “ໃຫ້ພວກເຈົ້າຍ່າງອ້ອມເມືອງເຢຣິໂກ ແລະໃຫ້ທະຫານທີ່ຖືອາວຸດ+ຍ່າງອອກໜ້າໄປກ່ອນຫີບສັນຍາຂອງພະເຢໂຫວາ.”
8 ເຂົາເຈົ້າກໍເຮັດຕາມທີ່ໂຢຊວຍບອກ. ພວກປະໂລຫິດ 7 ຄົນທີ່ຖືແກເຂົາແກະຕໍ່ໜ້າພະເຢໂຫວາຍ່າງອອກໜ້າໄປກ່ອນແລະເປົ່າແກໄປນຳ. ເຂົາເຈົ້າຍ່າງອອກໜ້າໄປກ່ອນຫີບສັນຍາຂອງພະເຢໂຫວາ.
9 ທະຫານທີ່ຖືອາວຸດກອງໜຶ່ງຍ່າງຢູ່ທາງໜ້າປະໂລຫິດທີ່ກຳລັງເປົ່າແກໄປຕະຫຼອດທາງ ແລະກໍມີທະຫານອີກກອງໜຶ່ງຍ່າງຢູ່ທາງຫຼັງຫີບສັນຍາ.
10 ໂຢຊວຍສັ່ງພວກທະຫານວ່າ: “ຢ່າຮ້ອງສຽງດັງ. ໃຫ້ພວກເຈົ້າມິດໆຢູ່ຈົນກວ່າຈະຮອດມື້ທີ່ຂ້ອຍບອກໃຫ້ ‘ຮ້ອງດັງໆ’ ແລ້ວພວກເຈົ້າຈຶ່ງຄ່ອຍຮ້ອງ.”
11 ລາວໃຫ້ຄົນຫາມຫີບສັນຍາຂອງພະເຢໂຫວາກັບພວກທະຫານຍ່າງອ້ອມເມືອງ 1 ຮອບ ແລ້ວໃຫ້ເຂົາເຈົ້າກັບມານອນຢູ່ຄ້າຍພັກ.
12 ມື້ຕໍ່ມາ ໂຢຊວຍກໍລຸກແຕ່ເຊົ້າໆ ແລະໃຫ້ພວກປະໂລຫິດຫາມຫີບ+ສັນຍາຂອງພະເຢໂຫວາໄປ
13 ແລະພວກປະໂລຫິດ 7 ຄົນທີ່ຖືແກເຂົາແກະກໍໄດ້ຍ່າງອອກໜ້າໄປກ່ອນຫີບສັນຍາຂອງພະເຢໂຫວາ ແລ້ວເປົ່າແກໄປນຳຕະຫຼອດທາງ. ພວກທະຫານທີ່ຖືອາວຸດກອງໜຶ່ງໄດ້ຍ່າງອອກໜ້າໄປກ່ອນ ສ່ວນທະຫານອີກກອງໜຶ່ງໄດ້ຍ່າງນຳຫຼັງຫີບສັນຍາຂອງພະເຢໂຫວາ.
14 ໃນມື້ທີ 2 ເຂົາເຈົ້າກໍຍ່າງອ້ອມເມືອງ 1 ຮອບ ແລ້ວກັບມາຄ້າຍພັກ. ເຂົາເຈົ້າເຮັດແນວນັ້ນ 6 ມື້.+
15 ໃນມື້ທີ 7 ເຂົາເຈົ້າຕື່ນແຕ່ເຊົ້າໆ ແລະເມື່ອຟ້າແຈ້ງເຂົາເຈົ້າກໍອອກໄປຍ່າງອ້ອມເມືອງຄືກັບທຸກມື້ທີ່ຜ່ານມາ ແຕ່ມື້ນີ້ເຂົາເຈົ້າຍ່າງອ້ອມເມືອງ 7 ຮອບ.+
16 ເມື່ອເຂົາເຈົ້າຍ່າງຮອດຮອບທີ 7 ປະໂລຫິດກໍເປົ່າແກ ແລະໂຢຊວຍກໍບອກພວກທະຫານວ່າ: “ໃຫ້ພວກເຈົ້າຮ້ອງດັງໆ+ ເພາະພະເຢໂຫວາໄດ້ມອບເມືອງນີ້ໃຫ້ພວກເຈົ້າແລ້ວ!
17 ເມືອງກັບທຸກຢ່າງໃນເມືອງນີ້ຈະຕ້ອງຖືກທຳລາຍ.+ ທຸກຢ່າງເປັນຂອງພະເຢໂຫວາ. ມີແຕ່ຣາຮາບ+ທີ່ເປັນໂສເພນີກັບທຸກຄົນທີ່ຢູ່ໃນເຮືອນຂອງລາວທີ່ຈະລອດຊີວິດ ຍ້ອນລາວໄດ້ຊ່ວຍຄົນສອດແນມທີ່ພວກເຮົາໄດ້ສົ່ງອອກໄປ.+
18 ແຕ່ຢ່າເຂົ້າໄປໃກ້ສິ່ງທີ່ຈະຕ້ອງຖືກທຳລາຍ+ເພື່ອພວກເຈົ້າຈະບໍ່ຢາກໄດ້ມັນມາເປັນຂອງໂຕເອງ+ ເພາະມັນຈະເຮັດໃຫ້ຄ້າຍພັກຂອງພວກອິດສະຣາເອນຖືກທຳລາຍໄປນຳ.+
19 ສ່ວນເງິນ ຄຳ ແລະເຄື່ອງໃຊ້ທີ່ເຮັດຈາກທອງແດງກັບເຫຼັກເປັນສິ່ງທີ່ບໍລິສຸດສຳລັບພະເຢໂຫວາ.+ ໃຫ້ພວກເຈົ້າເອົາໄປໄວ້ໃນຄັງຊັບສິນຂອງພະເຢໂຫວາ.”+
20 ເມື່ອສຽງແກດັງຂຶ້ນ ພວກທະຫານໄດ້ຮ້ອງສຽງດັງໆ+ ແລ້ວກຳແພງກໍພັງລົງມາທັນທີ.+ ຈາກນັ້ນ ພວກທະຫານກໍບຸກເຂົ້າໄປໃນເມືອງພ້ອມກັນບາດດຽວແລະຍຶດເອົາເມືອງນັ້ນ.
21 ເຂົາເຈົ້າໃຊ້ດາບທຳລາຍທຸກສິ່ງທຸກຢ່າງໃນເມືອງນັ້ນ. ເຂົາເຈົ້າຂ້າຜູ້ຊາຍກັບຜູ້ຍິງທຸກຄົນ ຜູ້ເຖົ້າກັບເດັກນ້ອຍທຸກຄົນ ແລະໄດ້ຂ້າງົວ ແກະກັບລາທຸກໂຕ.+
22 ໂຢຊວຍບອກຜູ້ຊາຍ 2 ຄົນທີ່ໄປສອດແນມແຜ່ນດິນນັ້ນວ່າ: “ໃຫ້ເຂົ້າໄປໃນເຮືອນຂອງໂສເພນີຄົນນັ້ນ ແລະຊ່ວຍລາວກັບຄົນທີ່ຢູ່ໃນເຮືອນຂອງລາວອອກມາ ຕາມທີ່ພວກເຈົ້າໄດ້ສັນຍາໄວ້ກັບລາວ.”+
23 ພວກຜູ້ສອດແນມກໍເຂົ້າໄປພາຣາຮາບພ້ອມກັບພໍ່ແມ່ ອ້າຍເອື້ອຍນ້ອງແລະທຸກຄົນທີ່ຢູ່ນຳລາວອອກມາ+ ແລະໃຫ້ໄປຢູ່ບ່ອນທີ່ປອດໄພນອກຄ້າຍພັກຂອງພວກອິດສະຣາເອນ.
24 ຈາກນັ້ນ ເຂົາເຈົ້າໄດ້ເຜົາເມືອງແລະທຸກຢ່າງຢູ່ໃນເມືອງນັ້ນ. ສ່ວນເງິນ ຄຳ ແລະເຄື່ອງໃຊ້ທີ່ເຮັດຈາກທອງແດງກັບເຫຼັກ ເຂົາເຈົ້າເອົາໄປໄວ້ໃນຄັງຊັບສິນຢູ່ເຕັ້ນສັກສິດຂອງພະເຢໂຫວາ.+
25 ມີແຕ່ຣາຮາບທີ່ເປັນໂສເພນີ ຄອບຄົວຂອງລາວ ແລະທຸກຄົນທີ່ຢູ່ກັບລາວທີ່ໂຢຊວຍບໍ່ໄດ້ຂ້າ.+ ຣາຮາບໄດ້ຢູ່ກັບພວກອິດສະຣາເອນຈົນຮອດທຸກມື້ນີ້+ ຍ້ອນລາວໄດ້ຊ່ວຍຄົນທີ່ໂຢຊວຍສົ່ງໄປສອດແນມເມືອງເຢຣິໂກ.+
26 ຕອນນັ້ນ ໂຢຊວຍສາບານ*ວ່າ: “ຖ້າຜູ້ໃດພະຍາຍາມສ້າງເມືອງເຢຣິໂກຂຶ້ນໃໝ່ ພະເຢໂຫວາຈະສາບແຊ່ງຜູ້ນັ້ນ. ຕອນທີ່ລາວວາງຮາກຖານຂອງເມືອງ ລູກກົກຂອງລາວຈະຕ້ອງຕາຍ ແລະຕອນທີ່ລາວໃສ່ປະຕູເມືອງ ລູກຫຼ້າຂອງລາວຈະຕ້ອງຕາຍ.”+
27 ພະເຢໂຫວາໄດ້ຢູ່ນຳໂຢຊວຍ+ແລະຊື່ສຽງຂອງລາວ*ກໍດັງໄປທົ່ວໂລກ.+
ຂໍ ຄວາມ ໄຂ ເງື່ອນ
^ ຫຼືອາດແປວ່າ “ໃຫ້ປະຊາຊົນສາບານ”
^ ຫຼືອາດແປວ່າ “ເພິ່ນ.” ໝາຍເຖິງຊື່ສຽງຂອງພະເຢໂຫວາ.