ໂຢນາ 1:1-17

  • ໂຢນາ​ພະຍາຍາມ​ໜີ​ຈາກ​ພະ​ເຢໂຫວາ (1-​3)

  • ພະ​ເຢໂຫວາ​ເຮັດ​ໃຫ້​ມີ​ພາຍຸ​ພັດ​ແຮງ (4-​6)

  • ໂຢນາ​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ເຈິ​ໄພພິບັດ (7-​13)

  • ໂຢນາ​ຖືກ​ໂຍນ​ລົງ​ທະເລ​ທີ່​ມີ​ພາຍຸ​ແຮງ (14-​16)

  • ປາ​ໃຫຍ່​ກືນ​ໂຢນາ (17)

1  ພະ​ເຢໂຫວາ​ບອກ​ໂຢນາ*+​ລູກ​ຊາຍ​ຂອງອາມິດທາຍວ່າ:  “ໃຫ້​ເຈົ້າ​ໄປ​ເມືອງ​ນີເນເວ+ ແລະ​ປະກາດ​ກັບ​ຄົນ​ຢູ່​ຫັ້ນ​ວ່າ​ເມືອງ​ໃຫຍ່​ນັ້ນ​ຈະ​ຖືກ​ທຳລາຍ ເພາະ​ເຮົາ​ເຫັນ​ວ່າ​ຄົນ​ໃນ​ເມືອງ​ນັ້ນ​ເຮັດ​ຊົ່ວ​ຫຼາຍ.”  ແຕ່​ໂຢນາ​ໜີ​ຈາກ​ພະ​ເຢໂຫວາ​ໄປ​ຕາຊິດ. ລາວ​ໄປ​ເມືອງ​ຢົບປາ​ແລະ​ເຫັນ​ເຮືອ​ລຳ​ໜຶ່ງ​ທີ່​ຈະ​ໄປ​ຕາຊິດ ລາວ​ຈຶ່ງ​ຈ່າຍ​ຄ່າ​ໂດຍ​ສານ​ແລະ​ຂຶ້ນ​ເຮືອ​ໄປ​ຕາຊິດ​ເພື່ອ​ຈະ​ໜີ​ໃຫ້​ໄກ​ຈາກ​ພະ​ເຢໂຫວາ.  ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ມີ​ລົມ​ພັດ​ແຮງ​ຢູ່​ໃນ​ທະເລ ແລະ​ເຮັດ​ໃຫ້​ມີ​ພາຍຸ​ພັດ​ແຮງ​ຫຼາຍ​ຈົນ​ເຮືອຊິແຕກ.  ພວກ​ລູກ​ເຮືອ​ພາກັນ​ຢ້ານ​ຫຼາຍ​ຈຶ່ງ​ໄດ້​ຮ້ອງ​ຂໍ​ໃຫ້​ພະ​ຂອງ​ໂຕ​ເອງ​ຊ່ວຍ. ເຂົາເຈົ້າ​ເອົາ​ເຄື່ອງ​ຂອງ​ຕ່າງ​ໆ​ທີ່​ຢູ່​ເທິງ​ເຮືອ​ຖິ້ມ​ລົງ​ທະເລ​ເພື່ອ​ເຮັດ​ໃຫ້​ເຮືອ​ເບົາ​ຂຶ້ນ+ ແຕ່​ໂຢນາ​ພັດ​ນອນ​ຫຼັບ​ຢູ່​ຫ້ອງ​ເກັບ​ເຄື່ອງ​ຂອງ​ເຮືອ*​ລຳ​ນັ້ນ​ເສີຍ.  ຜູ້​ຄຸມ​ເຮືອ​ຈຶ່ງ​ໄປ​ຫາ​ລາວ​ແລະ​ເວົ້າ​ວ່າ: “ເປັນຫຍັງ​ເຈົ້າ​ຄື​ນອນ​ຢູ່? ຕື່ນ​ທະ​ແມ້ ແລະຮ້ອງ​ຂໍໃຫ້​ພະເຈົ້າ​ຂອງ​ເຈົ້າ​ຊ່ວຍ! ບາງເທື່ອ​ພະເຈົ້າ​ທ່ຽງແທ້​ຈະ​ອີ່ຕົນ​ພວກ​ເຮົາ ແລ້ວ​ພວກ​ເຮົາ​ຈະ​ບໍ່​ຕາຍ.”+  ແລ້ວ​ເຂົາເຈົ້າ​ກໍ​ເວົ້າ​ນຳ​ກັນ​ວ່າ: “ໃຫ້​ພວກ​ເຮົາ​ມາ​ຈົກ​ສະຫຼາກ​ເບິ່ງ+ ເພື່ອ​ຈະ​ຮູ້​ວ່າ​ໃຜ​ເຮັດ​ໃຫ້​ພວກ​ເຮົາ​ຕ້ອງ​ເຈິ​ໄພ​ພິບັດ​ນີ້.” ເຂົາເຈົ້າ​ຈົກ​ສະຫຼາກ ແລະ​ສະຫຼາກ​ກໍ​ຖືກ​ໂຢນາ.+  ເຂົາເຈົ້າ​ເລີຍ​ເວົ້າ​ກັບ​ລາວ​ວ່າ: “ບອກ​ພວກ​ເຮົາ​ມາ​ໃຫ້​ໝົດ ແມ່ນ​ເຈົ້າ​ບໍ​ທີ່​ເຮັດ​ໃຫ້​ມີ​ໄພພິບັດ​ນີ້​ເກີດ​ຂຶ້ນ? ເຈົ້າ​ເຮັດ​ວຽກ​ຫຍັງ? ເຈົ້າ​ມາ​ແຕ່​ໃສ? ເຈົ້າ​ເປັນ​ຄົນ​ປະເທດ​ໃດ? ເຈົ້າ​ເປັນ​ລູກ​ຫຼານ​ຂອງ​ໃຜ?”  ລາວ​ຕອບ​ວ່າ: “ຂ້ອຍ​ເປັນ​ຄົນ​ເຮັບເຣີ ແລະ​ຂ້ອຍ​ນະມັດສະການ*​ພະ​ເຢໂຫວາ​ພະເຈົ້າ​ຂອງ​ສະຫວັນ ຜູ້​ທີ່​ສ້າງ​ທະເລ​ແລະ​ແຜ່ນດິນ.” 10  ເມື່ອ​ໄດ້​ຍິນ​ແນວ​ນັ້ນ ເຂົາເຈົ້າ​ກໍ​ແຮ່ງ​ພາກັນ​ຢ້ານ​ຫຼາຍ​ແລະ​ຖາມ​ໂຢນາ​ວ່າ “ເປັນຫຍັງ​ເຈົ້າ​ຄື​ເຮັດ​ແນວ​ນີ້?” (ຄົນ​ເຫຼົ່ານີ້​ຮູ້​ວ່າ​ລາວ​ໜີ​ຈາກ​ພະ​ເຢໂຫວາ​ຍ້ອນ​ລາວ​ບອກ​ເຂົາເຈົ້າ.) 11  ເຂົາເຈົ້າ​ຖາມ​ລາວ​ອີກ​ວ່າ: “ເຮົາ​ຕ້ອງ​ເຮັດ​ແນວໃດ​ກັບ​ເຈົ້າ ທະເລ​ຈຶ່ງ​ຈະ​ສະຫງົບ?” ຕອນ​ນັ້ນ ພາຍຸ​ພັດ​ແຮງ​ຂຶ້ນ​ໆ​. 12  ໂຢນາ​ຕອບ​ວ່າ: “ໃຫ້​ຈັບ​ຂ້ອຍ​ໂຍນ​ລົງ​ທະເລ ແລ້ວ​ທະເລ​ກໍ​ຈະ​ສະຫງົບ ເພາະ​ຂ້ອຍ​ຮູ້​ວ່າ​ທີ່​ພວກເຈົ້າ​ເຈິ​ພາຍຸ​ແຮງ​ໆ​ນີ້ ມັນ​ເປັນ​ຍ້ອນ​ຂ້ອຍ.” 13  ຕອນ​ນັ້ນ ເຂົາເຈົ້າ​ຍັງ​ພະຍາຍາມ​ພາຍ​ເຮືອເຂົ້າ​ຝັ່ງ ແຕ່​ກໍ​ເຮັດ​ບໍ່​ໄດ້ ຍ້ອນ​ພາຍຸ​ພັດ​ແຮງ​ຂຶ້ນ​ເລື້ອຍ​ໆ​. 14  ເຂົາເຈົ້າ​ຈຶ່ງ​ຮ້ອງ​ຫາ​ພະ​ເຢໂຫວາ​ວ່າ: “ພະ​ເຢໂຫວາ​ເອີ້ຍ ຂໍ​ຢ່າ​ໃຫ້​ພວກ​ເຮົາ​ຈິບຫາຍ​ຍ້ອນ​ຜູ້​ຊາຍ​ຄົນ​ນີ້. ພະ​ເຢໂຫວາ​ເອີ້ຍ ຂໍ​ຢ່າ​ຖື​ວ່າ​ພວກ​ເຮົາ​ມີ​ຄວາມ​ຜິດ​ຍ້ອນ​ການ​ຕາຍ*​ຂອງ​ຜູ້​ບໍລິສຸດ​ຄົນ​ນີ້ ເພາະ​ທັງໝົດ​ນີ້​ແມ່ນ​ສິ່ງ​ທີ່​ພະອົງ​ຕ້ອງການ.” 15  ແລ້ວ​ເຂົາເຈົ້າ​ກໍ​ຈັບ​ໂຢນາ​ໂຍນ​ລົງ​ທະເລ ແລະ​ທະເລ​ກໍ​ສະຫງົບ​ລົງ. 16  ເຂົາເຈົ້າ​ຢ້ານ​ພະ​ເຢໂຫວາ​ຫຼາຍ. ເຂົາເຈົ້າ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະ​ເຢໂຫວາ+​ແລະ​ສັນຍາ​ວ່າ​ຈະ​ຮັບໃຊ້​ເພິ່ນ. 17  ແລ້ວ​ພະ​ເຢໂຫວາ​ກໍ​ໄດ້​ໃຫ້​ປາ​ໃຫຍ່​ໂຕ​ໜຶ່ງ​ມາ​ກືນ​ເອົາ​ໂຢນາ ໂຢນາ​ຈຶ່ງ​ຢູ່​ໃນ​ທ້ອງ​ປາ 3 ມື້ 3 ຄືນ.+

ຂໍຄວາມໄຂເງື່ອນ

ແປ​ວ່າ “ນົກ​ເຂົາ”
ຫຼື “ເຮືອ​ທີ່​ມີ​ດາດຟ້າ”
ຫຼື “ຢ້ານຢຳ”
ແປ​ຕາມ​ໂຕ​ວ່າ “ເລືອດ”