ໂຢນາ 2:1-10

  • ໂຢນາ​ອະທິດຖານ​ຕອນ​ຢູ່​ໃນ​ທ້ອງ​ປາ (1-​9)

  • ໂຢນາ​ຖືກ​ຄາຍ​ໄວ້​ຢູ່​ດິນ (10)

2  ຕອນ​ຢູ່​ໃນ​ທ້ອງ​ປາ ໂຢນາ​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ.+  ລາວ​ເວົ້າ​ວ່າ: “ຕອນ​ທີ່​ລູກ​ມີ​ຄວາມທຸກ ລູກ​ໄດ້​ຮ້ອງ​ຫາ​ພະ​ເຢໂຫວາ ແລ້ວ​ພະອົງ​ກໍ​ຕອບ​ລູກ.+ ລູກ​ຮ້ອງ​ຂໍ​ໃຫ້​ພະອົງ​ຊ່ວຍ​ຈາກ​ບ່ອນ​ທີ່​ເລິກ​ໆ​*​ຂອງ​ຂຸມ​ຝັງ​ສົບ*+ ແລ້ວ​ພະອົງ​ກໍ​ໄດ້​ຍິນ​ສຽງ​ລູກ.   ເມື່ອ​ພະອົງ​ໂຍນ​ລູກ​ລົງ​ກາງ​ທະເລ​ເລິກລູກ​ກໍ​ຈົມ​ຢູ່​ໃນ​ນ້ຳ+ ແລະ​ຄື້ນ​ໃຫຍ່​ໆ​ຂອງ​ພະອົງ​ກໍ​ຊັດ​ໃສ່​ລູກ​ບໍ່​ຢຸດ​ບໍ່​ເຊົາ.+   ລູກ​ເວົ້າ​ວ່າ ‘ລູກ​ຖືກ​ໄລ່​ໜີ​ໄປ​ຈາກ​ພະອົງ. ລູກ​ຈະ​ໄປ​ວິຫານ​ທີ່​ບໍລິສຸດ​ຂອງ​ພະອົງ​ໄດ້​ແນວໃດ?’   ລູກ​ຈົມ​ລົງ​ໄປ​ໃນ​ນ້ຳ​ແລະ​ເກືອບ​ຈະ​ຕາຍ​ແລ້ວ.+ລູກ​ຈົມ​ລົງ​ໄປ​ໃນ​ນ້ຳ​ເລິກ ແລະ​ສາ​ຫຼ່າຍ​ກໍກ້ຽວຫົວ​ຂອງ​ລູກ​ຢູ່.   ລູກ​ຈົມ​ລົງ​ໄປ​ຮອດ​ພື້ນ​ທະເລ ປະຕູ​ຂອງ​ບ່ອນ​ຝັງ​ສົບ*​ກຳລັງ​ຈະ​ລ໋ອກ​ລູກ​ໄວ້​ຕະຫຼອດໄປ ແຕ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ໄດ້​ຊ່ວຍ​ລູກ​ໃຫ້​ຂຶ້ນ​ມາ​ຈາກ​ບ່ອນ​ຝັງ​ສົບ​ນັ້ນ.+   ຕອນ​ທີ່​ລູກ​ໃກ້​ຈະ​ຕາຍ ລູກ​ຄິດເຖິງ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ.+ ແລ້ວ​ພະອົງ​ກໍ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ລູກ​ຈາກ​ວິຫານ​ທີ່​ບໍລິສຸດ​ຂອງ​ພະອົງ.+   ຄົນ​ທີ່​ນະມັດສະການ​ຮູບ​ບູຊາ​ທີ່​ບໍ່​ມີ​ຊີວິດ​ມັກ​ບໍ່​ສົນໃຈ​ຄົນ​ທີ່​ຮັກ​ເຂົາເຈົ້າ​ຢ່າງ​ໝັ້ນຄົງ*   ແຕ່​ສຳລັບ​ລູກ ລູກ​ຈະ​ເອົາ​ເຄື່ອງ​ບູຊາ​ໃຫ້​ພະອົງ​ດ້ວຍ​ຄວາມ​ຂອບໃຈ. ລູກ​ສາບານ​ຫຍັງ​ໄວ້ ລູກ​ກໍ​ຈະ​ເຮັດ​ຕາມ​ນັ້ນ.+ ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ.”+ 10  ແລ້ວ​ພະ​ເຢໂຫວາ​ກໍ​ສັ່ງ​ໃຫ້​ປາ​ໃຫຍ່​ໂຕ​ນັ້ນ​ຄາຍ​ໂຢນາ​ອອກ​ມາ​ໄວ້​ແຄມ​ຝັ່ງ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ທ້ອງ”
ແປ​ຕາມ​ໂຕ​ວ່າ “ໂລກ”
ຫຼື​ອາດ​ແປ​ວ່າ “ບໍ່​ໄດ້​ສະແດງ​ຄວາມ​ພັກດີ”