ໂຢຊວຍ 8:1-35

  • ໂຢຊວຍ​ຈັດ​ທະຫານ​ໄປ​ຊຸ້ມ​ໂຈມຕີ​ເມືອງ​ອາອີ (1-13)

  • ເມືອງ​ອາອີ​ເຫຼືອ​ແຕ່​ຊາກ​ຫັກ​ພັງ (14-29)

  • ອ່ານ​ກົດ​ໝາຍ​ຢູ່​ພູ​ເອບານ (30-35)

8  ພະ​ເຢໂຫວາ​ເວົ້າ​ກັບ​ໂຢຊວຍ​ວ່າ: “ຢ່າຊູ່​ຢ້ານ+ ໃຫ້​ພາ​ທະຫານ​ທັງ​ໝົດ​ໄປ​ຕໍ່ສູ້​ກັບ​ຄົນ​ໃນ​ເມືອງ​ອາອີ. ເຮົາ​ໄດ້​ມອບ​ກະສັດ​ເມືອງ​ອາອີ ຄົນ​ຂອງ​ລາວ ເມືອງ​ຂອງ​ລາວ ແລະ​ແຜ່ນດິນ​ຂອງ​ລາວ​ໄວ້​ໃນ​ມື​ຂອງ​ເຈົ້າ​ແລ້ວ.+  ໃຫ້​ເຈົ້າ​ເຮັດ​ກັບ​ເມືອງ​ອາອີ​ແລະ​ກະສັດ​ຂອງ​ເມືອງ​ນັ້ນ​ຄື​ກັບ​ທີ່​ໄດ້​ເຮັດ​ກັບ​ເມືອງ​ເຢຣິໂກ​ແລະ​ກະສັດ​ຂອງ​ເມືອງ​ເຢຣິໂກ.+ ເຈົ້າ​ປຸ້ນ​ເອົາ​ເຄື່ອງ​ຂອງ​ແລະ​ຍຶດ​ເອົາ​ຝູງ​ສັດ​ຂອງ​ເມືອງ​ນັ້ນ​ມາ​ເປັນ​ຂອງ​ເຈົ້າ​ໄດ້. ໃຫ້​ເຈົ້າ​ຈັດ​ທະຫານ​ກອງ​ໜຶ່ງ​ເປັນ​ກອງຊຸ້ມ​ໄວ້​ຢູ່​ທາງ​ຫຼັງ​ເມືອງ​ນັ້ນ.”  ແລ້ວ​ໂຢຊວຍ​ກໍ​ພາ​ທະຫານ​ທັງ​ໝົດ​ຂຶ້ນ​ໄປ​ຕໍ່ສູ້​ກັບ​ທະຫານ​ຂອງ​ເມືອງ​ອາອີ. ລາວ​ໄດ້​ເລືອກ​ທະຫານ​ທີ່​ເກັ່ງ​ໆ​ 30.000 ຄົນ ແລະ​ໃຫ້​ເຂົາ​ເຈົ້າ​ອອກ​ໄປ​ຕອນ​ກາງຄືນ.  ລາວ​ສັ່ງ​ເຂົາ​ເຈົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ໄປ​ຊຸ້ມ​ຢູ່​ທາງ​ຫຼັງ​ເມືອງ ແຕ່​ບໍ່​ໃຫ້​ຢູ່​ໄກ​ຫຼາຍ ແລະ​ໃຫ້​ທຸກ​ຄົນ​ກຽມ​ພ້ອມ​ຕະຫຼອດ.  ສ່ວນ​ຂ້ອຍ​ກັບ​ທະຫານ​ທີ່​ເຫຼືອ​ຈະ​ໄປ​ໂຈມຕີ​ຢູ່​ທາງ​ໜ້າ​ເມືອງ. ເມື່ອ​ພວກ​ທະຫານ​ອອກ​ມາ​ຕໍ່ສູ້​ກັບ​ພວກ​ເຮົາ​ຄື​ກັບ​ເທື່ອ​ກ່ອນ+ ພວກ​ເຮົາ​ກໍ​ຈະ​ຖອຍ​ອອກ​ມາ.  ເມື່ອ​ພວກ​ເຂົາ​ໄລ່​ນຳ​ຫຼັງ​ພວກ​ເຮົາ ພວກ​ເຮົາ​ກໍ​ຈະ​ລໍ້​ພວກ​ເຂົາ​ໃຫ້​ອອກ​ໄປ​ໄກ​ຈາກ​ເມືອງ. ແລ້ວ​ພວກ​ເຂົາ​ກໍ​ຈະ​ເວົ້າ​ວ່າ ‘ພວກ​ມັນ​ກຳລັງ​ໜີ​ອີກ​ແລ້ວ’+ ແລະ​ພວກ​ເຮົາ​ຈະ​ຖອຍ​ອອກ​ມາ.  ຈາກ​ນັ້ນ​ກໍ​ໃຫ້​ກອງ​ຊຸ້ມ​ທີ່​ຢູ່​ທາງ​ຫຼັງ​ເມືອງ​ເຂົ້າ​ໄປ​ຍຶດ​ເມືອງ ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຊະນະ.  ທັນທີ​ທີ່​ພວກ​ເຈົ້າ​ຍຶດ​ເມືອງ​ໄດ້​ກໍ​ໃຫ້ຈູດເມືອງ​ໂລດ.+ ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ໄວ້. ທັງ​ໝົດ​ນີ້​ແມ່ນ​ຄຳ​ສັ່ງ​ຂອງ​ຂ້ອຍ.”  ແລ້ວ​ໂຢຊວຍ​ກໍ​ໃຫ້​ທະຫານ​ສ່ວນ​ໜຶ່ງ​ໄປ​ຊຸ້ມຢູ່​ທາງ​ທິດຕາເວັນຕົກ​ຂອງ​ເມືອງ. ເຂົາ​ເຈົ້າ​ຊຸ້ມ​ຢູ່​ລະຫວ່າງ​ເບເທນ​ກັບ​ເມືອງ​ອາອີ. ສ່ວນ​ໂຢຊວຍ​ກໍ​ຄ້າງ​ຄືນ​ຢູ່​ກັບ​ທະຫານ​ທີ່​ເຫຼືອ. 10  ມື້​ຕໍ່ມາ ໂຢຊວຍ​ກໍ​ຕື່ນ​ແຕ່​ເຊົ້າ​ແລະ​ກຽມ​ກອງ​ທັບ. ລາວ​ກັບ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ໄດ້​ນຳ​ໜ້າ​ພວກ​ທະຫານ​ໄປ​ເມືອງ​ອາອີ. 11  ພວກ​ທະຫານ+​ທີ່​ຢູ່​ກັບ​ລາວ​ກໍ​ເຄື່ອນ​ທັບ​ໄປ​ທາງ​ໜ້າ​ເມືອງ​ອາອີ. ເຂົາ​ເຈົ້າ​ຕັ້ງ​ຄ້າຍ​ຢູ່​ທາງ​ທິດເໜືອ​ຂອງ​ເມືອງ​ອາອີ ໂດຍ​ມີ​ຮ່ອມພູ​ຂັ້ນ​ກາງ​ລະຫວ່າງ​ເຂົາ​ເຈົ້າ​ກັບ​ເມືອງ​ອາອີ. 12  ໃນ​ລະຫວ່າງ​ນັ້ນ ລາວ​ໃຫ້​ທະຫານ 5.000 ຄົນ ໄປ​ຊຸ້ມ​ຢູ່​+ທາງ​ທິດຕາເວັນຕົກ​ຂອງ​ເມືອງ. ເຂົາ​ເຈົ້າ​ຊຸ້ມ​ຢູ່​ລະຫວ່າງ​ເບເທນ+​ກັບ​ເມືອງ​ອາອີ. 13  ດັ່ງນັ້ນ ທະຫານ​ກອງ​ຫຼັກ​ໄດ້​ຕັ້ງ​ຄ້າຍ​ຢູ່​ທາງ​ທິດເໜືອ​ຂອງ​ເມືອງ.+ ສ່ວນ​ທະຫານ​ກອງ​ຊຸ້ມ​ໄດ້​ຊຸ້ມ​ຢູ່​ທາງ​ທິດຕາເວັນຕົກ​ຂອງ​ເມືອງ+ ແລະ​ຄືນ​ນັ້ນ​ໂຢຊວຍ​ໄດ້​ອອກ​ໄປ​ກາງ​ຮ່ອມພູ. 14  ເມື່ອ​ກະສັດ​ຂອງ​ເມືອງ​ອາອີ​ເຫັນ​ແນວ​ນັ້ນ ລາວ​ກໍ​ຟ້າວ​ພາ​ທະຫານ​ທີ່​ຢູ່​ໃນ​ເມືອງ​ອອກ​ມາ​ຕໍ່ສູ້​ກັບ​ທະຫານ​ຂອງ​ອິດສະຣາເອນ​ຕັ້ງ​ແຕ່​ເຊົ້າ​ໆ​. ເຂົາ​ເຈົ້າ​ສູ້ຮົບ​ກັນ​ຢູ່​ບ່ອນ​ທີ່​ແນມ​ເຫັນ​ບ່ອນ​ກັນດານ​ໄດ້. ແຕ່​ກະສັດ​ຂອງ​ເມືອງ​ອາອີ​ບໍ່​ຮູ້​ວ່າ​ມີ​ທະຫານ​ຂອງ​ອິດສະຣາເອນ​ອີກ​ກອງ​ໜຶ່ງ​ຊຸ້ມ​ຢູ່​ທາງ​ຫຼັງ​ເມືອງ. 15  ເມື່ອ​ທະຫານ​ຂອງ​ເມືອງ​ອາອີ​ອອກ​ມາ​ໂຈມຕີ​ເຂົາ​ເຈົ້າ ໂຢຊວຍ​ກັບ​ພວກ​ທະຫານ​ອິດສະຣາເອນ​ກໍ​ໄດ້​ແລ່ນ​ໜີ​ໄປ​ຕາມ​ທາງ​ທີ່​ຈະ​ໄປ​ບ່ອນ​ກັນດານ.+ 16  ຜູ້​ຊາຍ​ທຸກ​ຄົນ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ເມືອງ​ອາອີ​ກໍມາ​ລວມ​ໂຕ​ກັນເພື່ອ​ໄລ່​ນຳ​ຫຼັງ​ພວກ​ອິດສະຣາເອນ ແລ້ວ​ໂຢຊວຍ​ກໍ​ໄດ້​ລໍ້​ພວກ​ເຂົາ​ໃຫ້​ອອກ​ໄປ​ໄກ​ຈາກ​ເມືອງ. 17  ບໍ່​ມີ​ທະຫານ​ເຫຼືອ​ຢູ່​ໃນ​ເມືອງ​ອາອີ​ແລະ​ເບເທນ​ຈັກ​ຄົນ​ເລີຍ. ພວກ​ເຂົາ​ໄລ່​ນຳ​ຫຼັງ​ພວກ​ອິດສະຣາເອນ​ແລະ​ປະ​ເມືອງ​ໄວ້. 18  ພະ​ເຢໂຫວາ​ບອກ​ໂຢຊວຍ​ວ່າ: “ໃຫ້​ເຈົ້າ​ເດ່​ຫອກ​ຢູ່​ມື​ຊີ້​ໄປ​ທາງ​ເມືອງ​ອາອີ+ ແລະ​ເຮົາ​ຊິ​ມອບ​ເມືອງ​ນັ້ນ​ໄວ້​ໃນ​ມື​ຂອງ​ເຈົ້າ.”+ ແລ້ວ​ໂຢຊວຍ​ກໍ​ເດ່​ຫອກ​ຢູ່​ມື​ຊີ້​ໄປ​ທາງ​ເມືອງ​ນັ້ນ. 19  ທັນທີ​ທີ່​ລາວ​ເດ່​ຫອກອອກ​ໄປ ພວກ​ທະຫານ​ທີ່​ຊຸ້ມ​ຢູ່​ກໍ​ແລ່ນ​ເຂົ້າ​ໄປ​ໃນ​ເມືອງ​ແລະ​ຍຶດ​ເອົາ​ເມືອງ​ນັ້ນ. ເຂົາ​ເຈົ້າ​ຈູດ​ເມືອງ​ນັ້ນ​ທັນທີ.+ 20  ເມື່ອ​ພວກ​ທະຫານ​ຂອງ​ເມືອງ​ອາອີ​ຫຼຽວ​ຄືນ​ຫຼັງ​ກໍ​ເຫັນ​ຄວັນ​ລອຍ​ຂຶ້ນ​ເທິງ​ຟ້າ​ຈາກ​ເມືອງ​ຂອງ​ໂຕເອງ. ພວກ​ເຂົາ​ກໍໝົດ​ກຳລັງ​ໃຈ​ແລະ​ບໍ່​ຮູ້​ວ່າ​ຊິ​ໜີ​ໄປ​ທາງ​ໃດ. ພວກ​ທະຫານ​ອິດສະຣາເອນ​ທີ່​ໜີ​ໄປ​ທາງ​ບ່ອນ​ກັນດານ​ກໍ​ໄດ້​ກັບ​ຄືນ​ມາ​ຕໍ່ສູ້​ພວກ​ເຂົາ. 21  ເມື່ອ​ໂຢຊວຍ​ກັບ​ພວກ​ທະຫານ​ອິດສະຣາເອນ​ເຫັນ​ຄວັນ​ລອຍ​ຂຶ້ນ​ຈາກ​ເມືອງ ເຂົາ​ເຈົ້າ​ກໍຮູ້​ວ່າ​ພວກ​ທະຫານ​ກອງ​ຊຸ້ມ​ຍຶດ​ເມືອງໄດ້​ແລ້ວ. ເຂົາ​ເຈົ້າ​ຈຶ່ງ​ຫັນ​ກັບ​ມາ​ຕໍ່​ສູ້​ກັບ​ພວກ​ທະຫານ​ຂອງ​ເມືອງ​ອາອີ. 22  ພວກ​ທະຫານ​ທີ່​ຍຶດ​ເມືອງ​ໄດ້​ກໍ​ມາ​ຊ່ວຍ​ຕໍ່ສູ້. ທະຫານ​ຂອງ​ເມືອງ​ອາອີ​ຈຶ່ງ​ຕິດ​ຢູ່​ທາງ​ກາງ ມີ​ທະຫານ​ຂອງ​ພວກ​ອິດສະຣາເອນ​ກອງ​ໜຶ່ງ​ລັດ​ຢູ່​ທາງ​ໜ້າ​ແລະ​ອີກ​ກອງ​ໜຶ່ງ​ລັດ​ຢູ່​ທາງ​ຫຼັງ. ພວກ​ທະຫານ​ຂອງ​ອິດສະຣາເອນ​ໄດ້​ຂ້າ​ທະຫານ​ຂອງ​ເມືອງ​ອາອີ​ໝົດ​ທຸກ​ຄົນ. ບໍ່​ມີ​ຜູ້​ໃດ​ລອດ​ຫຼື​ໜີ​ໄປ​ໄດ້​ຈັກ​ຄົນ.+ 23  ແຕ່​ກະສັດ​ຂອງ​ເມືອງ​ອາອີ+ ເຂົາ​ເຈົ້າ​ບໍ່​ໄດ້​ຂ້າ. ເຂົາ​ເຈົ້າ​ຈັບ​ລາວ​ໄປ​ໃຫ້​ໂຢຊວຍ. 24  ຫຼັງ​ຈາກ​ທີ່​ທະຫານ​ອິດສະຣາເອນ​ຂ້າ​ທະຫານ​ຂອງ​ເມືອງ​ອາອີ​ທີ່​ໄລ່​ນຳ​ຫຼັງ​ເຂົາ​ເຈົ້າ​ໄປ​ບ່ອນ​ກັນດານ​ຕາຍ​ໝົດ​ແລ້ວ ເຂົາ​ເຈົ້າ​ກໍ​ກັບ​ໄປ​ໃນ​ເມືອງ​ແລະ​ເອົາ​ດາບ​ຂ້າ​ຄົນ​ໃນ​ເມືອງ​ນັ້ນ​ຕາຍ​ໝົດ. 25  ໃນ​ມື້​ນັ້ນ ຄົນ​ໃນ​ເມືອງ​ອາອີ​ທີ່​ຖືກ​ຂ້າ​ມີ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ ລວມ​ທັງ​ໝົດ 12.000 ຄົນ. 26  ໂຢຊວຍ​ເດ່​ຫອກ​ທີ່​ຢູ່​ມື​ໄປ​ທາງ​ເມືອງ​ອາອີ​ຢູ່​ຈັ່ງ​ຊັ້ນ+ ຈົນ​ຄົນ​ທີ່​ຢູ່​ໃນ​ເມືອງ​ຖືກ​ຂ້າ​ໝົດ ລາວ​ຈຶ່ງ​ເອົາ​ມື​ລົງ.+ 27  ພວກ​ອິດສະຣາເອນ​ໄດ້​ປຸ້ນ​ເອົາ​ເຄື່ອງ​ຂອງ​ແລະ​ຍຶດ​ເອົາ​ຝູງ​ສັດ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ມາ​ເປັນ​ຂອງ​ໂຕເອງ ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໄວ້​ກັບ​ໂຢຊວຍ.+ 28  ແລ້ວ​ໂຢຊວຍ​ກໍ​ເຜົາ​ເມືອງ​ອາອີ​ຈົນ​ໄໝ້​ໝົດ​ເຫຼືອ​ແຕ່​ຊາກ​ຫັກ​ພັງ.+ ມັນ​ເປັນ​ແນວ​ນັ້ນ​ຈົນ​ຮອດ​ທຸກ​ມື້​ນີ້. 29  ລາວ​ໄດ້​ຂ້າ​ກະສັດ​ຂອງ​ເມືອງ​ອາອີ ແລ້ວ​ເອົາ​ສົບ​ໄປ​ແຂວນ​ໄວ້​ເທິງ​ເສົາ*ຈົນ​ຮອດ​ຕອນ​ແລງ. ກ່ອນ​ຕາເວັນ​ຕົກ​ດິນ​ໂຢຊວຍ​ໄດ້​ສັ່ງ​ໃຫ້​ຄົນ​ເອົາ​ສົບ​ລົງ​ມາ​ຈາກ​ເສົາ+ ແລ້ວ​ເອົາ​ສົບ​ນັ້ນ​ໄປ​ໂຍນ​ຖິ້ມ​ຢູ່​ທາງເຂົ້າ​ເມືອງ​ແລະ​ເອົາ​ຫີນ​ມາ​ວາງ​ທັບ​ສົບ​ນັ້ນ​ເປັນ​ກອງ​ບັກ​ໃຫຍ່. ກອງ​ຫີນ​ນັ້ນ​ກໍ​ຍັງ​ຢູ່​ຈົນ​ຮອດ​ທຸກ​ມື້​ນີ້. 30  ໂຢຊວຍ​ສ້າງ​ແທ່ນ​ບູຊາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຢູ່​ພູ​ເອບານ+ 31  ຄື​ກັບ​ທີ່​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ສັ່ງ​ພວກ​ອິດສະຣາເອນ​ໄວ້ ແລະ​ຄື​ກັບ​ປຶ້ມ​ກົດ​ໝາຍ+​ຂອງ​ໂມເຊ​ທີ່​ຂຽນ​ໄວ້​ວ່າ: “ໃຫ້​ສ້າງ​ແທ່ນ​ບູຊາ​ຈາກ​ຫີນ​ທີ່​ບໍ່​ໄດ້​ໃຊ້​ເຄື່ອງ​ມື​ທີ່​ເປັນ​ເຫຼັກ​ຕັດ​ແຕ່ງ.”+ ແລ້ວ​ເຂົາ​ເຈົ້າ​ກໍ​ເຜົາ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ໃຫ້​ພະ​ເຢໂຫວາ​ຢູ່​ເທິງ​ແທ່ນ​ນັ້ນ.+ 32  ຈາກ​ນັ້ນ ໂຢຊວຍ​ກໍ​ເອົາ​ກົດ​ໝາຍ+​ທີ່​ໂມເຊ​ຂຽນ​ຕໍ່​ໜ້າ​ພວກ​ອິດສະຣາເອນ​ມາ​ກ່າຍ​ຄືນ​ໃສ່​ຫີນ.+ 33  ພວກ​ອິດສະຣາເອນ​ທັງ​ໝົດ ພວກ​ຜູ້​ນຳ ພວກ​ຫົວ​ໜ້າ ແລະ​ພວກ​ຜູ້ຕັດສິນ​ໄດ້​ຢືນ​ຢູ່​ຄົນ​ລະ​ເບື້ອງ​ຂອງ​ຫີບ​ສັນຍາ ຕໍ່​ໜ້າ​ພວກ​ປະໂລຫິດ​ຄົນ​ເລວີ​ທີ່​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ. ຄົນ​ຕ່າງ​ຊາດ​ກໍ​ຢູ່​ຫັ້ນ​ຄື​ກັນ.+ ຄົນ​ເຫຼົ່ານີ້​ເຄິ່ງ​ໜຶ່ງ​ຢືນ​ຢູ່​ຕໍ່​ໜ້າ​ພູ​ເກຣີຊີມ ແລະ​ອີກ​ເຄິ່ງ​ໜຶ່ງ​ຢືນ​ຢູ່​ຕໍ່​ໜ້າ​ພູ​ເອບານ+ (ຕາມ​ທີ່​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ສັ່ງ​ໄວ້​ແລ້ວ)+ ເພື່ອພວກ​ປະໂລຫິດ​ຈະ​ໄດ້​ອວຍພອນໃຫ້​ພວກ​ອິດສະຣາເອນ. 34  ຫຼັງ​ຈາກ​ນັ້ນ ລາວ​ອ່ານ​ກົດ​ໝາຍ+​ທັງ​ໝົດ​ດ້ວຍສຽງ​ດັງ​ໆ​ ທັງ​ຄຳ​ອວຍພອນ+​ແລະ​ຄຳ​ສາບແຊ່ງ+​ຕາມ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ກົດ​ໝາຍ. 35  ໂຢຊວຍ​ໄດ້​ອ່ານ​ທຸກ​ຄຳ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້. ລາວ​ອ່ານ​ດັງ​ໆ​ຕໍ່​ໜ້າ​ພວກ​ອິດສະຣາເອນ+ ລວມ​ທັງ​ຜູ້​ຍິງ ເດັກ​ນ້ອຍ ແລະ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ເຂົາ​ເຈົ້າ.+

ຂໍຄວາມໄຂເງື່ອນ

ຫຼື “ຕົ້ນໄມ້”