ໂຢຊວຍ 7:1-26

  • ພວກ​ອິດສະຣາເອນ​ສູ້​ທະຫານ​ເມືອງ​ອາອີ​ບໍ່​ໄດ້ (1-5)

  • ຄຳ​ອະທິດຖານ​ຂອງ​ໂຢຊວຍ (6-9)

  • ຄວາມ​ຜິດ​ທີ່​ເຮັດ​ໃຫ້​ພວກ​ອິດສະຣາເອນ​ບໍ່​ໄດ້​ຊະນະ (10-15)

  • ອາການ​ຖືກ​ຈັບ​ໄດ້​ແລະ​ຖືກ​ດຶກ​ກ້ອນ​ຫີນ​ໃສ່ (16-26)

7  ພວກ​ອິດສະຣາເອນ​ບໍ່​ໄດ້​ເຮັດ​ຕາມ​ທີ່​ພະເຈົ້າ​ສັ່ງ​ກ່ຽວກັບ​ສິ່ງ​ທີ່​ຈະ​ຕ້ອງ​ຖືກທຳລາຍ. ອາຄານ​+ທີ່​ເປັນ​ລູກ​ຊາຍ​ຂອງ​ກາມີ ເປັນ​ຫຼານ​ຂອງ​ຊັບດີ ແລະ​ເປັນ​ເຫຼນ​ຂອງ​ເຊຣາ​ຈາກ​ຕະກູນ​ຢູດາ​ໄດ້​ເອົາ​ບາງ​ຢ່າງ​ທີ່​ຈະ​ຕ້ອງ​ຖືກ​ທຳລາຍ​ມາ.+ ຍ້ອນ​ແນວ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ​ຫຼາຍ.+  ຕໍ່​ມາ ໂຢຊວຍ​ໄດ້​ສົ່ງ​ຄົນ​ຈາກ​ເມືອງ​ເຢຣິໂກ​ໄປ​ເມືອງ​ອາອີ​+ທີ່​ຢູ່​ໃກ້​ກັບ​ເມືອງ​ເບັດອາເວນ ແລະ​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ເບເທນ.+ ລາວ​ສັ່ງ​ເຂົາ​ເຈົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ຂຶ້ນ​ໄປ​ສອດແນມ​ແຜ່ນດິນ​ນັ້ນ.” ແລ້ວ​ເຂົາ​ເຈົ້າ​ກໍ​ຂຶ້ນ​ໄປ​ສອດແນມ​ເມືອງ​ອາອີ.  ເຂົາ​ເຈົ້າ​ກັບ​ມາ​ບອກ​ໂຢຊວຍ​ວ່າ: “ບໍ່​ຕ້ອງ​ໃຫ້​ທະຫານ​ຂຶ້ນ​ໄປ​ທຸກ​ຄົນ​ດອກ ເພາະ​ຢູ່​ຫັ້ນ​ມີ​ຄົນ​ບໍ່​ຫຼາຍ. ເອົາ​ທະຫານ​ສອງ​ຫຼື​ສາມ​ພັນ​ຄົນ​ຂຶ້ນ​ໄປ​ກໍ​ຊິ​ຊະນະ​ເມືອງ​ອາອີ​ໄດ້​ແລ້ວ. ບໍ່​ຕ້ອງ​ພາກັນ​ຂຶ້ນ​ໄປ​ທັງ​ໝົດ​ໃຫ້​ເມື່ອຍ​ລ້າ​ໆ​ດອກ.”  ທະຫານ​ປະມານ 3.000 ຄົນ​ໄດ້​ຂຶ້ນ​ໄປ​ເມືອງ​ອາອີ ແຕ່​ເຂົາ​ເຈົ້າ​ສູ້​ທະຫານ​ຂອງ​ເມືອງ​ນັ້ນ​ບໍ່​ໄດ້.+  ພວກ​ອາອີ​ໄລ່​ນຳ​ຫຼັງ​ເຂົາ​ເຈົ້າ​ໄປ ຕັ້ງ​ແຕ່​ໜ້າ​ປະຕູ​ເມືອງ ລົງ​ເນີນ​ພູ​ໄປ​ໄກ​ຈົນ​ຮອດ​ເຊບາຣີມ ແລະ​ໄລ່​ຂ້າ​ເຂົາ​ເຈົ້າ​ໄປ​ຕາມ​ທາງ. ທະຫານ​ຂອງ​ພວກ​ອິດສະຣາເອນ​ຖືກ​ຂ້າ​ຕາຍ 36 ຄົນ. ເຂົາ​ເຈົ້າ​ກັບ​ມາ​ດ້ວຍ​ຄວາມ​ຢ້ານ​ແລະ​ໝົດ​ກຳລັງ​ໃຈ.*  ຕອນ​ນັ້ນ ໂຢຊວຍ​ກັບ​ພວກ​ຜູ້ນຳ​ຂອງ​ອິດສະຣາເອນ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ ແລະ​ໝູບ​ໜ້າ​ລົງ​ພື້ນ​ຕໍ່​ໜ້າ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ຈົນ​ຮອດ​ຄ່ຳ. ເຂົາ​ເຈົ້າ​ເອົາ​ຂີ້​ດິນ​ໂຮຍ​ໃສ່​ຫົວ​ຂອງ​ໂຕເອງ.  ໂຢຊວຍ​ເວົ້າ​ວ່າ: “ພະ​ເຢໂຫວາພະເຈົ້າ​ຜູ້​ຍິ່ງ​ໃຫຍ່ສູງ​ສຸດ ເປັນ​ຫຍັງ​ພະອົງ​ພາ​ພວກ​ນີ້​ຂ້າມ​ແມ່​ນ້ຳ​ຈໍແດນ​ມາ​ເພື່ອ​ໃຫ້​ພວກ​ອາໂມ​ທຳລາຍ? ຖ້າ​ພວກ​ເຮົາ​ຍັງ​ຢູ່​ຟາກ​ນັ້ນ*ຂອງ​ແມ່​ນ້ຳ​ຈໍແດນ​ກໍ​ຍັງ​ຊິ​ດີ​ກວ່າ​ບໍ?  ພະ​ເຢໂຫວາ​ເອີ້ຍ ລູກ​ບໍ່​ຮູ້​ຊິ​ເວົ້າ​ແນວ​ໃດ​ທີ່​ພວກ​ອິດສະຣາເອນ​ສູ້​ສັດຕູ​ບໍ່​ໄດ້​ແບບ​ນີ້.  ຖ້າ​ພວກ​ການາອານ​ກັບ​ຄົນ​ໃນ​ແຜ່ນດິນ​ນີ້​ໄດ້​ຍິນ​ເລື່ອງ​ນີ້ ພວກ​ເຂົາ​ກໍ​ຊິ​ພາກັນ​ມາ​ລ້ອມ​ແລະ​ຂ້າ​ພວກ​ເຮົາ ຈົນ​ບໍ່​ມີ​ຜູ້​ໃດ​ໃນ​ໂລກ​ນີ້ຈື່​ຊື່​ພວກ​ເຮົາ​ໄດ້ ແລ້ວ​ພະອົງ​ຊິ​ເຮັດ​ແນວ​ໃດ​ເພື່ອ​ປົກ​ປ້ອງ​ຊື່​ທີ່​ສົມຄວນ​ໄດ້​ຮັບ​ຄວາມ​ນັບ​ຖື​ຂອງ​ພະອົງ?”+ 10  ພະ​ເຢໂຫວາ​ເວົ້າ​ກັບ​ໂຢຊວຍ​ວ່າ: “ລຸກ​ຂຶ້ນ! ເຈົ້າ​ຈະ​ໝູບ​ໜ້າ​ຢູ່​ນີ້​ເຮັດ​ຫຍັງ? 11  ພວກ​ອິດສະຣາເອນ​ໄດ້​ເຮັດ​ຜິດ. ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເຮົາ​ຄື​ກັບ​ທີ່​ໄດ້ສັນຍາໄວ້.+ ເຂົາ​ເຈົ້າ​ລັກ​ເອົາ​ສິ່ງ​ທີ່​ຈະ​ຕ້ອງ​ຖືກ​ທຳລາຍ+​ມາ​ເຊື່ອງ+​ໄວ້​ເປັນ​ຂອງ​ໂຕເອງ.+ 12  ຍ້ອນ​ແນວ​ນີ້ ພວກ​ອິດສະຣາເອນ​ຈະສູ້​ກັບສັດຕູ​ບໍ່​ໄດ້. ເຂົາ​ເຈົ້າ​ຈະ​ຫັນ​ຫຼັງ​ແລະ​ແລ່ນ​ໜີ​ສັດຕູ ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ທຳລາຍ​ສິ່ງ​ທີ່​ຈະ​ຕ້ອງ​ຖືກ​ທຳລາຍ. ຖ້າ​ພວກ​ເຈົ້າ​ບໍ່​ທຳລາຍ​ຄົນທີ່​ເຮົາ​ຈະ​ບອກ​ໃຫ້​ພວກ​ເຈົ້າ​ທຳລາຍ ເຮົາ​ກໍ​ຈະ​ບໍ່​ຢູ່​ນຳ​ພວກ​ເຈົ້າ​ອີກ​ຕໍ່​ໄປ.+ 13  ລຸກ​ຂຶ້ນ​ແລະກຽມ​ປະຊາຊົນ​ໃຫ້​ພ້ອມ!*+ ບອກ​ເຂົາ​ເຈົ້າ​ວ່າ ‘ໃຫ້​ພວກ​ເຈົ້າ​ກຽມ​ໂຕ​ໃຫ້​ພ້ອມ​ສຳລັບ​ມື້​ອື່ນ ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ “ພວກ​ອິດສະຣາເອນ​ເອີ້ຍ ມີ​ຄົນ​ທີ່​ຈະ​ຕ້ອງ​ຖືກ​ທຳລາຍ​ຢູ່​ນຳ​ພວກ​ເຈົ້າ. ຖ້າ​ພວກ​ເຈົ້າ​ບໍ່​ໄດ້​ທຳລາຍ​ຜູ້​ນັ້ນ ພວກ​ເຈົ້າ​ກໍ​ຈະສູ້​ກັບ​ສັດຕູ​ບໍ່​ໄດ້. 14  ມື້​ອື່ນ​ເຊົ້າ ໃຫ້​ພວກ​ເຈົ້າມາ​ລວມ​ໂຕ​ກັນ. ຖ້າ​ພະ​ເຢໂຫວາ​ເລືອກ​+ຕະກູນ​ໃດ​ກໍ​ໃຫ້​ຕະກູນ​ນັ້ນ​ອອກ​ມາ. ຖ້າ​ພະ​ເຢໂຫວາ​ເລືອກ​ຈຸ້ມເຈື້ອ​ໃດ​ກໍ​ໃຫ້​ຈຸ້ມເຈື້ອ​ນັ້ນ​ອອກ​ມາ. ຖ້າ​ພະ​ເຢໂຫວາ​ເລືອກ​ຄອບຄົວ​ໃດ​ກໍ​ໃຫ້​ຄອບຄົວ​ນັ້ນ​ອອກ​ມາ ແລະ​ໃຫ້​ຄົນ​ໃນ​ຄອບຄົວ​ນັ້ນ​ອອກ​ມາ​ເທື່ອ​ລະ​ຄົນ. 15  ຖ້າ​ຜູ້​ໃດ​ຖືກ​ຈັບ​ໄດ້​ວ່າ​ມີ​ສິ່ງ​ຂອງ​ທີ່​ຈະ​ຕ້ອງ​ຖືກ​ທຳລາຍ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຂ້າ​ແລະເອົາ​ໄປ​ຈູດ+ ແລະ​ທຸກ​ສິ່ງ​ທີ່​ລາວ​ເປັນ​ເຈົ້າ​ຂອງ​ກໍ​ຕ້ອງ​ຖືກ​ຈູດ​ຄື​ກັນ ຍ້ອນ​ລາວ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ຄື​ກັບ​ທີ່​ສັນຍາ​ໄວ້+ ແລະ​ຍ້ອນ​ລາວ​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຫຼາຍ​ໃນ​ອິດສະຣາເອນ.”’” 16  ມື້​ຕໍ່ມາ ໂຢຊວຍ​ກໍ​ລຸກ​ແຕ່​ເຊົ້າ​ໆ​ ແລະ​ໃຫ້​ພວກ​ອິດສະຣາເອນ​ທຸກ​ຕະກູນ​ມາ​ລວມ​ໂຕ​ກັນ ແລ້ວ​ຕະກູນ​ຢູດາ​ກໍ​ຖືກ​ເລືອກ. 17  ລາວ​ຈຶ່ງ​ໃຫ້​ຈຸ້ມເຈື້ອ​ຕ່າງ​ໆ​ໃນ​ຕະກູນ​ຢູດາ​ອອກ​ມາ ແລ້ວ​ຈຸ້ມເຈື້ອ​ຂອງ​ເຊຣາ+​ກໍ​ຖືກ​ເລືອກ. ລາວ​ຈຶ່ງ​ໃຫ້​ຄອບຄົວ​ໃນ​ຈຸ້ມເຈື້ອ​ຂອງ​ເຊຣາ​ອອກ​ມາ​ເທື່ອ​ລະ​ຄອບຄົວ ແລ້ວ​ຄອບຄົວ​ຂອງ​ຊັບດີ​ກໍ​ຖືກ​ເລືອກ. 18  ໃນ​ທີ່​ສຸດ ລາວ​ຈຶ່ງ​ໃຫ້​ຄົນ​ໃນ​ຄອບຄົວ​ຂອງ​ຊັບດີ​ອອກ​ມາ​ເທື່ອ​ລະ​ຄົນ ແລ້ວ​ອາຄານ​ທີ່​ເປັນ​ລູກ​ຊາຍ​ຂອງ​ກາມີ ເປັນ​ຫຼານ​ຂອງ​ຊັບດີ ແລະ​ເປັນ​ເຫຼນ​ຂອງ​ເຊຣາ​ຈາກ​ຕະກູນ​ຢູດາ​ກໍ​ຖືກ​ເລືອກ.+ 19  ໂຢຊວຍເວົ້າ​ກັບ​ອາຄານ​ວ່າ: “ລູກ​ເອີ້ຍ ໃຫ້​ເຈົ້າ​ໃຫ້​ກຽດ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ແລະ​ສາລະພາບ​ຄວາມ​ຜິດ​ຂອງ​ເຈົ້າ​ກັບ​ເພິ່ນ​ເດີ້. ບອກ​ຂ້ອຍ​ດຸ​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ. ບໍ່​ຕ້ອງ​ປິດ​ບັງ​ເດີ້.” 20  ອາຄານ​ຕອບ​ໂຢຊວຍ​ວ່າ: “ຂ້ອຍ​ໄດ້​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ແທ້​ໆ​. ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ແມ່ນ 21  ຂ້ອຍ​ເຫັນ​ເສື້ອ​ໂຕ​ໜຶ່ງ​ງາມ​ໆ​ຈາກ​ຊີນາ​+ກັບ​ເງິນ​ໜັກ 200 ເຊເກນ* ແລະ​ແທ່ງ​ຄຳ​ໜັກ 50 ເຊເກນ.* ຂ້ອຍ​ຢາກ​ໄດ້​ກໍ​ເລີຍ​ລັກ​ເອົາ. ຂ້ອຍ​ເຊື່ອງ​ສິ່ງ​ຂອງ​ເຫຼົ່າ​ນັ້ນ​ໄວ້​ໃນ​ດິນ​ໃນ​ເຕັ້ນ​ຂອງ​ຂ້ອຍ ແລະ​ມີ​ເງິນ​ຢູ່​ກ້ອງ​ຫັ້ນ​ນຳ.” 22  ໂຢຊວຍ​ໄດ້​ສົ່ງ​ຄົນ​ໄປ​ທີ່​ເຕັ້ນ​ຂອງ​ອາຄານ​ທັນທີ. ເຂົາ​ເຈົ້າ​ແລ່ນ​ໄປ​ທີ່​ເຕັ້ນ​ນັ້ນ ແລະ​ເມື່ອ​ເຂົ້າ​ໄປ​ໃນ​ເຕັ້ນ ເຂົາ​ເຈົ້າ​ກໍ​ເຫັນ​ເສື້ອ​ກັບ​ເງິນ​ທີ່​ລາວ​ເຊື່ອງ​ໄວ້. 23  ເຂົາ​ເຈົ້າ​ຈຶ່ງ​ເອົາ​ເຄື່ອງ​ເຫຼົ່າ​ນັ້ນ​ໄປ​ໃຫ້​ໂຢຊວຍ​ກັບ​ພວກ​ອິດສະຣາເອນ ແລະ​ເອົາ​ໄປ​ວາງ​ໄວ້​ຕໍ່​ໜ້າ​ພະ​ເຢໂຫວາ. 24  ໂຢຊວຍ​ກັບ​ພວກ​ອິດສະຣາເອນ​ກໍ​ເອົາ​ອາຄານ+​ທີ່​ເປັນ​ຫຼານ​ຂອງ​ເຊຣາ ພ້ອມ​ກັບ​ເງິນ ເສື້ອ​ໂຕ​ທີ່​ງາມ​ໆ​ນັ້ນ ແທ່ງ​ຄຳ+ ລູກ​ຊາຍ ລູກ​ສາວ ງົວ ລາ ແກະ ແບ້ ເຕັ້ນ​ຂອງ​ລາວ ແລະ​ທຸກ​ຢ່າງ​ທີ່​ລາວ​ເປັນ​ເຈົ້າ​ຂອງ​ໄປ​ຮ່ອມພູ​ອາໂຄ.+ 25  ໂຢຊວຍ​ເວົ້າ​ກັບ​ອາຄານ​ວ່າ: “ເປັນ​ຫຍັງ​ເຈົ້າ​ເຮັດ​ໃຫ້​ພວກ​ເຮົາ​ຈິບຫາຍ?+ ພະ​ເຢໂຫວາ​ຈະ​ທຳລາຍ​ພວກ​ເຈົ້າ​ໃນ​ມື້​ນີ້.” ແລ້ວ​ພວກ​ອິດສະຣາເອນ​ກໍ​ດຶກ​ກ້ອນ​ຫີນ​ໃສ່​ອາຄານ+​ກັບ​ຄົນໃນ​ຄອບຄົວຂອງ​ລາວ​ຈົນ​ຕາຍ. ຈາກ​ນັ້ນ​ກໍ​ເອົາ​ສົບ​ຂອງ​ເຂົາ​ເຈົ້າ​ໄປຈູດ.+ 26  ເຂົາ​ເຈົ້າ​ເອົາ​ຫີນ​ມາ​ກອງ​ໄວ້​ບ່ອນ​ຈູດ​ສົບ​ຂອງ​ລາວ​ເປັນ​ກອງ​ໃຫຍ່​ໆ​ເຊິ່ງ​ຍັງ​ຢູ່​ຈົນ​ຮອດ​ທຸກ​ມື້​ນີ້. ແລ້ວ​ພະ​ເຢໂຫວາ​ຈຶ່ງ​ຄ່ອຍ​ເຊົາ​ໃຈ​ຮ້າຍ.+ ຍ້ອນ​ແນວ​ນີ້ ເຂົາ​ເຈົ້າ​ຈຶ່ງ​ເອີ້ນ​ບ່ອນ​ນັ້ນ​ວ່າ​ຮ່ອມພູ​ອາໂຄ*ຈົນ​ຮອດ​ທຸກ​ມື້​ນີ້.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ໃຈ​ຂອງ​ເຂົາເຈົ້າ​ລະ​ລາຍ​ແລະ​ເປັນ​ຄື​ກັບ​ນ້ຳ”
ໝາຍເຖິງ​ທາງ​ທິດ​ຕາເວັນ​ອອກ
ແປ​ຕາມ​ໂຕ​ວ່າ “ເຮັດ​ໂຕ​ໃຫ້​ບໍລິສຸດ”
570 ກຣາມ
2,28 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
ແປ​ວ່າ “ຄວາມ​ຈິບຫາຍ; ການ​ຖືກ​ຕັດ​ຂາດ​ຈາກ​ສັງຄົມ”